ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູ່​ໃນ​ລັດ​ທີ່​ຢູ່ຫ່າງໄກສອກ​ຫລີກຂອງ ອິນເດຍ​ ຄວາມ​ຂັດ​ແຍ້ງ​ທີ່​ຮ້າຍ​ແຮງ​ຂຶ້ນ, ໄດ້​ເປັນບັນ​ຫາ​ທ້າ​ທາຍ​ຕໍ່​ທ່ານ​ ໂມ​ດີ

(ພາບ​ໃນ​ແຟມ)ສະ​ມາ​ຊິກ​ຄົນ​ເຜົ່າ​ຄູ​ຄີປະ​ທ້ວງ​ຕໍ່​ການ​ສັງ​ຫານ​ຄົນ​ເຜົ່າ ໃນລັດມາ​ນີ​ເປີທາງພາກຕາເວັນອອກສຽງເໜືອ ຂະ​ນະ​ທີ່​ຍົກ​ທຸງ​ອິນ​ເດຍ ແລະ​ປ້າຍ​ຂຶ້ນໃນ​ການ​ໂຮມ​ຊຸມ​ນຸມ​ແບບ​ນັ່ງ​ຢູ່​ໃນ​ນະ​ຄອນ​ຫລວ​ງ​ນີວ​ເດ​ລີ ຂອງອິນເດຍ, ວັນ​ທີ 29 ພຶດ​ສະ​ພາ, 2023.

ຢູ່ໃນລັດມາ​ນີ​ເປີທາງພາກຕາເວັນອອກສຽງເໜືອທີ່ເປັນ​ເຂດຫ່າງໄກສອກ​ຫລີກ ຂອງອິນເດຍ​ນັ້ນ ຄວາມຮຸນແຮງທີ່ໄດ້ລະເບີດຂຶ້ນໃນເດືອນພຶດສະພາຜ່ານ​ມາ ໄດ້ສ້າງ ຄວາມແຕກແຍກທາງຊົນເຜົ່າຢ່າງເລິກເຊິ່ງ ລະຫວ່າງສອງຊຸມຊົນ ແລະກາຍເປັນຈຸດເດັ່ນທາງດ້ານການເມືອງ ລະຫວ່າງນາຍົກລັດຖະມົນຕີນາ​ເຣນດ​ຣາ ໂມ​ດີ ແລະບັນ​ດາພັກຝ່າຍຄ້ານ.

ສາມ​ເດືອນ​ຫຼັງ​ຈາກ​ກຸ່ມ​ຄົນ​ຮ້າຍ​ ໄດ້​ກໍ່​ຄວາມ​ຮຸນ​ແຮງ​ໄປ​ທົ່ວ​ເມືອງ ​ແລະ​ໝູ່​ບ້ານຕ່າງໆ, ຄວາມເຄັ່ງ​ຕຶງໄດ້ເພີ້ມຂຶ້ນ ​ລະ​ຫວ່າງ​ຊາວມາຍ​ເຕ​ອິ​ສ (Meiteis) ຊຶ່ງ​ເປັນ​ຊາວ​ຮິນ​ດູ​ ແລະ​ເຜົ່າຄູ​ຄິ​ (Kuki) ແລະ​ຊົນ​ເຜົ່າ​ອື່ນໆ, ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ຊາວ​ຄຣິສ​ຕຽນ. ກໍາລັງຮັກສາຄວາມສະ​ຫງົບຫຼາຍພັນຄົນ ໄດ້ພາ​ກັນລາດຕະເວນທົ່ວ​ລັດ​ທີ່​ຕັ້ງ​ຢູ່​ເຂດ ພູດອຍ ທີ່​ມີຊາຍແດນຕິດ​ກັບມຽນມາ.

ແຜນ​ທີ່ ລັດມາ​ນີ​ເປີທາງພາກຕາເວັນອອກສຽງເໜືອ ທີ່ເປັນ​ເຂດຫ່າງໄກສອກ​ຫລີກ ຂອງອິນເດຍ​
ແຜນ​ທີ່ ລັດມາ​ນີ​ເປີທາງພາກຕາເວັນອອກສຽງເໜືອ ທີ່ເປັນ​ເຂດຫ່າງໄກສອກ​ຫລີກ ຂອງອິນເດຍ​

ຈຳນວນ​ຄົນ​ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນການ​ປະ​ທະ​ກັນ​ມາ​ຮອດ​ປັດຈຸ​ບັນແມ່ນ: ມີ​ຜູ້​ເສຍ​ຊີວິດ​ປະມານ 140 ຄົນ ​ແລະ​ເຮືອນ​ຊານ​ຫຼາຍ​ຮ້ອຍ​ຫຼັງ​ຖືກ​ໄຟ​ໄໝ້. ປະມານ 60,000 ຄົນທີ່ໜີອອກຈາກ​ບ້ານ​ເຮືອນຍັງອາໄສຢູ່ໃນສູນອົບພະຍົບຢູ່ໃນລັດທີ່​ມີ 3.2 ລ້ານຄົນນັ້ນຢູ່.

ໃນ​ບັນ​ດາ​ຜູ້​ທີ່ຫລົບ​ໜີ​ອອກ​ຈາກ​ບ້ານ ​ແມ່ນ​ພໍ່​ແມ່​ແລະຄົນ​ອື່ນອີກໃນ​ຄອບ​ຄົວ​ຂອງນາງ ຮອຍ​ນູ ຮາວ​ແຊ​ລ (Hoihnu Hauzel) ທີ່​ອາ​ໄສ​ຢູ່ເມືອງ​ກູ​ຣັກ​ກ​ຣາມ (Gurugram) ໃກ້​ກັບນະ​ຄ​ອນ​ຫລວງ​ນີວ​ເດ​ລີ. ນາງ​ບອກກັບ​ວີ​ໂອ​ເອວ່າ ເຮືອນ​ຂອງ​ຄອບ​ຄົວ​ນາງ​ໄດ້​ຖືກ​ໂຈມ​ຕີ ​ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ​ໃນເມືອງ​ເອກ ອິມ​ພາ​ລ (Imphal).

XS
SM
MD
LG