ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດອິນເດຍນາ ປາດຖະໜາ ຈະກາຍເປັນສູນກາງຂອງເທັກໂນໂລຈີ ທີ່ຍິ່ງໃຫຍ່ຕໍ່ໄປ


Indiana aspires to become next great tech hub
please wait

No media source currently available

0:00 0:03:24 0:00

ເຊມີຄອນດັກເຕີ້ ຫຼື ໄມໂກຣຊິປ ເປັນສິ່ງທີ່ສຳຄັນຍິ່ງຕໍ່ເຄື່ອງອີເລັກໂທຣນິກ ເກືອບວ່າທຸກຢ່າງທີ່ໄດ້ຖືກນຳໃຊ້ຢູ່ໃນໂລກຍຸກສະໄໝໃໝ່. ໃນປີ 1990 ສະຫະລັດ ໄດ້ຜະລິດເຊມີຄອນດັກເຕີ້ ປະມານ 40 ເປີເຊັນຂອງໂລກ. ໃນຂະນະທີ່ການຜະລິດນັ້ນ ໄດ້ຖືກຍົກຍ້າຍໄປຍັງເຂດເອເຊຍ ການຜະລິດຂອງ ສະຫະລັດ ກໍຫລຸດລົງເຖິງປະມານ 12 ເປີເຊັນ.

“ໃນຊ່ວງຂອງພະຍາດໂຄວິດ ພວກເຮົາກໍໄດ້ຕື່ນຕົວຂຶ້ນ. ມັນເປັນຄືກັບຊ່ວງ ເວລາຂອງ ສປຸດນິກ (Sputnik) ກໍຄືດາວທຽມໜ່ວຍທຳອິດຂອງສະຫະພາບ ໂຊຫວຽດ” ທ່ານມາກຄ໌ ລຸນສຕຣອມ (Mark Lundstrom) ນັກວິສະວະກອນ ຜູ້ທີ່ໄດ້ເຮັດວຽກກັບໄມໂກຣຊິປ ຫຼາຍທີ່ສຸດໃນຊີວິດຂອງທ່ານໄດ້ອະທິບາຍ.

ແລ້ວກໍມີເຫດການໂຣກລະບາດຂອງໄວຣັສໂຄໂຣນາໃນປີ 2020 ໄດ້ເຮັດໃຫ້ ການຜະລິດຊ້າລົງຢູ່ໃນເອເຊຍ, ຈຶ່ງສົ່ງຜົນກະທົບເປັນຄື້ນຕໍ່ຕ່ອງໂສ້ການສະ ໜອງໄມໂກຣຊິປທົ່ວໂລກ ແລະນຳໄປສູ່ການຂາດແຄນໝົດທຸກສິ່ງທຸກຢ່າງຈາກ ໂທລະສັບມືຖື ໄປຈົນເຖິງລົດຍົນທັງຫຼາຍ. ທ່ານລຸນສຕຣອມ ໄດ້ກ່າວວ່າ ການເພິ່ງພາພວກຜູ້ຜະລິດໄມໂກຣຊິບຂອງຕ່າງປະເທດທີ່ເພີ້ມຂຶ້ນນັບມື້ຂອງສະຫະລັດນັ້ນ ໄດ້ເປີດເຜີຍໃຫ້ເຫັນເຖິງຈຸດອ່ອນທີ່ສຳຄັນ.

“ພວກເຮົາຮູ້ວ່າ AI ກຳລັງຈະປ່ຽນແປງສັງຄົມໃນບໍ່ເທົ່າໃດປີຂ້າງໜ້ານີ້ ມັນຕ້ອງການໄມໂກຣຊິບທີ່ມີພະລັງຫຼາຍທີ່ສຸດ. ພວກໄມໂກຣຊິບຊັ້ນນຳລ້ຳຍຸກ ທີ່ມີພະລັງຫຼາຍທີ່ສຸດ” ທ່ານລຸນສຕຣອມ ກ່າວ.

ປັດຈຸບັນນີ້ ທ່ານລຸນສຕຣອມ ເປັນຮັກສາການຄະນະບໍດີດ້ານວິສະວະກຳຢູ່ ມະຫາວິທະຍາໄລ ເພີດູ ໃນເມືອງ ລາເຟເຢັດ (Lafayette) ຂອງລັດ ອິນເດຍນາ, ທັງເປັນຜູ້ນຳພາການພັດທະນາເຊມມີຄອນດັກເຕີ້ ທີ່ລ້ຳສະໄໝ ຊຶ່ງມີຄວາມສຳຄັນໃໝ່ ທ່າມກາງສາຂາດ້ານປັນຍາປະດິດທີ່ກຳລັງພົ້ນເດັ່ນຂຶ້ນ ມາຢູ່ນີ້.

ທ່ານກ່າວຕໍ່ວີໂອເອວ່າ “ຖ້າພວກເຮົານຳຫຼັງໃນດ້ານປັນຍາປະດິດຫຼື AI ຜົນທີ່ ຕິດຕາມມາທັງຫຼາຍ ແມ່ນຍິ່ງໃຫຍ່ສຳລັບດ້ານການປ້ອງກັນປະເທດຂອງພວກ ເຮົາ, ສຳລັບດ້ານເສດຖະກິດໃນອະນາຄົດຂອງພວກເຮົາ.”

Semiconductors, or microchips, are critical to almost everything electronic used in the modern world. In 1990, the United States produced about 40% of the world's semiconductors. As manufacturing migrated to Asia, U.S. production fell to about 12%.

"During COVID, we got a wake-up call. It was like [a] Sputnik moment," explained Mark Lundstrom, an engineer who has worked with microchips much of his life.

The 2020 global coronavirus pandemic slowed production in Asia, creating a ripple through the global supply chain and leading to shortages of everything from phones to vehicles. Lundstrom said increasing U.S. reliance on foreign chip manufacturers exposed a major weakness.

"We know that AI is going to transform society in the next several years, it requires extremely powerful chips. The most powerful leading-edge chips."

Today, Lundstrom is the acting dean of engineering at Purdue University in Lafayette, Indiana, a leader in cutting-edge semiconductor development, which has new importance amid the emerging field of artificial intelligence.

"If we fall behind in AI, the consequences are enormous for the defense of our country, for our economic future," Lundstrom told VOA.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG