ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົດໄຟ ຂອງອິນເດຍ ໃຊ້ເປັນ ຫ້ອງສອນ ວິທະຍາສາດ ເຄື່ອນທີ່ (ວີດິໂອ ພາສາລາວ/ອັງກິດ)


ລົດໄຟ ຂອງອິນເດຍ ໃຊ້ເປັນ ຫ້ອງສອນ ວິທະຍາສາດ ເຄື່ອນທີ່ (ວີດິໂອ ພາສາລາວ)

ລະບົບລົດໄຟຂອງອິນເດຍ ​ແມ່ນ​ໂຮມ​ຢູ່​ໃນ​ພວກລະບົບທີ່ໃຫຍ່
ແລະຄົນ ໃຊ້ກັນຫລາຍທີ່ສຸດໃນໂລກ. ແຕ່ວ່າ ບໍ່ແມ່ນໃຊ້ແຕ່ຂົນ
ສົ່ງຄົນໂດຍສານເທົ່ານັ້ນ ລັດຖະບານອິນເດຍຍັງໃຊ້ຕາໜ່າງ
ອັນໃຫຍ່ຫລວງອັນນີ້ ເພື່ອສະໜອງຫ້ອງຮຽນເຄື່ອນທີ່ໃຫ້ແກ່
ເດັກນ້ອຍ ທີ່ຢູ່​ເຂດສອກຫລີກຫ່າງ ໄກທີ່ສຸດ ຂອງປະເທດ. Aru
Pande ນັກຂ່າວວີໂອເອ ມີລາຍລະອຽດເລື້ອງນີ້ ຊຶ່ງບົວສະຫວັນ
ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.


ທ່ານ Raghave Pandya, ຄູສອນວິທະຍາສາດ ເປັນຄົນມັກ
ວິທະຍາສາດ ຫລາຍເຖິງຂັ້ນວ່າລາວໃຊ້ເວລາເຖິງ 6 ເດືອນຢູ່
ໃນລົດໄຟສາຍນີ້ເພື່ອຈະແບ່ງປັນຄວາມຝັກໄຝ່ດ້ານນີ້ຂອງລາວ
ກັບພວກຊາວໜຸ່ມ ຢູ່ທົ່ວອິນເດຍ.

ເບິ່ງວີດິໂອກ່ຽວຂ້ອງກັບລາຍງານນີ້:



ນາຍຄູ Pandya ເວົ້າວ່າ: “ຂ້ອຍມີຄວາມຝັກໄຝ່ໃນການເຜີຍແຜ່ ແລະເຮັດໃຫ້
ຄົນຮູ້ຈັກ ກ່ຽວກັບຄວາມຮູ້ແລະກົນໄກທາງວິທະຍາສາດ ທີ່ຢູ່ອ້ອມຂ້າງເຮົານີ້. ຜູ້ຄົນຢາກຮູ້ວ່າ ເປັນຫຍັງມັນຈຶ່ງເປັນແນວນັ້ນ ແນວນີ້ ແລະມັນເປັນແນວໃດ​
ໄດ້​ແບບ​ໃດ.”


ທ່ານ Pandya ແມ່ນນຶ່ງໃນນາຍຄູ 40 ຄົນທີ່ຮຽນຈົບຂັ້ນປະລິນຍາໂທ ຊຶ່ງໄດ້ເອົາລົດ
ດ່ວນວິທະຍາສາດຂະ​ບວນນີ້ ເປັນເຮືອນຢູ່ຂອງຕົນ ໃນຂະນະທີ່ມັນແລ່ນໄປ 19 ພັນກິ
ໂລແມັດທົ່ວອິນເດຍ ຕັ້ງແຕ່ເດືອນເມສາ ຫາ​ເດືອນຕຸລາ ປີນີ້.

ລົດໄຟຈະໄປຈອດຢູ່ 62 ຈຸດແຕກຕ່າງກັນ ລວມທັງ ຢູ່ໃນນະຄອນຫລວງຂອງອິນເດຍ ບ່ອນທີ່ນັກຮຽນຫລາຍຮ້ອຍຄົນ ພາກັນລຽນແຖວ ເພື່ອຈະໄດ້ມີໂອກາດ​ເຂົ້າໄປເບິ່ງການ
ວາງສະແດງທີ່ສຸມໃສ່ຊີວະນາໆ ພັນການອະນຸລັກທໍາມະຊາດແລະການປ່ຽນແປງຂອງ
ດິນຟ້າອາກາດ.

ມີຫລາຍກວ່າ 8 ລ້ານ 5 ແສນຄົນ ໄດ້​ເຂົ້າຊົມຫ້ອງວາງສະແດງເຄື່ອນທີ່ ​ເທິງ​ລົດ​ໄຟ​ຂະ​ບວນນີ້ ຊຶ່ງເປັນໂຄງການທີ່ນາຍົກລັດຖະມົນຕີອິນເດຍ ໄດ້ເລີ້ມຕົ້ນຂຶ້ນໃນປີ 2007ເພື່ອ
ດຶງດູດເອົາຊາວໜຸ່ມ ເຂົ້າມາສົນ​ໃຈ​ກ່ຽວ​ກັບວິທະຍາສາດຄືນອີກ.

ທ່ານ Chander Mohan ທີ່ປຶກສາປະຈໍາກົມວິທະຍາສາດ ແລະເທັກໂນໂລຈີ ​ເປັນ​ຜູ້ທີ່
ຖືກມອບໝາຍໜ້າທີ່ໃຫ້ຊອກຫາວິທີທາງຕ່າວປີ້ນ ສິ່ງທີ່ທ່ານເອີ້ນວ່າຄວາມບໍ່ສົນໃຈທີ່
ນັບມື້ນັບເພີ້ມຂຶ້ນໃນຂະແໜງດັ່ງກ່າວ.

ທ່ານ Mohan ເວົ້າວ່າ: “ເປັນຫຍັງເຮົາຈຶ່ງບໍ່ເອົາວິທະຍາສາດໄປຫາຄົນ ແທນທີ່
ຈະໃຫ້ຄົນໄປ ຫາວິທະຍາສາດ. ແລະມີຫຍັງອີກ ຈະດີໄປກວ່າຕາໜ່າງລົດໄຟ
ຂອງ ອິນເດຍ ຊຶ່ງມັນໃຫຍ່ມະຫາສານຫລາຍເຖິງຂັ້ນວ່າ ເປັນຕາໜ່າງທີ່ໃຫຍ່
ທີ່ສຸດໃນໂລກ. ແລະມັນກໍຂະຫຍາຍອອກໄປທົ່ວປະເທດອີກ. ແຕ່ລະທຸກ​ຈອກ​
ທຸກ​ແຈ ແລະທຸກຊອກທຸກມຸມຂອງອິນເດຍ ແມ່ນຕິດຕໍ່ໃສ່ກັນໂດຍຕາໜ່າງ
ລົດໄຟ.”


ເບິ່ງວີດິໂອອີກເລື້ອງນຶ່ງກ່ຽວກັບລາຍງານນີ້:

All Aboard! Train Brings Science to Kids Across India (VOA On Assignment July 12)
please wait

No media source currently available

0:00 0:05:15 0:00
ລິງໂດຍກົງ


ລົດດ່ວນ​ວິທະຍາສາດ​ຂະ​ບວນນີ້ ຢຸດຢູ່ແຕ່ລະສະຖານີ ເປັນເວລາສາມ ຫາສີ່ມື້ ແລະພວກ​
ຊາວໜຸ່ມ ມີໂອກາດທີ່ຈະໄດ້ເຂົ້າຮ່ວມຫ້ອງທົດລອງ ແບບເຮັດຕົວຈິງເລີຍ ຊຶ່ງມີນາຍຄູ
ເປັນຜູ້ຊ່ວຍເຂົາເຈົ້າທໍາການທົດລອງ ທີ່ເນັ້ນໃສ່ຫລັກການ​ຂອງວິຊາເລກຫລືຄະນິດສາດ
ແລະວິທະຍາສາດ.

ສໍາລັບເດັກນ້ອຍບາງຄົນໃນນີ້ ໂດຍສະເພາະແມ່ນພວກທີ່ມາຈາກຕົວ ເມືອງນ້ອຍ ທີ່ຢູ່
ຂອບໄກທີ່ສຸດຂອງອິນເດຍແລ້ວ ສິ່ງນີ້ແມ່ນໂອກາດ ທີ່ຫາຍາກສໍາລັບ​ຮຽນຮູ້ສິ່ງ​ອື່ນໆ ນອກ
ເໜືອໄປຈາກການຮຽນຢູ່ໃນຫ້ອງ ທີ່ມີຝາກສີ່ດ້ານຂອງພວກເຂົາເຈົ້າ.

ສໍາລັບ​ຄູ Raghave Pandya ​ແລ້ວ ການ​ໄດ້​ເຫັນ​ສີ​ໜ້າ​ທ່າ​ທາງ​ອັນ​ຕື່ນ​ເຕ້ນ​ຂອງ​ພວກ​ຊາວ​ໜຸ່ມ​ແລ້ວ ​ແມ່ນ​ກຸ້ມ​ຄ່າ​ກັບ​ການ​ທີ່​ຈະ​ຕ້ອງ​ໄດ້​ເດີນທາງ​ໄປໄກໆ ກັບ​ລົດໄຟ​ຂະ​ບວນ
ນີ້.

ນາຍຄູ Pandya ກ່າວມ້ວນທ້າຍວ່າ: “ການທົດລອງທີ່ໜ້າປະທັບໃຈຕ່າງໆ ຫລື
ສິ່ງໃດສິ່ງນຶ່ງໃນທໍານອງນັ້ນແຫລະ ເມື່ອພວກເຂົາໄດ້ມາຮູ້ ມາເຫັນ ເຂົາກໍເວົ້າ
ວ່າ ໂອ້ຄັກແທ້ໆ. ມັນ​ແມ່ນ​ຄວາມ​ຕື່ນ​ເຕ້ນ​ທີ່​ເຮົາເຫັນ​ຢູ່​ໃນ​ຕາ​ຂອງ​ພວກ​ເຂົາ​ຫັ້ນ
ແຫລະ ທີ່​ມັນ​ກຸ້ມຄ່າ. ໃນສະໄໝທີ່ ພວກເຮົາເປັນເດັກນ້ອຍ ພວກເຮົາບໍ່ໄດ້ມີ
ໂອກາດ ຈະໄດ້ສໍາພັດແບບນີ້.
"

​ເວລາ​ນີ້ ລົດດ່ວນວິທະຍາສາດຂະ​ບວນນີ້ ແມ່ນກໍາລັງ​ແລ່ນ​ຜ່ານພາກຕາເວັນອອກຂອງ
ອິນເດຍ ໂດຍມີແຜນທີ່ຈະຢຸດຈອດຢູ່ໃນລັດ Bangal ຕາເວັນຕົກ ແລະລັດ Orissa ໃນ
ເດືອນກໍລະກົດນີ້. ຄາດກັນວ່າ ຫ້ອງວາງສະແດງເຄື່ອນທີ່ຫ້ອງ​ນີ້ ຈະດຶງດູດເອົາຜູ້ຊົມ 10
ລ້ານຄົນ ພາຍໃນທ້າຍປີນີ້.
XS
SM
MD
LG