ພວກທີ່ມີຄວາມວິຕົກກັງວົນກ່ຽວກັບຄ່າປິ່ນປົວພະຍາບານຢູ່ທີ່ປະເທດຂອງຕົນແລ້ວ ເອເຊຍ
ໄດ້ກາຍເປັນບ່ອນປິ່ນປົວພະຍາບານ ທີ່ມີລາຄາຖືກ. ໃນການຜ່າຕັດເຮັດສັນຍະກຳຕົກແຕ່ງ
ນັ້ນ ມີຈຳນວນນຶ່ງ ພາກັນເລືອກໄປເຮັດຢູ່ເກົາຫຼີໃຕ້. ສຳລັບການຜ່າຕັດປ່ຽນອະໄວຍະວະ
ແມ່ນເລືອກໄປເຮັດຢູ່ຈີນໃນຂະນະທີ່ປະເທດໄທແມ່ນນິຍົມກັນໃນການໄປປົວແຂ້ວແລະການ
ເຄັ່ງໃບໜ້າ.
ເມື່ອໄວໆມານີ້ ກະຊວງສາທາລະນະສຸກອິນໂດເນເຊຍປະກາດວ່າ ຕົນມີຈຸດປະສົງທີ່ຈະເປັນ
ປາຍທາງສຳລັບພວກນັກທ່ອງທ່ຽວດ້ານການແພດພາຍໃນປີ 2015. ໃນຂະນະທີ່ປັດຈຸບັນນີ້
ອິນໂດເນເຊຍມີໂຮງໝໍແຕ່ພຽງ 5 ແຫ່ງທໍ່ນັ້ນ ທີ່ນາໆຊາດໃຫ້ການຮັບຮູ້ໃນທົ່ວປະເທດຊຶ່ງມີ
ພົນລະເມືອງທັງໝົດ 240 ລ້ານຄົນນັ້ນກະຊວງສາທາລະນະສຸກກ່າວວ່າຕົນຫວັງວ່າຈະເພີ່ມ
ຈຳນວນໂຮງໝໍທີ່ນາໆຊາດຮັບຮູ້ຂຶ້ນເປັນຫຼາຍກວ່າ 2 ເທົ່າພາຍໃນໄລຍະ 3 ປີ ຂ້າງໜ້າ.
ທ່ານ Supriyantoro ອະທິບໍດີພະແນກບໍລິການດ້ານການແພດຂອງກະຊວງສາທາລະນະ
ສຸກອິນໂດເນເຊຍກ່າວວ່າໃນຂັ້ນຕົ້ນອິນໂດເນເຊຍຈະສົ່ງເສີມການໃຫ້ບໍລິການທາງດ້ານການ
ແພດແກ່ພວກນັກທ່ອງທ່ຽວຈາກພາຍໃນພູມີພາກ.
ທ່ານ Supriyantoro ກ່າວວ່າ “ເປົ້າໝາຍຂອງພວກເຮົາກ່ອນອື່ນໝົດ ແມ່ນເຂດເອ
ເຊຍ ຫຼັງຈາກນັ້ນ ກໍແມ່ນເອເຊຍປາຊີຟິກ ໂດຍສະເພາະແລ້ວແມ່ນຈາກອອສເຕຣ
ເລຍ ມາເລເຊຍແລະປະເທດໄທ. ເຖິງແມ່ນພວກເຮົາຮູ້ດີວ່າ ໃນປັດຈຸບັນນີ້ມາເລ
ເຊຍແລະໄທມີໂຄງການທ່ອງທ່ຽວທາງດ້ານການແພດທີ່ດີກວ່າພວກເຮົາກໍຕາມ.”
ເກາະບາຫຼີຊຶ່ງເປັນສະຖານທີ່ຕາກອາກາດອັນສຳຄັນແມ່ນເປັນບ່ອນທ່ອງທ່ຽວທີ່ໄດ້ຮັບຄວາມ
ນິຍົມສູງຢູ່ແລ້ວສຳລັບພວກນັກທ່ອງທ່ຽວທີ່ມີສຸຂະພາບແຂງແຮງນັ້ນຈະເປັນຈຸດເພັ່ງເລັງແກນ
ກາງກ່ຽວກັບແຜນການດັ່ງກ່າວ.
ທ່ານໝໍ Wei Siang Yu ຈາກສິງກະໂປກ່າວວ່າ ເກາະແຫ່ງເທບພະເຈົ້າ ຊຶ່ງເປັນທີ່ຮູ້ກັນ
ໃນອີກຊື່ນຶ່ງຂອງເກາະບາຫຼີນັ້ນ ອາດຈະມີສື່ຊຽງໃໝ່ໃນອີກບໍ່ດົນນີ້.
ດຣ Wei ເວົ້າວ່າ “ສາມປະເທດທີ່ມີການປິ່ນປົວພະຍາບານສຳລັບພວກນັກທ່ອງ
ທ່ຽວທາງດ້ານການແພດ ຂ້າພະເຈົ້າຄິດວ່າ ສິງກະໂປ ໄທແລະແມ່ນແຕ່ມາເລ
ເຊຍຕ່າງກໍມີທ່າທາງວ່າ ຢູ່ໃນຂັ້ນນຳໜ້າ ແຕ່ໃນດ້ານການທ່ອງທ່ຽວເພື່ອຫາໝໍ
ເຮັດປະສົມທຽມໃຫ້ມີລູກນັ້ນ ຍັງບໍ່ມີປະເທດໃດເທື່ອເປັນຜູ້ນຳໜ້າ ແລະມັນເປັນ
ເລື່ອງບ່ອນທີ່ເທັກໂນໂລຈີສາມາດເຂົ້າມາມີບົດບາດໄດ້ ເກາະບາຫຼີແມ່ນໄດ້ມີຊື່
ສຽງ ໃນຕ່າງປະເທດ ເປັນຢ່າງດີຢູ່ແລ້ວ ພ້ອມທັງເປັນບ່ອນທີ່ສວຍສົດງົດງາມ
ແລະອຸສາຫະກຳໃນການເຮັດໃຫ້ມີສຸຂະພາບແຂງແຮງ ກໍໄດ້ມີການຈັດຕັ້ງຂ້ອນ
ຂ້າງດີແລ້ວ.”
ມີພວກແມ່ຍິງໃນຈຳນວນຫຼາຍຂຶ້ນນຳນັບມື້ ທີ່ໄດ້ຕັດສິນໃຈແຕ່ງງານແລະມີລູກຕາມພາຍຫຼັງ
ນັ້ນດຣ Wei ກ່າວວ່າ ມີຕະຫຼາດເພີ່ມຂຶ້ນສຳລັບ IVF ຫຼືການປະສົມທຽມເພື່ອເຮັດໃຫ້ມີລູກ
ນັ້ນ ທີ່ສາມາດໃຫ້ບໍລິການໄດ້ໃນລາຄາຖືກໆແລະເກາະບາຫຼີແມ່ນມີສິ່ງແວດລ້ອມທີ່ເໝາະສົມ
ເພື່ອຊ່ອຍໃນການຕັ້ງຄັນຫຼືຖືພານັ້ນ.
ດຣ Wei ເວົ້າວ່າ “ການຮັກສາສຸຂະພາບແມ່ນກ່ຽວກັບຄຸນຄ່າທາງດ້ານສັງຄົມ ມັນ
ເປັນເລື່ອງທີ່ສຳຄັນຫຼາຍ ສຳລັບບຸກຄົນໃດບຸກຄົນນຶ່ງ ເວົ້າວ່າ ກ່ອນຈະເລີ່ມເຮັດ
ການປະສົມທຽມ ເພື່ອໃຫ້ມີລູກນັ້ນ ເຂົາເຈົ້າຕ້ອງໄດ້ຜ່ານ ການຝຶກຫັດທາງດ້ານ
ສັງຄົມແລະດ້ານຈິດໃຈເສຍກ່ອນ ເພື່ອເຮັດໃຫ້ເຂົາເຈົ້າຜ່ອນຄາຍຄວາມຕຶງຄຽດ
ແລະປ່ອຍໃຫ້ຮ່າງກາຍ ໄດ້ພັກຜ່ອນຈັກເລັກຈັກໜ້ອຍ. ສິ່ງຕ່າງໆທີ່ພາໃຫ້ເກີດ
ຄວາມຕຶງຄຽດ ຄວາມເປື້ອນເປິະທາງດ້ານສະພາບແວດລ້ອມ ສາມາດມີຜົນກະ
ທົບຕໍ່ຄຸນສະພາບຂອງນໍ້າອະສຸຈິແລະໄຂ່ໄດ້.”
ນອກນັ້ນກະຊວງສາທາລະນະສຸກອິນໂດເນເຊຍຍັງໄດ້ສະແຫວງຫາການຮ່ວມມືກັບໂຮງໝໍ
ຕ່າງໆໃນອອສເຕຣລເຍແລະຢູໂຣບ ບ່ອນທີ່ອິນໂດເນເຊຍສາມາດນຳສະເໜີ ການໃຫ້ບໍລິ
ການລະດັບໂລກ ແລະການບໍລິການພິເສດໃນດ້ານຕ່າງໆ ເຊັ່ນການຜ່າຕັດທີ່ກ່ຽວກັບໂຄງ
ກະດູກແລະການຮັກສາແລະບຳບັດຈາກການໄດ້ຮັບບາດເຈັບສາຫັດ.
ແຕ່ຊາວອິນໂດເນເຊຍທີ່ຮັ່ງມີຈຳນວນຫຼວງຫຼາຍພາກັນເດີນທາງໄປປິ່ນປົວພະຍາບານຢູ່ສິງ
ກະໂປແລະມາເລເຊຍນັ້ນພວກຕຳໜິຕິຕຽນຍັງມີຄວາມສົງໄສບໍ່ແນ່ໃຈຢູ່ວ່າ ລະບົບການປິ່ນ
ປົວພະຍາບານຂອງອິນໂດເນເຊຍ ຈະສາມາດແຂ່ງຂັນໄດ້ຫຼືບໍ່.
ດຣ Prijo Sidipratramo ຫົວໜ້າສະມາຄົມການແພດຂອງອິນໂດເນເຊຍກ່າວວ່າ ລັດຖະ
ບານໄດ້ບ່າຍບ່ຽງກ່ຽວກັບເລື່ອງບູລິມະສິດ.
ດຣ Prijo ເວົ້າວ່າ “ກ່ອນທີ່ກະຊວງສາທາລະນະສຸກຈະອອກມາຖະແຫຼງໃນທຳນອງ
ນີ້ກ່ອນອື່ນໝົດພວກເຂົາເຈົ້າຕ້ອງໄດ້ສຳນຶກວ່າ ຍັງມີຜູ້ຄົນເປັນຈຳນວນຫຼວງຫຼາຍ
ຍັງເຂົ້າບໍ່ເຖິງລະລົບຮັກສາສຸຂະພາບ. ຂ້າພະເຈົ້າຄິດວ່າຄວາມໝາຍໝັ້ນຫຼືຄວາມ
ຮັບຜິດຊອບຂອງລັດຖະບານສາທາລະນະລັດອິນໂດເນເຊຍຈະອຳນວຍໃຫ້ປະຊາ
ຊົນທັງໝົດ ເຂົ້າເຖິງລະບົບຮັກສາສຸຂະພາບ. ນັ້ນແມ່ນພາລະກິດອັນທຳອິດ ຊຶ່ງ
ເປັນສິ່ງທີ່ສຳຄັນສຸດ. ແລະກ່ຽວກັບການທ່ອງທ່ຽວດ້ານສຸຂະພາບຢູ່ອິນໂດເນເຊຍ
ນັ້ນ ຂ້າພະເຈົ້າຄິດວ່າ ມັນສາມາດແບ່ງປັນຫຼືມອບໃຫ້ພາກສ່ວນເອກກະຊົນເຮັດບໍ່
ແມ່ນລັດຖະບານ.”
ໂດຍທີ່ຍັງມີຊາວອິນໂດເນເຊຍຈຳນວນຫຼາຍກວ່າ 31 ລ້ານຄົນດຳລົງຊີວິດຕໍ່າກວ່າເສັ້ນວັດ
ແທກຄວາມທຸກຍາກນັ້ນ ການມີການປິ່ນປົວສຸຂະພາບທີ່ເໝາະສົມຈຶ່ງເປັນສິ່ງທີ່ຟູມເຟືອຍບໍ່
ແມ່ນທຸກຄົນສາມາດມີໄດ້.
ພາຍໃຕ້ໂຄງການທີ່ກຳກັບໂດຍລັດຖະບານ ໃນທາງເຕັກນິກແລ້ວ ຊາວອິນໂດເນເຊຍທຸກໆ
ຄົນແມ່ນສາມາດໄດ້ຮັບການປິ່ນປົວສຸຂະພາບແບບບໍ່ເສຍເງິນແຕ່ພວກຄົນທຸກຍາກຈຳນວນ
ຫຼວງຫຼາຍໃນອິນໂດເນເຊຍແມ່ນບໍ່ໄດ້ຮັບການປິ່ນປົວພະຍາບານເລີຍ. ເລື່ອງດັ່ງກ່າວນີ້ໂດຍ
ສະເພາະແລ້ວແມ່ນເປັນຄວາມຈິງຢູ່ໃນເຂດສອກຫຼີກຫ່າງໄກ ທີ່ບໍ່ມີສຸກສາລາຫຼືທ່ານໝໍພຽງພໍ
ເພື່ອໃຫ້ການສະໜັບສະໜຸນຕໍ່ຄວາມຮຽກຮ້ອງຕ້ອງການໃນທ້ອງຖິ່ນນັ້ນ.