ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ສະເໜີຂອງອິນໂອເນເຊຍ ໃນການປັບປຸງກົດໝາຍວ່າດ້ວຍການກະຈາຍສຽງ ໄດ້ເຮັດໃຫ້ເກີດຄວາມຕື່ນຕົກໃຈ

ນັກ​ຂ່າວ​ວາງ​ອຸ​ປະ​ກອນ​ຂອງພວກ​ເຂົາ ​ໃນ​ຂະ​ນະ​ທີ່​​ປະ​ທ້ວງ​ຮ່າງ​ກົດ​ໝາຍ​ວ່າດ້ວຍການກະຈາຍສຽງ ສະບັບ​ຫລ້າ​ສຸດ ​ທີ່​ພວກເຂົາ​ຖື​ວ່າ ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ສິດ​ເສ​ລີ​ພາບ​ຂອງ​ນັກ​ຂ່າວ, ຢູ່​ເມືອງ Banda Aceh ປະ​ເທດ​ອິນ​ໂດ​ເນ​ເຊຍ, ວັນ​ທີ 27 ພຶດສະພາ 2024.

ແຜນການດັດແກ້ຮ່າງກົດໝາຍວ່າດ້ວຍການກະຈາຍສຽງຂອງອິນໂດເນເຊຍ ທີ່ໄດ້ວາງແຜນໄວ້ ເຊິ່ງຮວມເຖິງຂໍ້ຈຳກັດຂອງການລາຍງານຂ່າວແບບສືບສວນ ກຳລັງເຮັດໃຫ້ເກີດຄວາມເປັນຫ່ວງໃນກຸ່ມນັກຂ່າວ ແລະນັກວິເຄາະການສະ ແດງອອກຢ່າງເສລີ.

ຮ່າງ​ກົດໝາຍ​ສະບັບດັ່ງກ່າວ ​ພະຍາຍາມແກ້ໄຂ​ກົດໝາຍ​ວ່າ​ດ້ວຍການ​ກະຈາຍ ສຽງ​ຂອງ​ອິນ​ໂດ​ເນ​ເຊຍ​ປີ 2002. ໃນບັນດາການແກ້ໄຂດັ່ງກ່າວ ລວມມີຂໍ້ຈໍາ ກັດ ກ່ຽວກັບ "ການອອກອາກາດສະເພາະຂອງການສືບສວນທາງດ້ານການ ຂ່າວ", ການອອກອາກາດເນື້ອໃນທີ່ສະແດງເຖິງ "ພຶດຕິກໍາ" ຂອງ LGBTQ, ແລະເນື້ອໃນກ່ຽວກັບອາຊີບຫຼືຕົວເລກທີ່ສະແດງໃຫ້ເຫັນ "ພຶດຕິກໍາທາງລົບ ຫຼື ວິຖີຊີວິດທີ່ສາທາລະນະອາດຈະຮຽນແບບ."

ບົດລົງໂທດສໍາລັບການລະເມີດກົດຫມາຍດັງກ່າວ ອາດຈະລວມມີການເຕືອນ ເປັນລາຍລັກອັກສອນ ຫຼືການຖອນໃບອະນຸຍາດ, ອີງຕາມສະຫະພັນນັກຂ່າວ ສາກົນ.

ບັນດາ​ສະມາຊິກ​ສະພາ​ກ່າວ​ວ່າ ມັນຈຳເປັນຕ້ອງມີການດັດແກ້ ເພື່ອ​ປັບປຸງ​ກົດໝາຍ​ທີ່​ໄດ້​ປະກາດ​ໃຊ້​ເປັນ​ຄັ້ງທຳ​ອິດເມື່ອ 20 ປີ​ກ່ອນ. ພວກນັກວິຈານກ່າວ ວ່າ ຂໍ້ສະເໜີດັ່ງກ່າວຈະຈຳກັດສື່ມວນຊົນ ແລະ ການສະແດງອອກຢ່າງເສລີ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG