ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ເລືອກ​ຕັ້ງ​ຂອງ​ຝ​ຣັ່ງ ຈະ​ມີ​ຜົນ​ກະ​ທົບ​ແບບ​ໃດ ຕໍ່​ສົງ​ຄາມ​ ໃນ​ຢູ​ເຄ​ຣນ


ຜູ້​ຊາຍ​ຄົນ​ນຶ່ງ ຍ່າງ​ກາຍ​ປ້າຍ​ໂຄ​ສະ​ນາ​ຫາ​ສຽງ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ ຜູ້​ສະ​ໝັກທີ່​ນິ​ຍົມ​ແນວ​ທາງ​ສາຍ​ກາງ ​ແລະ​ທ່ານ​ນາງ​ມາ​ຣີນ ເລີ ແປັງ ຜູ້​ສະ​ໝັກ​ຈາກ​ພັກ​ຂວາ​ຈັດ​ຂອງ​ຝ​ຣັ່ງ ທີ່​ເມືອງ​ອັງ​ເກ​ຣ (Anglet) ເມື່ອ​ວັນ​ທີ 8 ເມ​ສາ 2022.
ຜູ້​ຊາຍ​ຄົນ​ນຶ່ງ ຍ່າງ​ກາຍ​ປ້າຍ​ໂຄ​ສະ​ນາ​ຫາ​ສຽງ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເອັມ​ມາ​ນູ​ແອ​ລ ມາກ​ຣົງ ຜູ້​ສະ​ໝັກທີ່​ນິ​ຍົມ​ແນວ​ທາງ​ສາຍ​ກາງ ​ແລະ​ທ່ານ​ນາງ​ມາ​ຣີນ ເລີ ແປັງ ຜູ້​ສະ​ໝັກ​ຈາກ​ພັກ​ຂວາ​ຈັດ​ຂອງ​ຝ​ຣັ່ງ ທີ່​ເມືອງ​ອັງ​ເກ​ຣ (Anglet) ເມື່ອ​ວັນ​ທີ 8 ເມ​ສາ 2022.

ນະ​ຄອນ​ຫຼວງ​ຂອງ​ຝ​ຣັ່ງ​ອາດ​ຕັ້ງ​ຢູ່​ຫຼາຍ​ພັນ​ກິ​ໂລ​ແມັດ​ຫ່າງ​ຈາກ​ສະ​ໜາມ​ລົບ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ແຕ່​ສິ່ງ​ທີ່​ເກີດ​ຂຶ້ນ​ຢູ່ທີ່​ໜ່ວຍ​ປ່ອນ​ບັດຝ​ຣັ່ງໃນ​ເດືອນນີ້ ອາດ​ຈະ​ມີ​ຜົນ​ສະ​ທ້ອນ​ຢູ່​ທີ່ນັ້ນ.

ຜູ້​ສະ​ໝັກ​ຂອງ​ພັກ​ຂວາ​ຈັດ​ຝ​ຣັ່ງ ທ່ານ​ນາງ​ມາ​ຣີນ ເລີແປັງ ແມ່ນ​ມີ​ຄວາມ​ສຳ​ພັນ​ທີ່​ໃກ້​ຊິດ​ກັບ​ຣັດ​ເຊຍ ແລະ​ຕ້ອງ​ການ​ຢາກ​ສ້າງ​ຄວາມ​ອ່ອນ​ແອໃຫ້​ແກ່​ສະ​ຫະ​ພາບ​ຢູ​ໂຣບ ແລະ​ອົງ​ການ​ເນ​ໂຕ້ ຊຶ່ງ​ອາ​ດ​ຈະ​ຕັດ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ ທີ່​ຈະ​ຍຸ​ຕິ​ການ​ເຮັດ​ສົງ​ຄາມ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ. ທ່ານ​ນາງ​ເລີ​ແປັງ​ ພວມ​ຫາ​ທາງ​ກຳ​ຈັດ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ນິ​ຍົມ​ແນວ​ທາງ​ປານ​ກາງ ທ່ານ​ເອັມ​ມາ​ນູ​ແອ​ລ ມາ​ກ​ຣົງ ຜູ້​ຊຶ່ງ​ມີ​ຄະ​ແນນ​ນຳ​ໜ້າ​ພຽງ​ເລັກ​ນ້ອຍ ໃນ​ການ​ຢັ່ງ​ຫາງ​ສຽງ ກ່ອນ​ການ​ປ່ອນ​ບັດ​ເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ ຮອບ​ຕັດ​ສິນ​ຊີ້​ຂາດ​ຂອງ​ຝ​ຣັ່ງ ໃນ​ວັນ​ທີ 24 ເມ​ສານີ້.

ການ​ເລືອກ​ຕັ້ງ​ໃນ​ຝ​ຣັ່ງ​ອາດ​ຈະ​ມີ​ຜົນ​ສະ​ທ້ອນຕໍ່​ສົງ​ຄາມ​ໃນ​ຢູ​ເຄ​ຣນ​ຫຼາຍ​ທາງ​ດ້ວຍ​ກັນ:

ລັດ​ຖະ​ບານ​ທ່ານ​ມາກ​ຣົງ ໄດ້​ສົ່ງ​ອາ​ວຸດ​ຍຸດ​ທະ​ພັນ ​ທີ່​ມີ​ມູນ​ຄ່າ 100 ລ້ານ​ຢູ​ໂຣ​ໄປ​ໃຫ້​ຢູ​ເຄ​ຣນ ໃນ​ລະ​ຫວ່າງ​ສອງ​ສາມ​ອາ​ທິດ​ທີ່​ຜ່ານ​ມານີ້ ແລະ​ກ່າວ​ໃນ​ວັນ​ພຸດ​ແລ້ວນີ້​ວ່າ ຈະ​ສົ່ງ​ອາ​ວຸດ​ເພີ້ມ​ຕື່ມ​ໄປ​ໃຫ້​ຢູ​ເຄ​ຣນ​ອີກ ອັນ​ເປັນ​ພາກ​ສ່ວນ​ນຶ່ງ​ໃນ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ແກ່​ປະ​ເທດ​ດັ່ງ​ກ່າວ. ຝ​ຣັ່ງ​ແມ່ນ​ເປັນ​ປະ​ເທດ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ທາງ​ທະ​ຫານ​ທີ່​ສຳ​ຄັນ​ແກ່​ຢູ​ເຄ​ຣນນັບ​ແຕ່​ປີ 2014 ເປັນ​ຕົ້ນ​ມາ ເວ​ລາ​ຣັດ​ເຊຍ​ໄດ້​ປະ​ກາດ​ຮວມ​ເອົາ​ແຫຼມ​ໄຄ​ຣ​ເມຍ​ເຂົ້າ​ເປັນ​ດິນ​ແດນ​ສ່ວ​ນ​ນຶ່ງ​ຂອງ​ຕົນ ແລະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ພວກ​ແບ່ງ​ແຍກ​ດິນ​ແດນ​ໃນ​ພາກ​ຕາ​ເວັນ​ອອກ​ຂອ​ງ​ຢູ​ເຄ​ຣນ.

ທ່ານ​ນາງ​ເລີ​ແປັງ​ໃນ​ວັນ​ພຸດ​ຜ່ານ​ມານີ້ ​ໄດ້​ຂໍ​ສະ​ຫງວນ​ທ່າ​ທີ ​ກ່ຽວ​ກັບ​ການ​ສະ​ໜອງ​ອາ​ວຸດ​ເພີ້ມ​ຕື່ມ ​ໃຫ້​ແກ່​ປະ​ເທດ​ຢູ​ເຄ​ຣນ ຊຶ່ງ​ທ່ານ​ນາງ​ກ່າວ​ວ່າ ຖ້າ​ຫາກ​ຖືກ​ເລືອກ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ທ່ານ​ນາງ​ຈະ​ສືບ​ຕໍ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ແລະ​ການ​ຊ່ວຍ​ເຫຼືອ​ໃນ​ດ້ານ​ສືບ​ລັບແຕ່​ຈະ​ “ລະ​ມັດ​ລະ​ວັງ” ໃນ
ການ​ສົ່ງ​ອາ​ວຸດ​ໄປ​ໃຫ້ ຍ້ອນ​ທ່ານ​ນາງ​ຄິດ​ວ່າ ອາດ​ຈະ​ແກ່​ດຶງ​ເອົາ​ປະ​ເທດ​ອື່ນໆ​ເຂົ້າ​ສູ່​ສົງ​ຄາມ​ກັບ​ຣັດ​ເຊຍ.

ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ນາງ​ເລີ​ແປັງ ໄດ້​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ຍາດ​ເອົາ​ຄະ​ແນນ​ສຽງ​ຈາກ​ຜູ້​ມີ​ສິດ​ປ່​ອນ​ບັດ​ຊາວ​ຝ​ຣັ່ງ ທີ່​ພວມ​ມີ​ຄວາມ​ໂກດ​ແຄ້ນ​ຍ້ອນ​ໄພ​ເງິນ​ເຟີ້ ​ທີ່​ພວມ​ຖີບ​ໂຕ​ສູງ​ຂຶ້ນ ຊຶ່ງ​ເຮັດ​ໃຫ້​ສະ​ຖາ​ນະ​ການ ​ຮ້າຍ​ແຮງ​ຂຶ້ນກວ່າ​ເກົ່າ ອັນ​ເປັນ​ຜົນ​ເນື່ອງ​ມາ​ຈາກ​ການຕັດ​ສິນ​ໃຈ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ເພື່ອ​ບຸກເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ແລະ​ການ​ລົງ​ໂທດທີ່​ຕາມ​ມາຂອງ​ປະ​ເທດ​ຕາ​ເວັນ​ຕົກ​ຕໍ່​ຣັດ​ເຊຍ ຊຶ່ງ​ເປັນ​ປະ​ເທດ​ສຳ​ຄັນ​ທີ່​ສະ​ໜອງ​ແກັ​ສ ແລະ​ຄູ່​ການ​ຄ້າ​ຂອງ​ຝ​ຣັ່ງ​ແລະ​ຂອງ​ຢູ​ໂຣບ​ນຳ​ດ້ວຍ.

ຝ​ຣັ່ງ​ເປັນ​ປະ​ເທດ​ທີ່​ມີ​ເສດ​ຖະ​ກິດ​ໃຫຍ່​ເປັນ​ອັນ​ດັບ 2 ໃນ​ສະ​ຫະ​ພາບ​ຢູ​ໂຣບ​ຮອງ​ຈາກ​ເຢຍ​ຣະ​ມັນ ແລະ​ເປັນ​ປະ​ເທດ​ທີ່​ສຳ​ຄັນ​ໃນ​ການ​ຕັດ​ສິນ​ໃຈ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ. ນອກນັ້ນ ຝ​ຣັ່ງ​ຍັງ​ເປັນ​ປະ​ທານ​ວຽນ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ​ໃນ​ເວ​ລານີ້ ຊຶ່ງ​ຈະ​ເຮັດ​ໃຫ້​ຜູ້​ນຳ​ຄົນ​ຕໍ່​ໄປ​ຂອງ​ຝ​ຣັ່ງ​ມີ​ອິດ​ທິ​ພົນ​ຢ່າງ​ຫຼວງ​ຫຼາຍ. ທ່ານ​ນາງ​ເລີ​ແປັງ​ແມ່ນ​ເປັນ​ທີ່​ໜ້າ​ສັງ​ເກດໄດ້​ວ່າ ຄັດ​ຄ້ານ​ຕໍ່​ການ​ລົງ​ໂທດ​ໃນ​ດ້ານ​ແກັ​ສ​ແລະ​ນ້ຳ​ມັນ​ຂອງ​ຣັດ​ເຊຍ.

ໃນ​ຕອນ​ຕົ້ນໆ​ຂອງ​ການ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ ທ່ານ​ມາກ​ຣົງ​ກໍ​ໄດ້​ຍື່ນ​ມື​ໄປ​ຫາ​ຣັດ​ເຊຍ ໂດຍ​ເຊື້ອ​ເຊີນ​ລາວ​ໃຫ້​ມາ​ຢ້ຽມ​ຢາມ​ຣາ​ຊະ​ວັງ​ແວ​ຊາຍ ແລະ​ບ່ອນ​ຕາກ​ອາ​ກາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ່​ທະ​ເລ​ເມ​ດີ​ເທີ​ເຣ​ນຽນ ໂດຍ​ຫວັງ​ວ່າ​ຈະ​ນຳ​ເອົາ​ນະ​ໂຍ​ບາຍ​ຣັດ​ເຊຍ​ກັບ​ຄືນ​ມາ​ຢູ່​ໃນ​ແນວ​ດຽວ​ກັນ​ຫຼາຍ​ຂຶ້ນ​ກັບ​ປະ​ເທດ​ຕາ​ເວັນ​ຕົກ. ສ່ວນ​ທ່ານ​ນາງ​ເລີ​ແປັງ ແມ່ນ​ມີ​ຄວາມ​ສຳ​ພັນ​ຢ່າງ​ເລິກ​ເຊິ່ງ​ກັບ​ຣັດ​ເຊຍ. ທ່ານ​ນາງ​ໄດ້​ພົບ​ປະ​ກັບ​ປູ​ຕິນ ໃນ​ຖາ​ນະ​ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ຝ​ຣັ່ງໃນ​ປີ 2017 ແລະ
ກໍ​ໄດ້​ກ່າ​ວ​ຊົມ​ເຊີຍ​ລາວ ໃນ​ອະ​ດີດ​ຜ່ານ​ມາ.

ໃນ​ຂະ​ນະ​ທີ່​ທ່ານ​ມາ​ກົງ ເປັນ​ຜູ້​ປົກ​ປ້ອງ​ສະ​ຫະ​ພາບ​ຢູ​ໂຣບ​ຢ່າງ​ແຂງ​ຂັນ ແລະ​ເມື່ອມໍ່ໆ​ມານີ້​ກໍ​ໄດ້​ກ່າວ​ເນັ້ນ​ຢ້ຳ​ໃນ​ການ​ປະ​ກອບ​ສ່ວນ​ເຂົ້າ​ຮ່ວມ​ຂອງ​ຝ​ຣັ່ງໃນ​ການ​ປະ​ຕິ​ບັດ​ງານ​ຂອ​ງ​ອົງ​ການ​ເນ​ໂຕ້ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ໂຣບ ຊຶ່ງ​ທ່ານ​ນາງ​ເລີ​ແປັງ​ກ່າວ​ວ່າ ຝ​ຣັ່ງ​ຄວນ​ວາງ​ໂຕ​ອອກ​ຫ່າງ​ຈາກ​ການ​ເປັນ​ພັນ​ທະ​ມິດ​ລະ​ຫວ່າງ​ປະ​ເທດ ແລະ​ດຳ​ເນີນ​ການ​ຕາມ​ເສັ້ນ​ທາງ​ຂອງ​ຕົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG