ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນ​ເດຍ ກັບ ປາ​ກິ​ສ​ຖານ ສືບ​ຕໍ່​ປະ​ທະ​ກັນ​ ໃນ​ແຄວ້ນ ແຄັ​ສ​ເມຍ


​ພວ​ກຊາວ​ບ້ານ​ພາ​ກັນ​​ສູດ​ມົນໃນພິ​ທີ່​ສົງ​ສະ​ການເດັກ​ນ້ອຍຄົນ ​ນຶ່ງ ທີ່​ ອິນ​ເດຍ ໄດ້​ຍິງ​ຖະ​ຫຼົ່ມ​ໃສ່ໝູ່ບ້ານ​ ຮາ​ຕຽນ ບາ​ລ​າ ໃນ​ແຄວ້ນ ​ແຄັ​ສເມຍ ວັນ​ທີ 2 ມີ​ນາ 2019.
​ພວ​ກຊາວ​ບ້ານ​ພາ​ກັນ​​ສູດ​ມົນໃນພິ​ທີ່​ສົງ​ສະ​ການເດັກ​ນ້ອຍຄົນ ​ນຶ່ງ ທີ່​ ອິນ​ເດຍ ໄດ້​ຍິງ​ຖະ​ຫຼົ່ມ​ໃສ່ໝູ່ບ້ານ​ ຮາ​ຕຽນ ບາ​ລ​າ ໃນ​ແຄວ້ນ ​ແຄັ​ສເມຍ ວັນ​ທີ 2 ມີ​ນາ 2019.

ປາ​ກິ​ສ​ຖານ ​ໄດ້​ຢືນ​ຢັນ​ໃນ​ເສົາ​ວານ​ນີ້ວ່າ ທະ​ຫານ​ຂອງ​ຕົນ​ສ​ອງ​ຄົນ​ໄດ້​ເສຍ​ຊີ​ວິດ​ໃນ
​ການ​ຍິງ​ກັນກັບ ​ອິນ​ເດຍ ຂ້າ​ມ​ເຂດຊາຍ​ແດນແຄັ​ສ​ເມຍທີ່​ມີ​ການ​ໂຕ້​ແຍ້ງ​ກັນ, ​ເຊິ່ງຮູ້​ກັນ
​ວ່າ​ເສັ້ນ​ຄວບ​ຄຸມ (LoC). ບັນ​ຫານີ້​ໄດ້​ເກີດ​ຂຶ້ນ​ນຶ່ງ​ມື້ ​ຫຼັງ​ຈາກ ​ປາ​ກິ​ສ​ຖານ ໄດ້ສະ​ແດງ​
ຄວາມ​ສັນ​ຕິ ດ້ວຍ​ການ​ຄືນສົ່ງ​ນັກ​ບິນ ​ອິນ​ເດຍ, ຜູ້​ທີ່ຖືກ​ຈັບ​ໂດຍ​ຍັງ​ມີ​ຊີ​ວິດ​ຢູ່​ເວ​ລາ​ເຮືອ
​ບິນ​ຂອງ​ລາວ​ໄດ້​ຖືກຍິງ​ຕົກ. ການ​ກະ​ທຳ​ດັ່ງ​ກ່າວ​ປາ​ກົດ​ວ່າ​ ບໍ່​ໄດ້​ມີ​ຜົນ​ຫຍັງ​ຕໍ່​ສະ​ຖາ​ນະ
​ການ​ໃນແຄວ້ນ ​ແຄັ​ສ​ເມຍ, ຊຶ່ງສືບ​ຕໍ່​ເປັນ​ສະ​ຖານ​ທີ່ໆ​ມີ​ການໃຊ້​ປືນຄົກ ແລະ ປືນ​ໃຫຍ່
​ຍິງ​ໃສ່​ກັນ​ຢ່າງ​ບໍ່​ລົດ​ລະ ​ລະ​ຫວ່າງກອງ​ທັບ ​ປາ​ກິ​ສ​ຖານ ແລະ​ອິນ​ເດຍ.

ສື່ມວນ​ຊົນ​ຂອງກອງ​ທັບ​ບົກກ່າວ​ວ່າ ການ​ເສຍ​ຊີ​ວິດ​ໄດ້​ເກີດ​ຂຶ້ນ​ຢູ່ພື້ນ​ທີ່​ນາ​ກິ​ຢາ​ລ ໃນ​
ເຂດLoC ທີ່ແບ່ງ​ແຍກພວກ​ສ່ວນຂອງ​ພາກ​ພື້ນ ຮິ​ມະ​ໄລ ຂອງ ​ປາ​ກິ​ສ​ຖານ ແລະ​ອິນ
​ເດຍ.ແຫຼ່ງ​ຂ່າວຢູ່​ໃນ​ຂົງ​ເຂດ​ກ່າວ​ວ່າ ພວກ​ທະ​ຫານ​ໄດ້​ຖືກ​ຂ້າ​ຕາຍໃນ​ຕອນ​ເຊົ້າ​ຂອງ
ວັນ​ເສົາ​ວານ​ນີ້.

ທະ​ຫານ​ບ້ານ​ອິນ​ເດຍ ບອ​ໃຫ້​ຜູ້​ທ່ອ​ງ່​ທ່ຽວ​ທາງ​ກັບ​ຄືນ ໃນ​ຂະ​ນະ​ທີ່​ມີ່​ການປິດ​ຫົນ​ທາງ​ໃນ​ເຂດ​ແຄັ​ສ​ເມຍ ວັນ​ທີ ມີ​ນາ 1, 2019.
ທະ​ຫານ​ບ້ານ​ອິນ​ເດຍ ບອ​ໃຫ້​ຜູ້​ທ່ອ​ງ່​ທ່ຽວ​ທາງ​ກັບ​ຄືນ ໃນ​ຂະ​ນະ​ທີ່​ມີ່​ການປິດ​ຫົນ​ທາງ​ໃນ​ເຂດ​ແຄັ​ສ​ເມຍ ວັນ​ທີ ມີ​ນາ 1, 2019.

ພ້ອມ​ກັນ​ນັ້ນໃນ​ວັນ​ເ​ສົ​າ​ວານ​ນີ້, ອິນ​ເດຍ​ ໄດ້​ສົ່ງສົບ​ນັກ​ໂທດ ​ປາ​ກິ​ສ​ຖານ ຜູ້ທີີ່ ​ຖືກຂ້າ​
ຕາຍ ໂດຍ​ພວກ​ນັກ​ໂທດທີຄຽດ​ແຄ້ນໃນ​ຄຸກ ອິນ​ເດຍ​ ລຸນຫຼັງການ​ລະ​ເບີດ​ສະ​ຫຼະ​ຊີບ​
ໃນວັນ​ທີ 14 ກຸ​ມ​ພາ ໃນ​ເມືອງ​ ພູ​ລ​ວາ​ມາ. ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງລັດ​ຖະ​ມົນ​ຕີ​ຕ່າງ
​ປະ​ເທດ ປາ​ກິ​ສ​ຖານ ທີ່​ຖືກ​ປະ​ກາດ ຫຼັງ​ຈາກ​ໄດ້​ຮັບ​ສົບ​ຂອງ ທ້າວ ​ຊາກ​ເກີ​ຣ ອູ​ລ​ລາ ນັ້ນ
ໄດ້ກ່າວ​ວ່າ ລາວ​ໄດ້​ຖືກ​ຂ້າ​ຕາຍ​ຢູ່​ໃນ​ຄຸກ​ອິນ​ເດຍ​ໃນ​ເມືອງ​ ໃຈ​ເປີ. ປາ​ກິ​ສ​ຖານ​ ໄດ້​ກ່າວ
​ຢ້ຳ​ການຮຽກ​ຮ້ອງ​ຂອງ​ລັດ​ຖະ​ບານ ອິ​ສ​ລາ​ມາ​ບັ​ສ ວ່າ ນິວ​ເດ​ລີ ​ຕ້ອງ​ສະ​ໜອງ​ການ​ຄົ້ນ​
ພົບ​ຂອງການ​ສອບ​ສວນ ແລະ ລາຍ​ງານການ​ສັນ​ນະ​ສູດ​ສົບແລະ ຄົນ​ຮ້າຍ​ໄດ້​ຖືກ​ນຳ​
ມ​າ​ລົງ​ໂທດ.

ພາຍ​ໃນ​ສອງ​ມື້​ທີ່​ຜ່ານ​ມາ​ພົນ​ລະ​ເຮືອນ​ ປາ​ກິ​ສ​ຖານ​ ຢ່າງ​ໜ້ອຍ 6 ຄົນໄດ້​ເສຍ​ຊີ​ວິດໃນ​
ການລະ​ດົມ​ຍິງຈາກ ​ອິນ​ເດຍ, ອີງ​ຕາມ​ການ​ກ່າວ​ຂອງ​ຖະ​ແຫຼງ​ການ. ແລະ​ຍັງ​ໄດ້​ສືບ​ຕໍ່​
ອ້າງ​ວ່າ ມັນ​ມີ​ລາຍ​ງານ ກ່ຽວ​ກັບ ການ​ບາດ​ເຈັບ ແລະ ເສຍ​ຊີ​ວິດ​ຂອງກອງ​ກຳ​ລັງ​ທະ​
ຫານ ແລະ ຄວາມ​ເສຍ​ຫາຍ​ຂອງ​ຄ້າຍ​ທະ​ຫານ​ນ້ອຍ​ຢູ່​ຟາກ​ ​ອິນ​ເດຍ "ເນື່ອງ​ມາ​ຈາກ​
ກ​ານຕອບ​ໂຕ້​ທີ່​ມີ​ປະ​ສິດ​ທິ​ພາບຂອງ​ທະຫານ ປາ​ກິ​ສ​ຖານ." ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຢັ້ງ​ຢືນ
​ຢ່າງ​ເປັນ​ອິ​ດ​ສະ​ຫຼະ​ໃນ​ຄຳ​ເວົ້າ​ດັ່ງ​ກ່າວ ຫຼື​ໄດ້​ມີ​ປະ​ຕິ​ກິ​ລິ​ຍາ​ໃດໆ​ຈາກ​ພ​ວກ​ເຈົ້າ​ໜ້າ​ທີ່
ທະ​ຫານ ​ອິນ​ເດຍ.

ອ່ານ​ຂ່າວ​ນີ້​ເພີ້​ມ​ເ​ປັນ​ພາ​ສາ​ອັງ​ກິດ

XS
SM
MD
LG