ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ​​ອິນ​ເດຍ ອອກ​ສຽງສະ​ໜັບ​ສະ​ໜຸນ ​​ຄວາມ​ພະ​ຍາ​ຍາມ ທີ່​ຈະ​ເຮັດ​ໃຫ້​ມີສັນ​ຕິ​ພາບ ​ໃນການໂອ້​ລົມ​ກັບ ທ່ານ​ເຊ​ເລນ​ສ​ກີ​ ຂອງ​ຢູ​ເຄ​ຣນ


ທ່ານໂວໂລດິເມຍ ເຊເລນສ໌ກີ ປະ​ທາ​ນາ​ທິ​ບໍ​ດີຢູເຄຣນ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ນາ​ຍົກອິນ​ເດຍ, ທ່ານນາ​ເຣນ​ດາ ໂມ​ດີ ໃນ​ນະ​ຄອນ​ຫລວງ​ກີ​ຢິບທ່າມ​ກາງ​ການ​ໂຈມ​ຕີ​ຕໍ່​ຢູ​ເຄ​ຣນ, ວັນ​ທີ 26 ທັນ​ວາ, 2022.
ທ່ານໂວໂລດິເມຍ ເຊເລນສ໌ກີ ປະ​ທາ​ນາ​ທິ​ບໍ​ດີຢູເຄຣນ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ນາ​ຍົກອິນ​ເດຍ, ທ່ານນາ​ເຣນ​ດາ ໂມ​ດີ ໃນ​ນະ​ຄອນ​ຫລວງ​ກີ​ຢິບທ່າມ​ກາງ​ການ​ໂຈມ​ຕີ​ຕໍ່​ຢູ​ເຄ​ຣນ, ວັນ​ທີ 26 ທັນ​ວາ, 2022.

ນາ​ຍົກ​ລັດ​ຖະ​ມົນ​ຕີອິນ​ເດຍ, ທ່ານ​ນາ​ເຣນ​ດາ ໂມ​ດີ ໄດ້​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ຕໍ່​ຄວາມ​ພະ​ຍາ​ຍາມ​ສັນ​ຕິ​ພາບ ​ຢູ່ໃນຢູເຄ​ຣນໃນຂະ​ນະ​ທີ່​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີຢູເຄ​ຣນ, ທ່ານ​ໂວ​ໂລ​ດິ​ເມຍ ​ເຊ​ເລນ​ສ໌​ກີ ເຊິ່ງ​ຜູ້​ນຳ​ຢູເຄ​ຣນໄດ້​ຊອກ ຫາ​ການ​ຊ່ວຍ​ເຫຼືອ​ຈາກອິນ​ເດຍໃນ​ການ​ປະ​ຕິ​ບັດ “ຕຳ​ລາ​ສັນ​ຕິ​ພາບ.”

"​ຂ້າ​ພະ​ເຈົ້າໄດ້ໂທລະສັບກັບ @ນາ​ຍົກ​ອິນ​ເດຍ, ທ່ານນາ​ເຣນ​ດາ ໂມ​ດີ ແລະ ອວຍພອນໃຫ້ທ່ານເປັນປະທານກອງ​ປະ​ຊຸມ G20 ຢ່າງມີຜົນສໍາເລັດ," ນັ້ນຄື​ຂໍ້​ຄວາມ​ທີ່​ທ່ານ​ເຊ​ເລນ​ສ໌​ກີ ຂຽນຢູ່ໃນທວີດ​ເຕີ (Twitter) ໃນວັນຈັນວານນີ້. ທ່ານ​ຂຽ​ນຕໍ່​ໄປ​ວ່າ ມັນແມ່ນຢູ່ໃນເວທີນີ້ ທີ່ຂ້າພະເຈົ້າໄດ້ປະກາດຕຳ​ລາສັນຕິພາບ ແລະປັດຈຸບັນ ຂ້າພະ ເຈົ້າເພິ່ງ​ພາອາ​ໄສອິນເດຍວ່າ​ໃຫ້ມີສ່ວນຮ່ວມໃນການປະຕິບັດຂອງຕົນ."

ອິນ​ເດຍ​ໄດ້​ຮັບ​ຕຳ​ແໜ່ງ​ປະ​ທາ​ນ​ໝູນ​ວຽນ​ກອງ​ປະ​ຊຸມຂອງ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່ 20 ປະ​ເທດ​ສຳ​ລັບ​ປີຈະ​ມານີ້ ຊຶ່ງເລີ້ມ​ແຕ່​ວັນ​ທີ 1 ທັນ​ວາຜ່ານ​ມາ.

ໃນ​ການ​ກ່າວ​ຄຳ​ປາ​ໄສທາງ​ອອນ​ລາຍ ​ຕໍ່​ກອງ​ປະ​ຊຸມ​ສຸດຍອດ G-20 ທີ່ຈັດ​ຂຶ້ນ​ໃນ​ອິນ​ໂດ​ເນ​ເຊຍ​ໃນ​ເດືອນ​ແລ້ວ​ນີ້ ທ່ານ​ເຊ​ເລນ​ສ໌​ກີ ໄດ້​ຮຽກ​ຮ້ອງ​ໃຫ້​ຈັດກຸ່ມຮັບ​ຮອງ​ເອົາຕຳ​ລາ​ສັນ​ຕິ​ພາບ 10 ຂໍ້​ ຂອງ​ຢູ​ເຄ​ຣນ ​ທີ່​ຮຽກ​ຮ້ອງ​ໃຫ້​ຣັດ​ເຊຍ​ຖອນ​ທະ​ຫານ​ອອກ​ຈາກ​ຢູ​ເຄ​ຣນ ແລະ​ຟື້ນ​ຟູ​ຜືນ​ແຜ່ນ​ດິນ​ທີ່​ຖືກ​ຕ້ອງ​ຊອບ​ທຳ​ຂອງ​ຢູ​ເຄ​ຣນຄືນ​ໃໝ່. ທ່ານກ່າວວ່າ "ບັດນີ້" ແມ່ນເຖິງເວລາແລ້ວທີ່ຈະເຮັດ​ໃຫ້ສົງຄາມສິ້ນ​ສຸດ​ລົງ.

ຖະ​ແຫຼງການສະ​ບັບ​ນຶ່ງ​ຂອງ​ລັດຖະບານ​ອິນ​ເດຍ ກ່ຽວ​ກັບ​ການ​ສົນທະນາ​ທາງ​ໂທລະສັບ​ກັບ​ທ່ານ​ເຊ​ເລນ​ສ໌​ກີ ​ໃນ​ຕອນ​ແລງວັນ​ຈັນວານ​ນີ້ ເວົ້າ​ວ່າ ທ່ານໂມ​ດີ "​ໄດ້​ກ່າວ​ຢ້ຳ​ຢ່າງເຂັ້ມ​ແຂງໃນ​ຄຳ​ຮຽກ​ຮ້ອງໃຫ້​ຍຸຕິ​ການ​ປະ​ທະ​ກັນ​ໃນ​ທັນທີ" ​ແລະ​ກ່າວ​ຕື່ມ​ວ່າ ທັງ​ສອງ​ຝ່າຍ​ ຄວນ​ກັບ​ຄືນ​ໄປ​ສູ່​ການ​ເຈລະຈາ ​ແລະ​ທາງ​ການ​ທູດ ​ເພື່ອ​ຊອກ​ຫາ​ທາງ​ແກ້​ໄຂ​ທີ່​ຍືນ​ຍົງ ​ຕໍ່​ຄວາມຄິດ​ເຫັນ​ທີ່​ແຕກ​ຕ່າງ​ກັນ. ຖະ​ແຫຼ​ງການນັ້ນ​ ​ກ່າວອີກ​ວ່າ ນາຍົກລັດຖະມົນຕີອິນ​ເດຍ ​ໄດ້​ໃຫ້ການ​ສະໜັບສະໜູນ​ຂອງ​ອິນ​ເດຍຕໍ່​ຄວາມ​ພະຍາ ຍາມ​ສັນຕິພາບ​ໃດໆ ​ແລະກ່າວຮັບ​ປະ​ກັນ​ຕໍ່ທ່ານເຊ​ເລນ​ສ໌​ກີ ເຖິງຄວາມ​ມຸ້ງໝັ້ນ​ຂອງ​ອິນ​ເດຍ​ ທີ່​ຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ​ ​ແກ່​ພົນລະ​ເຮືອນ​ ທີ່​ໄດ້​ຮັບ​ຜົນ​ກະທົບ.

India Remains Steadfast in Partnership with Russia
please wait

No media source currently available

0:00 0:03:13 0:00

ຖະແຫຼງການນັ້ນຍັງກ່າວຕື່ມວ່າ "ທ່ານນາຍົກລັດຖະມົນຕີ ໄດ້ອະທິບາຍເຖິງບູລິມະສິດຕົ້ນຕໍຂອງ​ການ​ເປັນປະທານກອງ​ປະ​ຊຸມ G20 ຂອງອິນເດຍ, ລວມທັງການໃຫ້ໃຊ້​ສິດໃຊ້ສຽງສຳ​ລັບຄວາມກັງວົນ​ໃຈ ຂອງບັນດາປະເທດທີ່ກໍາລັງພັດທະນາ ກ່ຽວກັບບັນຫາຕ່າງໆ ເຊັ່ນຄວາມຫມັ້ນຄົງດ້ານສະບຽງອາຫານ ແລະພະລັງງານ."

ການໂອ້ລົມທາງໂທລະສັບລະຫວ່າງຜູ້ນຳອິນເດຍ ແລະ ຢູເຄຣນໄດ້ມີຂຶ້ນໃນ 10 ມື້ ຫຼັງຈາກມີການສົນທະນາທາງໂທລະສັບຂອງທ່ານໂມ​ດີ ກັບຜູ້ນຳຣັດເຊຍ, ທ່ານວ​ລາ​ດິ​ເມຍ ​ປູ​ຕິນ ທີ່ນະ​ຄອນນິວເດລີ ຊຶ່​ງໃນ​ນັ້ນ ນີວ​ເດ​ລີກ່າວວ່າ ທ່ານໂມ​ດີ ໄດ້ກ່າວເຖິງຄວາມຈຳເປັນຕ້ອງມີການສົນທະນາ ແລະການທູດ ເພື່ອເຮັດໃຫ້ການປະທະກັນ​ຍຸ​ຕິລົງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG