ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການ​ຟ້ອງ​ຮ້ອງ ເບິ່ງ​ຄື​ວ່າ​ຈະ​ເປັນ ຫົວ​ຂໍ້​ການ​ໂຕ້​ວາ​ທີ ໃນ​ຄັ້ງ​ຕໍ່​ໄປ ຂອງ​ພັກ​ເດ​ໂມ​ແຄ​ຣັດ


Impeachment Likely Topic at Next Democratic Debate
please wait

No media source currently available

0:00 0:02:20 0:00

​ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ 12 ທ່ານ ຈະ​ຂຶ້ນ​ເວ
​ທີ​ສຳ​ລັບ​ການ​ໂຕ້​ວາ​ທີ​ຂອງ​ພັກອີກ​ເທື່ອ​ນຶ່ງໃນ​ວັນ​ອັງ​ຄານມື້ນີ້ ທີ່​ເມືອງ ເວັສ​ເຕີ​ວິ​ລ (Westerville) ລັດ ໄອ​ໂອ​ວາ. ການ​ສືບ​ສວນ ​ເພື່ອ​ການ​ຟ້ອງ​ຮ້ອງ​ທີ່​ກ່ຽວ​ຂ້ອງ​ປະ​ທາ​
ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ແມ່ນ​ເບິ່ງ​ຄື​ວ່າ​ຈະ​ເປັນ​ຫົວ​ຂໍ້​ໃຫຍ່​ຂອງ​ການ​ສົນ​ທະ​ນາ, ດັ່ງ​ທີ່​
ພວກ​ເຮົາ​ຈະ​ໄດ້​ຍິນ​ຈາກ​ນັກ​ຂ່າວ​ແຫ່ງ​ຊາດ​ຂອງ ວີ​ໂອ​ເອ ຈິມ ມາ​ໂລນ ໃນ​ນະ​ຄອນຫຼວງ
ວໍ​ຊິງ​ຕັນ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຢູ່​ທາງ​ໜ້າ ແລະ ໃຈ​ກາງ​ຂອງ​ເວ​ທີ​ການ​ໂຕ້​ວາ​ທີ​ໃນ​ວັນ​ອັງ​ຄານມື້ນີ້​ ຈະ​ເປັນ​ຜູ້​ມີ​ຄະ​ແນນ​
ນຳ​ໜ້າ​ໃນ​ປັດ​ຈຸ​ບັນ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ໂຈ ໄບ​ເດັນ ເຊິ່ງການ​ນຳ​ໜ້າ​ໃນ​ການ
​ສຳຫຼວດ​ຄວາມ​ຄິດ​ເຫັນ​ເມື່ອບໍ່​ດົນ​ມານີ້ແມ່ນ​ໄດ້ຫຼຸດ​ລົງ.

ທ່ານ ໄບ​ເດັນ ໄດ້​ກ່າວ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນ​ໃນ​ອາ​ທິດ​ທີ່​ຜ່ານ​ມາ​ວ່າ ຕອນນີ້​ທ່ານ​ສະ​ໜັບ​
ສະ​ໜູນ​ການ​ຟ້ອງ​ຮ້ອງ​ຕໍ່​ທ່ານ ທ​ຣຳ.

ທ່ານ ໂຈ ໄບ​ເດັນ ກ່າວ​ວ່າ “ລາວ​ໄດ້ຕັດ​ສິນແລ້ວວ່າ ລາວ​ເອງ​ມີ​ຄວາມ​ຜິດ” ​ເປັນ​ສິ່ງ​ທີ່​
ໂລກ​ ແລະ ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ເຫັນ​ຢ່າງ​ຊັດ​ເຈນ. ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ລະ​ເມີດ​ຄຳ​
ສາ​ບານ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ທ່ານ, ໄດ້​ທໍ​ລະ​ຍົດ​ຕໍ່​ປະ​ເທດນີ້ ແລະ ໄດ້ກະ​ທຳ​ສິ່ງ​ທີ່​ສາ​
ມາດ​ຟ້ອງ​ຮ້ອງ​ໄດ້.”

ຕອນນີ້​ທ່ານ ໄບ​ເດັນ ໄດ້​ເຂົ້າ​ຮ່ວມ​ກັບ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ທັງ​ໝົດ ​ໃນ​ການ​ຮຽກ​
ຮ້ອງ​ໃຫ້​ທຳ​ການ​ຟ້ອງ​ຮ້ອງ​ຕໍ່​ທ່ານ ທ​ຣຳ, ລວມ​ທັງ​ຄູ່​ແຂ່ງ​ທີ່​ໃກ້​ຊິດ​ທີ່​ສຸດ​ຂອງ​ທ່ານ​, ສະ​
ມາ​ຊິກ​ສະ​ພາ​ສູງຈາກ​ລັດ ແມ​ສ​ຊາ​ຈູ​ເຊັດ​ສ໌, ທ່ານ​ນາງ ເອ​ລິ​ຊາ​ເບັດ ວໍ​ເຣັນ.

ສະ​ມາ​ຊິກ​ສະ​ພາ​ສູງ ເອ​ລິ​ຊາ​ເບັດ ວໍ​ເຣັນ ຜູ້​ລົງ​ແຂ່ງ​ຂັນ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ກ່າວ
​ວ່າ “ສິ່ງ​ທີ່​ລາວ​ໄດ້​ເຮັດ​ແມ່ນ​ຄວາມ​ຜິດ ​ທີ່​ສາ​ມາດ​ຟ້ອງ​ຮ້ອງ​ໄດ້ ແລະ ລາວ​ຄວນ​ຖືກ​ຟ້ອງ​
ຮ້ອງ.”

ທ່ານ​ນາງ ວໍ​ເຣັນ ຍັງສືບ​ຕໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ເພີ້ມ​ຂຶ້ນ ແລະ ການ​ສຳຫຼວດ​ເມື່ອ
ບໍ່​ດົນ​ມານີ້ສະ​ແດງ​ໃຫ້​ວ່າ ທ່ານ​ນາງ ມີ​ຄະ​ແນນ​ເທົ່າ​ກັບ​ທ່ານ ໄບ​ເດັນ ຢູ່​ລະ​ດັບ​ສູງ​ສຸດ​
ຂອງ​ຜູ້​ລົງ​ແຂ່ງ​ຂັນ​ພັກ​ເດ​ໂມ​ແຄ​ຣັດ ອີງ​ຕາມ​ການ​ສຳຫຼວດ​ຄວາມ​ຄິດ​ເຫັນ​ຂອງອົງ​ການ
Real Clear Politics.

ການ​ໂຕ້​ວາ​ທີ​ໃນວັນ​ອັງ​ຄານມື້ນີ້ ຍັງ​ຈະ​ປະ​ກອບ​ມີ​ການ​ກັບ​ມາ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ສະ
​ມາ​ຊິກ​ສະ​ພາ​ສູງ​ລັດ ເວີ​ມັອນ ທ່ານ ເບີ​ນີ ແຊນ​ເດີ​ສ໌, ຜູ້​ທີ່​ກຳ​ລັງ​ຟື້ນ​ຕົວ​ຈາກ​ໂຣກ​ຫົວ​ໃຈ
​ເມື່ອບໍ່​ດົນ​ມານີ້ ແລະ ໄດ້​ອອກ​ມາ​ທັກ​ທາຍ​ຜູ້​ສະ​ໜັບ​ສະ​ໜູນ​ຜ່ານ​ວິ​ດີ​ໂອ​ການ​ໂຄ​ສະ​ນາ
​ຫາ​ສຽງ.

ທ່ານ ເບີ​ນີ ແຊນ​ເດີ​ສ໌ ຜູ້​ລົງ​ແຂ່ງ​ຂັນ​ສັງ​ກັດ​ພັກເດ​ໂມ​ແຄ​ຣັດ ໄດ້​ກ່າວ​ວ່າ “ແລະ ຂ້າ​ພະ​
ເຈົ້າ​ກໍ​ຢາກ​ຈະ​ເວົ້າວ່າ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີຫຼາຍ. ຂ້າ​ພະ​ເຈົ້າ​ກຳ​ລັງ​ມີ​ແຮງ​ກັບ​ຄືນມາ ແລະ
ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ ຈະ​ອອກ​ໄປ​ໂຄ​ສະ​ນາ​ຫາ​ສຽງ​ໂດຍໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.”

ການ​ໂຕ້​ວາ​ທີ​ສ່ວນຫຼາຍ​ຂອງວັນ​ອັງ​ຄານມື້ນີ້​ ແມ່ນ​ເບິ່ງ​ຄື​ວ່າ​ຈະ​ເພັ່ງ​ເລັງ​ໃສ່​ປະ​ທາ​ນາ​ທິ​
ບໍ​ດີ ທ​ຣຳ, ອີງ​ຕາມ​ການ​ກ່າວ​ຂອງ​ນັກ​ວິ​ເຄາະ ທ່ານ ຈອນ ຟໍ​ທີ​ເອ.

ທ່ານ ຈອນ ຟໍ​ທີ​ເອ ຈາກ​ສູນ​ກາງ​ນະ​ໂຍ​ບາຍ​ສອງ​ພັກ​ການ​ເມືອງ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​
ຄິດ​ວ່າ ການ​ຟ້ອງ​ຮ້ອງ​ຈະ​ນອນ​ຢູ່ແນວ​ໜ້າ ແລະ ຈຸດ​ສູນ​ກາງຂອງ​ການ​ໂຕ້​ວາ​ທີ ແລະ​ຂ້າ​
ພະ​ເຈົ້າ​ຄິດ​ວ່າ ​ຜູ້​ລົງ​ແຂ່ງ​ຂັນ​ຈະ​ໝັ້ນ​ໃຈຫຼາຍ ກ່ຽວ​ກັບ​ເລື່ອງ​ທີ່​ວ່າ​ເຂົາ​ເຈົ້​າ​ສະ​ໜັບ​ສະ​ໜູນ
​ສຳ​ລັບ​ການ​ຟ້ອງ​ຮ້ອງ. ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ​ມັນ​ຈະ​ມີ​ຄວາມ​ເປີດ​ເຜີຍ​ຫຍັງຫຼາຍ​ລະ​ຫວ່າງ​
ເຂົາ​ເຈົ້າ.”

ຜູ້​ລົງ​ແຂ່ງ​ຂັນ​ໃນ​ພັກ​ເດ​ໂມ​ແຄ​ຣັດ ທີ່​ມີ​ຄະແ​ນນ​ຕາມຫຼັງ​ຜູ້​ນຳ​ໜ້າ​ຍັງ​ພິ​ຈາ​ລະ​ນາ​ການ​ໂຕ້
​ວາ​ທີ​ຄັ້ງ​ຕໍ່​ໄປ ​ແມ່ນ​ເປັນໂອ​ກາດ, ລວມ​ທັງ​ສະ​ມາ​ຊິກ​ສະ​ພາ​ສູງ​ຈາກ​ລັດ ຄາ​ລິ​ຟໍ​ເນຍ ທ່ານ
​ນາງ ຄາ​ມາ​ລາ ແຮ​ຣິ​ສ.

ທ່ານ​ນາງ ແຮ​ຣິ​ສ ກໍ​ໄດ້​ເພັ່ງ​ເລັງ​ໃສ່​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ເຊັ່ນ​ກັນ.

ສະ​ມາ​ຊິ​ກ​ສະ​ພາ​ສູງ ຄາ​ມາ​ລາ ແຮ​ຣິ​ສ ໄດ້​ກ່າວ​ວ່າ “ລາວ​ໄດ້ເຮັດ​ໃຫ້​ຄົນ ອາ​ເມ​ຣິ​ກັນ ຊັງ
​ກັນ, ແລະ ພວກ​ເຮົາ​ຕ້ອງ​ປົວ​ແປງ​ມັນ. ແລະ​ຂ້າ​ພະ​ເຈົ້າ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ມີ​ຄວາມ​ສາ​ມາດ​
ພິ​ເສດ​ໃນ​ການ​ນຳ​ເອົາ​ປະ​ເທດ​ເຮົາ​ມາ​ສາ​ມັກ​ຄີ​ກັນ​ອີກ.”

ນີ້​ຈະ​ເປັນ​ການ​ໂຕ້​ວາ​ທີ​ຂອງ​ຜູ້​ລົງ​ແຂ່ງ​ຂັນ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຄັ້ງ​ທີ 4 ແລະ ຜູ້​ແຂ່ງ
​ຂັນຫຼາຍ​ຄົນ​ ແມ່ນ​ໄດ້​ເຂົ້າ​ຮອບ​ການ​ໂຕ້​ວາ​ທີ​ໃນ​ຄັ້ງ​ຕໍ່​ໄປ​ແລ້ວ ເຊິ່ງ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​
ພະ​ຈິກນີ້.

A dozen Democratic presidential candidates will be on stage for the party's primary debate Tuesday night in Westerville, Ohio.The impeachment inquiry involving President Donald Trump is likely to be a major topic of discussion, as we hear from VOA National correspondent Jim Malone in Washington.

Front and center on the debate stage Tuesday will be the current Democratic frontrunner, Joe Biden whose lead in the polls recently has been slipping.

Biden told supporters this week he now favors impeaching President Trump.

"He has already convicted himself in full view of the world and the American people.Donald Trump has violated his oath of office, betrayed this nation and committed impeachable acts."


Biden has now joined the rest of the Democratic field in calling for Trump's impeachment, including his closest rival, Massachusetts Senator Elizabeth Warren.

"What he has done is he has committed impeachable offenses and he should be impeached."


Warren continues to build support and recent surveys show her effectively tied with Biden atop the Democratic field according to the Real Clear Politics average of polls.

Tuesday's debate will also feature the return to the campaign trail of Vermont Senator Bernie Sanders, who is recovering from a recent heart attack and reached out to supporters through a campaign video.

"And I also want to say that I am feeling great.I am getting my endurance back and I look forward to getting out on the campaign trail as soon as possible."

Much of Tuesday's debate is likely to focus on President Trump, says analyst John Fortier.

"I think impeachment is going to be front and center and I think the candidates are going to be all very strong on the fact that they are for impeachment.I don't think there is going to be much daylight between them."

Those Democrats running behind the frontrunners also see this next debate as an opportunity, including California Senator Kamala Harris.

Harris is also focused on President Trump.

"He is getting Americans to turn on each other, and we need to heal.And I know I am uniquely able to bring our country together."

This will be the fourth Democratic candidates' debate and several of the contenders have already qualified for the next debate in November.

XS
SM
MD
LG