ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ສົ່ງດາວທຽມ 20 ໜ່ວຍ ຂຶ້ນສູ່ ວົງໂຄຈອນ ເປັນທີ່ສຳເລັດ


ຍານນຳສົ່ງດາວທຽມ PSLV C-34 (PSLV-C23) ບັນທຸກ ດາວທຽມ 5 ໜ່ວຍ, ທະຍານຂຶ້ນສຸ່ທ້ອງຟ້າ ຈາກສູນກາງອະວະກາດ Satish Dhawan ໃນເມືອງ Sriharikota ຢູ່ກ້ຳເໜືອ ຂອງເມືອງ Chennai ຢູ່ທາງພາກໃຕ້ຂອງປະເທດ, ວັນທີ 30 ມິຖຸນາ 2014.
ຍານນຳສົ່ງດາວທຽມ PSLV C-34 (PSLV-C23) ບັນທຸກ ດາວທຽມ 5 ໜ່ວຍ, ທະຍານຂຶ້ນສຸ່ທ້ອງຟ້າ ຈາກສູນກາງອະວະກາດ Satish Dhawan ໃນເມືອງ Sriharikota ຢູ່ກ້ຳເໜືອ ຂອງເມືອງ Chennai ຢູ່ທາງພາກໃຕ້ຂອງປະເທດ, ວັນທີ 30 ມິຖຸນາ 2014.

ອິນເດຍ ໄດ້ສົ່ງ ດາວທຽມ 20 ໜ່ວຍ ຂຶ້ນສູ່ວົງໂຄຈອນ ໃນວັນພຸດມື້ນີ້ ຈາກສູນ ກາງອະວະກາດ Satish Dhawan ຢູ່​ໃນພາກໃຕ້ ຂອງປະເທດ.

ຍານນຳສົ່ງດາວທຽມ PSLV C-34 ໄດ້ທະຍານຂຶ້ນສູ່​ທ້ອງຟ້າ ໃນເວລາ 9 ໂມງ 26 ນາທີ ຕອນເຊົ້າ ໂດຍບັນທຸກ ດາວທຽມ ຈາກຕ່າງປະເທດ 17 ໜ່ວຍ ແລະ ດາວທຽມພາຍໃນປະເທດ 3 ໜ່ວຍ. ດາວ​ທຽມທີ່ສຳຄັນສຸດ ກໍຄື Cartosat-2 ຊຶ່ງເປັນດາວທຽມສັງເກດການໂລກ ຂອງອິນເດຍ ທີ່ສາມາດຖ່າຍພາບຕ່າງໆ ດ້ວຍຄວາມແຈ້ງຊັດ ທີ່ຕ່ຳທີ່ສຸດເຖິງຂັ້ນລົບ.

ສ່ວນດາວທຽມອື່ນໆນັ້ນ ແມ່ນຈາກປະເທດ ອິນໂດເນເຊຍ ການາດາ ເຢຍຣະມັນ ແລະ ສະຫະລັດ. ນ້ຳໜັກລວມຂອງເຄື່ອງບັນທຸກ ​ແມ່ນປະມານ 1,288 ກິໂລກຣາມ ເມື່ອຕອນທະຍານຂຶ້ນສູ່​ທ້ອງຟ້າ.

ສ່ວນດາວທຽມສອງໜ່ວຍທີ່ຜະລິດຢູ່ໃນອິນເດຍ ໄດ້ຖືກສ້າງຂຶ້ນໂດຍ ປະຊາຄົມ ວິຊາການຕ່າງໆ ທີ່ປະກອບດ້ວຍ ບັນດານັກສຶກສາ ຈາກເມືອງ Pune ແລະ ເມືອງ Chennai.

ນາຍົກລັດຖະມົນຕີ ອິນເດຍ ທ່ານ Narendra Modi ໄດ້ສັນລະເສີນ ອົງການ ຄົ້ນຄວ້າອະວະກາດຂອງອິນເດຍ ຫຼື ISRO ຕໍ່ຄວາມສຳເລັດດັ່ງກ່າວ.

ທ່ານໄດ້ສົ່ງ​ຂໍ້ຄວາມ​ຜ່ານ​ທາງ Tweeter ໃນວັນພຸດມື້ນີ້ວ່າ “ດາວ​ທຽມ 20 ໜ່ວຍ ຂຶ້ນໄປແລ້ວ! ຢູ່ ISRO ສືບຕໍ່ທັບ​ມ້າງກຳແພງໃໝ່ໆ. ຂໍສັນລະເສີນ ດ້ວຍຄວາມ ຈິງໃຈ ຕໍ່ພວກນັກວິທະຍາສາດ ຂອງພວກເຮົາ ສຳລັບຜົນສຳເລັດ ອັນສຳຄັນ ຢ່າງຍິ່ງ.”

ກ່ອນໜ້ານີ້ ອິນເດຍ ໄດ້ສົ່ງດາວທຽມ 10 ໜ່ວຍ ຂຶ້ນໃນຄັ້ງດຽວ ເມື່ອປີ 2008. ອົງການ ISRO ໄດ້ປະສົບຜົນສຳເລັດ ໃນການສົ່ງ ດາວທຽມທັງໝົດ 37 ໜ່ວຍ ເຂົ້າສູ່ວົງໂຄຈອກໄປແລ້ວ ໃນປັດຈຸບັນນີ້.

ສະຖິຕິຂອງໂລກ ສຳລັບ ການສົ່ງຂຶ້ນດາວທຽມຫຼາຍໜ່ວຍທີ່ສຸດ ໃນຄັ້ງດຽວ ແມ່ນ ເປັນຂອງຣັດເຊຍ. ຈະຫຼວດ Dnepr ຂອງປະເທດດັ່ງ​ກ່າວ ໄດ້ສົ່ງ ດາວທຽມ 37 ໜ່ວຍ ຂຶ້ນ ເມື່ອປີ 2014.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Iindia Satellite
please wait
Embed

No media source currently available

0:00 0:01:00 0:00

XS
SM
MD
LG