ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ຕ້ອງຫາໃນຄະດີ ຂົ່ມຂືນນັກສຶກສາຍິງ ຢູ່ອິນເດຍ ບໍ່ຍອມຮັບຜິດ (ສະໄລດ໌)


ພວກປະທ້ວງນັ່ງຢູ່ຕໍ່ໜ້າ ປ້າຍປະທ້ວງ ຕໍ່ການຂົ່ມຂືນໝູ່ ແລະຄາດຕະກໍານັກສຶກສາຜູ້ນຶ່ງ ໃນນະຄອນນີວແດນລີ ໃນວັນທີ 2 ກຸມພາ 2013.
ພວກປະທ້ວງນັ່ງຢູ່ຕໍ່ໜ້າ ປ້າຍປະທ້ວງ ຕໍ່ການຂົ່ມຂືນໝູ່ ແລະຄາດຕະກໍານັກສຶກສາຜູ້ນຶ່ງ ໃນນະຄອນນີວແດນລີ ໃນວັນທີ 2 ກຸມພາ 2013.
ຜູ້ຊາຍຫ້າຄົນ ທີ່ຖືກກ່າວຫາວ່າ ທໍາການຂົ່ມຂືນຊໍາເລົາແລະ
ຄາດຕະກໍານັກສຶກສາຍິງ ອາ ຍຸ 23 ປີຄົນນຶ່ງ ຢູ່ອິນເດຍນັ້ນ ໄດ້ປະຕິເສດບໍ່ຍອມຮັບຜິດຢູ່ໃນຄະດີທີ່ໄດ້ກະຕຸ້ນໃຫ້ເກີດ ຄວາມໂກດແຄ້ນຢູ່ທົ່ວປະເທດດັ່ງກ່າວ.

ທະນາຍຄວາມຂອງພວກຈໍາເລີຍເຫລົ່ານັ້ນເວົ້າວ່າ ພວກຜູ້
ຊາຍຈຸດັ່ງກ່າວ ໄດ້ຢືນຢັນວ່າ ພວກເຂົາເຈົ້າບໍລິສຸດ ໃນວັນ
ເສົາວານນີ້ ຢູ່ສານດໍາເນີນຄະດີຢ່າງເລັ່ງດ່ວນ ໃນນະຄອນ
ຫລວງນີວແດນລີ ກ່ຽວກັບການກໍ່ອາຊະຍາກໍາຕໍ່ພວກຜູ້ຍິງ.

ສານດັ່ງກ່າວຈະເລີ້ມທໍາການຮັບຟັງຄໍາໃຫ້ການ ຈາກພວກທີ່
ເຫັນເຫດການໃນ ວັນອັງຄານທີ 5 ກຸມພາ ຈະມາເຖິງນີ້. ທັງ
ຫ້າຄົນດັ່ງກ່າວອາດຖືກໂທດ ປະຫານຊີວິດ ຖ້າຫາກຖືກສານ
ຕັດສິນວ່າ ມີຄວາມຜິດແທ້.

ທະນາຍຄວາມຂອງພວກຈໍາເລີຍຍັງເວົ້າອີກວ່າ ຕໍາຫຼວດໄດ້ທໍລະມານລູກຄວາມຂອງເຂົາ
ເຈົ້າເພື່ອບີບບັງຄັບໃຫ້ຍອມສາລະພາບຜິດ.

ສ່ວນຜູ້ຕ້ອງຫາຄົນທີຫົກ ຈະຖືກດໍາເນີນຄະດີຕ່າງຫາກ ຍ້ອນວ່າເປັນຊາວໜຸ່ມ ອາຍຸບໍ່ ຮອດ 18 ປີ.

ຈໍາເລີຍຈຸດັ່ງກ່າວຖືກກ່າວຫາວ່າ ໄດ້ທຸບຕີຜູ້ຍິງຄົນນັ້ນ ແລະເພື່ອນຊາຍຂອງນາງ ໃນ ເດືອນທັນວາຜ່ານມາ ດ້ວຍທ່ອນເຫລັກ ແລະໄດ້ໃຊ້ທ່ອນເຫລັກທີ່ເຂົ້າຂີ້ໝ້ຽງທ່ອນນັ້ນ ໃນການຂົ່ມຂືນນາງ. ນາງໄດ້ເສຍຊີວິດໄປ ຢູ່ໃນໂຮງໝໍແຫ່ງນຶ່ງໃນສິງກະໂປ ບ່ອນທີ່ນາງ ໄປຮັບການປິ່ນປົວ ສອງອາທິດລຸນຫລັງ ທີ່ຖືກໂຈມຕີດັ່ງກ່າວ.

ປະມວນພາບກ່ຽວກັບຄະດີຂົ່ມຂືນໝູ່ ແລະຄາດຕະກໍານັກຮຽນຍິງຢູ່ອິນເດຍ:

XS
SM
MD
LG