ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ສົ່ງຈົດໝາຍເຖິງ ປະທານາທິບໍດີ ເກົາຫຼີໃຕ້
ທ່ານ ມູນ ແຈ ອິນ ໃນວັນອາທິດມື້ນີ້ ຮຽກຮ້ອງໃຫ້ຈັດການເຈລະຈາສັນຕິພາບເພີ່ມ
ເຕີມ ລະຫວ່າງ ຜູ້ນຳທັງສອງທ່ານໃນປີໃໝ່ ລຸນຫຼັງການພົວຢ່າງຂະຫຍັນຂັນແຂງ
ຂອງພວກເພິ່ນໃນປີ 2018 ນີ້, ອີງຕາມການກ່າວຂອງຫ້ອງການປະທານາທິບໍດີ
ເກົາຫຼີໃຕ້.
ຫ້ອງການຂອງທ່ານ ມູນ ໄດ້ກ່າວວ່າ ທ່ານ ກິມ ຍັງໄດ້ສະແດງຄວາມເສຍໃຈວ່າ ທ່ານ
ບໍ່ສາມາດທຳການຢ້ຽມຢາມຕາມທີ່ໄດ້ວາງແຜນໄວ້ ເພື່ອສະແດງເຖິງຄວາມຫວັງດີ
ຫຼາຍຢ່າງ ແລະ ໄດ້ປະຕິຍານທີ່ຈະສືບຕໍ່ການຮ່ວມມືດ້ານເສດຖະກິດ ໃນເວລາທີ່
ເປັນໄປໄດ້, ແລະ ໄດ້ກ່າວເຖິງການມອງໂລກໃນແງ່ດີວ່າ ມາດຕະການລົງໂທດສາກົນ
ອາດສິ້ນສຸດລົງ ເພື່ອອະນຸຍາດໃຫ້ມີກິດຈະກຳທີ່ວ່ານັ້ນເກີດຂຶ້ນ.
ປະເທດຄູ່ແຂ່ງທັງສອງ ຍັງໄດ້ເອົາບາດກ້າວຕ່າງໆນຳກັນ ເພື່ອຫຼຸດຜ່ອນໄພຂົ່ມຂູ່ທາງ
ທະຫານທີ່ມີມາຕະຫຼອດຂອງເຂົາເຈົ້າ, ເຊັ່ນການເກັບກູ້ລະເບີດຝັງດິນ ແລະ ປືນຢູ່
ຕາມບ້ານເຂດຊາຍແດນ ປັນມຸນຈອມ, ທຳລາຍປ້ອມຍາມທີ່ເປັນແຖວໜ້າບາງແຫ່ງ
ແລະ ການສ້າງເຂດປ້ອງກັນຢູ່ຕາມດິນແດນຂອງເຂົາເຈົ້າ ແລະ ເຂດແດນທາງທະເລ
ແລະ ເຂດຫ້າມການບິນຢູ່ເທິງເຂດຊາຍແດນ.
ທ່ານ ກິມ ອືຍ ກີຢອມ ໂຄສົກຂອງທ່ານ ມູນ ໄດ້ກ່າວໃນກອງປະຊຸມລາຍງານທີ່ອອກ
ອາກາດທາງໂທລະພາບວ່າ “ປະທານ ກິມ ໄດ້ກ່າວວ່າບັນດາຜູ້ນຳທັງຫຼາຍ ຈາກການ
ປະຊຸມສາມຄັ້ງພາຍໃນປີດຽວ ແລະ ໄດ້ປະຕິບັດມາດຕະການທີ່ສຳຄັນຕ່າງໆ ເພື່ອ
ເອົາຊະນະຄວາມຂັດແຍ້ງທີ່ມີມາເປັນເວລາດົນນານນັ້ນ ໄດ້ຍົກປະເທດ ເກົາຫຼີ ຂອງ
ພວກເຮົາອອກຈາກຄວາມເຄັ່ງຕຶງດ້ານທະຫານ ແລະ ຄວາມຢ້ານກົວຈາກສົງຄາມ.”
ທ່ານ ໂຄສົກເວົ້າວ່າ “ປະທານ ກິມ ໄດ້ເວົ້າວ່າ ທ່ານຈະເຝົ້າຕິດຕາມສະຖານະການ
ຢ່າງໃກ້ຊິດ ແລະ ໄດ້ສະແດງຄວາມເຈຕະນາທີ່ຈະມາ ຢ້ຽມຢາມນະຄອນຫຼວງ ໂຊລ
ຢ່າງແຮງ. ປະທານ ກິມ ຍັງໄດ້ສະແດງຄວາມຕັ້ງໃຈຂອງທ່ານ ທີ່ຈະພົບປະກັບປະທາ
ນາທິບໍດີ ມູນ ຢ່າງເປັນປະຈຳອີກໃນປີ 2019 ເພື່ອພັດທະນາການປຶກສາຫາລືຕ່າງໆ
ກ່ຽວກັບ ສັນຕິພາບ ແລະ ຄວາມຮັ່ງມີຂອງແຫຼມ ເກົາຫຼີ ແລະ ປຶກສາຫາບັນຫາຕ່າງໆ
ກ່ຽວກັບ ການປົດອາວຸດນິວເຄລຍຂອງແຫຼມ ເກົາຫຼີ.”