ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນເດຍ ລາຍງານວ່າ ມີຜູ້ຕິດພະຍາດໂຄວິດ-19 ລາຍໃໝ່ ຫລາຍກວ່າ 360,000 ຄົນ


ຄົນໃສ່ໜ້າກາກປ້ອງກັນການຕິດພະຍາດ COVID-19 ໃນນະຄອນຫລວງ ນິວເດລີຂອງອິນເດຍ
ຄົນໃສ່ໜ້າກາກປ້ອງກັນການຕິດພະຍາດ COVID-19 ໃນນະຄອນຫລວງ ນິວເດລີຂອງອິນເດຍ

ອິນເດຍລາຍງານວ່າ ມີຜູ້ຕິດພະຍາດໂຄວິດ-19 ລາຍໃໝ່ 368,147 ກໍລະນີ ໃນວັນຈັນວານນີ້, ເຊິ່ງເປັນມື້ທີ 12 ຕິດຕໍ່ກັນທີ່ປະເທດໃນເຂດເອເຊຍໃຕ້ແຫ່ງນັ້ນທີ່ ໄດ້ບັນທຶກວ່າ ມີຜູ້ຕິດເຊື້ອຢ່າງໜ້ອຍ 300,000 ກໍລະນີ.

ໃນຂະນະທີ່ອິນເດຍ ເປັນບ່ອນຕັ້ງຂອງສະຖາບັນຊີຣອມ (Serum) ຂອງອິນເດຍ ເຊິ່ງເປັນຜູ້ຜະລິດວັກຊີນທີ່ໃຫຍ່ທີ່ສຸດໃນໂລກ, ມີປະຊາຊົນແຕ່ 2 ເປີເຊັນຂອງພົນລະເມືອງທີ່ມີທັງໝົດ 1 ຕື້ 300 ລ້ານຄົນເທົ່ານັ້ນ ທີ່ໄດ້ຮັບການສັກຢາປ້ອງກັນພະຍາດນີ້, ອີງຕາມການລາຍງານຂອງທ້ອງຖິ່ນ.

ທ່ານອາດາ ພູນວະລາ (Adar Poonawalla), ຊີອີໂອຂອງສະຖາບັນຊີຣອມ (Serum) ຂອງອິນເດຍ, ກ່າວຕໍ່ໜັງສືພິມ Sunday Times ວ່າ "ຂ້າພະເຈົ້າຄິດວ່າ ແມ່ນແຕ່ພະເຈົ້າກໍ່ບໍ່ສາມາດຄາດຄະເນໄດ້ວ່າ ມັນຈະຮ້າຍແຮງປານນີ້."

ຫລັງຈາກໄດ້ມີການວິພາກວິຈານຢ່າງໜັກກ່ຽວກັບຄຳເຫັນຂອງທ່ານໃນເວລາໃຫ້ສຳພາດ ຕໍ່ໜັງສືພິມດັ່ງກ່າວນັ້ນແລ້ວ, ເສດຖີອາຍຸ 40 ປີ ກໍກ່າວວ່າ ທ່ານກຳ ລັງຫລຸດລາຄາຂອງວັກຊີນລົງ ແລະວ່າ ການເຄື່ອນໄຫວດັ່ງກ່າວ “ຈະຊ່ວຍໃຫ້ຄົນໄດ້ຮັບການສັກຢາວັກຊີນເພີ່ມຂຶ້ນ ແລະຊ່ວຍຊີວິດຄົນນັບບໍ່ຖ້ວນໄວ້.”

ອົງການສະຫະປະຊາຊາດ ຫລື U.N. ກ່າວໃນວັນຈັນວານນີ້ວ່າ ຕົນກຳລັງປະ ຕິບັດງານຢູ່ອິນເດຍ ເພື່ອຕໍ່ສູ້ກັບຂໍ້ມູນທີ່ບິດເບືອນກ່ຽວກັບການສັກຢາວັກຊີນກັນພະຍາດໂຄວິດ-19 ພ້ອມທັງວິທີການແຜ່ລະບາດຂອງພະຍາດດັ່ງກ່າວ.

ໂຄສົກທ່ານຂອງອົງການດັ່ງກ່າວ, ທ່ານ ສເຕັບຟານ ດູເຈຣິກ (Stephane Dujarric) ກ່າວວ່າ ທີມງານຂອງ U.N. ກຳລັງເຮັດວຽກຮ່ວມກັບສະຖານີວິທະຍຸຊຸມຊົນໃນທົ່ວປະເທດ ເພື່ອເຂົ້າເຖິງປະຊາຊົນຫຼາຍກວ່າ 17 ລ້ານຄົນ ໃນເຂດຊົນນະບົດໃຫ້ຮູ້ກ່ຽວກັບຄວາມສຳຄັນຂອງການສັກຢາວັກຊີນ ແລະວິທີປ້ອງກັນການຕິດເຊື້ອໄວຣັສໂຄໂຣນາ.

ກະຊວງປ້ອງກັນປະເທດສະຫະລັດກ່າວໃນວັນຈັນວານນີ້ວ່າ ຕົນໄດ້ສົ່ງອຸປະ ກອນສໍາລັບປິ່ນປົວພະຍາດໂຄວິດໃສ່ເຮືອບິນສອງລຳໄປປະເທດອິນເດຍແລະຍັງອີກສອງຖ້ຽວບິນ ມີກຳນົດຈະອອກເດີນທາງໃນວັນພຸດນີ້.

ຫົວໜ້າຂ່າວສານຂອງທໍານຽບຫ້າແຈ, ທ່ານຈອນ ເຄີບີ (John Kirby) ກ່າວວ່າເຮືອບິນລຳດັ່ງກ່າວ ກຳລັງໄປສົ່ງອຸປະກອນໃຊ້ທີ່ຈຳເປັນ, ລວມທັງ "ຄວາມສາມາດໃນການຜະລິດອອກຊີເຈນແລະອຸປະກອນປ້ອງກັນສໍາລັບບຸກຄົນ".

ກອງບັນຊາການຂົນສົ່ງຂອງສະຫະລັດ ໄດ້ກ່າວໃນທວີດເຕີຂອງຕົນວ່າ ອຸປະ ກອນທີ່ສົ່ງໄປໃຫ້ໃນທ້າຍອາທິດຜ່ານມາແຕ່ລະຄັ້ງແມ່ນລວມມີ ໜ້າກາກ N95 ຫຼາຍກ່ວານຶ່ງລ້ານອັນ ແລະເຄື່ອງກວດພະຍາດທີ່ວ່ອງໄວ ພ້ອມທັງຖັງອອກຊີເຈນຫຼາຍກ່ວາ 440 ຖັງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG