ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໃນ​ລະ​ດູ​ບານ​ໃໝ່ ພວກ​ນັກ​ຮຽນ ​ຈະ​ພາ​ກັນໄປຢ້ຽມ​ຢາມ ​ນະ​ຄອນຫຼວງ ​ຂອງ ສະ​ຫະ​ລັດ


In Spring, Students Flock to US Capital
please wait

No media source currently available

0:00 0:02:09 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ລະ​ດູ​ບານ​ໃໝ່​ໃນ​ແຕ່​ລະ​ປີ, ໂຮງ​ຮຽນ​ມັດ​ທະ​ຍົມຫຼາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ ໄດ້​ຈັດ​ການ
ຢ້ຽມນະຄອນຫຼວງຂອງປະເທດ ໃຫ້ແກ່ພວກນັກຮຽນຂອງເຂົາເຈົ້າ. ດ້ວຍການທີ່ບໍ່ໄດ້
ເຂົ້າຮຽນ, ພວກນັກຮຽນໄດ້ມີໂອກາດທີ່ຈະ “ຮຽນຮູ້ຕົວຈິງ” ກ່ຽວກັບ ປະຫວັດສາດຂອງ
ປະເທດ ແລະ ລັດຖະບານ, ພ້ອມກັບໂອກາດທີ່ຈະສຳຫຼວດສະຖານທີ່ຫຼາຍແຫ່ງ ແລະ
ບ່ອນທ່ອງທ່ຽວຕ່າງໆໃນເມືອງຫຼວງ. ນັກຂ່າວ ມາຄັສ ເມເຢີ ເກເລັນ ໄດ້ໄປຕິດຕາມ
ນັກຮຽນກຸ່ມນຶ່ງຈາກລັດ ມິສຊູຣີ ຈາກພາກຕາເວັນຕົກຕອນກາງ, ເຊິ່ງ ພຸດທະສອນ ຈະ
ນຳລາຍລະອຽດມາສະເໜີໃນອັນດັບຕໍ່ໄປ.

ມັນ​ແມ່ນ​ລະ​ດູ​ບານ​ໃໝ່​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ. ວັນ​ຕ່າງໆ​ໃນ​ລະ​ດູນີ້, ຕົ້ນ ໂຢ​ຊິ​ໂນະ
ຫຼື ຕົ້ນຊາກຸຣະ ທີ່ມີຊື່ສຽງຂອງໂລກ ແມ່ນກຳລັງມີດອກບານຫຼາຍທີ່ສຸດ.

ທີວ​ທັດ​ທີ່​ມີ​ສີ​ສັນ​ສວຍງາມ​ບໍ່​ພຽງ​ແຕ່​ດຶງ​ດູ​ນັກ​ທ່ອ​ງ​ທ່ຽວ​ເທົ່າ​ນັ້ນ. ຕາມ​ປະ​ເພ​ນີ​ແລ້ວ,
ພວກນັກຮຽນກໍຈະພາກັນຫຼັ່ງໄຫຼມານະຄອນຫຼວງຂອງປະເທດເຊັ່ນກັນ ແລະ ເຂົາເຈົ້າ
ກໍນຳເອົາອາລົມຄວາມຮູ້ສຶກຈາກໂຮງຮຽນຂອງເຂົາເຈົ້າມານຳດ້ວຍ.

ທ່ານ​ນາງ ຄິມ ໂຟ​ລີ, ຜູ້​ກຳ​ກັບ​ວົງ​ດົນ​ຕີ ກ່າວ​ວ່າ “ພວກ​ເຮົາ​ລົງ​ມາ​ພີ້​ເພື່ອ​ຈຸດ​ປະ​ສົງ​ການ​
ສຶກສາ, ຍ້ອນວ່າເດັກນ້ອຍພວກນີ້ບໍ່ເຄີຍມານະຄອນຫຼວງ ວໍຊິງຕັນ ຈັກເທື່ອ, ແຕ່ພວກ
ເຮົາກໍໄດ້ມາພີ້ເພື່ອສະແດງຢູ່ອະນຸສາວະລີກອງທັບເຮືອ ສະຫະລັດ.

ວົງ​ດົນ​ຕີ​ດັ່ງ​ກ່າວ​ຈະຫຼິ້ນ​ສອງ​ສາມ​ເພງ, ເຊິ່ງ​ມັນ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຄົນ​ທີ່​ຍ່າງ​
ໄປມາ.

ນາງ ເອ​ດ​ຣຽນ ແມດ​ດັອກ​ສ໌ ໄດ້​ເປົ່າ​ແກ​ໂຄ້ງ​ມາ​ໄດ້ 6 ປີ​ແລ້ວ. ມັນ​ແມ່ນ​ຄັ້ງ​ທຳ​ອິດ​ສຳ​ລັບ​
ນັກຮຽນປີສຸດທ້າຍ ທີ່ໄດ້ມາຢາມນະຄອນຫຼວງຂອງປະເທດ.

ນາງ ເອດ​ຣຽນ ແມດ​ດັອກ​ສ໌ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ມັກ​ ວໍ​ຊິງ​ຕັນ, ຂ້າ​ພະ​ເຈົ້າ​ມັກ​ເມືອງ​
ໃຫຍ່. ມັນຄັກຫຼາຍ ທີ່ໄດ້ເຫັນສິ່ງຕ່າງໆຄືປະຫວັດສາດທຳມະຊາດ ແລະ ວິທີທີ່ທຸກຢ່າງ
ມາຢູ່ນຳກັນ, ເພາະວ່າເຈົ້າມີແຕ່ໄດ້ອ່ານ ກ່ຽວກັບ ມັນ, ສະນັ້ນມັນຈຶ່ງເປັນຕາສົນໃຈ.

ນາງ​ກ່າວ​ວ່າ ແລະ ມັນ​ກໍ​ແຕກ​ຕ່າງ​ຫຼາຍ​ກັບ​ບ້ານ​ເກີດ​ຂອ​ງ​ລາວ.

ນາງ ເອ​ດ​ຣຽນ ກ່າວ​ວ່າ “ລັດ​ມິ​ສ​ຊູ​ຣີ ມັນ​ເປັນ​ເຂດ​ຊົນ​ນະ​ບົດຫຼາຍ, ມັນ​ມີ​ເມືອງ​ຊົນ​ນະ
ບົດຫຼາຍເມືອງ, ມັນມີພຽງສາມເມືອງໃຫຍ່ເທົ່ານັ້ນ, ສະນັ້ນມັນຈຶ່ງແຕກຕ່າງຢ່າງສິ້ນເຊີງ.
ກົງກັນຂ້າມກັນປານຂົ້ວໂລກເລີຍ.”

ທ່ານນາງ ຄິມ ໂຟ​ລີ ຜູ້​ກຳ​ກັບ​ວົງ​ດົນ​ຕີ​ກ່າວ​ວ່າ "ໃນ​ເມືອງ ໂຄ​ລຳ​ເບຍ, ບ່ອນ​ທີ່​ພວກ​ເຮົາ
ອາໄສຢູ່, ພວກເຮົາບໍ່ມີເມືອງຄືແນວນີ້. ເຂດຕົວເມືອງຂອງພວກເຮົາມັນນ້ອຍຫຼາຍ ຖ້າ
ທຽບໃສ່ຢູ່ພີ້. ການສັນຈອນໄປມາແມ່ນນ້ອຍຫຼາຍທຽບໃສ່ຢູ່ພີ້, ສະນັ້ນ ພວກເດັກນ້ອຍ
ຈຶ່ງໄດ້ມ່ວນຊື່ນກັບສຽງແກລົດທຸກປະເພດ."

ເຊັ່ນ​ດຽວ​ກັບ​ກຸ່ມ​ນັກ​ສຶກ​ສາ​ທີ່​ມາ​ຢ້ຽມ​ຢາມ​ອື່ນໆ, ສະ​ມາ​ຊິກວົງ Battle High ຍັງ​ໄດ້​
ທ່ຽວຊົມສະຖານທີ່ຕ່າງໆຄືສຸສານແຫ່ງຊາດ ອາລິງຕັນ, ແລະ ຫໍພິພິຕະພັນຫຼາຍແຫ່ງ
ໃນເມືອງຫຼວງ, ກ່ອນເດີນທາງກັບບ້ານ.

ປະ​ເພ​ນີ​ລະ​ດູ​ບານ​ໃໝ່​ນີ້ ຈະ​ເປີດ​ທາງ​ໃຫ້​ອີກ​ລະ​ດູ​ນຶ່ງ, ເມື່ອ​ຄື້ນ​ຄົນ​ໄວ​ໜຸ່ມ​ອີກ​ກຸ່ມ​ນຶ່ງ
ຄາດວ່າຈະມາຢ້ຽມຢາມນະຄອນຫຼວງ ວໍຊິງຕັນ ໃນລະຫວ່າງພັກລະດູຮ້ອນຂອງເຂົາ
ເຈົ້າ.

Each Spring, many high schools around the country arrange for students to visit the nation's capital. With a break from classes, the students have a chance for some 'hands-on' lessons about the nation's history and government, as well as a chance to explore the many sights and attractions the city has to offer. Markus Meyer-Gehlen caught up with one group from the mid-western state of Missouri.


It's springtime in Washington DC. These days, the world-famous Yoshino cherry trees are at peak bloom.

The colorful scene draws not just tourists.Traditionally, students flock to the nation's capital, too - and they bring their school spirit with them.

And sometimes, they bring music. These students from Battle High School band in Columbia, Missouri, are here to perform.

"We came down here for educational purposes, cause most of these kids have never been to Washington DC, but we also came down here to perform at the US Navy Memorial"

The band plays a couple of songs, winning the attention of pedestrians.

Adrian Maddox has been playing the French Horn for six years. It is the senior's first time to the nation's capital.

I love Washington, I love big cities. It's been really cool seeing like the natural kind of history and how everything comes together, because you only ever read about it, so that's interesting.

And it is very different from her hometown, she says.

"Missouri is so rural, there is so many rural cities, there is only like three big cities, so it's completely different. Polar opposites."

In Columbia, where we live, we don't have a city like this. Our downtown is very small compared to this. Traffic is very minimal compared to this, so the kids have enjoyed the honking of all the horns.

Like other visiting student groups, the Battle High band members also toured sites like Arlington National Cemetery, and some of the many museums in the city, before heading for home.

This springtime tradition will soon give way to another one, when another wave of young people is expected to visit Washington during their summer break.

XS
SM
MD
LG