ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສານສູງສຸດ ອິນເດຍ ຢັ້ງຢືນ ສິດທິສ່ວນຕົວ ຂອງບຸກຄົນ ຕາມລັດຖະທຳມະນູນ


ຜູ້ປະກອບການ ຊ່ອຍແມ່ຍິງຊະລາ ຄົນນຶ່ງ ຖ່າຍສະແກນ ລາຍນິ້ວມື ໃນຂະນະທີ່ແມ່ເຖົ້າ ລົງທະບຽນເຮັດບັດປະຈຳໂຕ ສຳລັບເຂດ Aadhar, ເຊິ່ງເປັນບັດປະຈຳໂຕທີ່ເປັນເອກກະລັກ ຂອງອິນເດຍ ໃນໂຄງການ ຢູ່ທີ່ເມືອງ Kolkata ຂອງອິນເດຍ, ວັນທີ 16 ພຶດສະພາ 2012.
ຜູ້ປະກອບການ ຊ່ອຍແມ່ຍິງຊະລາ ຄົນນຶ່ງ ຖ່າຍສະແກນ ລາຍນິ້ວມື ໃນຂະນະທີ່ແມ່ເຖົ້າ ລົງທະບຽນເຮັດບັດປະຈຳໂຕ ສຳລັບເຂດ Aadhar, ເຊິ່ງເປັນບັດປະຈຳໂຕທີ່ເປັນເອກກະລັກ ຂອງອິນເດຍ ໃນໂຄງການ ຢູ່ທີ່ເມືອງ Kolkata ຂອງອິນເດຍ, ວັນທີ 16 ພຶດສະພາ 2012.

ສານສູງສຸດຂອງອິນເດຍ ໄດ້ຕັດສິນ ໃນວັນພະຫັດມື້ນີ້ ວ່າ ພົນລະເມືອງຂອງປະເທດ
ມີສິດທິຂອງຄວາມເປັນສ່ວນຕົວ ຕາມລັດຖະທຳມະນູນ.

ການຕັດສິນ ຢ່າງເປັນເອກກະສັນ ໂດຍຄະນະຜູ້ພິພາກສາ 9 ທ່ານ ໄດ້ມີຂຶ້ນໃນການ
ຕອບສະໜອງ ການທ້າທາຍດ້ານກົດໝາຍ ຕໍ່ໂຄງການ ເຮັດບັດປະຈຳໂຕທີ່ມີຄຸນລັກ
ສະນະສ່ວນບຸກຄົນ ຂອງລັດຖະບານ ທີ່ຈະຕ້ອງໃຫ້ປະຊາຊົນ ພິມນິ້ວມື ແລະ ຖ່າຍ
ສະແກນເອົາແກ່ນຕາດຳ ນັ້ນ.

ປະຊາຊົນ ຫຼາຍກວ່າ ໜຶ່ງຕື້ ໄດ້ລົງນາມ ສຳລັບໂຄງການດັ່ງກ່າວ ເຊິ່ງໄດ້ຖືກຈັດຕັ້ງຂຶ້ນ
ດ້ວຍຈຸດປະສົງ ທີ່ຈະດັດແປງການບໍລິການຕ່າງໆ ແລະຫລຸດຜ່ອນການສໍ້ໂກງ ຂອງ
ລັດຖະບານ. ແຕ່ຄວາມກັງວົນທັງຫຼາຍ ໄດ້ມີຂຶ້ນ ກ່ຽວກັບຄວາມປອດໄພ ຂອງຂໍ້ມູນນັ້ນ
ແລະ ບັດທັງຫຼາຍ ມີຄວາມຈຳເປັນ ຈະຕ້ອງມີ ສຳລັບການບໍລິການຈຳນວນໜຶ່ງ ທີ່ກຳລັງ
ມີຫຼາຍຂຶ້ນເລື້ອຍໆ ເຊັ່ນວ່າ ການເປີດບັນຊີທະນາຄານເປັນຕົ້ນ.

ລັດຖະບານໄດ້ໂຕ້ຖຽງວ່າ ລັດຖະທຳມະນູນຂອງອິນເດຍ ບໍ່ໄດ້ຮັບປະກັນ ສິດທິຂອງ
ຄວາມເປັນສ່ວນຕົວ ໃຫ້ແກ່ບຸກຄົນທັງຫຼາຍ.

ສານໄດ້ປະຕິເສດ ຈຸດຢືນດັ່ງກ່າວນັ້ນ ໂດຍກ່າວວ່າ ໃນການຕັດສິນໃຈ ຂອງຕົນນັ້ນ
“ສິດທິຂອງຄວາມເປັນສ່ວນຕົວ ແມ່ນໄດ້ຖືກປົກປ້ອງ ອັນເປັນພາກສ່ວນໜຶ່ງທີ່
ເປັນເນື້ອແທ້ ຂອງສິດທິໃນການມີຊີວິດຢູ່ ແລະ ໃນການມີເສລີພາບສ່ວນຕົວ”

ພາຍໃຕ້ລັດຖະທຳມະນູນ.

India Privacy
please wait
Embed

No media source currently available

0:00 0:00:20 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG