ມັນເປັນເວລາຂອງການສອບເສງ. ພວກແມ່ຍິງຈໍານວນ
ນື່ງພາກັນມາສອບເສງຄວາມສາມາດ. ແຕ່ລະຄົນໄດ້ຖືກ
ຈັບຕາເບິ່ງຢ່າງໃກ້ຊິດໂດຍນາງຟີຟີ ຜູ້ທີ່ໄດ້ສິດສອນໃຫ້
ພວກເຂົາເຈົ້າ ຮູ້ຈັກວິທີໃຊ້ເຕົາແກັສ. ນາງທົດສອບເຂົາ
ເຈົ້າໂດຍການສັ່ງໃຫ້ພວກເຂົາເຈົ້າເປີດເຕົາ ຫຼີ່ໄຟໃຫ້ຕໍ່າ
ລົງ ມອດເຕົາ ແລະກໍປົດເຕົາອອກຈາກຖັງແກັສ.
ພວກນັກຮຽນເຫລົ່ານີ້ ເປັນແມ່ຍິງຊາວອິນໂດເນເຊຍທີ່
ພວມຮັບການຝຶກອົບຮົມທີ່ສູນ ກາງຊອກຫາວຽກ ໃນ
ກຸງຈາກາຕ້າ ເພື່ອໄປເປັນຄົນຮັບໃຊ້ ແລະແມ່ຄົວຢູ່ຕາມ
ບ້ານເຮືອນຢູ່ໃນຕ່າງປະເທດ.
// ສຽງ //
ນາງຟີຟີໃຫ້ການອະທິບາຍວ່າ ສ່ວນໃຫຍ່ຂອງພວກແມ່ຍິງເຫຼົ່ານ ີ້ແມ່ນມາຈາກຄອບຄົວທີ່
ທຸກຍາກໃນເຂດຊົນນະບົດທີ່ສອກຫຼີກຫ່າງໄກ. ສຳລັບພວກເຂົາເຈົ້າແລ້ວ ເຄື່ອງໃຊ້ສະໄໝ
ໃໝ່ເຊັ່ນເຄື່ອງເຮັດກາເຟ ໝໍ້ຫຸງເຂົ້າໄຟຟ້າຫຼືເຄື່ອງດູດຝຸ່ນ ແມ່ນເປັນເຄື່ອງໃຊ້ທີ່ຟູມ ເຟືອຍ
ເຫັນກັນຢູ່ແຕ່ໃນໂທລະພາບທໍ່ນັ້ນ.
ແມ່ຍິງພວກນີ້ໄດ້ເຂົ້າຮັບການຝຶກອົບຮົມໃນຫຼັກສູດ 200 ຊົ່ວໂມງເພື່ອໃຫ້ຮູ້ຈັກໃຊ້ເຄື່ອງມື
ຕ່າງໆເຫຼົ່ານີ້ ແລະຄວາມສາມາດທີ່ຈຳເປັນອື່ນໆ ເພື່ອຈະໄປເຮັດວຽກເປັນເວລາສອງປີນຳ
ຄອບຄົວຂອງຊາວອາຣັບທີ່ຮັ່ງມີ.
// ສຽງ //
ນາງທາຣ໌ນີທີ່ໄດ້ປະລູກສາວອາຍຸ 8 ຂວບໄວ້ກັບຍາດພີ່ນ້ອງນັ້ນ ກ່າວວ່າ ມັນເປັນການ
ເສຍສະລະທີ່ຈຳເປັນ ຍ້ອນວ່ານາງຕ້ອງການເງິນເພື່ອເຮັດໃຫ້ຄວາມໄຝ່ຝັນຂອງລູກສາວ
ນ້ອຍຂອງນາງທີ່ຢາກຈະເປັນນາຍຄູນັ້ນກາຍເປັນຄວາມຈິງ ນາງເວົ້າວ່ານາງບໍ່ຕ້ອງການ
ຢາກໃຫ້ລູກສາວຂອງນາງຕ້ອງມາລົງເອີຍ ແບບດຽວກັບນາງ.
// ສຽງນັບ //
ໃນອາຄານຫຼັງຖັດໄປນັ້ນ ພວກແມ່ຍິງ 40 ຄົນ ພວມຮຽນນັບເປັນພາສາອາຣັບ. ສ່ວນ
ໃຫຍ່ແລ້ວພວກເຂົາເຈົ້າໄດ້ຮູ້ຈັກຢູ່ແລ້ວ ການອ່ານພະຄຳພີໂກຣ່ານທີ່ຂຽນເປັນພາສາອາ
ຣັບ ແຕ່ພວກເຂົາເຈົ້າຈຳເປັນຕ້ອງໄດ້ຝຶກຝົນເພີ່ມຕື່ມ ເພື່ອໃຫ້ສາມາດ ສົນທະນາຫລືສື່
ສານກັບພວກນາຍຈ້າງໄດ້.
// ສຽງ //
ນາງທາຣ໌ນີເວົ້າວ່າ ນາງໄດ້ເລືອກໄປປະເທດຊາອູດີອາຣາເບຍ ຍ້ອນນາງຮູ້ສຶກວ່າເຮັດ
ວຽກກັບຊາວມຸສລິມດ້ວຍກັນຢູ່ທີ່ນັ້ນ ມີຄວາມປອດໄພກວ່າ ແລະດ້ວຍການທີ່ໄດ້ຢູ່ໃນ
ດິນແດນສັກສິດ ຂອງສາສະໜາອິສລາມ ນາງອາດສາມາດເຂົ້າໃຈສາສະໜານີ້ ໄດ້ເລິກ
ເຊິ່ງກວ່າເກົ່າ ແລະແມ່ນກະທັງ ຖ້າເປັນຄວາມປະສົງຂອງພະເຈົ້າ ນາງກໍຈະເດີນທາງໄປ
ສະແຫວງບຸນ ທີ່ເມືອງເມັກກະ ຊຶ່ງຕ້ອງໄດ້ໃຊ້ເງິນເປັນຈຳນວນຫຼວງຫຼາຍນັ້ນ.
ເກືອບເຄິ່ງນຶ່ງຂອງພວກຄົນງານອິນໂດເນເຊຍໃນຕ່າງປະເທດ ແມ່ນໄປເຮັດວຽກເຮັດ
ການໃນບັນດາປະເທດອາຣັບແລະປະມານ 90% ຂອງພວກຄົນງານເຫຼົ່ານີ້ແມ່ນເປັນ
ແມ່ຍິງ ທີ່ມັກໃນຄວາມຄິດຂອງການເຮັດວຽກຢູ່ໃນບ້ານເຮືອນ ຂອງຊາວມຸສລິມດ້ວຍ
ກັນ.ແຕ່ນາງ Yuniyanti Chufaizah ຈາກຄະນະກຳມາທິການສິດທິແມ່ຍິງແຫ່ງຊາດ
ກ່າວວ່າ ມັນມີຄວາມສ່ຽງຫລາຍຢູ່ ຍ້ອນຢູ່ໃນບາງປະເທດ ພວກຄົນໃຊ້ບໍ່ໄດ້ຮັບອະນຸ
ຍາດ ໃຫ້ອອກຈາກເຮືອນ ຂອງນາຍຈ້າງໄປຕາມລຳພັງ ເພື່ອຊອກສະແຫວງຫາ ການ
ຊ່ອຍເຫຼືອໃນກໍລະນີທີ່ສະພາບການໄດ້ຫັນປ່ຽນໄປໃນທາງທີ່ບໍ່ດີ.
// ສຽງ //
ນາງ Yuniyanti ເວົ້າວ່າ ບັນຫາພວກຄົນຮັບໃຊ້ໃນຊາອູດີອາຣາເບຍແມ່ນຖືກັນວ່າ
ເປັນບັນຫາພາຍໃນ ດັ່ງນັ້ນມັນຈຶ່ງບໍ່ໄດ້ຢູ່ພາຍໃຕ້ກິດຈະການຂອງພະແນກຄົນງານ
ດ້ວຍເຫດນີ້ນຶ່ງໃນບັນດາເອກອັກຄະລັດຖະທູດຂອງອິນໂດເນເຊຍຈຶ່ງໄດ້ພະຍາຍາມ
ໃຊ້ຕາໜ່າງທາງສາສະໜາເພື່ອແກ້ໄຂບັນຫາດັ່ງກ່າວ.
ພວກຄົນງານອິນໂດເນເຊຍຈຳນວນນຶ່ງໄດ້ປະສົບກັບຄວາມເດືອດຮ້ອນຈາກພວກ
ນາຍຈ້າງຂອງພວກເຂົາເຈົ້າຢູ່ໃນຕ່າງປະເທດໂດຍທີ່ພວກນາຍຈ້າງໄດ້ໂກງແຮງງານ
ຫຼືບໍ່ກໍທຳຮ້າຍຮ່າງກາຍພວກເຂົາເຈົ້າ. ແມ່ຍິງບາງຄົນ ໄດ້ຖືກພວກນາຍຈ້າງຂົ່ມຂືນ
ຫຼືຮອດຖືກຂ້າຕາຍກໍມີ.
ບັນດາກຸ່ມປົກປ້ອງແຮງງານແລະປົກປ້ອງແມ່ຍິງພາກັນຈົ່ມທຸກວ່າ ລັດຖະບານອິນ
ໂດເນ ເຊຍບໍ່ໄດ້ດຳເນີນການຫຍັງຫຼາຍ ເພື່ອໃຫ້ຄວາມຄຸ້ມຄອງຄົນງານຂອງຕົນ
ທັງໆທີ່ລັດຖະບານອິນໂດເນເຊຍໄດ້ກ່າວຊົມເຊີຍພວກຄົນງານເຫຼົ່ານີ້ທີ່ໄດ້ສົ່ງເງິນ
ໃນມູນຄ່າ 6,000 ລ້ານໂດລາ ກັບຄືນປະເທດໃນແຕ່ລະປີນັ້ນ.
ຊາອູດີອາຣາເບຍແລະອິນໂດເນເຊຍບໍ່ໄດ້ມີຂໍ້ຕົກລົງໃດໆເພື່ອໃຫ້ເປັນທີ່ແນ່ໃຈວ່າ
ສັນຍາຕ່າງໆກ່ຽວກັບພວກຄົນໃຊ້ຢູ່ຕາມບ້ານເຮືອນທີ່ໄດ້ລົງນາມກັນໄປນັ້ນໄດ້
ມີການປະຕິບັດ ບັດຕາມ.
ດ້ວຍເຫດຜົນດັ່ງກ່າວນີ້ 12 ອົງການຈັດຕັ້ງມຸສລິມໃນອິນໂດເນເຊຍ ຈຶ່ງຮຽກຮ້ອງ
ໃຫ້ໂຈະການສົ່ງພວກແມ່ຍິງໄປເຮັດວຽກຢູ່ໃນບັນດາປະເທດອາຣັບນັ້ນຍ້ອນການ
ຂາດລະບຽບການທີ່ວ່ານີ້ ໄດ້ເປີດໂອກາດໃຫ້ມີການລ່ວງເກີນເກີດຂຶ້ນ. ທ່ານ Su-
lam Iqbal ແມ່ນເລຂາທິການຂອງອົງການ Nadhlatul Ulama ຊຶ່ງເປັນອົງການ
ຈັດຕັ້ງມຸສລິມທີ່ໃຫຍ່ທີ່ສຸດຢູ່ໃນອິນໂດເນເຊຍ.
// ສຽງ //
ທ່ານ Iqbal ເວົ້າວ່າ ພວກຜູ້ຊາຍສາມາດໄປໄດ້ບໍ່ມີບັນຫາ ແຕ່ສຳລັບພວກແມ່ຍິງ
ແລ້ວ ພວກເຮົາຄວນຈະລໍຖ້າເສຍກ່ອນ ຈົນກວ່າຈະມີການລົງນາມໃນບົດບັນທຶກ
ຄວາມເຂົ້າໃຈ ພວກເຮົາຕ້ອງການປົກປ້ອງພວກແມ່ຍິງ.
ໄດ້ເກີດເຫດການກ່ຽວກັບແມ່ຍິງ 2 ຄົນທີ່ຊາອຸດີອາເຣເບຍເມື່ອໄວໆມານີ້ ທີ່ເຮັດ
ໃຫ້ອິນໂດເນເຊຍ ຕົກຕະລຶງດ້ວຍຄວາມຕົກໃຈ ຄືກໍລະນີຂອງນາງ Sumiati ຄົນ
ຮັບໃຊ້ໃນເຮືອນທີ່ໄດ້ຖືກທໍລະມານໂດຍນາຍຈ້າງຂອງນາງເອງ ແລະ ນາງ Kikim
KIomalassari ທີ່ຖືກຂ້າຕາຍ ແລະສົບຂອງນາງ ໄດ້ຖືກພົບເຫັນໃນຖັງຂີ້ເຫຍື້ອ.
ຂ່າວທີ່ວ່ານີ້ໄດ້ດັງອອກມາຂະນະທີ່ຊາວມຸສລິມຈຳນວນຫຼາຍລ້ານຄົນພວມພາກັນ
ໄປສະແຫວງບຸນ Hajj ທີ່ເມືອງເມັກກະຊຶ່ງເປັນນຶ່ງໃນຈຳນວນ 5 ສິ່ງສຳຄັນທີ່ຕ້ອງ
ໄດ້ກະທຳໃນສາສະໜາອິສລາມ.
// ສຽງ //
ນາງທາຣ໌ນີເວົ້າວ່າ ເລື່ອງລາວດັ່ງກ່າວໄດ້ສ້າງຄວາມຕື່ນຕົກໃຈໃຫ້ແກ່ນາງ. ນາງ
ຕັ້ງຄຳ ຖາມວ່າ ສິ່ງເຫຼົ່ານີ້ເກີດຂຶ້ນໄດ້ແນວໃດຢູ່ໃນດິນແດນຂອງພະເຈົ້າ?
ແຕ່ແນວໃດກໍຕາມເລື່ອງທີ່ວ່ານີ້ກໍບໍ່ສາມາດຂັດຂວາງນາງໄດ້ແລະນາງໄດ້ປະຕິເສດ
ທີ່ຈະປະຕິບັດຕາມຄຳແນະນຳຂອງພວກຜູ້ນຳທາງສາສະໜາຂອງອິນໂດເນເຊຍ.
// ສຽງ //
ນາງທາຣ໌ນີເວົ້າວ່າ ໃນທຸກມື້ນີ້ ພວກຜູ້ຊາຍແລະແມ່ຍິງມີສິດທິເທົ່າທຽມກັນ ແລະ
ພວກເຂົາເຈົ້າໄດ້ມີຄວາມຮັບຜິດຊອບທໍ່ໆກັນ ໃນການລ້ຽງດູຄອບຄົວຂອງພວກ
ເຂົາເຈົ້າ. ນາງກ່າວຕື່ມວ່າ ຈະມີປະໂຫຍດອັນໃດ ໃນການທີ່ມີພໍ່ແມ່ທັງສອງຢູ່ກັບ
ເຮືອນກັບຊານ ຖ້າພວກເຂົາເຈົ້າຫາກບໍ່ສາມາດ ເຮັດໃຫ້ຄວາມໄຝ່ຝັນຂອງພວກ
ລູກໆກາຍເປັນຄວາມຈິງ ໄດ້.
ນາງ Nuryanah ແມ່ນແມ່ຍິງອິນໂດເນເຊຍອີກຄົນນຶ່ງທີ່ພວມຈະອອກເດີນທາງ
ໄປຍັງປະເທດຊາອູດີອາຣາເບຍ.
// ສຽງ //
ນາງ Nuryanah ເວົ້າວ່າ ແນ່ນອນ ນາງເອງແລະແມ່ຍິງຄົນອື່ນໆແມ່ນມີຄວາມ
ຢ້ານກົວ ແຕ່ພວກເຂົາເຈົ້າກໍຫວັງວ່າ ພວກເຂົາເຈົ້າຈະບໍ່ຖືກສົ່ງໄປຢູ່ກັບຄອບຄົວ
ທີ່ບໍ່ດີ ແລະ ພວກເຂົາເຈົ້າພາກັນພາວະນາ ໃຫ້ມີແຕ່ໂຊກດີ.
ເອື້ອຍ 2 ຄົນຂອງນາງ Nuryanah ກໍໄດ້ໄປເຮັດວຽກຢູ່ໃນເຂດພາຕາເວັນອອກ
ກາງ. ພວກເຂົາເຈົ້າມີນາຍຈ້າງທີ່ດີແລະເງິນເດືອນຂອງພວກເຂົາເຈົ້າກໍໄດ້ອຳນວຍ
ໃຫ້ພວກເຂົາເຈົ້າສາມາດຊື້ເຮືອນ ຊື້ງົວ ແລະທີ່ດິນ ເພື່ອປູກເຂົ້າໄດ້.
ນັ້ນຄືພາຫະນະທີ່ພາໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ແລະນັ້ນ ນາງ Nuryanah
ເວົ້າວ່າ ແມ່ນຄຸ້ມຄ່າ ທີ່ຈະໄປສ່ຽງ.