ອິນເດຍ ບໍ່ສະໜັບສະໜູນການສ້າງເງິນຕາຮ່ວມກັນ ພາຍໃນກຸ່ມເກົ້າ ປະເທດ ທີ່ເອີ້ນຫຍໍ້ວ່າ BRICS. ແຕ່ຕົນກຳລັງພະຍາຍາມທີ່ຈະສົ່ງເສີມການຄ້າ ດ້ວຍເງິນຕາໃນທ້ອງຖິ່ນຂອງຕົນ, ອີງຕາມບັນດານັກວິເຄາະ ໃນນະຄອນຫຼວງ ນິວເດລີ ຂອງອິນເດຍ. ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ທີ່ພວມ ຈະເຂົ້າມາດຳລົງຕຳແໜ່ງ ເມື່ອມໍ່ໆມານີ້ ໄດ້ເຕືອນບັນດາປະເທດໃນກຸ່ມ BRICS ບໍ່ໃຫ້ພະຍາຍາມທົດແທນເງິນໂດລາ ກັບສະກຸນເງິນອື່ນ.
ອິນເດຍ ກຳລັງຫາທາງທີ່ຈະສ້າງເງິນຕາພາຍໃນກຸ່ມ BRICS ຮ່ວມກັນ ອັນເປັນໂຄງການລິເລີ່ມທີ່ອາດມີຄວາມເປັນໄປໄດ້ ທີ່ຈະປະສົບກັບການຕໍ່ຕ້ານຢ່າງແຂງຂັນຈາກປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານດໍໂນລ ທຣຳ.
ທ່ານໄດ້ຂົ່ມຂູ່ທີ່ຈະກຳນົດພາສີ 100 ເປີເຊັນຕໍ່ພະລິດຕະພັນຕ່າງໆຈາກສະມາຊິກ 9 ປະເທດຂອງກຸ່ມ BRICS ຖ້າກຸ່ມນີ້ ທົດແທນເງິນໂດລາ ສະຫະລັດ ກັບເງິນຕາອື່ນ ຫຼືສະໜັບສະໜຸນທາງເລືອກອື່ນ ຕໍ່ເງິນໂດລາ.
ບັນດານັກວິເຄາະ ກ່າວວ່າ ຄວາມບໍ່ໄວ້ວາງໃຈ ແລະຄວາມເຫັນທີ່ແຕກຕ່າງ ກັນລະຫວ່າງ ບັນດາສະມາຊິກທີ່ສຳຄັນຂອງ BRICS ເຊັ່ນວ່າ ອິນເດຍ ແລະ ຈີນ ແມ່ນເປັນສິ່ງກີດກັນໃຫຍ່ ໃນການກ້າວໜ້າຂອງສະກຸນເງິນທີ່ໃຊ້ຮ່ວມກັນ.
ທ່ານ ຈິນຕາມະນີ ມະຫາພັດຕຣາ ຈາກສະຖາບັນການສຶກສາ ຄາລິງກາ ຂອງອິນໂດ-ປາຊີຟິກ ກ່າວວ່າ “ອິນເດຍບໍ່ສະໜັບສະໜູນໂຄງການລິເລີ້ມ ໂດຍສະເພາະອັນນີ້. ສະກຸນເງິນທົ່ວໄປໃດໆຈະບໍ່ຊ່ອຍຜູ້ໃດ ພຽງແຕ່ຄອບງຳ ປະເທດອື່ນໆຄື ຈີນ ໃນທີ່ສຸດແລ້ວຈະເປັນຜູ້ສັ່ງການ. ສະນັ້ນ ມັນເປັນເລື້ອງ ຍາກຫຼາຍທີ່ຈະສ້າງຄວາມເປັນເອກະພາບກັນເພື່ອໃຫ້ມີສະກຸນເງິນຮ່ວມກັນ.”
ແກນຫຼັກຂອງກຸ່ມ BRICS ມີ ຈີນ ຣັດເຊຍ ອິນເດຍ ແລະ ອາຟຣິກາໃຕ້ ເຊິ່ງໄດ້ຂະຫຍາຍກຸ່ມອອກໃນປີນີ້ ທີ່ປະກອບດ້ວຍ ອີຣ່ານ, ສະຫະລັດ ອາຣັບ ເອເມີເຣສ, ເອທິໂອເປຍ ແລະອີຈິບ. ການສົນທະນາໃນເລື້ອງເງິນຕາຂອງກຸ່ມ BRICS ໄດ້ຮັບແຮງກະຕຸ້ນສ່ວນນຶ່ງ ໃນປີ 2022 ຫຼັງຈາກສະຫະລັດ ໄດ້ວາງມາດຕະການລົງໂທດຕໍ່ຣັດເຊຍ ພາຍຫຼັງທີ່ສົງຄາມເກີດ ຢູເຄຣນ ແລະຄວາມເຄັ່ງຕຶງກໍເພີ້ມຂຶ້ນເລື້ອຍໆລະຫວ່າງ ປະເທດຕາເວັນຕົກ ແລະຈີນ.
ແຕ່ການເປັນພັນທະມິດຂອງປະເທດຕ່າງໆທີ່ເກີດຂຶ້ນມານັ້ນ ແມ່ນມີຄວາມຫຼາກຫຼາຍເກີນໄປ ທີ່ຈະສາມາດໃຊ້ສະກຸນເງິນຮ່ວມກັນໄດ້.
ທ່ານ ມະຫາພັດຕຣາ ກ່າວຕື່ມວ່າ “ພວກເຮົາ (BRICS) ບໍ່ມີຕະຫຼາດທີ່ຄ້າຍ ຄືກັນ. ພວກເຮົາບໍ່ມີນະໂຍບາຍການຄ້າທີ່ຄ້າຍຄືກັນ. ພວກເຮົາບໍ່ມີຫຍັງທີ່ ຄ້າຍຄືກັນ.”
ເຖິງຢ່າງໃດກໍຕາມ ອິນເດຍ ແລະປະເທດອື່ນໆໃນກຸ່ມ BRICS ກໍໄດ້ກ້າວຂຶ້ນ ເພື່ອພະຍາຍາມເຮັດການຄ້າໃນສະກຸນເງິນທ້ອງຖິ່ນຂອງປະເທດເຫຼົ່ານັ້ນ ເພື່ອທີ່ ຈະຫລຸດຜ່ອນການເພິ່ງພາຕໍ່ເງິນໂດລາສະຫະລັດ.
ທ່ານ ບິສວາຈິດ ດາຣ ນັກວິເຄາະດ້ານການຄ້າ ກ່າວຜ່ານທາງຊູມ (Zoom) ວ່າ “ມີ 17 ປະເທດທີ່ໄດ້ຖືກລະບຸໂດຍລັດຖະບານຂອງອິນເດຍ ຜູ້ທີ່ຢາກຈະຄ້າຂາຍນຳ ໃນສະກຸນເງິນ ຣູປີ ຫຼື ສະກຸນເງິນລະຫວ່າງສອງຝ່າຍກໍໄດ້.”
ປະເທດເຫຼົ່ານັ້ນ ລວມມີ ຣັດເຊຍ. ນິວເດລີ ເຊິ່ງບໍ່ໄດ້ເຂົ້າຮ່ວມໃນການວາງ ມາດຕະການລົງໂທດຂອງສະຫະລັດ, ແມ່ນກຳລັງໃຊ້ຈ່າຍຄ່ານຳເຂົ້ານ້ຳມັນ ຢ່າງຫຼວງຫຼາຍຂອງຕົນຈາກມົສກູ ໃນສະກຸຸນເງິນຣູປີ. ແຕ່ການຄ້້າຂາຍເງິນຣູປີ ຍັງປະເຊີນກັບບັນຫາຫຼາຍຢ່າງ.
ທ່ານດາຣ ກ່າວຜ່ານທາງຊູມ ອີກວ່າ “ອິນເດຍ ກຳລັງຂາດດຸນການຄ້າຮ່ວມ ກັນກັບຣັດເຊຍ ເຊິ່ງໝາຍຄວາມວ່າ ໃນເວລາທີ່ອິນເດຍ ຊື້ນ້ຳມັນຢ່າງຫຼວງ ຫຼາຍ ແລະຈ່າຍເປັນເງິນ ຣູປີ, ຣັດເຊຍ ບໍ່ຮູ້ທີ່ຈະເຮັດແນວໃດກັບຄັງເງິນຣູປີ ທີີ່ຕົນມີຢູ່ໃນປັດຈຸບັນນີ້.”
ທ່ານ ຊູບຣາມານຽນ ໄຈຊານກາຣ ລັດຖະມົນຕີການຕ່າງປະເທດຂອງອິນເດຍ ໄດ້ກ່າວວ່າ ການຫຍັບອອກຈາກເງິນໂດລາ ບໍ່ແມ່ນສ່ວນນຶ່ງໃນນະໂຍບາຍ ດ້ານເສດຖະກິດຂອງອິນເດຍ. ບັນດານັກວິເຄາະກ່າວວ່າ, ນັ້ນກໍແມ່ນ ເປັນຍ້ອນຍຸທະສາດດ້ານຜົນປະໂຫຍດຂອງອິນເດຍ ຊຶ່ງໂດຍທົ່ວໄປແລ້ວ ສອດຄ່ອງກັບນະໂຍບາຍ ສະຫະລັດ.
India is not supporting the creation of a shared currency among the nine-nation BRICS grouping but it is trying to promote trade in its local currency, according to analysts in New Delhi. Incoming U.S. President Donald Trump recently warned BRICS nations against efforts to replace the dollar with an alternative currency. Anjana Pasricha has a report from New Delhi.
India is not pursuing the creation of a common BRICS currency, a potential initiative that has been met with strong pushback from U.S. President-elect Donald Trump.
He has threatened 100% tariffs on products from the nine-member BRICS bloc if it replaces the U.S. dollar with another currency or backs an alternative to the greenback.
Analysts say mistrust and differences between major BRICS members such as India and China are a huge stumbling block in moving ahead with a shared currency.
((Chintamani Mahapatra, Kalinga Institute of Indo-Pacific Studies ((Zoom))
“India is not supportive of this particular initiative. Any common currency is not going to help anyone; only the dominant countries like China ultimately will dictate. So, it is very difficult to develop a consensus to have a common currency.”
The core BRICS group -- China, Russia, India, Brazil and South Africa -- expanded this year to include Iran, the United Arab Emirates, Ethiopia and Egypt. Talk of a BRICS currency gained some momentum in 2022 after the U.S. imposed sanctions on Russia following the Ukraine war and growing tensions between the West and China.
But the alliance of emerging countries is too diverse to make a shared currency viable.
((Chintamani Mahapatra, Kalinga Institute of Indo Pacific Studies, ((Zoom))
“We [BRICS] don’t have a common market. We don’t have any common trade policy. We have nothing in common.”
However, India and some other BRICS countries have stepped up efforts to trade in their local currencies to reduce dependency on the U.S. dollar.
((Biswajit Dhar, Trade Analyst ((Zoom))
“There are 17 countries that have been identified by the government of India with whom India wants to trade in either rupees or a bilateral currency.”
Those countries include Russia. New Delhi, which did not join U.S. sanctions, is paying for its massive oil imports from Moscow in rupees. But the rupee trade also presents problems.
((Biswajit Dhar, Trade Analyst ((Zoom))
“India runs a huge trade deficit vis a vis Russia, which means that when India is buying a lot of oil and is paying in rupees, Russia does not know what to do with the stock of rupees it is holding now.”
Indian External Affairs Minister Subramanian Jaishankar has said that moving away from the greenback is not part of India’s economic policy. That, say analysts, is because India’s strategic interests are generally aligned with the U.S.
ຟໍຣັມສະແດງຄວາມຄິດເຫັນ