ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກລັດຖະມົນຕີອິນເດຍ ທ່ານໂມດີ ເດີນທາງໄປ ອອສເຕຣເລຍ ເພື່ອເສີມສ້າງສາຍພົວພັນໃຫ້ເຂັ້ມແຂງຂຶ້ນ


ນາຍົກລັດຖະມົນຕີ ທ່ານນາເຣັນດຣາ ໂມດີ ສະແດງທ່າທາງໃນລະຫວ່າງທີ່ທ່ານເດີນທາງໄປຮອດສະໜາມບິນສາກົນຊິດນີ ໃນວັນທີ 22 ພຶດສະພາ 2023, ເພື່ອເລີ້ມຕົ້ນການຢ້ຽມຢາມອອສເຕຣເລຍ ເປັນເວລາສາມມື້.
ນາຍົກລັດຖະມົນຕີ ທ່ານນາເຣັນດຣາ ໂມດີ ສະແດງທ່າທາງໃນລະຫວ່າງທີ່ທ່ານເດີນທາງໄປຮອດສະໜາມບິນສາກົນຊິດນີ ໃນວັນທີ 22 ພຶດສະພາ 2023, ເພື່ອເລີ້ມຕົ້ນການຢ້ຽມຢາມອອສເຕຣເລຍ ເປັນເວລາສາມມື້.

ນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດຣາ ໂມດີ ໄດ້ເດີນທາງໄປເຖິງອອສເຕຣເລຍ ເພື່ອການຢ້ຽມຢາມ​ຢ່າງເປັນທາງການ, ເຊິ່ງການສົນທະນາກັບລັດຖະບານອອສເຕຣເລຍ ຖືກຄາດການວ່າ ຈະເພັ່ງເລັງໃສ່ ດ້ານ​ປ້ອງ​ກັນ​ປະ​ເທດ, ການຄ້າ ແລະ ພະລັງງານໝູນວຽນ. ຟີລ ເມີເຊີ ມີລາຍງານ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການເດີນທາງໄປຢ້ຽມຢາມອອສເຕຣເລຍຄັ້ງສຸດທ້າຍຂອງນາຍົກລັດຖະມົນຕີອິນເດຍ ທ່ານນາເຣັນດຣາ ໂມດີ ມີຂຶ້ນໃນປີ 2014, ເຊິ່ງໄດ້ມີການປ່ຽນແປງຫຼາຍຂຶ້ນ ໃນການພົວພັນຂອງທັງສອງຝ່າຍນັບຕັ້ງແຕ່ນັ້ນເປັນຕົ້ນມາ. ການພົວພັນທາງດ້ານປ້ອງ​ກັນ​ປະ​ເທດ ແລະ​ຄວາມ​ສຳ​ພັນ​ດ້ານ​ຄວາມ​ໝັ້ນ​ຄົງ​ແມ່ນເຂັ້ມແຂງຂຶ້ນກວ່າເກົ່າ. ໃນປີທີ່ຜ່ານມາ, ທັງສອງປະເທດ ໄດ້ເຊັນສັນຍາຂໍ້ຕົກລົງທາງດ້ານການຄ້າຊົ່ວຄາວ. ມີການເຈລະຈາຢ່າງເປັນທາງການ ກ່ຽວກັບຂໍ້ຕົກລົງເຕັມອັດຕາ ເຊິ່ງຄາດວ່າຈະເລີ້ມຕົ້ນຂຶ້ນໃນໄວໆນີ້.

ຄາດກັນວ່າມີປະຊາຊົນປະມານ 20,000 ຄົນ ໄປຮ່ວມຊຸມນຸມໃນວັນອັງຄານວານນີ້ ຢູ່ທີ່ສະໜາມກິລາໂອລິມປິກຊິດນີ ເພື່ອຮັບຟັງການກ່າວຄໍາປາໄສໂດຍທ່ານໂມດີ. ຄູ່ຮ່ວມຕໍາແໜ່ງຝ່າຍອອສເຕຣເລຍ ທ່ານແອນໂທນີ ອາລບານີສ ກໍໄດ້ເຂົ້າຮ່ວມເຊັ່ນກັນ ໃນຂະນະທີ່ອອສເຕຣເລຍມີປະຊາຊົນອິນເດຍເກືອບຮອດ 1 ລ້ານຄົນ. ບັນດາສະມາຊິກຂອງປະຊາຊົນອິນເດຍທີ່ອາໄສຢູ່ຕ່າງແດນ ກໍໄດ້ເດີນທາງມາຈາກທົ່ວທຸກຂົງເຂດຂອງອອສເຕຣເລຍ ເພື່ອເຂົ້າຮ່ວມງານໃນຄັ້ງນີ້.

ກຸ່ມພັກສີຂຽວຂອງສະມາຊິກສະພາສູງໃນນະຄອນຫຼວງແຄນເບີຣາ ຮຽກຮ້ອງໃຫ້ ທ່ານອາລບານີສ ຈົ່ງຍົກບັນຫາການລະເມີດສິດທິມະນຸດ ຕໍ່ຊົນເຜົ່າກຸ່ມນ້ອຍໃນອິນເດຍ ຂຶ້ນ​ມາ​ສົນ​ທະ​ນາ ໃນລະຫວ່າງການໂອ້ລົມກັບ ທ່ານໂມດີ.

ບັນດານັກເຄື່ອນໄຫວກ່າວວ່າ ມີນັກປຸກ​ລະ​ດົມສິດທິມະນຸດຫຼາຍສິບຄົນຖືກຂັງຄຸກໃນທົ່ວປະເທດອິນເດຍ ເນື່ອງຈາກແຮງຈູງໃຈທາງດ້ານການເມືອງ. ຈົນເຖິງຂະນະນີ້ ຍັງບໍ່ມີການສະແດງຄວາມຄິດເຫັນໃດໆຕໍ່ຂໍ້ກ່າວຫາດັ່ງກ່າວ ຈາກລັດ ຖະບານອິນເດຍ.

ບັນດານັກວິເຄາະເຊື່ອວ່າ ອາດມີການປະທ້ວງຕໍ່ຕ້ານ ທ່ານໂມດີ ໂດຍນັກເຄື່ອນໄຫວຊາວມຸສລິມ ແລະຊາວຊິກ ໃນລະຫວ່າງການຊຸມນຸມ ຢູ່ນະຄອນຊິດນີ.

ທ່ານອຽນ ຮອລ, ຫົວໜ້ານັກເຄື່ອນໄຫວຂອງສະຖາບັນເອເຊຍກຣິຟຟິດທ໌ ຢູ່ທີ່ມະຫາວິທະຍາໄລກຣິຟຟິດທ໌ ໃນລັດຄວີນແລນ.

ທ່ານກ່າວກັບ VOA ວ່າ ຄວາມເຄັ່ງຕຶງທາງດ້ານພູມສາດການເມືອງຢູ່ໃນພູມິພາກເອເຊຍ-ປາຊີຟິກ ໄດ້ເພີ້ມທະວີຄວາມສໍາພັນລະຫວ່າງ ແຄນເບີຣາ ແລະ ນິວເດລີ ຫຼາຍຂຶ້ນ, ໂດຍທ່ານກ່າວວ່າ:

“ເບິ່ງຕິ, ຈີນ ກ້າວເຂົ້າມາດໍາເນີນການຢູ່ໝົດທຸກຢ່າງແລ້ວ. ຂ້າພະເຈົ້າຄິດວ່າ ພວກເຮົາຄວນເຫັນ ອອສເຕຣເລຍ ແລະ ອິນເດຍ ຮ່ວມມືກັນມາດົນກວ່ານີ້ ແຕ່ວ່າມັນຄວນເກີດຂຶ້ນໃນຊ່ວງໄລຍະ 30 ປີຫາ 40 ປີມາກ່ອນໜ້ານັ້ນ. ແມ່ນຫຍັງຄືສິ່ງທີ່ຊຸກຍູ້ໃຫ້ເກີດຄວາມສໍາພັນນີ້ໄວຂຶ້ນ? ແລະແມ່ນຫຍັງແທ້ ທີ່ເປັນແຮງຜັກດັນ ເຮັດໃຫ້ຄວາມສໍາພັນກັບຈີນຊຸດໂຊມລົງ? ພ້ອມກັນນັ້ນ ກໍຄວນດໍາເນີນງານຮ່ວມກັນແຕ່ດຽວນີ້ ເພື່ອໃຫ້ໝັ້ນໃຈວ່າ ຄວາມສົມດຸນບາງຢ່າງທາງດ້ານອໍານາດ ແລະດ້ານອິດທິພົນຢູ່ໃນຂົງເຂດແຫ່ງນີ້ ຈະກາຍມາເປັນສູນກາງໃນການຂັບເຄື່ອນຂອງຄວາມສໍາພັນລະຫວ່າງທັງສອງປະເທດ.”

ອອສເຕຣເລຍ ແລະ ອິນເດຍ ແມ່ນສະມາຊິກ ຂອງການສົນທະນາທາງດ້ານຄວາມໝັ້ນຄົງຢູ່ໃນກຸ່ມຄວດ, ເຊິ່ງພັນທະມິດ ຍັງລວມມີ ຍີ່ປຸ່ນ ແລະສະຫະລັດ.

ອິນເດຍ ເປັນປະເທດປະຊາທິປະໄຕທີ່ໃຫຍ່ທີ່ສຸດໃນໂລກ ແລະເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດແຊງໜ້າຈີນ, ອີງຕາມລາຍງານຂອງອົງການສະຫະປະ ຊາຊາດ.

ທ່ານອາລບານີສ ກ່າວວ່າ ຄວາມສໍາພັນລະຫວ່າງ ແຄນເບີຣາ ແລະ ນິວເດລີ ບໍ່ເຄີຍໃກ້ຊິດກັນຫຼາຍແບບນີ້ມາກ່ອນ.

ເຊິ່ງ ອິນເດຍ ເປັນປະເທດຄູ່ການຄ້າໃຫຍ່ອັນດັບຫົກຂອງອອສເຕຣເລຍ ດ້ວຍການຄ້າສອງທາງເຊັ່ນ​ໃນ​ດ້ານສິນຄ້າ ແລະດ້ານບໍລິການ ເຊິ່ງມີມູນຄ່າຈໍານວນ 30 ຕື້ໂດລາໃນປີ 2022, ອີງຕາມຂໍ້ມູນທີ່ເປັນທາງການຂອງລັດຖະບານ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG