ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນ​ເດຍ ​ກັບຈີນ ​ເຊັນ​ສັນຍາ​ກັນ ​​ຍຸຕິ​ຄວາມເຄັ່ງຕຶງ ຢູ່ຊາຍແດນ ເຂດ​ພູ​ເຂົາ​ຫິມະ​ໄລ


ອິນເດຍເວົ້າວ່າ ປະເທດຕົນໄດ້ເຊັນສັນຍາ ເພື່ອຖອນທະຫານ ອອກຈາກເຂດຊາຍແດນທີ່ມີການຂັດແຍ້ງກັນ ຢູ່ໃກ້ໆພູພຽງ Doklam ທີ່ຢູ່ເຂດຕາເວັນອອກຂອງພູເຂົາຫິມະໄລ.
ອິນເດຍເວົ້າວ່າ ປະເທດຕົນໄດ້ເຊັນສັນຍາ ເພື່ອຖອນທະຫານ ອອກຈາກເຂດຊາຍແດນທີ່ມີການຂັດແຍ້ງກັນ ຢູ່ໃກ້ໆພູພຽງ Doklam ທີ່ຢູ່ເຂດຕາເວັນອອກຂອງພູເຂົາຫິມະໄລ.

ອິນ​ເດຍ​ກັບຈີນ​ໄດ້​ເຊັນ​ສັນຍາ​ກັນ ຍຸຕິ​ການ​ຜິດ​ຖຽງກັນ​ທີ່​ແຮງ​ທີ່​ສຸດ ​ລະຫວ່າງ​ສອງ
​ປະ​ເທດ​ຍັກ​ໃຫຍ່​ ໃນ​ເຂດ​ເອ​ເຊຍ ຢູ່​ໃນ​ເຂດ​ຊາຍ​ແດນໃນ​ເຂດຕາ​ເວັນ​ອອກຂອງ
ພູ​ເຂົາ​ຫິມະ​ໄລ ທີ່ໄດ້​ຂັດ​ແຍ້​ງກັນມາ​ໄດ້ຫລາຍ​ທົດ​ສະ​ວັດ​ນັ້ນ.

​ຖະ​ແຫລ​ງການ​ຫຍໍ້​ຂອງກະຊວງ​ການ​ຕ່າງປະ​ເທດອິນ​ເດຍ ​ເວົ້າວ່າ ການ​ຕັດ​ສິນ​ໃຈ
​ດັ່ງກ່າວ​ໄດ້​ມີ​ຂຶ້ນ ພາຍຫລັງ​ທີ່​ມີ​ການ​ສື່ສານ​ກັນ ​ໂດຍ​ທາງ​ການ​ທູດ ລະຫວ່າງ​ສອງ
​ປະ​ເທດ. ກະຊວງດັ່ງກ່າວໄດ້​ເວົ້າ​ເພີ່ມວ່າ "​ບົນ​ພື້ນຖານ​ອັນ​ນີ້, ຄວາມ​ບໍ່​ເຫັນ​ດີ​ນໍາ
​ກັນ​ແບບ​ວ່ອງ​ໄວ ​ລະຫວ່າງພະນັກງານ​ປະ​ຈໍາ​ຊາຍ​ແດນ ຢູ່​ບ່ອນ​ທີ່​ປະ​ເຊີ​ນໜ້າກັນ​
ຢູ່​ເຂດ​ພູ​ພຽງ Doklam ​ແມ່ນຕົກລົງ​ກັນໄດ້ ​ທີ່​ຈະຍຸຕິ ​ແລະຢຸດເຊົາ​ການ​ຕໍ່ສູ້​ກັນ​.”

ກະຊວງ​ການ​ຕ່າງປະ​ເທດຢູ່​ປັກ​ກິ່ງ​ເວົ້າວ່າ ທະຫານ​ຈີນ ຈະ​ສືບຕໍ່ລາດຕະ​ເວນ​ເຂດ​
ດັ່ງກ່າວ. ອີງ​ຕາມ​ທ່ານ Hua Chunying, ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຈີນ
ແມ່ນວ່າ “ຈີນ​ຈະ​ສືບຕໍ່​ໃຊ້​ສິດ ​ເພື່ອ​ປົກ​ປ້ອງ​ອະທິປະ​ໄຕ​ຂອງເຂດ​ນໍ້າ​ແດນ​ດິນ​ ໂດຍ
​ສອດຄ່ອງ​ກັບ​ກົດ​ລະບຽບ ຊາຍ​ແດນທາງປະຫວັດສາດ."

ການ​ປະກາດ​ດັ່ງກ່າວ​ ໄດ້ມີ​ຂຶ້ນບໍ່ພໍ​ເທົ່າ​ໃດ​ມື້ ກ່ອນ​ນາຍົກ Narendra Modi ຂອງ
​ອິນ​ເດຍ​ຈະເດີ​ນ ທາງ​ໄປຢ້ຽ​ມຢາມຈີນ​ ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມສຸດ​ຍອດ​ ຂອງບັນ
ດາ​ປະ​ເທດ​ໃນ​ກຸ່ມ BRICS ຊຶ່ງ​ລວມມີ ບຣາຊີ​ລ, ຣັດ​ເຊຍ, ອິນ​ເດຍ, ຈີນ, ​ແລະ​ອາ​ຟຣິ
ກາໃຕ້ ທີ່​ຈະ​ຈັດ​ຂຶ້ນ​ໃນ​ອາທິດໜ້າ. ທັງ​ສອງ​ຝ່າຍ​ຕົກ​ຢູ່​ໃຕ້​ຄວາມ​ກົດ​ດັນ​ໃຫ້ຫາ​ທາງ​
ແກ້​ໄຂ​ບັນຫາ​ນໍາ​ກັນ​ ກ່ອນ​ການ​ເດີນທາງ ​ໄປຢຽ້ມຢາມຈີນຂອງນາຍົກອິນ​ເດຍ​ໃນ​
ຄັ້ງນີ້.

ການບໍ່ລົງ​ລອຍ​ກັນ​ ກ່ຽວກັບ​ພູ​ພຽງທີ່​ມີ​ລັກສະນະ​ຍຸດ​ທະ​ສາດ ​ຢູ່​ເຂດ​ພູເຂົາ​ຫິມະ​ໄລ​
ຕາ​ເວັນ​ອອກ ​ໄດ້​ແກ່ຍາວ​ມາ​ ເປັນ​ເວລາ​ສອງ​ເດືອນ​ເຄິ່ງ ເປັນ​ການ​ຂັດ​ແຍ້​ງກັນ ​ທີ່​
ຍາວ​ກວ່າ​ການ​ຕໍ່ສູ້​ກັນ ທີ່​ເກີດ​ຂຶ້ນ​ ໃນ​ເມື່ອ​ກ່ອນ ຢູ່​ຕາມ​ຊາຍ​ແດນ​ທີ່​ຍາວ 3,500 ກິ​
ໂລ​ແມັດ ຊຶ່ງ​ປັດຈຸບັນຍັງ​ມີ​ການ​ຕໍ່ສູ້​ກັນ ຢູ່​ບາງ​ບ່ອນ​ນັ້ນ.

​ການ​ຕໍ່ສູ້​ກັນ​ໄດ້​ເລີ້ມຂຶ້ນ​ເມື່ອ ທະຫານ​ອິນ​ເດຍ​ໄປ​ຂັດຂວາງ ​ບໍ່​ໃຫ້​ຈີນ​ສ້າງ​ຫົນທາງ
ເສັ້ນໜຶ່ງ ຢູ່​ Doklam, ຊຶ່ງ​ເປັນ​ເຂດ​ພູ​ພຽງຢູ່​ພູ​ເຂົາ​ຫິມະ​ໄລ ທີ່​ມີ​ການ​ຂັດ​ແຍ້​ງກັນ
​ລະຫວ່າງຈີນ ​ກັບ​ພູ​ຖານ. ນັບ​ແຕ່​ນັ້ນມາ ກໍ​ມີ​ທະຫານ​ຈໍານວນ​ປະມານ 300 ຄົນ​
ຈາກ​ແຕ່ລະ​ຝ່າຍ ປະ​ເຊີນໜ້າ​ກັນ ຊຶ່ງ​ເຮັດ​ໃຫ້​ຄວາມ​ຢ້ານ​ກົວ​ວ່າ ​ຈະ​ກາຍ​ເປັນ​ການ
​ຂັດ​ແຍ້​ງທີ່ແຜ່​ລາມ​ອອກ​ໄປ. ຄວາມ

​ຢ້າກົວ​ທີ່ຄອບ​ງໍາຢູ່​ເຂດ​ພູ​ພຽງດັ່ງກ່າວ ຈະ​ເຮັດ​ໃຫ້​ທະຫານ​ຈີນ​ເຂົ້າເຖິງດິນ​ແດນປ່ຽງ
ຍາວ ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ດັ່ງກ່າວ ທີ່​ເປັນ​ບ່ອນ​ຕໍ່ອິນ​ເດັຍ​ໃສ່​ກັບ​ພາກ​ຕາ​ເວັນ​
ອອກສຽງ​ເໜືອຂອງ​ປະ​ເທດ ​ໄດ້​ເຮັດ​ໃຫ້​ຝ່າຍນີວ​ແດນ​ລີ ບໍ່ຍອມ​ອອກ​ຈາກ​ເຂດ​ດິນ
​ແດນ​ດັ່ງກ່າວ ​ເຖິງ​ແມ່ນ​ວ່າ ຈະມີ​ການ​ຮຽກຮ້ອງແບບ​ໂກດ​ແຄ້ນ​ຈາກ​ຈີນ​ກໍ​ຕາມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

China and India signed agreement to end the border tension
please wait

No media source currently available

0:00 0:00:54 0:00

XS
SM
MD
LG