ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອິນໂດເນເຊຍ ເດີນຂະບວນປະທ້ວງ ມຽນມາ ແລະຊີເຣຍ


ເຜົ່າ Rohingya ທີ່ຖືສາສໜາມຸສລິມ ພາກັນຫລົບໜີຈາກມຽນມາ ໄປສູ່ ບັງກລາແດ້ສ ເພື່ອຫລົບລີ້ຄວາມຮຸ່ນແຮງໃນ ມຽນມາ.
ເຜົ່າ Rohingya ທີ່ຖືສາສໜາມຸສລິມ ພາກັນຫລົບໜີຈາກມຽນມາ ໄປສູ່ ບັງກລາແດ້ສ ເພື່ອຫລົບລີ້ຄວາມຮຸ່ນແຮງໃນ ມຽນມາ.

ພວກ​ປະ​ທ້ວງ​ຫລາຍ​ພັນ​ຄົນ ​ໄດ້​ພາກັນ​ໂຮມ​ຊຸມນຸມຢູ່ນະຄອນ​ຫລວງ Jakarta ​ ​ຂອງ
ອິນໂດ​ເນ​ເຊຍ ​ໃນ​ວັນ​ອາທິດວານ​ນີ້ ​ເພື່ອ​ປະ​ທ້ວງ ມຽນມາ ທີ່​ລໍາອຽງ​ຕໍ່​ເຜົ່ານ້ອ​ຍຊາວ
ມຸສລິ​ມ Rohingya ​ແລະ​ຮຽກຮ້ອງ​ໃຫ້ຢຸດຕິການ​ປົກ​ຄອງ​ຂອງ ປະທານາທິບໍດີ Bashar
Assad ​ໃນ​ປະ​ເທດ​ຊີ​ເຣຍ.

ກຸ່ມ​ການ​ເມືອງອິນ​ໂດ​ເນ​ເຊຍ ທີ່​ຊື່ວ່າ ພັກ Prosperous and Justice Party ​ໄດ້ເປັນ​
ຜູ້​ຈັດການ​ປະ​ທ້ວງ​ໃນວັນ​ອາທິດ. ພວກ​ປະ​ທ້ວງ​ພາກັນ​ຮ້ອງ​ໂຮ​ຄໍາ​ຂວັນວ່າ “ຊ່ວຍ​ກັນຮັກ
ສາ​ຊາວ​ມຸສລິ​ມ ​ໂຣຮິນ​ຢາ ​ໄວ້” ​ແລະ “ພະ​ເຈົ້າ​ເປັນ​ຜູ້ຍິງ​ໃຫຍ່” ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ພາກັນ
​ເດີນ​ຂະ​ບວນຢູ່​ກາງ​ນະ​ຄອນ​ຫລວງ ຈາ​ກາ​ຕາ. ​ເຂົາ​ເຈົ້າ ​ໄດ້​ຮຽກຮ້ອງ​ໃຫ້ ລັດຖະບານ​
ມຽນມາ ຈົ່ງ​ເອົາ​ບົດບາດ​ເພື່ອ​ຢຸດຕິການ​ນອງ​ເລືອດ ​ຕໍ່ຕ້ານຊາວ​ໂຣຮິງ​ຢານັ້ນ. ຄວາມ​ຮຸນ​
ແຮງ​ລະຫວ່າງ ຊາວ​ໂຣຮິງ​ຢາ ​ແລະ​ຊາວ​ພຸດ ຢູ່​ໃນ​ ​ແຂວງ Rakhine ຂອງ​ມຽນມາ ​ໄດ້​ເຮັດ
​ໃຫ້​ມີ​ຜູ້​ເສຍ​ຊີວິດ​ເກືອບ​ເຖິງ 80 ຄົນ ນັບ​ຕັ້ງ​ແຕ່​ປີ 2011 ​ແລະ​ເຮັດ​ໃຫ້​ຫລາຍ​ສິບ​ພັນ​ຄົນ​ບໍ່​ມີ
​ທີ່ຢູ່​ອາ​ໄສ.

ລັດຖະບານ​ມຽນມາ ທີ່​ເປັນ​ຊາວ​ພຸດ​ສ່ວນ​ໃຫຍ່​ນັ້ນ ​ບໍ່ຮັບ​ຮູ້ ຊາວ​ໂຣຮິງ​ຢາ ວ່າ​ເປັນ​ຊົນ​ກຸ່ມ
ນ້ອຍ​ຂອງ​ເຂົາ​ເຈົ້າ.

ພວກ​ປະ​ທ້ວງ ຍັງໄດ້​ຮຽກຮ້ອງໃຫ້​ຢຸດຕິ​ຄວາມ​ຮຸນ​ແຮງ​ໃນ​ຊີ​ເຣຍ ​ແລະ​ປະນາມ ປະທານາທິ
ບໍດີ Assad.

ອິນ​ໂດ​ເນ​ເຊຍ ມີ​ປະຊາ​ກອນຊາວມຸສລິ​ມ ຫລາຍ​ທີ່​ສຸດ​ໃນ​ໂລກ ​ແລະ​ທີ່​ຜ່ານ​ມາ ໂດຍ​ທົ່ວ​ໄປ
​ແລ້ວ ​ແມ່ນ​ໄດ້​ໂຍະຍານ​ຜ່ອນຜັນຕໍ່​ສາສະໜາ​ອື່ນໆ.

XS
SM
MD
LG