ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລະເບີດແຕກ ຢູ່ສຳນັກງານໃຫຍ່ ຕຳຫຼວດ ຫຼັງຈາກ ໄດ້ມີການລະເບີດສະຫຼະຊີບ ໃນໂບດ


Indonesia Bombings
please wait
Embed

No media source currently available

0:00 0:00:53 0:00

ຕຳຫຼວດໃນອິນໂດເນເຊຍກ່າວວ່າ ຄອບຄົວນຶ່ງທີ່ມີຫ້າຄົນ ໄດ້ທຳການໂຈມຕີ ດ້ວຍ
ລະເບີດສະຫຼະຊີບ ໃນວັນຈັນມື້ນີ້ ຕໍ່ກອງບັນຊາການຕຳຫຼວດ ໃນ ຊູຣາບາຢາ ເຮັດໃຫ້
10 ຄົນໄດ້ຮັບບາດເຈັບ.

ກ້ອງໂທລະພາບວົງຈອນປິດ ໄດ້ສະແດງໃຫ້ເຫັນຮູບພາບ ຂອງຣົດໂມໂຕໄຊສອງຄັນ
ແລ່ນເຂົ້າໄປຕຳປ້ອມກວດຄົນ ກ່ອນໜ້າການລະເບີດ ບໍ່ດົນພໍທໍ່ໃດ.

ພວກເຈົ້າໜ້າທີ່ກ່າວວ່າ ເດັກນ້ອຍແມ່ຍິງຄົນນຶ່ງລອດຊີວິດມາໄດ້ ຈາກການໂຈມຕີ
ໃນວັນຈັນມື້ນີ້. ພວກທີ່ໄດ້ຮັບບາດເຈັບ ມີລວມທັຕຳຫຼວດສີ່ຄົນ ແລະພົນລະເຮືອນ
ຫົກຄົນ. ປັດຈຸບັນ ຍັງບໍ່ທັນມີຜູ້ໃດອ້າງເອົາຄວາມຮັບຜິດຊອບເທື່ອ.

ການໂຈມຕີຢູ່ເມືອງທີ່ໃຫຽ່ທີ່ສຸດອັນດັບທີສອງຂອງປະເທດ ໄດ້ມີຂຶ້ນລຸນຫຼັງ ທີ່ຄອບຄົວ
ນຶ່ງຫົກຄົນ ໄດ້ທຳການໂຈມຕີດ້ວຍລະເບີດສະຫຼະຊີບ ອັນມີລວມທັງ ພວກໄວລຸ້ນ ແລະ
ເດັກນ້ອຍ ທີ່ເອົາໂບດສາມແຫ່ງເປັນເປົ້າໝາຍ ເຮັດໃຫ້ຢ່າງໜ້ອຍ 13 ຄົນເສຍຊີວິດ
ແລະບາດເຈັບ 41 ຄົນ ຊຶ່ງກໍເກີດຂຶ້ນໃນ ຊູຣາບາຢາ ເຊັ່ນກັນ.

ທຸກໆຫົວເມືອງໃຫຽ່ໆໃນອິນໂດເນເຊຍ ແມ່ນຢູ່ໃນຂັ້ນລະແວດລະວັງສູງໝົດ.

ສຳລັບການໂຈມຕີດ້ວຍລະເບີດ ໃນວັນອາທິດວານນີ້ ແມ່ນພວກລັດອິສລາມເປັນຜູ້
ອ້າງເອົາຄວາມຮັບຜິດຊອບ ຊຶ່ງປະທານາທິບໍດີອິນໂດເນເຊຍເອີ້ນວ່າ “ປ່າເຖືອນ”
ນັ້ນ. ມີລາຍງານວ່າ ເມື່ອບໍ່ດົນມານີ້ ຄອບຄົວດັ່ງກ່າວ ໄດ້ກັບຄືນໄປຍັງອິນໂດເນເຊຍ
ຈາກປະເທດ ຊີເຣຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG