ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ໃນການເລືອກຕັ້ງຂອງ ອິນເດຍ, ທ່ານ ໂມດີ ເນັ້ນຢໍ້າການພັດທະນາປະເທດ, ໃນຂະນະທີ່ຝ່າຍຄ້ານເວົ້າວ່າ ປະຊາທິປະໄຕ ມີຄວາມສ່ຽງ


In India’s election, Modi flags development, while opposition says democracy ‘at risk’
please wait

No media source currently available

0:00 0:03:48 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້.

ການເລືອກຕັ້ງຂະໜາດໃຫຍ່ຂອງ ອິນເດຍ ທີ່ເລີ່ມຂຶ້ນໃນວັນທີ 19 ເມສາມື້ນີ້ ຈະນຳເອົາພັກ ບາຣາຕິຢາ ຈານາຕາ ຊາດນິຍົມສາສະໜາ ຮິນດູ ຂອງນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ມາແຂ່ງຂັນກັບ ພັນທະມິດຝ່າຍຄ້ານທີ່ມີຊາວກວ່າພັກ. ໃນຂະນະທີ່ທ່ານ ໂມດີ ໄດ້ພະຍາຍາມຫາການສະໜັບສະໜູນຈາກບັນດາຜູ້ລົງ ຄະແນນສຽງ ໂດຍໃຫ້ຄຳໝັ້ນສັນຍາທີ່ຈະສືບຕໍ່ການພັດທະນາຂອງປະເທດນັ້ນ, ຝ່າຍຄ້ານ ແມ່ນໄດ້ຍົກຄວາມເປັນຫ່ວງ ກ່ຽວກັບ ປະຊາທິປະໄຕ ຂຶ້ນມາ. ນັກຂ່າວວີໂອເອ ອານຈະນາ ປາຣິສຊາ ມີລາຍງານຈາກນະຄອນຫຼວງ ນິວ ເດລີ, ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານ.

ໃນການພະຍາຍາມເພື່ອດຳລົງຕຳແໜ່ງສະໄໝທີສາມນັ້ນ, ນາຍົກລັດຖະມົນຕີ ອິນເດຍ ທ່ານ ນາເຣັນດຣາ ໂມດີ ແມ່ນກຳລັງເນັ້ນຢໍ້າເຖິງການເຕີບໂຕຂອງ ເສດຖະກິດ ແລະ ມາດຕະການກ່ຽວກັບສະຫວັດດີການສຳລັບຄົນທຸກຍາກ ດັ່ງກັບຜົນສຳເລັດທີ່ໃຫຍ່ທີ່ສຸດຂອງທ່ານ.

ນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ກ່າວວ່າ “ໃນສິບປີທີ່ຜ່ານມາ, ພວກ ເຮົາໄດ້ຍົກລະດັບປະຊາຊົນ 250 ລ້ານຄົນ ອອກຈາກຄວາມທຸກຍາກທີ່ພວກເຮົາໄດ້ເຮັດວຽກເພື່ອໃຫ້ເກີດຜົນອອກມາ.”

ພັນທະມິດຝ່າຍຄ້ານທີ່ນຳພາໂດຍພັກ ຄອງແກຣັສ ທີ່ປະເຊີນໜ້າກັບພັກ ບາຣາຕິຢາ ຈານາຕາ ຊາດນິຍົມ ສາສະໜາ ຮິນດູ ຂອງທ່ານ ໂມດີ ຫຼື JBP ນັ້ນໄດ້ໝາຍການຫວ່າງງານ ແລະ ສິ່ງທີ່ເຂົາເຈົ້າເວົ້າວ່າ ເປັນໄພຂົ່ມຂູ່ຕໍ່ປະຊາທິປະໄຕ ແລະ ຄວາມເປັນຫ່ວງທາງສາສະໜາ.

ພັນທະມິດ ອິນເດຍ ໄດ້ກ່າວຫາພັກຂອງທ່ານ ໂມດີ ກ່ຽວກັບ ການສ້າງຄວາມ ອ່ອນແອໃຫ້ຄູ່ແຂ່ງຝ່າຍຄ້ານ ດ້ວຍການສອບສວນການສໍ້ລາດບັງຫຼວງ, ຜູ້ນຳຄົນສຳຄັນ, ຫົວໜ້າລັດຖະບານ ເດລີ ທ່ານ ເອີວິນ ເຄຈຣີວາລ, ໄດ້ຖືກຈັບຫຼາຍອາທິດກ່ອນໜ້ານີ້ ໃນການເຊື່ອມໂຍງກັບການຖືກກ່າວຫາວ່າ ສໍ້ລາດບັງຫຼວງ.

ທ່ານ ຣາຮູລ ການດີ, ຜູ້ນຳພັກຄອງເກຣັສ ກ່າວວ່າ “ການເລືອກຕັ້ງນີ້ໂດຍພື້ນ ຖານແລ້ວ ແມ່ນການເລືອກຕັ້ງທີ່ແຕກຕ່າງ. ຂ້າພະເຈົ້າຄິດວ່າ ປະຊາທິປະໄຕ ແມ່ນມີຄວາມສ່ຽງຫຼາຍ, ລັດຖະທຳມະນູນແມ່ນໄດ້ຕົກຢູ່ໃນຄວາມສ່ຽງໃນທຸກ ມື້ນີ້.”

ຜູ້ລົງຄະແນນສຽງເກືອບພັນລ້ານຄົນ ຈະເລືອກລະຫວ່າງຄຳບັນຍາຍທີ່ຕ່າງກັນ ໂດຍທ່ານ ໂມດີ ແລະ ຝ່າຍຄ້ານ ໃນຂະນະທີ່ການເລືອກຕັ້ງທີ່ໃຫຍ່ທີ່ສຸດໃນ ໂລກ ເລີ່ມຂຶ້ນໃນວັນສຸກມື້ນີ້.

ສິບປີຫຼັງຈາກໄດ້ກຳອຳນາດ, ທ່ານ ໂມດີ ຍັງຜູ້ທີ່ໄດ້ຮັບຄວາມນິຍົມເປັນສ່ວນ ໃຫຍ່. ທ່ານຖືກພິຈາລະນາດັ່ງກັບຜູ້ທີ່ແຂງແກ່ນ, ຊາດນິຍົມ, ແລະ ເປັນຜູ້ນຳທີ່ ສະໜັບສະໜູນສາສະໜາ ຮິນດູ, ຜູ້ທີ່ໄດ້ເລັ່ງການພັດທະນາ, ຂະຫຍາຍສະຖາ ນະຂອງ ອິນເດຍ ຢູ່ໃນໂລກ ແລະ ໄດ້ປະຕິບັດຕາມຄຳສັນຍາຂອງທ່ານຄືການ ສ້າງວັດໃຫ້ພະເຈົ້າ ຣາມາ ຂອງສາສະໜາ ຮິນດູ.

ທ່ານ ຊານດີບ ຊາສຕຣີ, ນັກວິເຄາະການເມືອງກ່າວວ່າ “ພັນທະມິດທີ່ປົກ ຄອງປະເທດແມ່ນມີຄວາມກະຈ່າງແຈ້ງຫຼາຍ ທີ່ອາໄສພາບພົດຂອງທ່ານນາຍົກ ລັດຖະມົນຕີ ໃນການເລືອກຕັ້ງຄັ້ງນີ້. ມັນເຫັນໄດ້ຊັດເຈນຫຼາຍ ທີ່ເຂົາເຈົ້າເຮັດໃຫ້ ທ່ານ ໂມດີ ເປັນປັດໄຈຂຶິ້ນມາກ່ອນໝູ່. ແລະ ນັ້ນຈະຊ່ວຍໃຫ້ເຂົາເຈົ້າເລີ່ມຕົ້ນການຕໍ່ຕ້ານຜູ້ທີ່ດຳລົງຕຳແໜ່ງໃນປັດຈຸບັນ ເຊິ່ງໄດ້ມີຂຶ້ນຫຼັງຈາກສິບປີ.”

ເສດຖະກິດທີ່ກຳລັງເຕີບໂຕຢ່າງວ່ອງໄວຂອງ ອິນເດຍ ໄດ້ນຳເອົາໂອກາດ ຕ່າງໆມາໃຫ້ບາງຄົນ, ແຕ່ການສຳຫຼວດທັງຫຼາຍໄດ້ສະແດງໃຫ້ເຫັນວ່າ ການ ຫວ່າງງານ ແລະ ເງິນເຟີ້ຍັງຄົງແມ່ນຄວາມເປັນຫ່ວງຫຼັກ ໃນຂະນະທີ່ເຂົາເຈົ້າບໍ່ສາມາດທີ່ຈະສ້າງວຽກເຮັດງານທຳຢ່າງພຽງພໍ.

ທ່ານ ຣູຊິລ ມັດຕາ, ນັກວິສະວະກອນ ຊອຟແວ ກ່າວວ່າ “ຂ້າພະເຈົ້າມີຄວາມ ຫວັງສໍາລັບປະເທດນີ້ ແລະ ຂ້າພະເຈົ້າແມ່ນຢູ່ທີ່ນີ້. ຂ້າພະເຈົ້າຈະຢູ່ທີ່ນີ້ເທົ່າ ນັ້ນ, ເຈົ້າ.”

ທ່ານ ຊູຣິນເດີ ໂອຈາ ຜູ້ເປັນພໍ່ຄ້າ ກ່າວວ່າ “ການດຳລົງຊີວິດແມ່ນບັນຫາ. ແຕ່ບໍ່ມີລັດຖະບານໃດແກ້ໄຂບັນຫານີ້ໄດ້.”

ເພື່ອທີ່ຈະສະແຫວງຫາຜູ້ລົງຄະແນນສຽງ, ພັກ ຄອງເກຣສ ທີ່ເປັນຝ່າຍຄ້ານ ທີ່ສຳຄັນ ໄດ້ສັນຍາທີ່ຈະຂະຫຍາຍການໃຊ້ຈ່າຍໃນສັງຄົມ ແລະ ການຈ້າງງານ ໂດຍໃຫ້ວຽກງານໃນລັດຖະບານ ແລະ ການຝຶກງານ.

ຜູ້ນຳຂອງເຂົາເຈົ້າ ທ່ານ ຣາຮູລ ການດີ ໄດ້ນຳໜ້າການເດີນຂະບວນທົ່ວປະເທດສອງຄັ້ງ ເພື່ອເຊື່ອມຕໍ່ກັບປະຊາຊົນ, ແຕ່ມັນບໍ່ມີຄວາມກະຈ່າງແຈ້ງວ່ານັ້ນ ຈະກໍ່ໃຫ້ເກີດການລົງຄະແນນສຽງສຳລັບພັກດັ່ງກ່າວຫຼືບໍ່, ເຊິ່ງໄດ້ຜ່າຍແພ້ໃນ ການເລືອກຕັ້ງສອງຄັ້ງທີ່ຜ່ານມາ. ທ່ານ ການດີ ບໍ່ໄດ້ຖືກຄາດວ່າຈະເປັນຜູ້ລົງ ແຂ່ງຂັນເອົາຕຳແໜ່ງນາຍົກລັດຖະມົນຕີ.

ທ່ານນາງ ເນຍຈາ ຊາວດູຣີ ນັກວິເຄາະການເມືອງກ່າວວ່າ “ເທົ່າທີ່ທ່ານ ໂມດີ ເປັນຫ່ວງ ມັນບໍ່ມີໃຜໃນຝ່າຍຄ້ານທີ່ສາມາດທຽບເທົ່າກັບທ່ານໄດ້ ແລະ ມີຫຼາຍ ຄົນຜູ້ທີ່ບໍ່ພໍໃຈກັບການປົກຄອງຂອງພັກ BJP ແລະ ປະເຊີນກັບຄວາມຍາກ ລຳບາກທາງເສດຖະກິດ, ການຫວ່າງງານ, ລາຄາສິນຄ້າທີ່ສູງຂຶ້ນ. ເຂົາເຈົ້າ ເວົ້າກ່ຽວກັບມັນແລ້ວຫັນໜີິ ແລະ ເວົ້າວ່າ “ແຕ່ແມ່ນໃຜຢູ່ອີກຝ່າຍນຶ່ງ?”

ການສຳຫຼວດຄາດຄະເນວ່າ ພັກ BJP ຂອງທ່ານ ໂມດີິ ຈະເຮັດໄດ້ດີກວ່າ ຜົນງານປີ 2019. ແຕ່ພັກ ຄອງເກຣັສ ເວົ້າວ່າຜົນຄະແນນທີ່ມີກຳນົດອອກມາ ໃນວັນທີ 4​ ມິຖຸນາ, ຈະສູສີກວ່າທີ່ຄາດໄວ້.

Seeking a third term in office, Indian Prime Minister Narendra Modi is highlighting economic growth and welfare measures for the poor as his biggest achievements.

“In the last ten years, we have lifted 250 million people out of poverty proving that we work to bring results.”

An opposition alliance led by the main opposition Congress Party that confronts Modi’s Hindu nationalist Bharatiya Janata Party (BJP) is flagging joblessness and what it says is a threat to the country’s democratic and secular credentials.

The INDIA alliance accuses Modi’s party of weakening opposition ranks with corruption probes -- a key leader, Delhi Chief Minister, Arvind Kejriwal, was arrested weeks before in connection with graft allegations.

“This election is fundamentally a different election. I don’t think that democracy has been as much at risk, the constitution has been as much at risk as it is today.”

Nearly a billion voters will choose between the competing narratives offered by Modi and the opposition as the world’s biggest election gets underway Friday.

Ten years after taking power, Modi remains hugely popular. He is seen as a strong, nationalist, pro-Hindu leader, who has fast-tracked development, boosted India’s global stature and delivered on promises like building a temple to Hindu Lord Rama.

“The ruling alliance is very clearly going into this election on the shoulders of the Prime Minister’s image. They are very clearly keeping the Modi factor right up in front ……. and that will help them to a certain extent offset possible anti-incumbency which has come in after ten years.”

India’s fast-growing economy is bringing opportunities for some, but surveys show unemployment and inflation remain key concerns as it fails to create enough jobs.

“I have hope for this country and I am staying here. I am here only, so yeah.”

“Livelihood is a problem. But no government solves this problem.”

To woo voters, the main opposition Congress Party has promised to boost social spending and employment by giving government jobs and apprenticeships.

Its leader Rahul Gandhi has led two cross country marches to connect with people, but it is unclear whether that will translate into votes for the party, which was routed in the last two elections. Gandhi has not been projected as a prime ministerial candidate.

“As far as Mr. Modi is concerned there is no one on the opposite side to match him and [a] lot of people who are dissatisfied today with the BJP rule and face economic hardship, unemployment, rising prices. They talk about it then will turn around and say but ‘who is there on the other side?’”

Surveys project Modi’s BJP could surpass its 2019 performance. But the Congress Party says the results, due on June 4, will be closer than expected.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG