ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໖ ມີນາ ໒໐໒໕

ໃນອິນເດຍ, ມີຄວາມພາກພູໃຈ ໃນການລົງແຂ່ງຂັນເອົາຕໍາແໜ່ງ ຮອງປະທານາທິບໍດີສະຫະລັດ ຂອງ ທ.ນ. ແຮຣີສ


ແຟ້ມພາບ - ຮອງປະທານາທິບໍດີ ຄາມາລາ ແຮຣີສ, ນາຍົກລັດຖະມົນຕີ ນາເຣນດາ ໂມດີ ຂອງອິນເດຍ, ແລະ ທ່ານລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ, ຍົກຈອກຮ່ວມກັນ ໃນລະຫວ່າງການຮັບປະທານອາຫານທ່ຽງ ຂອງການຢ້ຽມຢາມຢາມທາງການ ຢູ່ກະຊວງການຕ່າງປະເທດ, ວັນທີ 23 ມິຖຸນາ 2023.
ແຟ້ມພາບ - ຮອງປະທານາທິບໍດີ ຄາມາລາ ແຮຣີສ, ນາຍົກລັດຖະມົນຕີ ນາເຣນດາ ໂມດີ ຂອງອິນເດຍ, ແລະ ທ່ານລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ, ຍົກຈອກຮ່ວມກັນ ໃນລະຫວ່າງການຮັບປະທານອາຫານທ່ຽງ ຂອງການຢ້ຽມຢາມຢາມທາງການ ຢູ່ກະຊວງການຕ່າງປະເທດ, ວັນທີ 23 ມິຖຸນາ 2023.

ຢູ່ໃນບ້ານນ້ອຍໆ ທູລາເຊັນດຣາປູຣາມ (Thulasendrapuram) ທີ່ຢູ່ທາງພາກໃຕ້ຂອງອິນເດຍ, ເຊິ່ງເປັນບ່ອນທີ່ພໍ່ເຖົ້າຂອງຮອງປະທານາທິບໍດີສະຫະລັດ ທ່ານນາງ ຄາມາລາ ແຮຣີສ ເຄີຍອາໄສຢູ່, ບັນດາປະຊາຊົນໃນທ້ອງຖິ່ນ ແລະນັກບວດ ໄດ້ອະທິຖານຕໍ່ເທວະດາປະຈຳທ້ອງຖິ່ນ ຢູ່ທີ່ວັດ ຮິນດູ ເພື່ອຂໍໄຊຊະນະໃຫ້ທ່ານນາງ ໃນຂະນະທີ່ທ່ານນາງລົງແຂ່ງຂັນເປັນປະທານາທິບໍດີສະຫະລັດ. ໃນນະຄອນຫຼວງ ນິວເດລີ, ຫຼາຍຄົນສະແດງຄວາມພາກພູມໃຈທີ່ຜູ້ສະໝັກຮັບເລືອກຕັ້ງເອົາຕໍາແໜ່ງທີ່ມີອໍານາດທີ່ສຸດຄົນນຶ່ງຂອງໂລກ ມີເຊື້ອສາຍອິນເດຍ ເຊິ່ງນາງແມ່ນລູກສາວຂອງແມ່ຊາວອິນເດຍ ແລະພໍ່ຊາວຈາໄມກາ.

ແຕ່ ທ່ານນາງ ແຮຣີສ ລົ້ມເຫລວໃນການສ້າງຄວາມກະຕືລືລົ້ນໃຫ້ກັບຄົນອື່ນໆ ທີ່ຮູ້ສຶກວ່າທ່ານນາງ ບໍ່ເຄີຍສ້າງສາຍພົວພັນກັບອິນເດຍເລີຍ ໃນລະຫວ່າງການເປັນຮອງປະທານາທິບໍດີຂອງທ່ານນາງ.

ນາງ ຊິມຣານ ຊິງ (Simran Singh) ຊາວນະຄອນ ນິວ ເດລີ ກ່າວວ່າ "ມັນເປັນເລື້ອງທີ່ຫນ້າຕື່ນເຕັ້ນຫຼາຍສໍາລັບຄົນແບບຂ້ອຍ ເຊິ່ງເປັນເດັກຍິງທົ່ວໄປໃນເມືອງ".

ຊາວເມືອງອີກຄົນນຶ່ງ, ນາງ ນານດີຕາ ໂຊນີ (Nandita Soni), ແລະສາມີຂອງນາງ ໄດ້ເບິ່ງການໂຕ້ວາທີຂອງ ທ່ານນາງ ແຮຣີສ ກັບ ອະດີດປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ, ໃນເດືອນແລ້ວນີ້.

ນາງ ໂຊນີ ກ່າວວ່າ “ຂ້ອຍຄິດວ່າທ່ານນາງ ຊະນະແບບຂາດລອຍ. ແນ່ນອນວ່າ ພວກເຮົາມີຄວາມພາກພູມໃຈ. ການທີ່ທ່ານນາງເປັນ ແມ່ຍິງ ແລະມີເຊຶື້ອສາຍອິນເດຍ ເຮັດໃຫ້ມີຄວາມຮູ້ສຶກດີຫຼາຍ”.

ທ່ານນາງ ແຮຣີສ ບໍ່ແມ່ນຄົນອິນເດຍພຽງຄົນດຽວ ທີ່ກ່ຽວຂ້ອງກັບການແຂ່ງຂັນປະທານາທິບໍດີຂອງສະຫະລັດ. ທ່ານ ນາງ ອຸຊາ ແວນສ໌ (Usha Vance), ພັນ​ລະ​ຍາ​ຂອງ ທ່ານ ເຈ.ດີ ແວນສ໌ ຜູ້ໄດ້ຮັບສະເໜີຊື່ໃຫ້ລົງແຂ່ງຂັນເປັນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ຈາກພັກ​ຣີ​ພັບ​ບ​ລີ​ກັນ, ຍັງ​ເປັນ​ລູກ​ສາວ​ຂອງຜູ້ອົບພະຍົບຊາວ ອິນ​ເດຍ ນຳດ້ວຍ.

ມີພຽງບໍ່ເທົ່າໃດຄົນ ໃນອິນເດຍ ທີ່ເຄີຍໄດ້ຍິນເລື່ອງຂອງ ທ່ານນາງ ອຸຊາ ແວນສ໌ (Usha Vance). ຄົນຜູ້ທີ່ເຄີຍໄດ້ຍິນ ຈະເບິ່ງວ່າ ນີ້ເປັນເຄື່ອງໝາຍໃຫ້ແກ່ປະເທດທີ່ຄົນເຂົ້າເມືອງສາມາດສ້າງຊື່ສຽງໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ:

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG