ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍ ຮັກສາ ຄວາມສຳພັນ ​ທາງ​ເສດຖະກິດ ກັບຈີນ ໃນຂະນະທີ່ ປົກປ້ອງ ເຂດນ່ານນ້ຳຂອງຕົນ


ກອງທັບເຮືອອິນໂດເນເຊຍ ທຳລາຍເຮືອປະມົງ ທີ່ຫາປາຜິດກົດໝາຍ ໃນເຂດນ່ານນໍ້າ ຂອງຕົນ.
ກອງທັບເຮືອອິນໂດເນເຊຍ ທຳລາຍເຮືອປະມົງ ທີ່ຫາປາຜິດກົດໝາຍ ໃນເຂດນ່ານນໍ້າ ຂອງຕົນ.

ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ ຕົນ​ຈະ​ເພີ້ມການ​ລາດຕະ​ເວນ ​ຢູ່​ໃນ​ເຂດ​ນ່ານນໍ້າອ້ອມແອ້ມ ບັນດາ
ໝູ່​ເກາະ ​ເພື່ອ​ຂັບ​ໄລ່​ພວກ​ເຮືອ​ຫາ​ປາຈີນ ທີ່​ເຮັດ​ໃຫ້​ຄວາມສຳພັນ​ດ້ານ​ເສດຖະກິດຂອງ​ອິນ​ໂດ​ເນ​ເຊຍກັບ​ຈີນຕົກ​ຢູ່​ໃນ​ຄວາມ​ສ່ຽງ ​ແຕ່​ວ່າ​ໃນ​ທີ່​ສຸດກໍ​ຈະ​ເປັນ​ຜູ້​ໄດ້​ປຽບ​ໃນ​ການ​ໂຕ້​
ແຍ້​ງກັນນັ້ນ​ ​ໂດຍ​ເກີດ​ຄວາມ​ເສຍ​ຫາຍ​ແຕ່​ພຽງ​ເລັກ​ນ້ອຍ ນັ້ນຄື​ຄຳ​ເວົ້າຂອງບັນດາ​ນັກວິ​ເຄາະ​.

ປະທານາທິບໍດີ​ອິນໂດ​ເນ​ເຊຍ ທ່ານ Joko Widodo ທີ່​ຮູ້​ກັນ​ຢ່າງ​ກວ້າງຂວາງ ​ໃນ​ອີກ​ຊື່​ນຶ່ງ​ວ່າ Jokowi ກ່າວໃນ​ເດືອນ​ຕຸລາ​ທີ່​ຜ່ານ​ມາ​ນີ້​ວ່າ ລັດຖະບານ​ຂອງ​ທ່ານ​ຈະ​ບໍ່​ປະນີປະ
ນອມ ​ກ່ຽວກັບ​ການ​ອ້າງ​ເອົາກຳມະສິດ ຢູ່​ອ້ອມ​ແອ້ມ​ໝູ່​ເກາະ Natuna ທີ່​ປະກອບ​ດ້ວຍ​ເກາະດອນ​ນ້ອຍໆ 272 ເກາະຢາຍກັນ​ຢູ່ ທາງພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງເກາະ Borneo ບ່ອນ​ທີ່ພວກ​ເຮືອ​ຫາ​ປາຈີນ​ແລ່ນ​ຜ່ານ​ໃນ​ເຂດນ່ານນໍ້າທີ່ຢູ່​ໃກ້​ຄຽງ. ທ່ານ​ໄດ້​ໄປ​ຢ້ຽມ​ໝູ່​ເກາະ​ເຫຼົ່າ​ນີ້​ລະຫວ່າງການ​ຊ້ອມ​ລົບ​ທາງທະຫານ ​ໃນ​ເດືອນກັນຍາ ​ແລະ​ຕຸລາ​ທີ່​ຜ່ານ​ມາ.

ພື້ນທີ່ເຂດທະເລຈີນໃຕ້ທີ່ມີການຂັດແຍ້ງ
ພື້ນທີ່ເຂດທະເລຈີນໃຕ້ທີ່ມີການຂັດແຍ້ງ

ທ່ານ David McRae ​ເຈົ້າ​ໜ້າ​ທີ່​ຄົ້ນຄວ້າອາວຸ​ໂສ​ຢູ່ ສະ​ຖາ​ບັນ​ເອ​ເຊຍ ທີ່​ມະຫາວິທະຍາ​ໄລ Melbourne ປະ​ເທດ​ອອສ​ເຕຣ​ເ​ລຍ ກ່າວ​ວ່າ “ມີ​ຄວາມ​ຮູ້ສຶກຢ່າງ​ແຮງໃນ​ໝູ່​ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ​ຫລາຍໆ​ທ່ານ ທີ່​ຕົນທັງ​ສາມາດ​ອ້າງ​ເອົາ​ກຳມະສິດ​ຂອງ​ຕົນຢູ່​ໃນ​ເຂດ​ທີ່​ຕົນ​ຖື​ວ່າ​ເປັນ​ເຂດ​ເສດຖະກິດພິ​ເສດ​ຢູ່​ອ້ອມ​ແອ້ມ​ໝູ່ເກາະ Natunas ​ແລະກໍ​ພັດທະ​ນາຄວາມ ສຳພັນດ້ານເສດຖະກິດ​ເຂັ້ມ​ແຂງກັບ​ຈີນ​ຢູ່ໃນ​ຂະນະ​ດຽວ​ກັນ.”

ປະທານປະເທດຈີນ ທ່ານ Xi Jinping ສຳພັດມືກັບ ປະທານາທິບໍດີ ອິນໂດເນເຊຍ ທ່ານ Joko Widodo ລະຫວ່າງກອງປະຊຸມສຸດຍອດ G20 ທີ່ເມືອງ Hangzhou ປະເທດຈີນ.
ປະທານປະເທດຈີນ ທ່ານ Xi Jinping ສຳພັດມືກັບ ປະທານາທິບໍດີ ອິນໂດເນເຊຍ ທ່ານ Joko Widodo ລະຫວ່າງກອງປະຊຸມສຸດຍອດ G20 ທີ່ເມືອງ Hangzhou ປະເທດຈີນ.

ທ່ານ Widodo ​ໃນ​ປີແລ້ວ​ນີ້ ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ສອງ​ຝ່າຍ ​ຍົກ​ລະດັບການ​ຄ້າສອງ​ທາງ ​ຂຶ້ນ​ເປັນ 150 ພັນ​ລ້ານ​ໂດ​ລາ​ໃນ​ປີ 2020​. ຈີນເປັນ​ປະ​ເທດທີ່​ອິນ​ໂດ​ເນ​ເຊຍນຳ​ເຂົ້າສິນ ຄ້າ​ຫຼາຍທີ່ສຸດ​ຢູ່​ແລ້ວ ​ແລະ​ເປັນ​ປາຍທາງການສົ່ງອອກ​ສິນຄ້າໃຫຍ່​ສຸດອັນ​ດັບ​ສອງ​ເຊັ່ນ​ວ່າ ​ພວກ​ແຮ່ທາດ​ແລະ​ນໍ້າມັນ​ຕົ້ນພາມ.

​ແຕ່​ວ່າຄະນະ​ລັດຖະບານ ​ໄດ້​ພັດທະນາໃນອັນ​ທີ່​ພວກ​ນັກ​ຊ່ຽວຊານ​ຮ້ອງ​ວ່າ​ ເປັນ​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ສ່ຽງຕໍ່າ​ໃນ​ການ​ຢືນ​ຢັດ​ກ່ຽວ​ກັບ​ການ​ອ້າງ​ເອົາ​ກຳມະສິດ​ຕໍ່​ເຂດ​ເສດຖະກິດ​ພິ​ເສດ 200 ​ໄມ​ລ໌ຫລື 370 ກິ​ໂລ​ແມັດ ​ຢູ່ໃນ​ເຂດ​ນ່ານນໍ້າ ອ້ອມ​ແອ້ມ​ໝູ່​ເກາະ Natunas. ຈີນ​ໄດ້​ອ້າງ​ບັນທຶກ​ປະຫວັດສາດ ​ແລະ​ກ່າວ​ວ່າ ເຮືອຂອງ​ຕົນ​ໄດ້​ຫາ​ປາ​ຢູ່​ໃນເຂດນ່ານນໍ້າ​ດຽວກັນ​ນີ້ ມາ​ເປັນ​ເວລາ​ດົນ​ນານ​ແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG