ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

WHO ຊຸກຍູ້ໃຫ້ເພີ້ມ ການສັກຢາວັກຊິນ ໃຫ້ເດັກນ້ອຍ (ວີດິໂອສອງເລື້ອງ)


ລິງໂດຍກົງ

ການສັກຢາວັກຊິນ ຊ່ວຍຊີວິດ ຄົນເປັນລ້ານໆ ຄົນ (ເບິ່ງວີດິໂອ ຮຽນພາສາອັງກິດໄປພ້ອມ)

ສາລະຄະດີການແພດຂອງວີໂອເອອາທິດນີ້ ສະເໜີລາຍງານ
ກ່ຽວກັບການສັກຢາວັກຊິນ ປ້ອງກັນໂຣກໃຫ້ເດັກນ້ອຍ ຢູ່​ໃນ
ທົ່ວໂລກ ຂອງພະແນກພາສາອັງກິດພິເສດ ຊຶ່ງບົວສະຫວັນ
ຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ:

ລິງໂດຍກົງ

ອົງການອະນາໄມໂລກ ຫລື WHO ເວົ້າວ່າການສັກຢາວັກຊິນປ້ອງ​ກັນພະຍາດ​ຕ່າງໆ
ໄດ້ຊ່ວຍຮັກສາຊີວິດຂອງເດັກນ້ອຍ ສອງຫາສາມລ້ານຄົນໄວ້ໄດ້ ໃນແຕ່ລະປີ. WHO
ເວົ້າອີກວ່າ ເກືອບຮອດ 80 ເປີເຊັນຂອງເດັກທາຣົກ ໄດ້ຮັບການສັກຢາກັນພະຍາດ
ຕ່າງໆ ເຊັ່ນ ໂຣກຄໍຕີບ, ໂຣກຫັດ ຫລືໂຣກຕຸ່ມຄັນເຕັມຕົວ ແລະອາການໄອໄກ່. ແຕ່ວ່າ
ສ່ວນທີ່ເຫລືອ 20 ເປີເຊັນຂອງເດັກນ້ອຍ ຫລືມີເດັກນ້ອຍ ປະມານ 22 ລ້ານຄົນໃນທົ່ວ
ໂລກ ບໍ່ໄດ້ຮັບການປ້ອງກັນດັ່ງກ່າວ. ທ່ານ Jean-Marie Okwo-Bele ຜູ້ອໍານວຍ
ດ້ານການສັກຢາກັນພະຍາດຂອງ WHO ເວົ້າວ່າ ເພາະສະນັ້ນ ການດໍາເນີນຄວາມພະ ຍາຍາມຫລາຍໆຢ່າງ ເພື່ອເຮັດໃຫ້ ໂຣກໂປລິໂອ ແລະໂຣກຫັດ ຫລືໂຣກຕຸ່ມຄັນ ໝົດ​ໄປນັ້ນ ຈຶ່ງບໍ່ປະສົບຜົນສໍາເລັດ. ແຕ່ວ່າ ດຣ. Okwo-Bele ກໍເວົ້າວ່າຄ່າຂອງຢາວັກຊິນ
ຊະນິດໃໝ່ ແມ່ນ​ແພງເກີນໄປສໍາລັບເດັກນ້ອຍ ໃນບັນດາປະເທດທີ່ທຸກຈົນ.

ດຣ. Okwo-Bele ກ່າວວ່າ ຢາວັກຊິນຊະນິດໃໝ່ ທີ່ມີໄວ້ເພື່ອປ້ອງ​ກັນພະຍາດ​
ຮ້າຍ​ແຮງ
ທີ່​ເປັນຕົວການສັງຫານຊີວິດເດັກນ້ອຍລາຍໃຫຍ່ສຸດສອງຢ່າງ ຄືໂຣກ
ປອດບວມ
ແລະໂຣກຖອກທ້ອງ-ບັນດາຢາວັກຊິນເຫລົ່ານີ້ ເດັກນ້ອຍສ່ວນໃຫຍ່
ໃນໂລກແມ່ນບໍ່ສາມາດໄດ້ຮັບ
. ແລະພວກເຮົາຮູ້ວ່າ ຈໍານວນການເສຍຊີວິດ
ຂອງເດັກນ້ອຍຈະຫລຸດລົງເພີ້ມອີກ
​ແຕ່ນຶ່ງຫາ​ນຶ່ງ​ລ້ານຫ້າແສນຄົນ ທີ່ເສຍຊີວິດ
ນັ້ນ
ຖ້າຊ່ອງທາງເຂົ້າຮັບການສັກຢາວັກຊິນເກືອບໝົດທຸກຢ່າງໄດ້ ມີເພີ້ມຂຶ້ນ.”

WHO ເວົ້າວ່າ ສ່ວນ​ໃຫຍ່​ຂອງພວກເດັກນ້ອຍທີ່ໄດ້ຮັບການສັກຢາວັກຊິນຂອງສະຫະ
ປະຊາຊາດ ແມ່ນດໍາລົງຊີວິດຢູ່ທະວີບອາຟຣິກາ ແລະ ເອເຊຍຕາເວັນອອກສຽງໃຕ້.
80 ເປີເຊັນຂອງພວກທີ່ບໍ່ໄດ້ຮັບການສັກ ຢາວັກຊິນ ຕ້ານພະຍາດທີ່ປ້ອງກັນໄດ້ ແມ່ນ
ດໍາລົງຢູ່ໃນ 10 ປະເທດ. ລາຍ​ຊື່​ຂອງບັນດາປະເທດເຫລົ່ານີ້ ​ແມ່ນມີລວມທັງໄນຈີເຣຍ,
ສາທາລະນະລັດປະຊາທິປະ​ໄຕຄອງໂກ, ອິນເດຍ, ອິນໂດເນຍ ແລະປາກິສຖານ.

ດຣ. Okwo-Bele ເວົ້າອີກວ່າ ແຫລ່ງຊັບພະຍາກອນທີ່ມີຈໍາກັດ ສໍາລັບລະບົບການດູ
ແລສຸຂະພາບ ຍັງເປັນໄພຂົ່ມຂູ່ ຕໍ່ຄວາມສາມາດຂອງປະເທດທີ່ທຸກຈົນໃນການສັກຢາ
ປ້ອງກັນພະຍາດ. ຍົກຕົວຢ່າງບາງປະເທດ ບໍ່ສາມາດທີ່ຈະເກັບຮັກສາຢາວັກຊິນ ໃຫ້ຢູ່
ໃນອຸນນະພູມເຢັນຕະຫລອດເວລາ ຈົນກວ່າຈະສາມາດເອົາມັນອອກມາໃຊ້ໄດ້. ແຕ່ວ່າ ພວກເຈົ້າໜ້າທີ່ກ່າວວ່າ ໄດ້ມີການປັບປຸງບາງຢ່າງ​ໃຫ້​ດີ​ຂຶ້ນໃນການສົ່ງຢາວັກຊິນໄປຫາ ຄລີນິກ ແລະເດັກນ້ອຍ.

ດຣ. Okwo-Bele ເວົ້າເພີ້ມວ່າ “ຢູ່ໃນປະເທດເບນິນ ໃນປີກາຍນີ້, ເປັນຄັ້ງທໍາ
ອິດທີ່ພວກເຮົາໄດ້ໃຊ້ຢາວັກຊິນ
, ຢາວັກຊິນໃໝ່ ທີ່ໄດ້ຜະລິດຂຶ້ນມາເພື່ອສູ້ກັບ
ອາການໄຂສັນຫລັງອັກເສບ
ຊຶ່ງເປັນການແຜ່ລະບາດຢູ່ໃນເບນິນ ແລະຂົງ ເຂດທະວີບອາຟຣິກາຕາເວັນຕົກ. ສະນັ້ນ ພວກເຮົາໃຊ້ຢາວັກຊິນນັ້ນ ຢູ່ນອກ
ຂອດຂອງການເກັບໄວ້ໃນຄວາມເຢັນ
ເປັນເວລານານເຖິງ 4 ມື້ ຢູ່ໃນຂັ້ນເມືອງ ແລະສຸກສາລາ. ແລະນີ້ເປັນບາດກ້າວອັນໃຫຍ່ຫລວງ ໃນການຊ່ວຍປຸກລະດົມ
ດ້ານການສັກຢາກັນພະຍາດ
ໂດຍສະເພາະ ແມ່ນຢູ່ໃນຂົງເຂດເຫລົ່ານີ້ ບ່ອນ
ທີ່ພວກເຮົາ
ບໍ່ມີຂອດຮັກສາຄວາມເຢັນໄວ້ ຢ່າງພຽບພ້ອມນັ້ນ.”

ອົງການອະນາໄມໂລກເວົ້າອີກວ່າ ລັດຖະບານບັນດາປະເທດຕ່າງໆ ຕ້ອງໄດ້ສັກຢາກັນ
ພະຍາດໃຫ້ແກ່ເດັກນ້ອຍເພີ້ມຂຶ້ນ. ອົງການສະຫະປະຊາຊາດຍັງເວົ້າອີກວ່າ ເຈົ້າໜ້າທີ່
ດ້ານສາທາລະນະສຸກ ແລະລັດຖະບານປະເທດຕ່າງໆ ຕ້ອງປະຕິບັດງານໃຫ້ດີກວ່າເກົ່າ
ໃນການແຈ້ງໃຫ້ ປະຊາຊົນຮູ້ ເຖິງຜົນປະໂຫຍດຂອງການສັກຢາວັກຊິນ. ດຣ. Okwo-
Bele ແນະນໍາວ່າ ການເຮັດແນວນັ້ນ ​ແມ່ນລວມທັງເຮັດໃຫ້​ເປັນ​ທີ່​ແນ່ໃຈວ່າ ປະຊາຊົນ
ເຂົ້າໃຈວ່າ ຫລາຍເລື້ອງກ່ຽວກັບຢາວັກຊິນ ກໍບໍ່ຖືກຕ້ອງ.

ແລະນັ້ນ ແມ່ນລາຍງານການແພດ ຈາກພະແນກພາສາອັງກິດພິເສດຂອງວີໂອເອ.
ທ່ານສາມາດຮຽນພາສາອັງກິດ ຈາກຂ່າວກ່ຽວກັບສຸຂະພາບແລະການແພດໄດ້ຕື່ມອີກ
ຢູ່ໃນເວັບໄຊ້ຮຽນພາສາອັງກິດຂອງວີໂອເອ. ທ່ານຍັງສາມາດທີ່ຈະຊອກເບິ່ງວີດິໂອ
ທີ່ມີພາສາອັງກິດຂຽນໃສ່ທາງກ້ອງຂອງບົດລາຍງານ ຢູ່ໜ້າຮຽນພາສາອັງກິດຂອງ
ວີໂອເອ ໃນ YouTube ໄດ້ອີກດ້ວຍ.

ເບິ່ງວີດິໂອພາສາອັງກິດ ທີ່ກ່ຽວຂ້ອງກັບເລື້ອງນີ້:

XS
SM
MD
LG