ກ່ຽວກັບ ຄະດີຟ້ອງຮ້ອງຫ້າຄົນໃນຈໍານວນຜູ້ຕ້ອງສົງໄສຫົກຄົນ
ໃນຂໍ້ຫາຂົ່ມຂືນໝູ່ນັກສຶກສາຍິງຄົນນຶ່ງຢ່າງທາລຸນນັ້ນ ໄດ້ໄລ່ຜູ້
ຄົນທີ່ແອອັດແຫຍ້ກັນຢູ່ໃນຫ້ອງສານນັ້ນອອກໄປ ໃນວັນຈັນມື້ນີ້
ແລະກ່າວວ່າ ການດໍາເນີນຄະດີຈະປິດ ຕໍ່ສາທາລະນະຊົນ.
ທ່ານນາງ ໄດ້ປະກາດ ການບໍ່ເປີດໃຫ້ປະຊາຊົນເຂົ້າຟັງການໄຕ່
ສວນ ບໍ່ດົນຫລັງຈາກທີ່ບັນດາຜູ້ຕ້ອງສົງໄສໄດ້ໄປເຖິງສານ ທີ່ຈັດ
ຕັ້ງຂຶ້ນມາເພື່ອດໍາເນີນຄະດີຢ່າງວອງໄວນັ້ນ ໃນຕອນເຊົ້າວັນຈັນ
ມື້ນີ້ ທີ່ກຸງນີວແດນລີ. ທ່ານນາງ ກ່າວວ່າ ສຽງນອງນັນຂອງຜູ້ປະ
ທ້ວງຢູ່ໃນຫ້ອງສານ ໄດ້ຂັດຂວາງບໍ່ໃຫ້ການໄຕ່ສວນດໍາເນີນໄປໄດ້.
ການໄຕ່ສວນແມ່ນເປັນບາດກ້າວດ້ານລະບຽບການ ກ່ອນກໍານົດ
ວັນພິຈາລະນາຄະດີໂຕຈິງ.
ເຈົ້າໜ້າທີ່ອິນເດຍໄດ້ຕັ້ງຂໍ້ຫາຕໍ່ພວກຜູ້ຊາຍເຫລົ່ານັ້ນ ໃນຖານຄາດຕະກໍາ ຂົ່ມຂືນຊໍ່ເລົາ ລັກພາໂຕ ແລະຂໍ້ຫາອື່ນໆອີກ ໃນການໂຈມຕີເມື່ອວັນທີ 16 ເດືອນທັນວາ. ບັນດາເຈົ້າໜ້າທີ່ກ່າວວ່າ ເຂົາເຈົ້າຈະຊຸກຍູ້ໃຫ້ປະຫານຊີວິດ ຖ້າຫາກພວກຜູ້ຊາຍມີຄວາມຜິດ.
ໃນຄວາມພະຍາຍາມເພື່ອໃຫ້ໂທດເບົາບາງລົງ ສອງຄົນໃນຈໍານວນຜູ້ຖືກກ່າວຫາໄດ້ກ່າວຕໍ່ສານວ່າ ເຂົາເຈົ້າຢາກເປັນພິຍານແກ່ໄອຍະການ.
ຜູ້ຕ້ອງຫາຄົນທີ່ຫົກ ຊຶ່ງມີອາຍຸບໍ່ຮອດ 18 ປີ ຈະຖືກດໍາເນີນຄະດີ ຕ່າງຫາກ ຢູ່ທີ່ສານເຍົາ
ວະຊົນ.