ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍ ຕັ້ງຊື່ໃໝ່ ໃຫ້ພາກສ່ວນໜຶ່ງ ຂອງ ທະເລຈີນໃຕ້


ເຮືອຫາປາລຳໜຶ່ງ ເດີນທາງເຂົ້າຝັ່ງ ຢູ່ຊາຍຝັ່ງຕາເວັນອອກ ຂອງເກາະ ນາຕູນາ ເບຊາ.
ເຮືອຫາປາລຳໜຶ່ງ ເດີນທາງເຂົ້າຝັ່ງ ຢູ່ຊາຍຝັ່ງຕາເວັນອອກ ຂອງເກາະ ນາຕູນາ ເບຊາ.

ການເຄື່ອນໄຫວ ທີ່ຈະຕັ້ງຊື່ໃໝ່ ໃຫ້ພາກສ່ວນຂອງທະເລຈີນໃຕ້ ທີ່ມີຄວາມຂັດແຍ້ງກັນ
ຂອງ ອິນໂດເນເຊຍ ປາກົດວ່າຈະເປັນການເຕືອນໃຫ້ຜູ້ອ້າງກຳມະສິດທາງທະເລ ທີ່ມີ
ອິດທິພົນກວ່າໝູ່ ຄື ຈີນ, ເຊິ່ງລັດ ຖະບານ ຈາກາຕ້າ ມີເຈຕະນາທີ່ຈະຂະຫຍາຍການ
ປົກປ້ອງ ກ່ຽວກັບ ການອ້າງກຳມະສິດຂອງພວກເຂົາເຈົ້າ ໂດຍປະສະຈາກການຂັດ
ແຍ້ງໃນເວລານີ້.

ໃນວັນສຸກທີ່ຜ່ານມາ, ຮອງລັດຖະມົນຕີການເດີນເຮືອທາງທະເລໃນນະຄອນຫຼວງ
ຈາກາຕ້າ ໄດ້ກ່າວວ່າ ອິນໂດເນເຊຍ ຈະຕັ້ງຊື່ໃໝ່ ໃຫ້ແກ່ບໍລິເວນພາກຕາເວັນຕົກສຽງ
ເໜືອຂອງເກາະ Borneo ວ່າ “ທະເລ ນາຕູນາ ເໜືອ,” ເຊິ່ງສອດຄ່ອງກັບໂຄງການສຳ
ຫຼວດນໍ້າມັນແລະແກັສ ທີ່ມີຊື່ຄ້າຍຄືກັນ, ອີງຕາມອົງການຂ່າວ Antara ຂອງ ອິນໂດເນ
ເຊຍ. ບໍລິເວນທີ່ຖືກຕັ້ງຊື່ໃໝ່ແມ່ນຢູ່ໃກ້ກັບເກາະ ນາຕູນາ, ເຊິ່ງເປັນໝູ່ເກາະຂອງ ອິນ
ໂດເນເຊຍ ທີ່ປະກອບມີ 272 ເກາະ, ແລະ ກວມເອົາຂົງ ເຂດຕອນໃຕ້ສ່ວນໃຫຍ່ຂອງ
ສິ່ງທີ່ ຈີນ ເອີ້ນວ່າ “ເສັ້ນເກົ້າຂີດ” ທີ່ພວກເຂົາເຈົ້າອ້າງວ່າ ຂະຫຍາຍຈາກຊາຍຝັ່ງພາກ
ໃຕ້ຂອງພວກເຂົາເຈົ້ານັ້ນ.

ບັນດານັກວິເຄາະກ່າວວ່າ ການປ່ຽນຊື່ອາດຈະບໍ່ມີຄວາມຮ້າຍແຮງເປັນສ່ວນໃຫຍ່, ແຕ່
ມັນກໍເປັນການເຕືອນ ສຳລັບ ຈີນ ເຊິ່ງປົກກະຕິແລ້ວແມ່ນເພື່ອນມິດ ເຊັ່ນດຽວກັບປະ
ເທດອື່ນໆໃຫ້ຢູ່ຫ່າງອອກໄປ.

ທ່ານ Carl Thayer ສາດສະດາຈານກຽດຕິຄຸນ ທີ່ຊ່ຽວຊານດ້ານການເມືອງ ເອເຊຍຕາ
ເວັນອອສຽງໃຕ້ ທີ່ມະຫາວິທະຍາໄລ New South Wales ໃນປະເທດ ອອສເຕຣເລຍ
ເວົ້າວ່າ “ຂ້າພະເຈົ້າບໍ່ເອີ້ນມັນວ່າ ເປັນເລື່ອງເລັກໆນ້ອຍໆ, ແຕ່ໃນຄວາມຈິງກໍແມ່ນວ່າ
ເຮືອປະມົງຂອງ ຈີນ ແມ່ນໄດ້ແລ່ນເຂົ້າໃນນ່ານນໍ້າຂອງ ອິນໂດເນເຊຍ ແທ້ ໃນການ
ກ່າວອ້າງທີ່ບໍ່ມີຄວາມກະຈ່າງແຈ້ງວ່າ ເປັນບ່ອນຫາປາດັ້ງເດີມ, ແລະ ອິນໂດເນເຊຍ
ກໍຂ້ອນຂ້າງຈະມີຄວາມແນ່ວແນ່ ໃນການຂັບໄລ່ໃຫ້ພວກເຂົາເຈົ້າອອກໄປ. ແຕ່ການຕັ້ງ
ຊື່ນ່ານນໍ້າໃໝ່ບໍ່ແມ່ນການອ້າງອຳມະສິດເອົາເຂດແດນໃໝ່.”

ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Geng Shuang ໄດ້ກ່າວໃນວັນສຸກທີ່ຜ່ານ
ມານີ້ວ່າ ມັນ “ບໍ່ມີຄວາມໝາຍຫຍັງເລີຍ” ສຳລັບທຸກໆປະເທດທີ່ຈະປ່ຽນຊື່ຂອງທະເລ
ນັ້ນ. ທ່ານໄດ້ກ່າວວ່າ ຊື່ “ທະເລຈີນໃຕ້” ແມ່ນ “ໄດ້ຖືກຍອມຮັບຢ່າງກວ້າງຂວາງ” ໂດຍ
ອົງການສະຫະປະຊາຊາດ ແລະ “ປະຊາຄົມນານາຊາດ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG