ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ຜູ້​ເສຍ​ຊີວິດ​ ຍ້ອນ ໄພ​ນ້ຳຖ້ວມ ຢູ່​​ອິນ​ເດຍ ​ແລະ​ ປາ​ກິ​ສຖານ ເພີ້ມຂຶ້ນເປັນ 400 ຄົນ​ແລ້ວ (ສະໄລດ໌/ວີດີໂອ)


ຊາວບ້ານປາກິສຖານ ຍົກຍ້າຍອອກຈາກ ເຂດນ້ຳຖ້ວມ ໄປຍັງເຂດປອດໄພ ຢູ່ໃນເມືອງ Pindi Bhatian 105 ກິໂລແມັດ ຢູ່ທາງຕາເວັນອອກສຽງເໜືອ ຂອງນະຄອນ Lahore ປະເທດປາກິສຖານ ວັນທີ 8 ສິງຫາ 2014.
ຊາວບ້ານປາກິສຖານ ຍົກຍ້າຍອອກຈາກ ເຂດນ້ຳຖ້ວມ ໄປຍັງເຂດປອດໄພ ຢູ່ໃນເມືອງ Pindi Bhatian 105 ກິໂລແມັດ ຢູ່ທາງຕາເວັນອອກສຽງເໜືອ ຂອງນະຄອນ Lahore ປະເທດປາກິສຖານ ວັນທີ 8 ສິງຫາ 2014.

ຈຳນວນ​ຜູ້​ທີ່​ເສຍ​ຊີວິດ​ ຍ້ອນ​ຝົນຕົກໜັກ ໃນລະດູລົມມໍລະສຸມ
​ແລະນ້ຳຖ້ວມ​ຊຸ ​ໃນ​ບໍລິ​ເວນ​ທີ່​ກວ້າງໃຫຍ່​ທົ່ວ​ປາກິ​ສຖານ ​ແລະ
ອິນ​ເດຍ ເພີ້ມຂຶ້ນ ເປັນ 400 ຄົນ​ແລ້ວ.

​ບັນດາເຈົ້າໜ້າ​ທີ່​ກ່າວ​ວ່າ ປະມານ 200 ຄົນ ຢູ່​ໃນ​ອິນ​ເດຍ ​ແລະ
ຢ່າງ​ນ້ອຍ 205 ຄົນ ຢູ່​ໃນ​ປາ​ກິ​ສຖານ ​ໄດ້​ເສຍ​ຊີວິດ.

​ໄພ​ນ້ຳຖ້ວມ​ໄດ້​ເຮັດ​ໃຫ້ 500,000 ຄົນ ​ຕົກ​ຢູ່​ໃນ​ສະພາບ​ອັນຕະ
ລາຍ ​ແລະເຮັດ​ໃຫ້ຫຼາຍໆ ພັນຄົນບໍ່ມີບ່ອນຢູ່​ອາ​ໄສ. ທະຫານ
ປາ​ກິ​ສຖານ ​ແລະ​ອິນ​ເດຍໄດ້​ນຳ​ໃຊ້​ເຮືອ ​ແລະ​ເຮ​ລິ​ຄອບ​ເຕີຕ່າງໆ
​ເພື່ອ​ຊ່ວຍ​ຍົກຍ້າຍຜູ້ປະສົບ​ໄພ ຢູ່ຕາມເຂດຕ່າງໆ ແລະນຳ​ສົ່ງ​
ອາຫານໃຫ້ແກ່​ບັນດາຄອບ​ຄົວທັງຫຼາຍ ​ທີ່​ຍັງ​ຕົກ​ຄ້າງ​.


​ນອກນແລ້ວ ໄພ​ນ້ຳຖ້ວມ​ຍັງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໃຫ້ແກ່​ທັງ​ສອງເຂດທີ່ມີ
ການແບ່ງ​ແຍກໃນແຄວ້ນ Kashmir ທີ່ຫຼາຍໆ​ໝູ່​ບ້ານໄດ້ຈົມຢູ່ພື້ນນ້ຳໃນເວລານີ້​. ​
ເຂດຕ່າງໆ ໃນ​ແຂວງ Punjab ຢູ່​ທາງ​ພາກ​ເໜືອ ​ແລະ​ທາງ​ພາກ​ຕາ​ເວັນ​ອອກ ຂອງ
​ປາ​ກິ​ສຖານ ກໍ​ປະສົບ​ກັບ​ຄວາມ​ຫາ​ຍະ​ນະ​ຢ່າງຮ້າຍແຮງເຊັ່ນ​ກັນ.

​ເຈົ້າໜ້າ​ທີ່ກ່າວ​ວ່າ ​ເຮືອນ​ຊານບ້ານ​ຊ່ອງຫຼາຍພັນ​ຫຼັງ ​ໄດ້​ຫັກ​ພັງ​ລົງ​ເປັນບ່າງສ່ວນ ຫຼື
ຫັກ​ພັງ​ລົງ​ທັງ​ໝົດ ​ໃນ​ບໍລິ​ເວນ​ທີ່​ມີ​ຝົນຕົກ​ໜັກ ​ແລະ ນ້ຳຖ້ວມ​ຊຸ.

SOUTH ASIA FLOODS VO
please wait
Embed

No media source currently available

0:00 0:01:15 0:00

XS
SM
MD
LG