ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຊື່ອກັນວ່າ ເຮືອບິນຂອງ AirAsia ຕົກຢູ່ພື້ນທະເລແລ້ວ


asiamissingplane29decmber14
please wait

No media source currently available

0:00 0:01:34 0:00

ຫົວໜ້າ​ອົງການ​ຊອກ​ຄົ້ນ​ແລະ​ຊ່ອຍ​ກູ້​ໄພ​ອິນ​ໂດ​ເນ​ເຊຍ ກ່າວ
​ວ່າ ​ເຮືອບິນ​ໄອ​ພົ່ນ​ໂດຍສານ​ຂອງ​ສາຍ​ການບິນ AirAsia
​ເບິ່ງ​ຄື​ວ່າ​ຕົກຢູ່ “ພື້ນ​ທະ​ເລ​ແລ້ວ”.

ທ່ານ Bambang Sulistyo ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ນະຄອນ
ຫຼວງ Jakarta ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ສັນນິຖານ​ກັນ​ວ່າ ​ເຮືອບິນAirbus ​320 ລຳ​ນັ້ນ ພອມກັບ​ຄົນ​ໂດຍສານ​ແລະ​ຈຸ​ບິນ 162ຄົນ​ ​ໄດ້​ເກີດ​ອຸບັດ​ເຫດ​ຕົກລົງ​ໃນ​ວັນ​ອາທິດ​ວານ​ນີ້ ນອກ​ຝັ່ງ​ທະ​ເລ​ຂອງ​ອິນ​ໂດ​ເນ​ເຊຍ ​ໃນ​ທະ​ເລ​ຈາ​ວາ.

ທ່ານ Sulistyo ກ່າວ​ວ່າ “ອີງ​ຕາມ​ ພິກັດ ​ທີ່ພວກ​ເຮົາ​ໄດ້​ຮັບ ​ແລະ​ການ​ຊັ່ງຊາ​ຕີ​ລາຄາ​
ເບິ່ງ ກໍ​ແມ່ນ​ວ່າ ບ່ອນ​ທີ່​ເຮືອບິນ​ຕົກ​ນັ້ນ ​ແມ່​ນຢູ່ໃນ​ທະ​ເລ. ຂໍ້​ສົມມຸດ​ເວລາ​ນີ້​ກໍ​ແມ່ນ​ວ່າ ເຮືອບິນຕົກ​ຢູ່​ພື້ນ​ທະ​ເລ."

QZ8501 Flight Path
QZ8501 Flight Path

ການ​ຊອກ​ຄົ້ນ​ຫາ​ເຮືອບິນ​ລຳ​ທີ່​ຫາຍ​ສາບ​ສູນ​ໄປ​ນີ້ ​ໄດ້​ດຳ​ເນີນ​ຕໍ່​ໄປ
​ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ຂະນະ​ທີ່​ພວກ​ຍາດຕິ​ພີ່ນ້ອງທີ່​ໂສກ​ເສົ້າເສຍໃຈ
​ຂອງ​ຜູ້ໂດຍສານ​ ພະຍາຍາມຊອກ​ຫາ​ຮ່ອງຮອຍແຫ່ງຄວາມ​ຫວັງ​ຢູ່​ນີ້.

ຄວາມ ​ພະຍາຍາມໃນ​ການ​ຊອກ​ຄົ້ນ​ຫາຢ່າງ​ຂະໜານ​ໃຫຍ່​ຂອງ​
ນາໆຊາດ ​ແມ່ນ​ປະກອບ​ດ້ວຍພວກ​ເຮືອ ​ເຮືອບິນ ຕະຫຼອດ​ທັງ
ເຮືອບິນ​ເຮ​ລີຄອບ​ເຕີ ທີ່​ຫຼາຍ​ປະ​ເທດ​ໄດ້​ສະ​ເໜີ​ໃຫ້ການ​ຊ່ອຍ​ເຫຼືອ​
ຮວມທັງ​ສະຫະລັດ​ນຳ.

ມີ​ລາຍ​ງານ​ວ່າ ​ໄດ້​ເຫັນ​ພົບ​ເຫັນ​ຊາກຫັກ​ພັງ​ບາງ​ຢ່າງ​ໃນ​ບໍລິ​ເວນ​ທີ່​ມີ​ການ​ຊອກ​ຄົ້ນ​ກັນ​
ຢ່າງ​ໃຫຍ່​ນັ້ນ ​ແຕ່​ບໍ່​ມີ​ຮ່ອງຮອຍ​ໃດໆ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ສິ່ງ​ເຫຼົ່ານັ້ນ​ມາ​ຈາກ​ເຮືອບິນ
​ລຳ​ທີ່​ຫາຍ​ສາບ​ສູນ​ໄປ​.

ຖ້ຽວບິນ QZ 851 ກຳລັງ​ບິນ​ໄປ​ຮອດ​ເຄິ່ງທາງ ຈາກເມືອງ​ສຸຣາບາ​ຢາ ​ຂອງ​ອິນ​ໂດ​ເນ​ເຊຍ ​ໄປ​ຍັງ​ສິງກະ​ໂປ ​ເວລາ​ມັນ​ຫາຍ​ສາບ​ສູນ​ໄປໃນ​ເຊົ້າ​ວັນ​ອາທິດ​ວານ​ນີ້.

ນັກ​ບິນ​ຂອງ​ເຮືອບິນ​ລຳ​ນີ້ ​ໄດ້​ຂໍອະນຸຍາດ​ຈາກຫໍ​ຄວບ​ຄຸມ​ການບິນ ​ເພື່ອ​ ​ບິນ​ຂຶ້ນ​ສູງ​ຕື່ມ​ອີກ
​ປະມານ 1800 ​ແມັດ ​ເພື່ອ​ຫຼີກ​ລ້ຽງ​ພາຍຸ. ​ເຈົ້າ​ໜ້າ​ທີ່​ກະຊວງ​ຂົນ​ສົ່ງ​ອິນ​ໂດ​ເນ​ເຊຍທ່ານໜຶ່ງ​
ກ່າວ​ວ່າ ການ​ຂໍອະນຸຍາດ​ນັ້ນ​ໄດ້​ຖືກ​ປະຕິ​ເສດ ​ເພາະວ່າ ມີ​ເຮືອບິນ​ອີກ​ລຳ​ໜຶ່ງ​ກຳລັງ​ບິນ​ຢູ່
ໃນ​ບໍລິເວນ​ນັ້ນ. ຫຼັງ​ຈາກ​ນັ້ນ ການ​ຕິດ​ຕໍ່​ກັນ​ໄດ້​ມິດ​ງຽບ​ໄປ. ພວກ​ຄວບ​ຄຸມ​ການບິນ ບໍ່​ໄດ້​ຮັບ​ການ​ຮ້ອງ​ຂໍ​ ຄວາມ​ຊ່ອຍ​ເຫຼືອ​ໃດໆອີກ​ຈາກ​ນັກ​ບິນ.

ທ່ານ Tony Fernandes ຫົວ​ໜ່າບໍລິຫານ​ບໍລິສັດ​ການບິນ AirAsia ກ່າວ​ວ່າ ທ່ານ​ມີ​ຄວາມ​ເສຍ​ໃຈ​ຫຼາຍ ​ແລະບໍ່​ຢາກ​ຈະ​ເຊື່ອ​ໃນ​ສິ່ງ​ທີ່​ເກີດ​ຂຶ້ນ​ນັ້ນ. ທ່ານ​ກ່າວ​ຕໍ່​ໄປ​ວ່າ ບູລິ​ມະ
​ສິດ​ທຳ​ອິດ​ຂອງ​ສາຍ​ການບິນ ບັດ​ນີ້​ແມ່ນ​ຊ່ວຍ​ເຫລືອ​ດູ​ແລ​ພວກ​ຄອບຄົວ​ຂອງ​ພວກຄົນ​
ໂດຍສານ​ແລະ​ຈຸ​ບິນ ​ແລະ​ໃຫ້ການ​ຮ່ວມ​ໄມ້​ຮ່ວມ​ມື​ຢ່າງ​ເຕັມ​ສ່ວນ​ກັບ​ການ​ສືບສວນ​ສອບ
ສວນ. ທ່ານ Fernandes ກ່າວ​ຕື່ມ​ວ່າ ທ່ານ​ບໍ່​ຢາກ​ສັນນິຖານ ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ເຮືອ
ບິນ​ລຳນັ້ນ.

ພວກ ​ຄົນ​ໂດຍສານ​ແມ່ນຮວມ​ທັງ​ຊາວ​ອິນ​ໂດ​ເນ​ເຊຍ 149 ຄົນ ຊາວ​ເກົາຫຼີ​ໃຕ້ 3 ຄົນ ​ ຊາວ​ອັງກິດ​ຄົນ​ໜຶ່ງ ຊາວ​ມາ​ເລ​ເຊຍ​ຄົນ​ໜຶ່ງ ​ແລະ​ຊາວສິງກະ​ໂປ​ຄົນ​ໜຶ່ງ. ພວກ​ຈຸ​ບິນ 7 ຄົນ ​ແມ່ນ​ຮວມທັງ​ຊາວ​ອິນ​ໂດ​ເນ​ເຊຍ 6 ຄົນ ​ແລະ​ຄູ່​ນັກ​ບິນ​ແມ່ນ​ຊາວ​ຝຣັ່ງ.

Steve Herman contributed to this report from Bangkok.

XS
SM
MD
LG