ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກວິຊາການລາວ ໃຫ້ທັດສະນະວ່າ ລາວ ຕ້ອງເພີ້ມລະບົບສົ່ງເສີມການອ່ານເຂົ້າໃນຂະບວນການສຶກສາ


ຮູບທີ່ໄດ້ຮັບການສະໜອງໃຫ້ໂດຍ ອາຈານບຸນທັນ ໃນລະຫວ່າງທີ່ເພິ່ນລົງປະຕິບັດວຽກງານກັບບັນດານ້ອງນັກຮຽນ.
ຮູບທີ່ໄດ້ຮັບການສະໜອງໃຫ້ໂດຍ ອາຈານບຸນທັນ ໃນລະຫວ່າງທີ່ເພິ່ນລົງປະຕິບັດວຽກງານກັບບັນດານ້ອງນັກຮຽນ.

ນັກວິຊາການລາວທ່ານ​ນຶ່ງໃຫ້ທັດສະນະວ່າ ເຖິງແມ່ນ ສ ປປ ລາວ ຈະເລີ້ມມີການຂະຫຍາຍໂຕທາງດ້ານການສຶກສາ ມີຄົນໃຫ້ຄວາມສໍາຄັນແກ່ລະບົບການສຶກສາຫຼາຍຂຶ້ນ ແລະປະຊາຊົນຜູ້ຢູ່ຫ່າງໄກ ສາມາດເຂົ້າເຖິງລະບົບການສຶກສາໄດ້, ແຕ່ສິ່ງນຶ່ງທີ່ໜ້າເປັນຫ່ວງກໍຄື ລາວຍັງຂາດລະບົບການປູກຝັງ ການອ່ານ ສໍາລັບຄົນລຸ້ນໃໝ່ ເຊິ່ງຈະເຫັນໄດ້ວ່າຜູ້ຄົນບໍ່ໃຫ້ຄວາມສົນໃຈໃນການອ່ານຫຼາຍ ເນື່ອງຈາກຍັງບໍ່ມີປຶ້ມທີ່ຈະເປັນການດຶງດູດໃຈໃຫ້ນັກຮຽນ ນັກສຶກສາ ແລະປັນ ຍາຊົນມາໃຫ້ຄວາມສໍາຄັນໃນການອ່ານ, ທ່ານກ່າວວ່າ ເຮົາຕ້ອງປູກຝັງຈິດສໍານຶກໃຫ້ພວກເຂົາເຈົ້າ ສ້າງວັດທະນະທໍາໃຫ້ເຂົາເຈົ້າແຕ່ຍັງນ້ອຍ ໂດຍເພິ່ນໄດ້ກ່າວວ່າ:

“ຄົນລາວນີ້ນະ ເຂົາເຈົ້າບໍ່ໄດ້ອ່ານຫຼາຍ ເຂົາເຈົ້າຈຶ່ງບໍ່ເກີດຈິນຕະນາການ ເພາະ ວ່າເດັກນ້ອຍລາວເຮົານີ້ເກີດມາລະບໍ່ໄດ້ຢູ່ກັບປຶ້ມຄືຕ່າງປະເທດເດ, ມີແຕ່ບາງຄອບຄົວ ທີ່ເຂົາເຈົ້າມີເງິນມີຄໍາລະເຂົາເຈົ້າກໍມີປຶ້ມອ່ານໃຫ້ລູກອ່ານ, ແຕ່ວ່າຄົນສ່ວນຫຼາຍນີ້ນະ 95 ເປີເຊັນເຂົາເຈົ້າບໍ່ມີປຶ້ມອ່ານ ໂດຍສະເພາະປຶ້ມພາສາລາວ. ຄວາມຮູ້ຕ່າງໆ ພູມປັນຍາຕ່າງໆ ຂໍ້ຄິດດີໆຕ່າງໆ ມັນມີຢູ່ໃນປຶ້ມຢູ່ໃນທົ່ວໂລກໃນປັດຈຸບັນນີ້ນະ, ເຮັດແນວໃດເຮົາຊິໃຫ້ຄົນລາວມີປຶ້ມອ່ານ ໂຕນີ້ເປັນບັນຫາໃຫຍ່.”

ຮູບທີ່ໄດ້ຮັບການສະໜອງໃຫ້ໂດຍ ອາຈານບຸນທັນ ພົງພິຈິດ, ໃນຊ່ວງເວລາທີ່ເພິ່ນລົງຝຶກອົບຮົມ ກ່ຽວກັບວັດທະນະທໍາໃນການອ່ານ ການຂຽນໃຫ້ແກ່ນັກຮຽນຮູ້ລຸ້ນໃໝ່.
ຮູບທີ່ໄດ້ຮັບການສະໜອງໃຫ້ໂດຍ ອາຈານບຸນທັນ ພົງພິຈິດ, ໃນຊ່ວງເວລາທີ່ເພິ່ນລົງຝຶກອົບຮົມ ກ່ຽວກັບວັດທະນະທໍາໃນການອ່ານ ການຂຽນໃຫ້ແກ່ນັກຮຽນຮູ້ລຸ້ນໃໝ່.

ອາຈານບຸນທັນ ພົງພິຈິດ ກ່າວວ່າ ເຫດຜົນທີ່ເຮັດໃຫ້ເພິ່ນ ຢາກສ້າງຕັ້ງໂຄງ ການ ‘ການສ້າງວັດທະນະທໍາໃນການອ່ານຫຼືການຂຽນຢູ່ໃນສັງຄົມລາວ’ ຂຶ້ນ ມາເນື່ອງຈາກ ເພິ່ນບໍ່ປາກົດເຫັນປຶ້ມອ່ານເປັນພາສາລາວຫຼາຍ ເພິ່ນເຫັນວ່າ ຄົນລາວ ໂດຍສະເພາະຄົນລຸ້ນໃໝ່ ບໍ່ຄ່ອຍໃຫ້ຄວາມສົນໃຈໃນການອ່ານປຶ້ມທີ່ເປັນພາສາລາວ.

ນອກຈາກນັ້ນເພິ່ນຍັງກ່າວອີກວ່າ ຄົນຜູ້ດຽວບໍ່ສາມາດດໍາເນີນງານນີ້ໄດ້ສໍາເລັດ ຫາກບໍ່ມີຫຼາຍພາກສ່ວນຊ່ວຍກັນ, ໂດຍສະເພາະໜ່ວຍງານທີ່ກ່ຽວຂ້ອງ ເຊິ່ງຈະສ້າງຄົນລຸ້ນໃໝ່ ທີ່ຈະກັບມາໃຫ້ຄວາມສົນໃຈໃນພາສາລາວຫຼາຍຂຶ້ນ ຮັກໃນການອ່ານຫຼາຍຂຶ້ນ ແລະມີແນວຄິດໃໝ່ໆທີ່ຈະຂຽນເລື້ອງຂຶ້ນມາ ພ້ອມທັງແປອອກມາຈາກປຶ້ມທີ່ຫຼາກຫຼາຍ ເພື່ອໃຫ້ມີປຶ້ມດີໆຈາກນັກວິຊາການຢູ່ໃນທົ່ວໂລກ ມາສູ່ຄົນລາວລຸ້ນຕໍ່ໆໄປ.

XS
SM
MD
LG