ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໕ ກຸມພາ ໒໐໒໕

ອິນເດຍ ຮຽກຮ້ອງ ໃຫ້ລົງໂທດ ຜູ້ເປີດເຜີຍຂ່າວ


ລົດຖັງ T-72 ຂອງກອງທັບອິນເດຍ ໃນພິທີສວນສະໜາມ ເນື່ອງໃນໂອກາດວັນສາທາລະນະລັດ ທີ່ກຸງນິວເດລີ (26 ມັງກອນ 2012)
ລົດຖັງ T-72 ຂອງກອງທັບອິນເດຍ ໃນພິທີສວນສະໜາມ ເນື່ອງໃນໂອກາດວັນສາທາລະນະລັດ ທີ່ກຸງນິວເດລີ (26 ມັງກອນ 2012)

ຜູ້​ບັນຊາ​ກອງທັບ​ອີນ​ເດຍກ່າວ​ວ່າ ຜູ້​ໃດກໍ​ຕາມ​ເປີດ​ເຜີ​ຍຈົດໝາຍ ທີ່​ທ່ານ​ຂຽນໄປ​ຫານາຍົກ
ລັດຖະມົນຕີ Manmohan Singh ທີ່​ກ່າວ​ເຖິງ​ຄວາມ​ສາມາດ​ ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​
ຂອງ​ອິນ​ເດ​ຍວ່າອ່ອນ​ແອນັ້ນ ມີ​ຄວາມ​ຜິດ​ໃນ​ຖານຂາຍ​ຊາດ.

ຢູ່ໃນ​ຖະ​ແຫລ​ງການ ທີ່​ນຳ​ອອກ​ເຜີຍ​ແຜ່​ ໃນ​ວັນ​ພະຫັດວານ​ນີ້ ນາຍ​ພົນ​ Vijay Kumar
Singh ກ່າວວ່າ ການ​ເປີດ​ເຜີຍ​ຈົດໝາຍ​ດັ່ງກ່າວ​ໂດຍທີ່​ບໍ່​ໄດ້​ຮັບ​ອະນຸຍາດນັ້ນ "ຄວນ​ຖື​ວ່າ​
ເປັນ​ການ​ຂາຍ​ຊາດຮ້າຍ​ແຮງທີ່​ສຸດ”. ທ່ານ​ກ່າວ​ຕໍ່​ໄປ​ອີກວ່າ ທ່າ​ນມີ​ຄວາມ​ເຊື່ອ​ວ່າ “ບໍ່​ເກີດ​
ໃນ​ການຮົ່ວໄຫຼຂອງເນື້ອ​ໄນ​ຈົດໝາຍ​ນັ້ນ ຕ້ອງ​ໄດ້​ພົບ​ເຫັນ​ ແລະຈະ​ຕ້ອງ​ພະ​ເຊີນ​ກັບ​ການ​
ລົງ​ໂທດ​ຢ່າງຮ້າຍ​ແຮງ.”

ຈົດໝາຍລົງ​ວັນ​ທີ 12 ມີ​ນາເອີ້ນສະພາບກໍາລັງ​ສູ້​ລົບ​ຂອງ​ອີນ​ເດຍວ່າ “ຢູ່​ໃນ​ພາວະ​ທີ່​ໜ້າ
ຕົກ​ໃຈ”. ​ຈົດໝາຍກ່າວ​ວ່າ ກອງລົດ​ຖັງ​ຂອງ​ອິນ​ເດຍ “​ແມ່ນ​ຂາດ​ແຄ​ນ​ລູກປືນ ທີ່​ສຳຄັນໆ”
ແລະ​ລະບົບການ​ປ້ອງກັນ​ໄພທາງ​ອາກາດ​ນັ້ນ 97 ​ເປີ​ເຊັ​ນ ​ແມ່ນ​ຍັງຫລ້າຫລັງ. ນອກ​ນັ້ນ​
ຈົດໝາຍ​ຍັງ​ເວົ້າ​ວ່າ ກຳລັງ​ທະຫານ​ລາບ ​ແມ່ນ​ບໍ່​ມີ​ຄວາມ​ພ້ອມ ຍ້ອນ​ ມີ​ອາວຸດ​ຍຸດ​ໂທ​ປະ
ກອນ​ບໍ່​ພຽງພໍ​ແລະ​ຂາດອຸປະກອນ​ການ​ລົບ​ໃນ​ຍາ​ມກາງຄືນໃນ​ຂະນະ​ທີ່​ກຳລັງ​ທີ່​ດີ​ທີ່​ສຸດ​ນັ້ນ
“ຍັງຂາ​ດ​ເຂີນ” ອາ​ວຸດ​ທີ່​ຈຳ​ເປັນ​ຕ່າງໆ.

ລຸ​ນຫຼັງການ​ຮົ່ວ​ໄຫຼ ຂອງ​ຂໍ້ຄວາມ​ໃນຈົດໝາຍໃນ​ອາທິດ​ນີ້​ແລ້ວ ບັນດາພັກ​ຝ່າຍຄ້ານ​ຂອງ​
ອິນ​ເດຍໄດ້​ຮ່ວມ​ກັນ ກັບ​ສະມາຊິກ​ສະພາ​ຂອງ​ພັກຄອງ​ແກຣັສ ຮຽກຮ້ອງ​ໃຫ້​ປົດ​ນາຍ​ພົນ
Singh ອອກ​ຈາກ​ຕຳ​ແໜ່​ງ. ​ເຂົາ​ເຈົ້າເວົ້າ​ວ່າ ​ຈົດໝາຍດັ່ງກ່າວ​ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​
ໃຫ້​ແກ່ກອງທັບອິນ​ເດຍ.

ແຕ່​ທ່ານ Amer Latif ​ນັກ​ຊ່ຽວຊານ ​ທີ່​ມາ​ປະຈຳ​ຊົ່ວຄາວ ​ຢູ່ສູ​ນກາ​ງ​ຍຸດ​ທະ​ສາດ​ແລະ​
ການ​ສຶກສາ​ນາໆ​ຊາດທີ່ວໍ​ຊິງ​ຕັນກ່າວ​ຕໍ່ວີ​ໂອ​ເອວ່າ ຂໍ້​ມູນ​ທີ່​ບັນຈຸ​ຢູ່​ໃນ​ຈົດໝາຍນັ້ນ ບໍ່ເປັນ
ທີ່​ໜ້າ​ຕື່ນ​ຕົກ​ໃຈ​ຮ້າຍ​ແຮງ​ປານໃດ. ທ່ານ​ເວົ້າວ່າ ມັນ​ເປັນ​ທີ່​ຮູ້​ກັນ​ດີ​ຢູ່​ແລ້ວ​ວ່າອິນເດຍ ມີ​
ບັນຫາ​ຢ່າງໃຫຍ່​ ໃນ​ການ​ປັບປຸງອາວຸດ​ໃຫ້​ທັນສະ​ໄໝ ຂະນະ​ທີ່​ປະ​ເທດ​ດັ່ງກ່າວ ​ພະຍາ​
ຍາມ​ທີ່​ຈະໂຜ່​ໂຕ​ຂຶ້ນມາ​ເປັນ​ກຳລັງ​ຄອບ​ງຳ​ຢູ່​ໃນ​ຂົງ​ເຂດທີ່​ມີປະ​ເທດ​ຄູ່​ປໍ​ລະ​ປັກ​ມາ​ເປັນເວ
ລາ​ດົນ​ນານ ​ເຊັ່ນ​ປາ​ກິ​ສຖານ​ແລະ​ຈີນຮວມຢູ່ນຳ​ດ້ວຍ.

XS
SM
MD
LG