ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ ໂມດີ ຫາທາງ ເສີມຂະຫຍາຍ ສາຍສຳພັນກັບຈີນ ໃນລະຫວ່າງການຢ້ຽມຢາມຄັ້ງທຳອິດ


ນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi, ຊ້າຍ, ແລະ ປະທານປະເທດຈີນ ທ່ານ Xi Jinping ໂບກມືໃຫ້ບັນດານັກຂ່າວ ກ່ອນໜ້າ ທັງສອງຈະເຂົ້າກອງປະຊຸມ ຢູ່ໃນເມືອງ Xian ແຂວງ Shaanxi ປະເທດຈີນ, ວັນທີ 14 ພຶດສະພາ 2015.
ນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi, ຊ້າຍ, ແລະ ປະທານປະເທດຈີນ ທ່ານ Xi Jinping ໂບກມືໃຫ້ບັນດານັກຂ່າວ ກ່ອນໜ້າ ທັງສອງຈະເຂົ້າກອງປະຊຸມ ຢູ່ໃນເມືອງ Xian ແຂວງ Shaanxi ປະເທດຈີນ, ວັນທີ 14 ພຶດສະພາ 2015.

ນາຍົກລັດຖະມົນຕີ ອິນ​ເດຍ ທ່ານ Narendra Modi ​ພວມຢູ່ທີ່​
ຈີນ​ເພື່ອທຳ​ການ​ຢ້ຽມຢາມ ​ຢ່າງເປັນ​ທາງ​ການ ຊຶ່ງ​ຄາດ​ກັນ​ວ່າ
ຈະ​ເສີມ​ຂະຫຍາຍສາ​ຍສຳພັນ ​ທາງການ​ທູດ ​ແລະ ​ເສດຖະກິດ
ຂຶ້ນຕື່ມ​ອີກລະຫວ່າງ​ສອງ​ປະ​ເທດ​ຍັກ​ໃຫຍ່​ ໃນ​ເອ​ເຊຍ.

ນາຍົກລັດຖະມົນຕີ Modi ​ຊຶ່ງພວມທຳ​ການ​ຢ້ຽມຢາມ​ ປະ​ເທດຈີນ
ເປັນເທື່ອທຳອິດ ນັບ​ຕັ້ງແຕ່​ທ່ານ​ໄດ້ຖືກ​ເລືອກ​ເປັນ​ນາຍົກ ເມື່ອ​
ປີ​ກາຍ​ ​ ​ໄດ້​ເດີນທາງ​ໄປ​ຮອດເມືອງ Xi'an ນະຄອນຫລວງ​ຂອງ
​ແຂວງ Shaanxi ​ແລະ ບ້ານ​ເກີດ​ຂອງ​ປະທານ​ປະ​ເທດ​ຈີນ ທ່ານ
Xi Jinping ໃນຕອນເຊົ້າ​ວັນ​ພະຫັດ​ມື້​ນີ້.

​ປະທານ​ປະ​ເທດ ສີ ຈິ້ນຜິງ ​ເດີນທາງ​ໄປ​ຍັງ​ເມືອງ Xi’an ​ເພື່ອ​ຕ້ອນຮັບ ທ່ານ Modi ​ໃນ​
ຕອນ​ແລງ​ວັນ​ພະຫັດ​ມື້​ນີ້ ໃນ​ອັນ​ທີ່​ມອງກັນວ່າ ເປັນການສະ​ແດງ ​ເຖິງຄວາມປາດ​ຖະໜາ​ດີ. ມັນ​ເປັນສິ່ງ​ທີ່ຜິດ​ປົກກະຕິ ສຳ​ຫລັບບັນດາ​ຜູ້ນຳຂອງ​ຈີນ ຈະ​ພົບ​ປະ​ກັບ ບັນດາ​ຜູ້ນຳ​ລັດ ຖະບານ ຕ່າງປະເທດ ​ທີ່​ເດີນທາງ​ມາ​ຢ້ຽມຢາມ ຢູ່​ນອກ​ນະຄອນຫລວງ ປັກ​ກິ່ງ.

ການ​ຢ້ຽມຢາມ​ໃນ​ຄັ້ງນີ້ ມີ​ຂຶ້ນຫຼາຍໆ​ເດືອນ ຫຼັງຈາກທ່ານ Modi ​ໄດ້​ເປັນ​ເຈົ້າພາບ​ຕ້ອນຮັບ
ທ່ານ ສີ ຢູ່​ທີ່​ ​ເມືອງ Ahmedabad ບ້ານ​ເກີດຂອງ​ທ່ານ ໃນການ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ ຊຶ່ງ​ໃນ​ລະຫວ່າງ​ນັ້ນ ຜູ້ນຳ​ທັງ​ສອງ ​ໄດ້ສະ​ແດງ​ຄວາມ​ຮູ້ສຶກ​ສ່ວນໂຕ ແບບອົບ​ອຸ່ນ​ ທີ່​ໜ້າ​ ສັງ​ເກດໄດ້ ​ແລະ ທັງ​ສອງ​ທ່ານ​ຫວັງ​ວ່າ ຄວາມ​ຮູ້​ສຶກດັ່ງກ່າວນັ້ນ ຈະ​ຫັນປ່ຽນເປັນ​ການ​ຮ່ວມ​ມື ​ທາງ​ດ້ານ​ເສດຖະກິດ​ຕື່ມ​ອີກ.

ເປັນທີ່ຄາດ​ກັນ​ວ່າ ຜູ້ນຳ​ທັງ​ສອງ ໃນ​ລະຫວ່າງ​ການ​ຢ້ຽມຢາມຄັ້ງນີ້ ຈະເຊັນ​ສັນຍາ ​ໃນ​ດ້ານ
​ເສດຖະກິດ ທີ່​ມີ​ມູນ​ຄ່າ 10 ພັນລ້ານ​ດອນ​ລາ ອີງ​ຕາມ ໜັງສືພິມ Global Times ຂອງ​
ທາງ​ການ​ຈີນ.

China India Modi
please wait
Embed

No media source currently available

0:00 0:01:10 0:00

XS
SM
MD
LG