ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

VOA - ອິນໂດເນເຊຍບໍ່ສົນໃຈຕໍ່ການປະທ້ວງ ຂອງຈີນໃນທະເລຈີນໃຕ້


ບັນດາປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ໄດ້ຮັກສາຄວາມດຸ່ນດ່ຽງທີ່ບອບບາງ ລະຫວ່າງການຕໍ່ຕ້ານການອ້າງກຳມະສິດ ທີ່ກວ້າງຂວາງຂອງຈີນ ໃນທະເລຈີນໃຕ້ ແລະຂະນະດຽວກັນ ກໍຮັກສາສາຍພົວພັນທາງການຄ້າທີ່ດີ ມາເປັນເວລາດົນນານ.

ບັນດາ​ປະ​ເທດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ໄດ້​ຮັກສາ​ຄວາມ​ດຸ່ນດ່ຽງ​ທີ່​ບອບບາງ ​ລະຫວ່າງ​ການ​ຕໍ່ຕ້ານ​ການ​ອ້າງກຳມະສິດ​ ທີ່​ກວ້າງຂວາງຂອງ​ຈີນ ​ໃນ​ທະ​ເລ​ຈີນ​ໃຕ້ ​ແລະ​ຂະ​ນະ​ດຽວ​ກັນ ກໍ​ຮັກສາ​ສາຍ​ພົວພັນ​ທາງ​ການ​ຄ້າ​ທີ່​ດີ ມາ​ເປັນ​ເວລາ​ດົນ​ນານ. ​ແຕ່ກໍ​ມີ​ຫລາຍ​ປະເທດ, ລວມ​ທັງ​ອິນ​ໂດ​ເນ​ເຊຍ, ເຊິ່ງ​ໃນ​ຂະນະ​ນີ້ ​ໄດ້​ຢືນ​ຢັດ​ຢ່າງ​ໜັກ​ແໜ້ນຕໍ່ຕ້ານ​ການ​ກ່າວ​ອ້າງ​ເອົາກຳ​ມະ​ສິດດັ່ງກ່າວ. ອາຮາດຽນ ອູທາມາ ຜູ້​ສື່​ຂ່າວ​ວີ​ໂອ​ເອ ມີລາຍງານກ່ຽວກັບເລື້ອງນີ້ ຈາກຈາກາ ເຊິ່ງ​ອາດ​ນະ​ສັກ ມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອິນ​ໂດ​ເນ​ເຊຍ​ໄດ້​ອະນຸມັດ​ແຜນການ​ເບື້ອງ​ຕົ້ນ​ໃນ​ການ​ພັດທະນາ​ແຫຼ່ງອາຍ​ແກັສ ທູນາ ບລ໊ອກ ທີ່​ຕັ້ງ​ຢູ່​ໃນ​ເຂດ​ນ່ານນ້ຳ​ ນອກ​ໝູ່​ເກາະ ນາທູນາ ຂອງ​ຕົນ.

ມັນເປັນພື້ນທີ່ດຽວກັນກັບການຂຸດເຈາະ ໃນທ້າຍປີ 2021 ທີ່ພາໃຫ້ເກີດການປະທ້ວງຈາກຈີນ. ຈາກາຕາໄດ້ຢຸດການສຳຫຼວດໃນເວລານັ້ນ, ແຕ່ ມັນບໍ່ໄດ້ຍົກເລີກ ໃນຂະນະນີ້.

ທ່ານອາລ ອາຣາຟ, ອາຈານສອນຢູ່ມະຫາວິທະຍາໄລ Paramadina ກ່າວວ່າ "ການຂຸດເຈາະອາຍແກັສໃນເຂດ ນາທູນາ ໂດຍອິນໂດເນເຊຍ ແມ່ນສັນຍານທີ່ຊັດເຈນວ່າ ນາທູນາ ແມ່ນອານາເຂດຂອງອິນໂດເນເຊຍ ... ໃນຄວາມຄິດເຫັນຂອງຂ້ອຍ, ອິນໂດເນເຊຍເປັນປະເທດ ທີ່ມີອະທິປະໄຕ ມີສິດທີ່ຈະເຮັດສິ່ງນີ້."

ໝູ່​ເກາະ ນາທູນາ, ເຊິ່ງຕັ້ງຢູ່​ນອກ​ຝັ່ງ​ທະ​ເລ ບໍນຽວ ຂອງ​ອິນ​ໂດ​ເນ​ເຊຍ, ​ແມ່ນ​ດິນ​ແດນ​ຂອງ​ອິນ​ໂດ​ເນ​ເຊຍ. ແຕ່ນ່ານນ້ໍາທີ່ຫ່າງອອກໄປ ປະມານ 200 ໄມລ໌, ບ່ອນທີ່ ທູນາ ບລ໊ອກ ຕັ້ງຢູ່ ໃນທະເລ ນາທູນາເຫນືອ, ແມ່ນແຫຼ່ງຂອງຄວາມຂັດແຍ້ງ.

ອິນ​ໂດ​ເນ​ເຊຍ ຖື​ວ່າ​ມັນ​ຍັງ​ເປັນ​ສ່ວນ​ໜຶ່ງ​ຂອງ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຕົນ, ໂດຍອີງ​ຕາມ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ຫຼື UNCLOS.

​ແຕ່​ຈີນ​ລວມເອົາ​ມັນ​ເຂົ້າ​ ໃນ​ການ​ອ້າງກຳມະສິດເອົາດິນ​ແດນ ​ອັນ​ກວ້າງ​ຂວາງ​ຂອງ​ຕົນ​ໃນ​ທະ​ເລ​ຈີນ​ໃຕ້, ການ​ອ້າງກຳມະສິດ ໄດ້​ຖືກ​ປະຕິ​ເສດເປັນສ່ວນໃຫຍ່​ ໂດຍ​ສານ​ຕັດສິນ​ຊີ້​ຂາດຖາວອນ ​ທີ່​ນະ​ຄອນເຮກ ​ໃນ​ປີ 2016.

ທ່ານ Teuku Faizasyah, ໂຄສົກກະຊວງການຕ່າງປະເທດ ຂອງອິນໂດເນເຊຍ ກ່າວວ່າ "ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ອິນ​ໂດ​ເນ​ເຊຍ ​ໃນ​ເຂດ​ທະ​ເລ​ແຫ່ງ​ຊາດ​ຂອງ​ຕົນ, ເຊິ່ງ​ອີງ​ໃສ່​ກົດ​ໝາຍ​ທາງ​ທະ​ເລ​ສາ​ກົນ, ແລະ ຈຸດຢືນ​ຂອງ​ອິນ​ໂດ​ເນ​ເຊຍ​ແມ່ນ​ພວກ​ເຮົາ​ບໍ່​ມີ​ຄວາມ​ຂັດ​ແຍ້ງ​ກັບ​ປະ​ເທດ​ໃດກໍ່ຕາມທີ່ອ້າງກຳມະສິດຕໍ່​ດິນ​ແດນເຂດ​ທະ​ເລ​ຈີນ​ໃຕ້."

ການ​ສຳ​ຫຼວດ​ອາຍ​ແກັສ​ຄືນ​ໃໝ່​ ສາມາດ​ເຫັນ​ໄດ້​ວ່າ ​ເປັນ​ການ​ເພີ່ມ​ທະວີ​ຄວາມ​ເຄັ່ງ​ຕຶງ ​ລະຫວ່າງ​ປະ​ເທດ​ທີ່ໃຫຍ່​ທີ່​ສຸດ​ຂອງ​ເອ​ເຊຍຕາ​ເວັນ​ອອກສຽງ​ໃຕ້​ກັບ​ຈີນ.

​ໃນ​ເດືອນ​ທັນວາ​ຜ່ານ​ມາ, ຄວາມ​ເຄັ່ງ​ຕຶງ​ໄດ້​ເພີ່ມ​ຂຶ້ນ​ ເມື່ອ​ອິນ​ໂດ​ເນ​ເຊຍ ​ແລະ ຫວຽດນາມ ​ໄດ້​ສຳ​ເລັດ​ການ​ກຳນົດ​ເຂດ​ແດນ​ ຂອງ​ເຂດ​ເສດຖະກິດ​ສະ​ເພາະ, ​ເຮັດ​ໃຫ້​ປັກ​ກິ່ງ​ສົ່ງ​ໜ່ວຍ​ຍາມ​ຝັ່ງຂອງ​ຕົນ ເຂົ້າໄປ​ໃກ້​ກັບ​ເຂດທູນາ ບລ໊ອກ ​ແລະ ​ເຂດ​ຂຸດ​ຄົ້ນ​ອາຍ​ແກັສ ຈິມ ສາວ ຂອງ​ຫວຽດນາມ.

ການ​ເຄື່ອນ​ໄຫວ​ນັ້ນ​ໄດ້​ເຮັດ​ໃຫ້​ອິນ​ໂດ​ເນ​ເຊຍ​ສົ່ງ​ກຳ​ປັ່ນ​ລົບ​ໄປ​ພາກ​ເໜືອ ຂອງ ທະ​ເລ ນາທູນາ.

ພົນ​ເຮືອ​ເອກ Muhammad Ali, ເສນາທິການກອງທັບເຮືອອິນໂດເນເຊຍ ໄດ້ກ່າວວ່າ "ຖ້າພວກເຂົາຈັບປາ ຫຼືດໍາເນີນການສຳຫຼວດ ຫຼືຂຸດຄົ້ນຊັບພະຍາກອນທາງທະເລ, ນັ້ນແມ່ນເປັນສິ່ງຕ້ອງຫ້າມ. ມັນຕ້ອງໄດ້ຮັບການອະນຸຍາດຈາກລັດ ຖະບານອິນໂດເນເຊຍ. ຖ້າພວກເຂົາພຽງແຕ່ເດີນທາງຜ່ານ, ແມ່ນອະນຸຍາດໄດ້"

ຂະນະ​ນີ້ ກອງທັບ​ເຮືອ​ອິນ​ໂດ​ເນ​ເຊຍ​ໄດ້​ນຳ​ໃຊ້​ກຳ​ປັ່ນ​ລົບ 5 ລຳ ​ແລະ ​ເຮືອ​ບິນ​ລາດຕະ​ເວນ​ຂອງ​ກອງທັບ​ເຮືອ​ ເພື່ອ​ຕິດຕາມ​ກວດກາ​ຢູ່​ທາງພາກ​ເໜືອ ຂອງທະ​ເລ ນາທູນາ, ເຊິ່ງ​ຄືກັນກັບນ່ານນໍ້າຫຼາຍໆແຫ່ງ​ ໃນເຂດ​ອິນ​ໂດ​ປາຊີ​ຟິກ ທີ່ຍັງເຫັນ​ກິດຈະກຳການ​ຫາ​ປາ ​ຈາກ​ກຳ​ປັ່ນ​ຂອງ​ຈີນ, ຕິດຕາມ​ດ້ວຍໜ່ວຍຍາມ​ຝັ່ງ​ຂອງ​ປະ​ເທດ​ດັ່ງ​ກ່າວ.

ຂ່າວປະເພດຕ່າງໆ

XS
SM
MD
LG