King act 1
“Indigo Threads” ອີນດີໂກ ແທຣດສ ຫລື ເສັ້ນຝ້າຍສີຟ້າແກ່, ແມ່ນຊື່ຂອງ ອົງການ
ເອກກະຊົນ ຊ່ວຍເຫລືອດ້ານມະນຸດສະທໍາ ທີ່ບໍ່ສ້າງຜົນກໍາໄລ ໄດ້ຖືກ ຕັ້ງຂື້ນມາໃນປີ
2005 ຢ່າງເປັນທາງການ ຈາກສະຕີອາເມຣິກັນ ຊື່ວ່າ ທ່ານນາງ Mary D. Mayers.
ຄວາມໝາຍຂອງ Indigo Threads ໝາຍເຖິງເສັ້ນຝ້າຍ ທີ່ສະຕີລາວ ນໍາມາຍ້ອມໃຫ້
ເປັນແຜ່ນແຜ່ ແລ້ວນໍາໄປຕໍ່າອອກມາ ໃຫ້ມີສີສັນ ເປັນລວດລາຍອັນມີຄວາມງົດງາມ
ທີ່ເກີດມາຈາກຄວາມພາກພ່ຽນ ຂອງສະຕີລາວ.
ອົງການ Indigo Threads ຕັ້ງຢູ່ລັດຄາລີຟໍເນຍ ມີໄບອະນຸຍາດ ຍົກເວັ້ນການເສຍພາ
ສີຈາກຣັຖບານ. ທ່ານນາງ Mayers ເປັນຜູ້ກໍາກັບຫ້ອງການທັງໝົດມີທີ່ປຶກສາສອງ
ຄົນ ແລະມີແຕ່ພຽງ ທ່ານນາງ ຄົນດຽວເທົ່ານັ້ນທີ່ເຮັດວຽກຢູ່ໃນເມືອງລາວ. ໂຄງການ
Indigo Threds ມີງົບປະມານຈັ້ນຈໍ້ທີ່ສຸດເພາະວ່າມັນແມ່ນເງີນເບ້ຍບໍານານສ່ວນຕົວ
ຂອງ ທ່ານນາງ Myers ພ້ອມດ້ວຍເງີນບໍຣິຈາກ ຂອງໝູ່ເພື່ອນ ແລະ ຍາດຕິພີ່ນ້ອງ
ມາຊ່ວຍອຸປະຖໍາໂຄງການດັ່ງກ່າວ.
ທ່ານນາງ Mary D. Myers ເກີດຢູ່ເມືອງ Deluce ລັດ Minnesota ພາກກາງ ຂອງ
ສະຫະລັດ ອາເມຣິກາ. ຫລັງຈາກໄດ້ເຮັດວຽກດ້ານທ່ອງທ່ຽວ ແລະການຮັບຕ້ອນແຂກ
ມາເປັນເວລານານ ທ່ານນາງ ແມຣີ ໄດ້ລາອອກມາກີນເບ້ຍບໍານານ ແລະ ຖືໂອກາດ
ເດີນທາງໄປຢ້ຽມຢາມພາກພື້ນອາຊີ ໂດຍສະເພາະເມືອງລາວ ແຕ່ກ່ອນໜ້ານັ້ນ ທ່ານ
ເຄີຍໄດ້ໄປຢ້ຽມຢາມຫລາຍໆທະວີບ ໃນໂລກມາແລ້ວ. ຣະຫວ່າງປີ 2000-2005 ທ່ານ
ນາງ Mayers ໄດ້ເດີນທາງມາຖ່ຽວທັດສະນາຈອນພາກເໜືອຂອງລາວຫລາຍຄັ້ງ ແລະ
ຄັ້ງທີ່ສີ່ ທ່ານໄດ້ຜະຈົນໄພໄປຢ້ຽມຢາມພາກໄຕ້ ຢູ່ນອກເມືອງປາກເຊ. ເມື່ອໄດ້ມາເຫັນ
ແລ້ວ ທ່ານນາງ Myers ເກີດມີຄວາມຫລົງໄຫລຮັກເມືອງລາວ, ຮັກຄົນລາວ ແລະ
ເຫັນວ່າຄົນລາວ ມີຄວາມຕ້ອງການໆຊ່ວຍເຫລືອຢ່າງໃຫ່ຍຫລວງ. ແທນທີ່ວ່າ ທ່ານນາງ
Myers ຈະດໍາເນີນສະແຫວງຫາການຊອກຫາ ຄວາມສຸກໃຫ້ແກ່ຕົວເອງ ທ່ານໄດ້ຕັດສີນ
ໃຈທັນທີ່ເລີຍວ່າ ແຫ່ງນີ້ລະເປັນບ່ອນທີ່ທ່ານນາງ ຈະມາໄຊ້ຊີວິດບັ້ນສຸດທ້າຍ ໂດຍອາໃສ
ເງິນເບັ້ຍບໍານານ ແລະ ສັບສີນຂອງຕົນເອງ ຫ້າງຫາເພື່ອໃຫ້ການຊ່ວຍເຫລືອ ແກ່ປະຊາ
ກອນທີ່ຢູ່ຫ່າງໄກ ແລະ ໂດດດ່ຽວ. ນັບຕັ້ງແຕ່ໄດ້ເປີດໂຄງການນີ້ມາ ແຕ່ຣະປີທ່ານນາງ
Mayers ໄດ້ໄຊ້ເວລາຢູ່ເມືອງລາວສິບເດືອນເຄິ່ງຕໍ່ປີ ເພື່ອປະຕິບັດງານຢູ່ທີ່ນັ້ນ ພໍຕົກເຖິງ
ລະດູຮ້ອນ ທ່ານນາງ Mayers ຈະກັບຄືນມາ ສະຫະຣັດອາເມຣິກາ ເພື່ອກວດເບິ່ງຜົນ
ງານທີ່ໄດ້ປະຕິບັດມາ ພ້ອມທັງຖືໂອກາດຊອກຫາທືນເພື່ອນໍາໄປດໍາເນີນກິດຈະການຢູ່ໃນ
ເມືອງລາວຕໍ່ໄປ ທ່ານນາງ Myers ກ່າວກ່ຽວກັບໂຄງການຂອງທ່ານວ່າ:
Dara act 1 (the five programs)
“ແຕ່ລະປີ Indigo Threads ມີຢູ່ຫ້າໂຄງການເຊັ່ນວ່າ ປູງແຕ່ງອາຫານສວຍຢູ່ທີ່ເມືອງ
ປາກເຊ ແລ້ວນໍາສົ່ງໃຫ້ບັນດາເດັກນ້ອຍນັກຮຽນຢູ່ຕາມຊົນນະບົດ, ຊຶ່ງປີນີ້ພວກເຮົາ
ໄດ້ແຕ່ງອາຫານ 2800 ຄາບຕໍ່ອາທິດ, ພວກເຮົາມີການອ່ານໃຫ້ຫລາຍພາກັນສອນ
ຕົນເອງທີ່ໂຮງຮຽນ, ທຸກໆວັນສຸກ ແນະນໍາການອ່ານພາກຕົ້ນ ໂດຍນໍາປື້ມອ່ານຂອງ
ໃຜລາວມາອ່ານ ພ້ອມດ້ວຍອຸບປະກອນຂອງຕົນເອງ. ນອກນັ້ນກໍມີໂຄງການສຸກຂະ
ພາບ ທີ່ພວກເຮົາຈ້າງທ່ານໝໍ ແລະ ນາງພະຍາບານມາຈາກໂຮງໝໍ ເພື່ອໃຫ້ການແນະ
ນໍາກ່ຽວກັບສຸກຂະພາບ ແກ່ ນັກຮຽນ 1100 ຄົນຈາກເກົ້າໂຮງຮຽນ. ພວກເຮົາຍັງມີ
ການສະເໜີອາຫານ ທີ່ເຫັນສົມຄວນປູງແຕ່ງ ແລະມີ ຟາກມາຊີ ທ້ອງຖິ່ນໄດ້ອາສາສະ
ມັກບໍຣິຈາກຢາ ໃຫ້ຂອງຂວັນ ແລະ ໃຫ້ການແນະນໍາທາງດ້ານສຸກຂະພາບຊຶ່ງໄດ້ປະ
ຕິບັດກັນມາໄດ້ສາມປີແລ້ວ. ພວກເຮົາມີອຸບປະກອນສໍາລັບນັກຮຽນ ແລະ ນາຍຄູ.
ພ້ອມນີ້ຍັງມີທືນຝຶກຫັດຄູຢູ່ເຈັດທືນ ເພື່ອໄປອົບໂຮມທີ່ ມະຫາວິທະຍາໄລຝຶກຫັດຄູ,
ນັກຮຽນສີ່ຄົນໄດ້ຮຽນຈົບໄປແລ້ວ ແລະ ໄດ້ເລີ້ມສອນຢູ່ຕາມໂຮງຮຽນຊົນນະ ບົດ.
ນອກນັ້ນກໍພະຍາຍາມຂະຫຍາຍສ້້າງໂຮງຮຽນຢູ່ເມືອງໂຂງ ບູລະນະໂຮງຮຽນທີ່ສຸດ
ໂຊມ ຊ່ວຍເຫລືອມອບລົດຖີບ, ມອບຢາປ້ອງກັນພະຍາດໄຂ້ປ່າ ແລະ ພະຍາຍາມ
ໃຫ້ການຊ່ວຍເຫລືອທຸກໆວິທີ່ທາງເທົ່າທີຈະເຮັດໄດ້.”
King act 2
ປະຊາຊົນລາວທີ່ ທ່ານນາງແມຣີ ໃຫ້ການຊ່ວຍເຫລືອພົວພັນດັ່ງກ່າວນີ້ແມ່ນ ເຜົ່າ
ກະຕູ່ ອາລາກາ ບໍຣ ແລະຕ່າອ່ອຍ ຊຶ່ງຢູ່ໃນຈໍານວນທັງໝົດ ສີ່ສິບເຈັດຂອງເຜົ່າລາວ
ທ່ານນາງແມຣີ ກ່າວຕໍ່ໄປອີກວ່າ:
Dara act 2 (Medical programs)
“ພວກເຮົາມີໂຄງການກວດສຸກຂະພາບ ປີລະເທື່ອ ຊຶ່ງຂ້າພະເຈົ້າຈະໄດ້ທໍາອີກເທື່ອທີ່ສີ່
ຫລັງຈາກກັບມາແຕ່ສະຫະລັດໃນເດືອນກູມພາ ພວກເຮົາມີສາມໝູ່ບ້ານທີ່ເປັນຂີ້ທູດ
ແຕ່ບໍ່ໄດ້ໝາຍຄວາມວ່າ ໝົດທຸກຄົນຢູ່ໃນບ້ານພາກັນເປັນ ຂີ້ທູດ ເພາະສະນັ້ນມີຫລາຍໆ
ຄົນບໍ່ຢາກເຂົ້າໄປໃນໝູ່ບ້ານເຫລົ່ານີ້ ເພາະສະນັ້ນ ຂ້າພະເຈົ້າ ພະຍາຍາມເຮັດວຽກປະ
ສານງານກັບ ກະຊ່ວງສາທາລະນະສຸກ ຂ້້າພະເຈົ້າ ຕ້ອງໄດ້ຈ້າງພວກນາຍໝໍ ແລະ ນາງ
ພະຍາບານ ສີ່ຄົນເພື່ອໄປສັກຢາໃຫ້ແກ່ເດັກນ້ອຍນັກຮຽນ ຢູ່ເກົ້າໂຮງຮຽນພັນສາມຮ້ອຍ
ຄົນ ທີ່ໄຊ້ຢູ່ເວລາເຈັດມື້ ການປະຕິບັດງານດັ່ງກ່າວນີ້ກົງກັນກັບ ວັນອະນາໄມແຫ່ງຊາດ
ລາວ ນັກາຮຽນແຕ່ລະຄົນຕ້ອງໄດ້ຖືກສັ່ງນໍ້າໜັກ ແທກລ່ວງສູງ ແລະອື່ນໆ.”
King acts 3
ທ່ານແມຣີ ລົງເຮັດວຽກໂດຍຕົງ ກັບພະນັກງານລາວສອງຫາຫ້າຄົນ. ເຂົາເຈົ້າບໍ່ມີຍານພາຫານະຈັກຄົນ ປີກາຍນີ້ຕ້ອງໄດ້ເສົ່າ ລົດຕຸກຕຸກ ຂົນອາຫານຈາກຕົວເມືອງປາກເຊ ໄປຫາໂຮງຮຽນ 80 ກິໂລແມດ ໄປລ້ຽງເດັກນ້ອຍ ແລະໄຊ້ ບ້ານພັກຂອງທ່ານນາງແມຣີ ທີເມືອງປາກເຊ ເປັນຫ້ອງການ. ທ່ານກ່າວວ່າ ເຖິງແມ່ນວ່າເງີນສ່ວນຕົວກໍເກືອບຈະໝົດແລ້ວ ແຕ່ວ່າ ທ່ານຈະບໍ່ ທໍ້ຖອຍ ເພາະໄດ້ລົງມືເຮັດວຽກນີ້ມາໜັກຫລາຍແລ້ວ ແລະມັນເປັນສິ່ງສໍາຄັນທີ່ສຸດ ທີ່ທ່ານນາງ ຢາກຊ່ວຍເຫລືອ ຄົນທີ່ບໍ່ມີຢູ່ຕາມຊົນນະບົດ ໂດຍສະເພາະແມ່ນພວກເດັກນ້ອຍ. ທ່ານນາງແມຣີ ໄດ້ລະບາຍຄວາມຮູ້ສືກຂອງອອກມາວ່າ
Dara acts 3 (Need colaborations)
“ປັດຈຸບັນນີ້ ມີປະຊາກອນລາວ-ອາເມຣິກັນ ກວ່າລ້ານຄົນ ຢູ່ໃນສະຫະຣັດ ອາເມຣິກາ ແລະ ມີພຽງແຕ່ຄົນດຽວເທົ່ານັ້ນທີ່ໃຫ້ທືນການສຶກສາ, ຟັງແລ້ວມັນເປັນໜ້າໝົດກໍາລັງໃຈທີ່ສຸດ ແລະກໍຈົນປັນຍາ, ເພາະວ່າເວລານີ້ ຣັຖບານສະ ຫະຣັດ ຮອດ ບໍ່ຮັບເອົາໃບຄໍາຮ້ອງຂໍທືນໃດໆທັງສີ້ນ ພ້ອມຍັງເຂັ່ງຂັດການເງີນຫລາຍຂື້ນ.”
King acts 4 conclusion
Indigo Threads ຈະດໍາເນີນການຊ່ວຍເຫືລອໃຫ່ແກ່ບັນດາເດັກນ້ອຍ ແລະ ຄອບຄົວຊາວຊົນນະບົດຢູ່ຕາມພາກໄຕ້ຂອງລາວ. ທ່ານນາງແມຣີ ຫວັງວ່າທາງການຄົງຫລິງເຫັນພາກປະຕິບັດ ແລະ ທ່ານນາງ ຊາບດີວ່າ ທ່ານເປັນຜູ່ຍິ່ງ ແລະ ບ່ອນນີ້ບໍ່ແມ່ນໂລກຂອງຜູ່ຍິງທີຈະມາພົວພັນ. ນັບແຕ່ຂັ້ນຕົ້ນມາເຖິງປັດຈຸບັນນີ້ ທ່ານນາງ ບໍ່ໄດ້ຮັບບັນ ຫາໄດໆເລີຍ ແລະ ຫວັງຢ່າງຍິງວ່າຈະບໍ່ໄດ້ຮັບບັນຫາໄດໆໃນອານາຄົດ. ທ່ານນາງ ຈະໃຫ້ການຊ່ວຍເຫລືອທຸກວິທີທາງ ບໍ່ວ່າຈະເປັນອາຫານ, ເຄື່ອງນູ່ງຫົ່ມ ແລະ ຢາປົວພະຍາດ. ທ່ານຕ້ອງການໆຊຸກຍູ້ຈາກສັງຄົມລາວ ພ້ອມທັງນາໆຊາດເທົ່າທີຄວນ ແລະ ທ່ານມີຄວາມພໍໃຈທີຈະເປັນຜູ່ຮັບເຮັດວຽກທັງໝົດ, ຊຶ່ງຄົນສ່ວນໃຫ່ຍຈະບໍ່ມັກຜະຈົນໄພມາປະເທດດ້ອຍພັທນາ. ທ່ານນາງກ່າວອີກວ່າ ມັນເປັນກຽດອັນສູງທີ່ໄດ້ຮັບໄຊ້ຄົນລາວ ເພາະວ່າ ຄົນລາວເປັນຄົນດີ.