ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍ ເຂົ້າຊ່ວຍໄກ່ເກ່ຍ ບັນຫາ ຍາດແຍ່ງກໍາມະສິດ ໃນເຂດທະເລຈີນໃຕ້ (ວີດີໂອລາວ/ອັງກິດ)


ອິນໂດເນເຊຍ ຊ່ວຍຫາທາງ ລຸດຜ່ອນ ຄວາມເຄ່ງຕຶງ ໃນທະເລຈີນໃຕ້

ຈີນໄດ້ເຂົ້າໄປທໍາການລາດຕະເວນໃນເຂດນ່ານນໍ້າ ທີ່ທັງ
ຫວຽດນາມ ແລະ ຟິລິບປິນຕ່າງ ກໍໄດ້ອ້າງເອົາກໍາມະສິດ ຊຶ່ງໄດ້ສ້າງຄວາມເຄ່ງຕຶງເພີ່ມຂຶ້ນ ໃນເຂດທະເລຈີນໃຕ້
ທີ່ອຸດົມ ສົມບູນໄປດ້ວຍແຮ່ທາດນັ້ນ.

ຝ່າຍພວກປະທ້ວງຫວຽດນາມ ກໍໄດ້ປະນາມໃນສິ່ງທີ່ພວກ
ເຂົາເຈົ້າເອີ້ນວ່າ ການລຸກລໍ້າຂອງຈີນ ຍ້ອນການຕັດສິນໃຈ
ຂອງປັກກິ່ງ ທີ່ປະກາດເປີດໃຫ້ມີການປະມູນເອົາສໍາປະທານ
ຂຸດບໍ່ນໍ້າມັນ ທີ່ຢູ່ນອກຝັ່ງທະເລຂອງຫວຽດນາມນັ້ນ. ຫວຽດ
ນາມໄດ້ຮັບຜ່ານກົດໝາຍສະບັບນຶ່ງທີ່ອ້າງເອົາອະທິປະໄຕ
ຢູ່ໃນຂົງເຂດທີ່ເປັນຂໍ້ຂັດແຍ້ງກັນນັ້ນ.

ການແຕກແຍກກັນຍ້ອນເລື້ອງນີ້ ແມ່ນຮ້າຍແຮງເຖິງຂັ້ນ
ໄດ້ຂັດຂວາງການອອກຖະແຫຼງການ ທີ່ເປັນເອກກະພາບກັນສະບັບນຶ່ງຂອງສະມາຄົມ
ປະຊາຊາດແຫ່ງຂົງເຂດເອເຊຍຕາ ເວັນອອກສຽງໃຕ້ ຫຼືອາຊ່ຽນ ຢູ່ກອງປະຊຸມທີ່ນະ
ຄອນຫລວງພະນົມເປັນ ໃນເດືອນແລ້ວນີ້ ຊຶ່ງເປັນເທື່ອທໍາອິດໃນປະວັດສາດ
ຂອງ ສະມາຄົມ. ໂຄສົກອາຊ່ຽນ ທ່ານ Danny Lee ກ່າວວ່າ:

“ຄວາມສໍາພັນລະຫວ່າງຈີນແລະບັນດາປະເທດອາຊ່ຽນ ແມ່ນມີຫຼາຍດ້ານ
ຫລາຍມິຕິ ເພາະສະນັ້ນ ມັນກໍບໍ່ໜ້າຈະໄດ້ຮັບຄວາມເສື່ອມເສຍ ຍ້ອນບັນ ຫາທະເລຈີນໃຕ້.”


ໃນທ່າມກາງສະຖານນະການທີ່ຫຍຸ້ງຍາກດັ່ງກ່າວນີ້ ທ່ານ Marty Natalegawa ລັດຖະມົນຕີຕ່າງປະເທດອິນໂດເນເຊຍ ກໍໄດ້ເຂົ້າມາພົວພັນ ເພື່ອຊອກຫາວິທີ
ທາງ ບໍ່ໃຫ້ສະມາຄົມອາຊ່ຽນເກີດແຕກແຍກກັນ. ທ່ານ Natalegawa ກ່າວວ່າ:

“ບັນດາປະເທດອາຊ່ຽນຍັງຄົງເປັນເອກກະພາບກັນ ປຸ້ມລຸມກົມກຽວກັນ
ໃນບັນຫາທັງໝົດທີ່ມີຄວາມເປັນຫ່ວງນໍາກັນ ໂດຍສະເພາະບັນຫາຂົງ
ເຂດທະເລຈີນ ໃຕ້ນັ້ນ.”


ນັບຕັ້ງແຕ່ພະນົມເປັນ ໄປຈົນເຖິງມະນິລາ ຫາບາງກອກ ແລະຮາໂນ່ຍ ທ່ານ
Natalegawa ກໍາລັງຜັກດັນໃຫ້ມີການຮັບເອົາໂຄງຮ່າງປະຕິບັດງານລະດັບຂົງເຂດ ເພື່ອແກ້ໄຂບັນຫາການຍາດແຍ່ງກັນອ້າງເອົາເຂດແດນໃນທະເລດັ່ງກ່າວນັ້ນ. ທ່ານ
ກ່າວອີກວ່າ:

“ຈິງໆແລ້ວ ພວກເຮົາຈໍາເປັນຕ້ອງມີກົດເກນປະຕິບັດສໍາລັບຂົງເຂດທະເລ
ຈີນໃຕ້ ກົດເກນຢ່າງໃດຢ່າງນຶ່ງໃນແນວທາງຂອງການປະພຶດປະຕິບັດແບບ
ທີ່ອໍານວຍໃຫ້ສາມາດຄວບຄຸມ ຄວາມສາມາດບົ່ມຊ້ອນໃນການເກີດຂໍ້ບາດ
ໝາງກັນຕ່າງໆໃນຂົງເຂດໄດ້ ແລະຍິ່ງໄປກວ່ານັ້ນຊ່ວຍໃຫ້ແກ້ໄຂ ຫລື
ລົບລ້າງຄວາມສາມາດບົ່ມຊ້ອນ ທີ່ຈະກໍ່ໃຫ້ເກີດ ຂໍ້ບາດໝາງກັນນັ້ນ.”


ໃນຖານະເປັນປະເທດທີ່ໃຫຍ່ທີ່ສຸດໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ນັ້ນ ທ່າທີເປັນ ກາງຂອງອິນໂດເນເຊຍໃນເລື້ອງນີ້ ສາມາດຊ່ວຍຜ່ອນຄາຍອາລົມໂກດແຄ້ນລົງໄດ້.

ຈັສຕິນ ໂລກັນ ຜູ້ອໍານວຍການຝ່າຍການສຶກສານະໂຍບາຍຕ່າງປະເທດ ປະຈໍາສະຖາ
ບັນ ເຄໂຕ ທີ່ສະຫະລັດກ່າວວ່າ

“ຈິງໆແລ້ວ ອິນໂດເນເຊຍແມ່ນຖືສາຍກາງໃນເລື້ອງນີ້ ຄືພະຍາຍາມໃຫ້ຢູ່
ໃນສາຍກາງ ບໍ່ວ່າສາຍກາງນັ້ນຈະຢູ່ຈຸດໃດກໍຕາມ ແລະຂ້າພະເຈົ້າກໍຄິດວ່າ
ມັນຈະເປັນເຊ່ນນີ້ສືບຕໍ່ໄປ. ແທ້ໆແລ້ວ ສະຖານະພາບຂອງພວກເຂົາເຈົ້າ
ແມ່ນສູງຂຶ້ນ ຈາກການດໍາເນີນການທູດຂອງເຂົາເຈົ້ານັ້ນ.”


ທ່ານ ໂລກັນ ເວົ້າວ່າ ການໄກ່ເກ່ຍຂອງອິນໂດເນເຊຍນີ້ ແມ່ນມີຄວາມສໍາຄັນເປັນພິເສດ ຍ້ອນວ່າຈີນໄດ້ໄປຕັ້ງຄ້າຍທະຫານຢູ່ເກາະ ທີ່ທັງຫວຽດນາມ ແລະໃຕ້ຫວັນ ຕ່າງກໍອ້າງ ເອົາກໍາມະສິດນັ້ນ.

“ແລະຂ້າພະເຈົ້າກໍຄິດວ່າ ອິນໂດເນເຊຍຍັງເປັນເສົາຫຼັກຢູ່ໃນແກນກາງ
ຂອງກຸ່ມ ໃນ ຂະນະ ທີ່ປະເທດອື່ນໆໄດ້ພາກັນຫັນເຫອອກຈາກຈຸດສາຍ
ກາງນັ້ນ ບໍ່ຫຼາຍກໍໜ້ອຍ.”


ບັນດາເຈົ້າໜ້າທີ່ອາວຸໂສສະຫະລັດກ່າວວ່າ ອິນໂດເນເຊຍ ບໍ່ພຽງແຕ່ໄດ້ມີສ່ວນສໍາຄັນ ໃນການຮັກສາໃຫ້ເປີດກວ້າງໄວ້ ຊ່ອງທາງໃນການເຈລະກາກັນກ່ຽວກັບບັນຫາທະເລ ຈີນໃຕ້ເທົ່ານັ້ນ ແຕ່ໃນການຊຸກຍູ້ໃຫ້ຄະນະນໍາພາທະຫານຂອງມຽນມາ ທໍາການປະຕິຮູບ ດ້ານການເມືອງແລະເສດຖະກິດ ທີ່ໄດ້ຊ່ວຍໃຫ້ທ່ານ ນາງອອງຊານ ຊູຈີ ຫົວໜ້າພັກຝ່າຍ ຄ້ານມຽນມາໄດ້ເຂົ້າໄປມີຕໍາແໜ່ງ ບົດບາດຢູ່ໃນສະພາແຫ່ງຊາດມຽນມານັ້ນນໍາ.

ວີດີໂອລາຍງານເປັນພາສາອັງກິດ:
XS
SM
MD
LG