ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວອິນໂດເນເຊຍ ໃຊ້ Smartphone ເພື່ອເຂົ້າ ອິນເຕີແນັດ (ວີດິໂອ ຮຽນພາສາອັງກິດ)


ຮ້ານຂາຍໂທລະລັບ BlackBerry ແລະ Smartphone ຫຍີ່ຫໍ້ອື່ນໆ ແຫ່ງນຶ່ງ ຢູ່ອິນໂດເນເຊຍ
ຮ້ານຂາຍໂທລະລັບ BlackBerry ແລະ Smartphone ຫຍີ່ຫໍ້ອື່ນໆ ແຫ່ງນຶ່ງ ຢູ່ອິນໂດເນເຊຍ
ອັນດັບຕໍ່ໄປ ເຮົາຂໍສະເໜີສາລະຄະດີເທັກໂນໂລຈີ ຂອງພະ
ແນກພາສາອັງກິດພິເສດຂອງວີໂອເອ ເລື້ອງການນໍາໃຊ້ໂທ
ລະສັບສະຫລາດ ຫລື Smartphone ເພື່ອເຂົ້າເຖິງອິນເຕີ
ແນັດ ຢູ່ອິນໂດເນເຊຍ. ບົວສະຫວັນມີລາຍລະອຽດ ໃນອັນ
ດັບຕໍ່ໄປ.

ລິງໂດຍກົງ

ທ້າວ Rio Safiyanto ອາຍຸ 23 ປີ ຂາຍໜ້າກາກ ຫລືຂອງບັງໜ້າ
ອັນລະປະມານ 30 ເຊັນ ຢູ່ໃຈກາງນະຄອນຫລວງຈາກາຕາຂອງ
ອິນໂດເນເຊຍ. ລາວຫາເງິນໄດ້ ພໍຊື້ໂທລະສັບມືຖືອັນນຶ່ງ ທີ່ອໍາ
ນວຍໃຫ້ລາວສາມາດເຂົ້າເບິ່ງເວັບໄຊ ເຊັ່ນ Facebook ແລະ
Twitter ພ້ອມທັງຊອກຫາໂປຣແກມຫລິ້ນເກມ ຫລືທີ່ເອີ້ນຫຍໍ້ວ່າ
apps ນັ້ນໄດ້.

ທ້າວ Rio Safiyanto ເວົ້າວ່າ ຄົນທີ່ມີຖານະປານກາງ ແມ່ນມີໂທລະສັບມືຖື ທຸກຄົນ.
ສະນັ້ນ ລາວກໍຢາກໄດ້ອັນນຶ່ງ ເພາະວ່າລາວຈະສາມາດ ລົມກັບຄອບຄົວຂອງລາວໄດ້
ເວລາລາວໜີໄກຈາກບ້ານ. ແລະລາວກໍດີໃຈ ເປັນພິເສດທີ່ລາວສາມາດໃຊ້ມັນ ຟັງເພງ
ໄດ້ອີກດ້ວຍ. ໂທລະສັບຂອງທ້າວ Safiyanto ມີແປ້ນດີດພິມທີ່ເຮັດໃຫ້ມັນມີລັກສະນະ
ຄືກັນກັບໂທລະສັບມືຖື Blackberry.

ອ່ານແລະຟັງ ບົດລາຍງານນີ້ ເປັນພາສາອັງກິດ:



ໂທລະສັບຂອງທ້າວ Safiyanto ເປັນໂທລະສັບທີ່ ເອີ້ນກັນວ່າ Feature phone ຫລື Smartphone lite ທັງນີ້ກໍເພາະວ່າມັນຖືກກວ່າ ແລະ ບໍ່ສາມາດປະຕິບັດການໄດ້ຫລາຍ
ຢ່າງ ຄືກັນກັບໂທລະສັບ ທີ່ ທັນສະໄໝກວ່າ ເຊັ່ນ iPhone ຂອງບໍລິສັດ Apple.

ອຸປະກອນເຫລົ່ານີ້ ແມ່ນເປັນໂທລະສັບມືຖື ທີ່ຂາຍກັນເປັນສ່ວນໃຫຍ່ ຢູ່ໃນທົ່ວໂລກ. ມັນ
ໄດ້ພິສູດໃຫ້ເຫັນວ່າ ເປັນໂທລະສັບທີ່ຂາຍໄດ້ດີກ່ວາໂທລະສັບອື່ນໆ ຢູ່ໃນຫລາຍບ່ອນ
ເຊັ່ນອິນໂດເນເຊຍ ບ່ອນທີ່ໂທລະສັບສະຫລາດ ຫລື Smartphone ມີລາຄາ 700 ໂດລາ
ຫລືແພງກວ່ານັ້ນ. ເຖິງແມ່ນວ່າ ຜູ້ໃຊ້ທີ່ມີລາຍຮັບຕໍ່າກວ່າຫລາຍໆຄົນ ຈະບໍ່ຄຸ້ນເຄີຍກັບ
Smartphone ກໍຕາມ ແຕ່ພວກເຂົາເຈົ້າກໍຮຽນຮູ້ ວິທີໃຊ້ເທັກໂນໂລຈີນີ້ໄດ້ຢ່າງໄວວາ.

ທ່ານ Eddy Tamboto, ຜູ້ອໍານວຍການຝ່າຍບໍລິຫານ ຫ້ອງການປະຈໍາກຸງຈາກາຕາ ຂອງບໍລິສັດ Boston Consulting Group ອະທິບາຍເຖິງຄວາມສໍາຄັນຂອງການມີ ໂທລະສັບມືຖືວ່າ:
ໂດຍພື້ນຖານແລ້ວ ມັນເປັນວິທີທີ່ເຂົາເຈົ້າໃຊ້ຊອກຮູ້ກ່ຽວກັບໂອກາດໃນ
ການທໍາງານ, ວິທີທີ່ເຂົາເຈົ້າຮຽນຮູ້ກ່ຽວກັບໂອກາດໃນທາງທຸລະກິດ. ສະນັ້ນ
ໂທລະສັບ ແລະໂທລະສັບ Smartphone ບໍ່ພຽງແຕ່ເປັນສິ່ງສະດວກ ຫລື
ເຮັດໃຫ້ເຮົາພໍໃຈເທົ່ານັ້ນ ແຕ່ໃນຕົວຈິງ ມັນເປັນສ່ວນໃຫຍ່ຂອງສິ່ງທີ່ຈໍາ
ເປັນຕ້ອງມີ ຕ້ອງໃຊ້ ຢູ່ໃນຊີວິດປະຈໍາວັນຂອງເຂົາເຈົ້າ.”


ບໍລິສັດຜະລິດໂທລະສັບມືຖື Nokia ມີການບໍລິການທີ່ເອີ້ນວ່າ Life Tools ຫລື ເຄື່ອງມື
ໃນຊີວິດ. ທາງບໍລິສັດເກັບຄ່າບໍລິການ ຈໍານວນໜ້ອຍນຶ່ງຕໍ່ເດືອນ ສໍາລັບການສົ່ງຂໍ້ຄວາມ
ທາງໂທລະສັບໄປໃຫ້ແກ່ຊາວນາ ຊາວສວນ. ຂໍ້ຄວາມດັ່ງກ່າວ ແຈ້ງໃຫ້ເຂົາເຈົ້າຊາບ ກ່ຽວກັບສະພາບດິນຟ້າອາກາດ, ລາຄາພືດຜົນ, ຂ່າວກະສິກໍາ ແລະໃຫ້ຄໍາແນະນໍາອັນອື່ນໆ
ອີກດ້ວຍ.


ທ່ານ Aldi Haryopratomo ນັກທຸລະກິດທ້ອງຖິ່ນ ໄດ້ພັດທະນາວິທີນຶ່ງຂຶ້ນມາ ເພື່ອໃຫ້
ເຈົ້າຂອງຮ້ານຄ້ານ້ອຍໆ ຂາຍສິ່ງຂອງເຊັ່ນ ບັດບໍລິການໂທລະສັບມືຖືທີ່ມີນາທີ ທີ່ຈ່າຍ
ລ່ວງໜ້າ ແລະປະກັນໄພຊີວິດ ໂດຍຜ່ານການສົ່ງຂໍ້ຄວາມ ຫລື text message ຫລື SMS. Ruma ແມ່ນບໍລິສັດທີ່ ພັດທະນາ ເທັກໂນໂລຈີນີ້ຂຶ້ນມາ. ເວລານີ້ ທາງບໍລິສັດກໍາລັງ
ເຮັດວຽກເພື່ອສ້າງ ລະບົບທີ່ແຈ້ງໃຫ້ຄົນຊາບ ກ່ຽວກັບວຽກງານທີ່ເປີດຮັບເອົາຄົນຢູ່ໃນ
ເຂດຂອງເຂົາເຈົ້າ.

ໃນງານວາງສະແດງເທັກໂນໂລຈີທາງດີຈີຕອລ ເມື່ອມໍ່ໆມານີ້ ທະນາຄານຕ່າງໆ ໄດ້ສະເໜີ
ທີ່ຈະບໍ່ຄິດດອກເບ້ຍ ຖ້າຊື້ໂທລະສັບມືຖື ໂດຍໃຊ້ບັດສິນເຊື່ອ ຫລືບັດເຄຣດິດ ຂອງທະນາ
ຄານ. ນາງ Marina Luthfiani ທີ່ເປັນຜູ້ຈັດການຮ້ານຂາຍໂທລະສັບມືຖືແຫ່ງນຶ່ງຢູ່ໃນ
ເຂດນັ້ນ ເວົ້າວ່າ ເກືອບໝົດທຸກຄົນແມ່ນສາມາດຊື້ smartphone ໄດ້ ເພາະວ່າມີການ
ແຂ່ງກັນໃຫ້ເງິນກູ້ຢືມໃນອັດຕາ ທີ່ຖືກ ແລະມີທາງເລືອກໃນການໃຊ້ບັດສິນເຊື່ອ. ນາງເວົ້າ
ອີກວ່າ ຊາວອິນໂດ ເນເຊຍມັກຊື້ອຸບປະກອນ ລຸ້ນຫລ້າສຸດ.

ຢູ່ໃນລາຍງານບົດນຶ່ງ ອອກເມື່ອເດືອນມິຖຸນາປີກາຍນີ້ ໂດຍບໍລິສັດ Semiocast ທີ່ເປັນ
ບໍລິສັດຄົ້ນຄວ້າທາງອິນເຕີແນັດຂອງຝຣັ່ງ ເວົ້າວ່າ ນະຄອນຫລວງຈາກາຕາ ແມ່ນເປັນ
ເມືອງທີ່ມີການໃຊ້ Tweeter ຫລາຍອັນດັບນຶ່ງຂອງໂລກ ຊຶ່ງນໍາໜ້າກຸງໂຕກຽວ ແລະ ລອນດອນ.

ແລະນັ້ນແມ່ນລາຍງານເທັກໂນໂລຈີ ຂອງພະແນກ ພາສາອັງກິດ ພິເສດ ຂອງວີໂອເອ ທີ່
ຂຽນໂດຍ Milagros Ardin.
XS
SM
MD
LG