ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ຈະປົກປ້ອງ ຜົນປະໂຫຍດ ຂອງຕົນ ຢູ່ທະເລຈີນໃຕ້


ຄວາມເຂັ້ມແຂງ ລະຫວ່າງກອງທັບເຮືອອິນເດຍ ແລະຈີນ
ຄວາມເຂັ້ມແຂງ ລະຫວ່າງກອງທັບເຮືອອິນເດຍ ແລະຈີນ
ໃນຂະນະທີ່ອິນເດຍປະກາດວ່າ ຕົນຈະປົກປ້ອງຜົນປະໂຫຍດ
ຂອງຕົນຢູ່ໃນເຂດທະເລຈີນໃຕ້ນັ້ນ ຈີນຊໍ້າພັດກ່າວຢໍ້າວ່າ ຕົນ
ມີອະທິປະໄຕແບບໂຕ້ແຍ້ງບໍ່ໄດ້ ຕໍ່ໝູ່ເກາະໝູ່ດອນ ແລະເຂດ
ນ່ານນໍ້າ ຢູ່ໃນບໍລິເວນດັ່ງກ່າວ. ອິນເດຍ ບໍ່ມີສ່ວນພົວພັນໂດຍ ກົງກ່ຽວກັບບັນຫາຂັດແຍ້ງຢູ່ທະເລຈີນໃຕ້ ແຕ່ໄດ້ເລີ້ມທຳການ
ສຳຫຼວດຢູ່ໃນເຂດນ່ານນໍ້າ ທີ່ຈີນອ້າງເອົາກຳມະສິດ. Anjana
Pasricha ມີລາຍງານກ່ຽວກັບເລື່ອງນີ້ ຈາກກຸງນິວເດລີ.

ພົນເຮືອເອກ D.K. Joshi ຜູ້ບັນຊາການກອງທັບເຮືອອິນເດຍ
ກ່າວໃຫ້ ການຢືນຢັນວ່າອິນເດຍຈະບໍ່ຍອມຖອຍຢ່າງເດັດຂາດ ຈາກການປົກປ້ອງຜົນປະໂຫຍດໃນການເດີນເຮືອ ແລະຜົນປະ
ໂຫຍດທາງດ້ານເສດຖະກິດຂອງຕົນໃນເຂດທະເລຈີນໃຕ້.

ພົນເຮືອເອກ Joshi ກ່າວໃນມື້ວັນຈັນຜ່ານມານີ້ວ່າ ເຖິງແມ່ນວ່າອິນເດຍບໍ່ໄດ້ມີສ່ວນໃນ ການອ້າງກຳມະສິດ ຢູ່ໃນເຂດທະເລຈີນໃຕ້ກໍຕາມ ແຕ່ອິນເດຍ ກໍຈະສົ່ງກຳປັ່ນລົບ ໄປຍັງ ເຂດດັ່ງກ່າວ ຖ້າຫາກວ່າມີຄວາມຈຳເປັນ. ບໍລິສັດລັດວິສາຫະກິດນໍ້າມັນແລະແກັສທຳມະ ຊາດຂອງອິນເດຍທີ່ເອີ້ນຫຍໍ້ວ່າ ONGC ນັ້ນມີສ່ວນໄດ້ສ່ວນເສຍຢູ່ໃນເຂດນຶ່ງຂອງທະເລ ຈີນຕອນໃຕ້ ທີ່ຫວຽດນາມກ່າວວ່າ ເປັນເຂດເສດຖະກິດພິເສດຂອງຕົນນັ້ນ.

ພົນເຮືອເອກ Joshi ກ່າວວ່າ “ບໍ່ຄາດວ່າ ພວກເຮົາຈະເຂົ້າໄປໃນເຂດນ່ານນໍ້າ ດັ່ງ ກ່າວຢູ່ເລື້ອຍໆ ແຕ່ເວລາໃດ ຫາກມີຄວາມຈຳເປັນ ຕົວຢ່າງວ່າ ຢູ່ໃນສະຖານະ ການທີ່ພົວພັນກັບຜົນປະໂຫຍດຂອງປະເທດເຮົາເຊັ່ນບໍລິສັດລັດ ONGC, ບໍລິ ສັດ ONGC videsh ແລະອື່ນໆອີກ ພວກເຮົາຈຳເປັນ ຕ້ອງໄດ້ໄປທີ່ນັ້ນ ແລະ ພວກເຮົາກໍໄດ້ກະກຽມກ່ຽວກັບເລື່ອງນີ້. ປັດຈຸບັນພວກເຮົາກຽມພ້ອມແລ້ວຫຼືບໍ່? ພວກເຮົາມີການຊ້ອມລົບປະເພດນີ້ຫຼືບໍ່? ຄຳຕອບກໍມີຢູ່ວ່າ ແມ່ນແລ້ວພວກເຮົາ ໄດ້ມີການກະກຽມເຫຼົ່ານີ້."

ເມື່ອມີການຖາມວ່າ ປັກກິ່ງຈະດຳເນີນການແບບໃດ ຖ້າຫາກອິນເດຍສົ່ງກອງທັບເຮືອໄປ ປ້ອງກັນຜົນປະໂຫຍດດ້ານນໍ້າມັນຂອງຕົນ ຢູ່ໃນເຂດທະເລຈີນໃຕ້ ທ່ານ Hong Lei ໂຄ ສົກກະຊວງການຕ່າງປະເທດຈີນກ່າວວ່າປັກກິ່ງມີອະທິປະໄຕທີ່ໂຕ້ແຍ້ງບໍ່ໄດ້ເໜືອໝູ່ເກາະ ໝູ່ດອນຕ່າງໆແລະເຂດນ່ານນໍ້າຢູ່ໃນບໍລິເວນດັ່ງກ່າວ.

ແຜນທີ່ການອ້າງກຳມະສິດ ໃນທະເລຈີນໃຕ້
ແຜນທີ່ການອ້າງກຳມະສິດ ໃນທະເລຈີນໃຕ້

ທ່ານ Hong Lei ເວົ້າວ່າ “ຈີນຄັດຄ້ານຕໍ່ຂຸດຄົ້ນພັດທະນາຕາມລຳພັງໃດໆກໍຕາມ ກ່ຽວກັບເລື່ອງນໍ້າມັນແລະແກັສທຳມະຊາດ ຢູ່ໃນເຂດທະເລຈີນໃຕ້."

ທ່ານຫວັງວ່າ ບັນດາປະເທດທີ່ກ່ຽວຂ້ອງ ຈະໃຫ້ການເຄົາລົບຕໍ່ທ່າທີ ແລະສິດທິຂອງຈີນ.

ຈີນ ຊຶ່ງອ້າງກຳມະສິດເອົາສ່ວນໃຫຍ່ຂອງໝູ່ເກາະໝູ່ດອນແລະເຂດນ່ານນໍ້າໃນທະເລຈີນ ໃຕ້ ພວມຢູ່ໃນລະຫວ່າງການຜິດຂ້ອງຕ້ອງຖຽງ ກັບບັນດາປະເທດໃນເຂດເອເຊຍຕາເວັນ ອອກສຽງໃຕ້ ເຊັ່ນຫວຽດນາມ ແລະຟີລິບປິນ. ຄວາມເຄັ່ງຕຶງໄດ້ເພີ້ມທະວີຂຶ້ນ ຊຶ່ງມີຈຸດສູນ ກາງຢູ່ໃນເຂດນ່ານນໍ້າທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ທີ່ພວກນັກຊ່ຽວ ຊານບາງຄົນໄດ້ສະແດງຄວາມຢ້ານກົວວ່າ ອາດຈະກາຍເປັນບັນຫາຂັດແຍ້ງກັນນັ້ນ.

ຜ່ານມາ ອິນເດຍ ສ່ວນໃຫຍ່ແລ້ວ ແມ່ນເປັນຜູ້ສັງເກດການ ທີ່ບໍ່ສະແດງປະຕິກິລິຍາໃດໆ ກ່ຽວກັບຄວາມເຄັ່ງຕຶງທີ່ເພີ້ມທະວີຂຶ້ນໃນເຂດທະເລຈີນໃຕ້.

ແຕ່ພວກນັກວິເຄາະອິນເດຍກ່າວວ່າ ນິວເດລີ ໄດ້ເຂົ້າໄປມີສ່ວນພົວພັນໃນບັນຫາໂຕ້ຖຽງ ດັ່ງກ່າວ ຍ້ອນໄດ້ເຂົ້າໄປທຳການສຳຫຼວດໃນບໍລິເວນບໍ່ແກັສທຳມະຊາດຂອງຫວຽດນາມ. ທ່ານ Bhaskar Roy ນັກວິເຄາະດ້ານຍຸດທະສາດ ທີ່ກຸງນິວເດລີ ກ່າວວ່າ ອິນເດຍ ຕ້ອງ ການຢາກຮັກສາການມີໜ້າຂອງຕົນໄວ້ ຢູ່ໃນເຂດທະເລຈີນໃຕ້ ທີ່ອຸດົມສົມບູນ ໄປດ້ວຍບໍ່ ນໍ້າມັນສຳຮອງນັ້ນ.

ທ່ານ Roy ເວົ້າວ່າ “ມີຮ່ອງຮອຍທີ່ສະແດງໃຫ້ເຫັນວ່າ ບໍ່ແມ່ນໂດຍກົງແຕ່ໃນທາງ ອ້ອມທີ່ວ່າ ຈີນຢາກບີບບັງຄັບໃຫ້ພວກເຮົາ ອອກໄປຈາກເຂດດັ່ງກ່າວ. ເວລານີ້ ພວກເຮົາບໍ່ສາມາດທີ່ຈະມີແຕ່ມ້ຽນເຄື່ອງມ້ຽນຂອງແລະຖືກຂັບໄລ່ອອກໄປເສີຍໆ. ມັນມີຜົນປະໂຫຍດຂອງປະຊາຊົນໃນອິນເດຍ ກ່ຽວກັບເລື່ອງນີ້ ບ່ອນທີ່ພວກເຮົາ ກຳລັງຈະຍອມຈຳນົນອະທິປະໄຕຂອງພວກເຮົາ ຍ້ອນຖືກຈີນກົດດັນ. ນອກນັ້ນ ມັນຍັງມີການສະແດງໃຫ້ເຫັນຄືກັນວ່າ ພວກເຮົາມີຄວາມສາມາດແລະມີຄວາມ ໝາຍໝັ້ນທີ່ຈະປົກປ້ອງຜົນປະໂຫຍດຂອງພວກເຮົາ.”

ກຳປັ່ນລົບຈີນລຳນຶ່ງ ຍິງລູກສອນໄຟ ຂະນະທີ່ຊ້ອມລົບ ຢູ່ທະເລຈີນໃຕ້
ກຳປັ່ນລົບຈີນລຳນຶ່ງ ຍິງລູກສອນໄຟ ຂະນະທີ່ຊ້ອມລົບ ຢູ່ທະເລຈີນໃຕ້


ເຈົ້າໜ້າທີ່ອິນເດຍກ່າວວ່າ ເຂດທະເລຈີນໃຕ້ແມ່ນກະແຈສຳຄັນສຳລັບຄວາມໝັ້ນຄົງໃນ ດ້ານພະລັງງານຂອງຕົນ. ຫຼາຍກວ່າເຄິ່ງໃນການນໍາເຂົ້າແລະການສົ່ງອອກຂອງອິນເດຍກໍ ສົ່ງຜ່ານເຂດນ່ານນໍ້າດັ່ງກ່າວຄືກັນແລະນິວເດລີເວົ້າວ່າຕົນຕ້ອງການຢາກໃຫ້ມີຄວາມປອດ ໄພ ແລະຄວາມໝັ້ນຄົງ ສຳລັບກຳປັ່ນ ຂອງປະເທດຕ່າງໆ. ພວກນັກວິເຄາະອິນເດຍບາງ ຄົນຍັງເວົ້າວ່າ ຖ້າຈີນຫາກມີສິດທິໃນການຮ່ວມມືທາງທະເລກັບປະເທດເພື່ອນບ້ານເຊັ່ນ ປາກິສຖານແລະສຣີລັງກາ ຢູ່ໃນມະຫາສະມຸດອິນເດຍແລ້ວ ອິນເດຍ ກໍມີສິດທິແບບດຽວ ກັນ ຢູ່ໃນເຂດທະເລຈີນໃຕ້.

ກ່ຽວຂ້ອງກັນ

XS
SM
MD
LG