ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ແລະຈີນ ຈະເລີ່ມຊ້ອມລົບກັນໃໝ່


ອີນ​ເດຍ ​ແລະ​ຈີນ ​ໄດ້​ຕົກລົງທີ່​ຈະ​ທຳ​ການ​ຊ້ອມ​ລົບຮ່ວມ​ກັນ​ຄືນ​ໃໝ່ ​
ອີນ​ເດຍ ​ແລະ​ຈີນ ​ໄດ້​ຕົກລົງທີ່​ຈະ​ທຳ​ການ​ຊ້ອມ​ລົບຮ່ວມ​ກັນ​ຄືນ​ໃໝ່ ​
ອີນ​ເດຍ ​ແລະ​ຈີນ ​ໄດ້​ຕົກລົງທີ່​ຈະ​ທຳ​ການ​ຊ້ອມ​ລົບຮ່ວມ​ກັນ​ຄືນ​ໃໝ່ ​ໃນ​ຂະນະ​ທີ່​ສອງ​ປະ​ເທດເພື່ອນບ້ານກໍາລັງເອົາ​ບາດ​ກ້າວ ​ເພື່ອ​ຫຼຸດຜ່ອນ​ຄວາມ​ບໍ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ​ປັບ​ປຸງຄວາມສໍາພັນ ​ໃຫ້​ດີ​ຂຶ້ນ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອີນ​ເດຍ ທ່ານ A.K. Antony ​ໄດ້​ປະກາດ​ ກ່ຽວ ກັບ​ການ​ຟື້ນຟູ​ຄວາມ​ສຳພັນດ້ານ​ທະຫານ ​ໃນ​ວັນ​ອັງຄານ​ນີ້ ລຸນ​ຫຼັງ​ການເຈລະ ຈາ​ກັບ​ຄູ່ຕໍາແໜ່​ງຝ່າຍ​ຈີນ ທ່ານ Liang Guanglie ທີ່​ກຸງນິວ​ແດນ​ລີ.

ຫຼັງຈາກ​ການ​ຊ້ອມ​ລົບ​ສອງ​ຮອບ​ໃນ​ປີ 2007 ​ແລະ 2008 ອີນ​ເດຍ​ໄດ້​ຍົກ​ເລີກ​ຮອບ​ທີ່​ສາມ ລຸນ​ຫຼັງທີ່​ໄດ້​ມີ​ການ​ຂັດ​ແຍ້​ງກັນ​ ຍ້ອນ​ປັກ​ກິ່ງ​ໄດ້ປະຕິ​ເສດບໍ່ຍອມ ອອກວີ​ຊ່າ ​ໃຫ້​ແກ່​ນາຍ​ພົນ​ອີນ​ເດຍຄົນ​ນຶ່ງ.

ທ່ານ​ Antony ​ໄດ້​ຮ້ອງ​ການ​ສົນທະ​ນາ​ໃນ​ວັນ​ອັງຄານ​ມື້ນີ້ ກັບຄູ່​ຕໍາ​ແໜ່​ງຝ່າຍ ຈີນຂອງ​ທ່ານວ່າ ​ເປັນ​ໝາກ​ເປັນ​ຜົນ. ທ່ານ Liang ​ໄດ້​ກ່າວ​ຕໍ່ບັນດາ​ນັກ​ຂ່າວ​ວ່າ ​ທັງ​ສອງ​ປະ​ເທດ​ຍັງໄດ້​ຕົກລົງ​ທີ່​ຈະມີ​ການ​ແລກປ່ຽນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ແລະ ​ເສີມ​ຂະຫຍາຍການ​ປະສານ​ງານ​ດ້ານ​ຄວາມ​ປອດ​ໄພ ລະ​ຫວ່າງ​ກອງ​ທັບ​ເຮືອ​ຂອງປະ​ເທດທັງ​ສອງ.

ການ​ຢ້ຽມຢາມ​ອິນ​ເດຍຂອງທ່ານ Liang ​ຊຶ່ງ​ເປັນ​ຄັ້ງ​ທໍາອິດ​ໂດຍລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດຈີນ​ ​ໃນ​ລະຍະ​ແປດ​ປີ ຍັງ​ໄດ້​ແນໃສ່​ການ​ແກ້​ໄຂບັນຫາ​ຂອງ​ປະ​ເທດ​ທັງ​ສອງ ທີ່​ມີ​ມາ​ນານ ກ່ຽວ​ກັບ​ການ​ຂັດ​ແຍ້​ງ​ຊາຍ​ແດນໃນ​ເຂດ​ພູ​ຫິມະ​ໄລ.
XS
SM
MD
LG