ສອງປະເທດທີ່ມີເສດຖະກິດເຕີບໂຕໄວທີ່ສຸດຂອງເຂດເອເຊຍ
ຄືອິນເດຍ ແລະ ຈີນ ພວມຊອກຫາຊ່ອງທາງ ທີ່ຈະຂະຫຍາຍ
ສາຍພົວພັນທາງດ້ານເສດຖະກິດໃຫ້ກວ້າງຂວາງກວ່າເກົ່າໃນ
ຂະນະທີ່ປະເທດທັງສອງ ກຳລັງຕໍ່ສູ້ກັບສະພາບເສດຖະກິດທີ່
ຊັກຊ້າລົງຂອງໂລກ. ແຕ່ແນວໃດກໍຕາມ Anjana Pasricha
ຜູ້ສື່ຂ່າວຂອງວີໂອເອ ມີລາຍງານຈາກກຸງນິວເດລີວ່າ ການຂັດ
ແຍ້ງກ່ຽວກັບເລື່ອງເຂດນໍ້າແດນດິນຍັງສືບຕໍ່ເປັນບັນຫາທີ່ສ້າງ
ຄວາມລົບກວນໃຫ້ແກ່ຄວາມສຳພັນລະຫວ່າງປະເທດທັງສອງ.
ໃນການມ້ວນທ້າຍ ກອງປະຊຸມຍຸດທະສາດດ້ານເສດຖະກິດຄັ້ງ
ທີ 2 ທີ່ກຸງນິວເດລີໃນມື້ວັນຈັນຜ່ານມານີ້ ເຈົ້າໜ້າທີ່ອິນເດຍແລະ
ຈີນໄດ້ລົງນາມ ໃນຂໍ້ຕົກລົງຫລາຍໆສະບັບ ເພື່ອເພີ້ມທະວີການ
ຮ່ວມມືໃນຂົງເຂດວຽກງານຕ່າງໆເຊັ່ນທາງລົດໄຟ ພະລັງງານ ການປົກປ້ອງສິ່ງແວດລ້ອມ ແລະເທັກໂນໂລຈີດ້ານຂໍ້ມູນຂ່າວສານ.
ນອກນັ້ນ ເຈົ້າໜ້າທີ່ຈີນແລະອິນເດຍ ຍັງໄດ້ຕົກລົງທີ່ຈະປະສານງານດ້ານຍຸດທະສາດ ຢູ່ ໃນຂົງເຂດວຽກງານທີ່ປະເທດທັງສອງຕ່າງກໍມີຜົນປະໂຫຍດຮ່ວມກັນ ເຊັ່ນການປະຕິຮູບ ອົງການກອງທຶນສາກົນແລະລະບົບການເງິນຂອງໂລກຕະຫຼອດທັງການປ່ຽນແປງຂອງດິນ ຟ້າອາກາດນໍາດ້ວຍ.
ທັງຈີນແລະອິນເດຍ ກ່າວວ່າ ມັນເປັນເລື່ອງສຳຄັນທີ່ຈະຍົກລະດັບການພົວພັນທາງດ້ານ ເສດຖະກິດຂອງຕົນ ຢູ່ໃນສະພາບເສດຖະກິດຂອງໂລກ ໃນປັດຈຸບັນນີ້.
ຫົວໜ້າຄະນະຜູ້ແທນຂອງອິນເດຍ ທ່ານ Montek Singh Ahluwalia ໄດ້ກ່າວຢໍ້າເຖິງ ຄວາມຈຳເປັນ ເພື່ອຈະເຮັດໃຫ້ການຄ້າຂາຍຂອງປະເທດທັງສອງມີຄວາມກໍ້າເກິ່ງສົມດູນ
ຫຼາຍຂຶ້ນ.
ການຄ້າລະຫວ່າງອິນເດຍແລະຈີນ ໄດ້ຂະຫຍາຍໂຕຢ່າງໃຫຍ່ໃນຮອບທົດສະວັດທີ່ຜ່ານ ມານີ້ ໂດຍມີຍອດເຖິງ 75 ພັນລ້ານໂດລາໃນປີກາຍນີ້. ແຕ່ການຄ້າດັ່ງກ່າວແມ່ນຈີນເປັນ ຜູ້ໄດ້ປຽບຢ່າງຫຼວງຫຼາຍ ຄືອິນເດຍຂາດດຸນການຄ້າຢູ່ 40 ພັນລ້ານໂດລາ. ການສົ່ງອອກ ສິນຄ້າຂອງອິນເດຍສ່ວນໃຫຍ່ແລ້ວແມ່ນປະກອບດ້ວຍວັດຖຸດິບຕ່າງໆ ເຊັ່ນແຮ່ເຫຼັກເປັນ ຕົ້ນ ໃນຂະນະທີ່ຈີນຂາຍສິນຄ້າທີ່ຜະລິດໃນລາຄາຖືກຂອງຕົນໃຫ້ແກ່ຕະຫຼາດອິນເດຍ.
ທ່ານນາງ Alka Acharya ອາຈານສອນວິຊາການສຶກສາກ່ຽວກັບຈີນ ທີ່ມະຫາວິທະຍາ ໄລ Jawaharlal Nehru ທີ່ກຸງນິວເດລີກ່າວວ່າ ປະເທດທັງສອງ ຕ້ອງການຢາກຈະຂະ ຫຍາຍຄວາມສຳພັນທາງດ້ານເສດຖະກິດ ໃຫ້ຂ້ວາງຂວາງອອກໄປຕື່ມອີກ.
ສາສະດາຈານ Acharya ເວົ້າວ່າ “ພວກເຮົາ ກຳລັງສຶກສາເບິ່ງ ການລົງທຶນຮ່ວມ ການເຮັດວິສາວະກິດຮ່ວມ ການລົງທຶນເພີ້ມຂຶ້ນຂອງຈີນເຂົ້າໃນດ້ານໂຄງລ່າງ ພື້ນຖານ ແລະໃນພາກປະຕິບັດໂຕຈິງພວກເຮົາຈະເຮັດແນວໃດເພື່ອໃຫ້ການ
ຄ້າມີການຂະຫຍາຍຢ່າງຮອບດ້ານກວ່າທີ່ເປັນຢູ່ໃນເວລານີ້. ນັ້ນແມ່ນຈະແຈ້ງ ຄືບຸລິມມະສິດຂອງພວກເຮົາ.”
ອິນເດຍ ຕ້ອງການຢາກເຂົ້າໄປຫາຕະຫຼາດຂອງຈີນເພີ້ມຂຶ້ນໃນດ້ານຕ່າງໆ ເຊັ່ນການບໍລິ ການ ເທັກໂນໂລຈີຂໍ້ມູນຂ່າວສານ ແລະເພສັດຊະກຳ ຊຶ່ງເປັນຂົງເຂດວຽກງານ ທີ່ບໍລິສັດ ຂອງອິນເດຍມີຄວາມເຂັ້ມແຂງນັ້ນ. ສ່ວນຈີນຢາກໃຫ້ອິນເດຍ ໃຫ້ການອະນຸຍາດງ່າຍຂຶ້ນ ໃນການອອກວີຊ່າແກ່ພວກຄົນງານຈີນ.
ເຖິງແມ່ນວ່າຄວາມສຳພັນທາງດ້ານເສດຖະກິດລະຫວ່າງປະເທດທັງສອງ ໄດ້ດຳເນີນໄປ ດ້ວຍດີກໍຈິງຢູ່ ແຕ່ການຂັດແຍ້ງທີ່ມີມາເປັນເວລາດົນນານກ່ຽວກັບເລື່ອງຊາຍແດນຍັງສືບ ຕໍ່ເປັນບັນຫາສຳລັບປະເທດເພື່ອນບ້ານທັງສອງ. ອິນເດຍໄດ້ອ້າງເອົາກຳມະສິດໃນພື້ນທີ່ 16,000 ກິໂລແມັດມົນທົນ ທີ່ຈີນຄວບຄຸມຢູ່ໃນເຂດພູຫິມະໄລໃນຂະນະທີ່ປັກກິ່ງອ້າງກຳ ມະສິດເອົາລັດ Arunachal Pradesh ທີ່ຕັ້ງຢູ່ຕິດກັບທິເບດ.
ບໍ່ເທົ່າໃດມື້ ກ່ອນທີ່ການເຈລະຈາທາງດ້ານເສດຖະກິດໄຂຂຶ້ນ ອິນເດຍ ກໍເລີ້ມອອກວີຊ່າ ໃຫ້ແກ່ພວກນັກທ່ອງທ່ຽວຈີນ ໂດຍມີຮູບແຜນທີ່ໆສະແດງໃຫ້ເຫັນວ່າ ເຂດແດນທີ່ມີການ ຂັດແຍ້ງທັງສອງເປັນຂອງຕົນ.
ການອອກວີຊ່າດັ່ງກ່າວນີ້ແມ່ນເປັນການຕອບໂຕ້ຂອງອິນເດຍຕໍ່ຈີນທີ່ໄດ້ສະແດງໃຫ້ເຫັນ ວ່າ ເຂດທີ່ມີການຂັດແຍ້ງເປັນພາກສ່ວນນຶ່ງຂອງດິນແດນຈີນ ໃນໜັງສືຜ່ານແດນອິເລັກ ໂທຣນິກ ຫຼື e-passport ທີ່ຈີນຫາກໍເລີ້ມນໍາໃຊ້ນັ້ນ.
ປະເທດທັງສອງຍັງບໍ່ສາມາດແກ້ໄຂບັນຫາຂັດແຍ້ງໃນເລື່ອງຊາຍແດນ ທັງໆທີ່ໄດ້ມີການ
ເຈລະຈາກັນມາໄດ້ 15 ຮອບແລ້ວ. ແຕ່ແນວໃດກໍຕາມ ຄວາມສຳພັນທາງດ້ານເສດຖະກິດ ທີ່ພວມໃຫ້ດອກອອກຜົນ ຢ່າງງົດງາມນັ້ນ ຄາດວ່າ ຈະຊ່ອຍເຮັດໃຫ້ ສາຍສຳພັນລະຫວ່າງ ປະເທດຍັກໃຫຍ່ໃນເຂດເອເຊຍທັງສອງເຢັນລົງຕື່ມອີກ ໃນຊຸມປີຕໍ່ໜ້ານີ້.