ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອິນເດຍ ຖືກກະທົບໜັກ ອີກຄັ້ງນຶ່ງ ໂດຍການເສຍຊີວິດ ແລະ ການຕິດ COVID-19


ພີ່ນ້ອງຂອງຜູ້ທີ່ໄດ້ເສຍຊີວິດ ຍ້ອນໄວຣັສໂຄໂຣນາ ເກັບເອົາຂີ່ເທົ່າຢູ່ບ່ອນທີ່ລາວຖືກຈູດ, ນະຄອນຫຼວງ ນິວເດລີ, ອິນເດຍ.
ພີ່ນ້ອງຂອງຜູ້ທີ່ໄດ້ເສຍຊີວິດ ຍ້ອນໄວຣັສໂຄໂຣນາ ເກັບເອົາຂີ່ເທົ່າຢູ່ບ່ອນທີ່ລາວຖືກຈູດ, ນະຄອນຫຼວງ ນິວເດລີ, ອິນເດຍ.

ອິນເດຍ ຍັງສືບຕໍ່ຖືກກະທົບໂດຍໂຣກລະບາດໄວຣັສໂຄໂຣນາ, ດ້ວຍການບັນທຶກຜູ້ເສຍຊີວິດທີ່ສູງທີ່ສຸດເປັນປະຫວັດການໃໝ່ຂອງປະເທດເກືອບ 3,700 ຄົນໃນວັນອາທິດວານນີ້ ແລະ ມີການຕິດເຊື້ອໃໝ່ຫຼາຍກວ່າ 390,000 ກໍລະນີ.

ເຖິງແມ່ນຈະເປັນແນວນັ້ນກໍຕາມ, ອິນເດຍ ໄດ້ເລີ່ມການນັບຄະແນນສຽງສຳລັບການເລືອກຕັ້ງລັດ, ແຕ່ວ່າສານສູງ ມາດຣາສ ໄດ້ຕິຕຽນຄະນະກຳມາທິການເລືອກຕັ້ງຂອງປະເທດສຳລັບການບໍ່ຢຸດການຊຸມນຸມທາງການເມືອງທີ່ບໍ່ເຄົາລົບການຫ້າມ COVID-19. ຫົວໜ້າຜູ້ພິພາກສາ ທ່ານ ຊານຈິບ ບາເນີຈີ ໄດ້ເອີ້ນຄະນະກຳມາທິການດັ່ງກ່າວວ່າ “ເປັນຜູ້ຮັບຜິດຊອບພຽງຜູ້ດຽວ” ສຳລັບການເພີ່ມຂຶ້ນໃນກໍລະນີໃໝ່ຕ່າງໆ. COVID-19. ແມ່ນເຊື້ອໂຣກທີ່ເກີດມາຈາກໄວຣັສໂຄໂຣນາ.

ໃນຂະນະທີ່ ອິນເດຍ ແມ່ນສະຖານທີ່ຂອງຜູ້ຜະລິດຢາວັກຊີນທີ່ໃຫຍ່ທີ່ສຸດຂອງໂລກຊື່ວ່າ, ສະຖາ ບັນ ເຊຣຳ ແຫ່ງ ອິນເດຍ ນັ້ນ, ມີພຽງ 2 ເປີເຊັນຈາກປະຊາຊົນຂອງປະເທດ 1 ພັນ 3 ຮ້ອຍລ້ານຄົນເທົ່ານັ້ນທີ່ໄດ້ຮັບການສັກຢາໃນປັດຈຸບັນນີ້, ອີງຕາມການລາຍງານຕ່າງໆ.

ປະເທດດັ່ງກ່າວໄດ້ຂະຫຍາຍຜູ້ທີ່ສາມາດສັກຢາໃນວັນເສົາທີ່ຜ່ານມາຕໍ່ທຸກຄົນທີ່ມີອາຍຸ 18 ປີ ແລະ ສູງກວ່າ, ແຕ່ຫຼາຍສະຖານທີ່ໄດ້ລາຍງານວ່າເຂົາເຈົ້າບໍ່ມີຢາວັກຊີນໃດໆ. ຫຼາຍຄົນໃນ ອິນ ເດຍ ໄດ້ຖິ້ມໂທດໃສ່ ທ່ານ ອາດາ ປູນາວາລລາ, ຜູ້ບໍລິຫານໃຫຍ່ຂອງສະຖາບັນ ເຊຣຳ ສຳລັບຊ່ອງຫວ່າງດັ່ງກ່າວ.

ທ່ານໄດ້ໂຕ້ຕອບຄືນຕໍ່ການໂຈມຕີທີ່ວ່ານັ້ນ.

ທ່ານໄດ້ກ່າວຕໍ່ໜັງສືພິມ The Sunday Times ຂອງ ອັງກິດ ໃນວັນອາທິດວານນີ້ວ່າ “ລະດັບຂອງຄວາມຄາດຫວັງ ແລະ ຄວາມດຸຮ້າຍແມ່ນບໍ່ເຄີຍມີມາກ່ອນແທ້ໆ. ຂ້າພະເຂົ້າຕໍ່ເວລາການຢູ່ທີ່ນີ້ຕື່ມອີກກໍຍ້ອນວ່າຂ້າພະເຂົ້າບໍ່ຢາກກັບໄປຢູ່ໃນສະຖານະການນັ້ນ.”

ທ່ານໄດ້ກ່າວວ່າ “ທຸກຢ່າງແມ່ນໄດ້ຕົກລົງມາໃສ່ບ່າຂອງຂ້າພະເຈົ້າ, ແຕ່ຂ້າພະເຈົ້າບໍ່ສາມາດເຮັດມັນໄດ້ຄົນດຽວ. ຂ້າພະເຈົ້າບໍ່ຄິດວ່າພະເຈົ້າສາມາດທຳນາຍໄດ້ວ່າມັນຈະຮ້າຍແຮງປານນີ້.

ແຕ່ຫລັງຈາກການວິພາກວິຈານຢ່າງຮ້າຍແຮງໃນສື່ສັງຄົມໃນວັນເສົາທີ່ຜ່ານມານັ້ນ, ມະຫາເສດຖີພັນລ້ານອາຍຸ 40 ດັ່ງກ່າວໄດ້ຂຽນຂໍ້ຄວາມລົງໃນທວິດເຕີວ່າ ລາວຈະເກັບຄືນໄປ ອິນເດຍ. ທ່ານໄດ້ຂຽນວ່າ “ຂ້າພະເຈົ້າໄດ້ຈັດກອງປະຊຸມທີ່ດີເລີດກັບທຸກຄູ່ຮ່ວມ ແລະ ຫຸ້ນສ່ວນຂອງພວກເຮົາໃນ ສະຫະຣາຊະອາ ນາຈັກ, ໃນຂະນະດຽວກັນ, ກໍຍິນດີທີ່ຈະກ່າວວ່າ ການຜະລິດ COVZIDSHIELD ເຊິ່ງແມ່ນຢາວັກຊີນ Oxford-Aztrazeneca ນັ້ນ ແມ່ນກຳລັງດຳເນີນໄປຢ່າງເຕັມອັດຕາໃນເມືອງ ປູເນ. ຂ້າພະເຈົ້າຫວັງທີ່ຈະທົບທວນການປະຕິບັດງານ ເມື່ອຂ້າພະເຈົ້າເດີນທາງກັບໃນສອງສາມວັນຂ້າງໜ້າ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG