ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳ ອິນເດຍ ແລະ ປາກິສຖານ ພົບປະກັນ ທີ່ ນະຄອນ ນິວເດລີ (ວີດີໂອ/ສະໄລດ໌)


Yan gudun hijira sun dauki wata tsohuwa don su tsallaka iyaka.
Yan gudun hijira sun dauki wata tsohuwa don su tsallaka iyaka.
ນາຍົກລັດຖະມົນຕີອິນ​ເດຍ ທ່ານ Narendra Modi ​ໄດ້
ພົບ​ປະ​ກັບຄູ່​ຕຳ​ແໜ່​ງ ​ຝ່າຍປາກິ​ສຖານ ທ່ານ Nawaz
Sharif ​ເພື່ອ​ສົນທະນາຫາລື​ກັນ​ ແນໃສ່ການ ​ເສີມຂະ
ຫຍາຍຄວາມສຳພັນ ລະຫວ່າງປະເທດທັງ​ສອງ​ ທີ່​ເປັນ
​ສັດຕູ​ກັນ​ມາ​ເປັນ​ເວລາ​ດົນນານແລ້ວນັ້ນ.

ຜູ້ນຳ​ທັງ​ສອງຍີ້ມ​ໃສ່​ກັນ ແລະຈັບ​ມື​ສະບາຍດີ​ກັນ ກ່ອນ​
ການ​ສົນທະນາ ​ໃນ​ວັນ​ອັງ ຄານ​ມື້​ນີ້ ທີ່ນະຄອນ​ນິວ​ເດ​ລີ
​ໃນ​ລະຫວ່າງ​ການເປັນນາຍົກ​ລັດຖະມົນຕີມື້​ທຳ​ອິດ ຂອງ
​ທ່ານ Modi.

ທ່ານ Modi ໄດ້ເຊື້ອ​ເຊີນທ່ານ Sharif​ ​ຢ່າງບໍ່ຄາດຝັນ ໃຫ້ໄປ​ຮ່ວ​ມ​ພິທີ​ເຂົ້າຮັບ​ຕຳ
​ແໜ່​ງຂອງ​ທ່ານ ທີ່​ໄດ້​ຈັດ​ຂື້ນ​ໃນ​ຕອນ​ແລງ​ວັນ​ຈັນ​ວານ​ນີ້. ນີ້​ເປັນ​ເທຶ່ອທຳ​ອິດ ທີ່​ຜູ້ນຳ
ປາ​ກິດ​ຖານ ​ໄດ້​ເຂົ້າ​ຮ່ວມ​ໃນ​ພິທີ​ດັ່ງກ່າວ.
INDIA PAKISTAN VO
please wait
Embed

No media source currently available

0:00 0:00:52 0:00

ບັນດາ​ຜູ້ນຳ ຂອງ​ສຣີລັງ​ກາ ອັຟກາສິ​ນຖານ ມາລ​ດິບ ພູຖານ ​ເນ​ປານ ​ແລະ ມໍຣິ​ເຕ​
ເນຍ ກໍໄດ້ເຂົ້າ​ຮ່ວ​ມໃນພິທີດັ່ງກ່າວ ​ແລະ​ມີໝາຍກຳນົດ​ຈະ​ພົບ​ປະ​ກັບ ທ່ານ Modi
​ຕາມພາຍຫລັງ.

ການເຊື້ອເຊີນຜູ້້ນຳເຫຼົ່ານີ້ໄປຮ່ວມ ແມ່ນຖືກເບິ່ງກັນ​ວ່າ​ ເປັນສັນຍານ​ທີ່ຜູ້​ນຳ​ຄົນ ໃໝ່
ຂອງອິນ​ເດຍ ​ຈະ​ເພັ່ງເລັງ​ໃສ່ ການ​ປັບປຸງ​ຄວາມສຳພັນ​ກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ
ຄວາມສຳພັນ​ລະຫວ່າງ​ສອງປະເທດເພື່ອນ​ບ້ານ ທີ່ມີອາວຸດ​ນິວ​ເຄລຍໄດ້​ຊຸດໂຊມ​ລົງ
ຫລັງຈາກໄດ້ມີການ​ໂຈມ​ຕີທີ່ນະຄອນ Mumbai ​ໃ​ນປີ 2008 ທີ່​ພວກ​ຫົວ​ຮຸນ​ແຮງປາ​
ກິ​ສຖານ ​ໄດ້​ສັງຫານ 166 ຄົນ.
XS
SM
MD
LG