ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການແບ່ງແຍກກັນໃນ ຄິວບາ ທັງກ່ອນ ແລະ ຫຼັງການມໍລະນະກຳຂອງທ່ານ ຄາສໂຕຣ


ທ່ານ Fidel Castro ເຂົ້າຮ່ວມໃນມື້ສຸດທ້າຍຂອງກອງປະຊຸມ
ສະພາພັກ ຄອມມູນິສ ຄິວບາ ຄັ້ງທີ 7 ໃນນະຄອນຫຼວງ ຮາວານາ, ຄິວບາ. 19 ເມສາ, 2016.
ທ່ານ Fidel Castro ເຂົ້າຮ່ວມໃນມື້ສຸດທ້າຍຂອງກອງປະຊຸມ ສະພາພັກ ຄອມມູນິສ ຄິວບາ ຄັ້ງທີ 7 ໃນນະຄອນຫຼວງ ຮາວານາ, ຄິວບາ. 19 ເມສາ, 2016.

ທັງໃນການມີຊີວິດ ແລະ ການຕາຍກໍເຊັ່ນກັນ ທ່ານ Fidel Castro ໄດ້ແບ່ງແຍກຊາວ ຄິວ ບາ ອອກເປັນຫຼາຍພວກ ທັງຜູ້ທີ່ຍັງເຫຼືອຢູ່ເທິງເກາະດັ່ງກ່າວດ້ວຍຄວາມສະໝັກໃຈ ຫຼື ບໍ່ ກໍຕາມ, ແລະ ຜູ້ທີ່ໄດ້ໜີອອກໄປໂດຍເຮືອແພ ຫຼື ທາງເຮືອບິນ. ເຊັ່ນດຽວກັນນັ້ນ, ນະໂຍ ບາຍ ສະຫະລັດ ກໍໄດ້ແບ່ງແຍກຊຸມຊົນໃນສອງຟາກຂອງຊ່ອງແຄບລັດ Florida ເປັນ ພວກໆ. ໃນຕອນນີ້ ສະຫະລັດ ເຊິ່ງເມື່ອບໍ່ເທົ່າໃດປີທີ່ຜ່ານມາ ໄດ້ຮື້ຟື້ນສາຍພົວພັນກັບ ຄິວບາຄືນໃໝ່, ຢູ່ໃນຈຸດຂອງການປ່ຽນແປງລັດຖະບານ ທີ່ອີກຄັ້ງໜຶ່ງອາດຈະປ່ຽນແປງ ສາຍພົວພັນລະຫວ່າງກັນ ອີກຄັ້ງ.

ທ່ານນາງ Sarah Kinosian ນັກຄົ້ນຄວ້າ ກ່ຽວກັບ ຄິວບາ ທີ່ອົງການ Washington office on Latin America ກ່າວວ່າ "ມໍລະດົກຂອງທ່ານ ແນ່ນອນຈະເຮັດໃຫ້ມີຄວາມ ສັບສົນ ແລະ ມີການແບ່ງແຍກ, ທ່ານແມ່ນບຸກຄົນທີ່ແຍກຄົນເປັນສອງກຸ່ມ ແຕ່ເປັນຜູ້ທີ່ ມີພະລັງແຮງຫຼາຍ.”

ໃນນະຄອນ Miami, ເມືອງທີ່ເປັນໝາກຫົວໃຈຂອງຄົນ ຄິວບາ ທີ່ອາໄສຢູ່ນອກປະເທດ ແລະ ຜູ້ທີ່ມີຄວາມຄິດຕໍ່ຕ້ານທ່ານ Castro, ມີຄວາມຮູ້ສຶກທີ່ສະໜຸກສະໜານໃນການມໍ ລະນະກຳຂອງທ່ານ ແລະ ເບິ່ງຄືວ່າຈະໝົດຍຸກຂອງທ່ານ ໃນຂະນະທີ່ຊາວ ອາເມຣິກັນ ເຊື້ອສາຍ ຄິວບາ ໄດ້ອອກມາຖະໜົນ Little Havana ໃນຕອນເຊົ້າກ່ອນແຈ້ງ, ແລະ ໃນ ນະຄອນຫຼວງປະເທດ ຄິວບາ, ດັ່ງທີ່ເຄີຍມີມາ, ປະຕິກິລິຍາຂອງປະຊາຊົນແມ່ນໄດ້ແບ່ງ ແຍກຕາມເສັ້ນສາຍຂອງພັກ. ຜູ້ທີ່ຕໍ່ຕ້ານການນຳພາຂອງທ່ານ Castro ແລະ ຜູ້ທີ່ໄວ້ອາ ໄລໃຫ້ແກ່ການມໍລະ ນະກຳຂອງຜູ້ນຳທີ່ເປັນສັນຍະລັກຂອງຊາດ.

ພາຍໃຕ້ຫົວຂໍ້ຂ່າວເປັນພາສາ ສເປນ ວ່າ “ດຳເນີນໄປເລື້ອຍໆ ຈົນເຖິງໄຊຊະນະ.” ສື່ ມວນຊົນລັດຖະບານໄດ້ລາຍງານວ່າ ທ່ານ Castro ໄດ້ເຖິງແກ່ມໍລະນະກຳໃນເວລາ 10 ໂມງ 29 ນາທີ ໃນ ຕອນຄໍ່າຂອງວັນທີ 25 ພະຈິກ ຄືວັນສຸກສັບປະດາແລ້ວນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Cuba's Fidel Castro Dies at 90
please wait

No media source currently available

0:00 0:01:14 0:00

XS
SM
MD
LG