ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວຕ່າງດ້າວ ຖືກດຶງດູດເຂົ້າໄປສູ່ ວັດທະນາທຳ ຂອງ Silicon Valley


Immigrants Drawn to Silicon Valley Culture
please wait

No media source currently available

0:00 0:02:09 0:00

ຊາວຕ່າງດ້າວ ທີ່ຖືກດືງດູດໃຫ້ເຂົ້າໄປສູ່ວັດທະນາທຳ ຢູ່ໃນເຂດ Silicon Valley ລັດ California.

ເຂດ​ Silicon Valley ​ໃນລັດ California ​ຊຶ່ງເປັນທີ່ຮູ້ກັນດີ​ໃນ​ການ​ເລີ້ມຕົ້ນ​ຕັ້ງບໍລິສັດ high-tech ​ນັ້ນ ສາມາດອະທິບາຍ​ໄດ້ວ່າ ເປັນບ່ອນປະສົມປະສານທາງ​ດ້ານວັດທະນະ ທໍາ ແລະພາສາຕ່າງໆ ຊຶ່ງທັງໝົດ​ແມ່ນເຕົ້າໂຮມກັນຢູ່ໃນຂົງເຂດຂອງບໍລິສັດເທັກໂນໂລ ຈີ. ໃນຂະນະທີ່ພະຍາ​ຍາມລິເລີ້ມຕັ້ງບໍລິສັດ ໃນຖານະ​ທີ່ເປັນຄົນຕ່າງດ້າວນັ້ນ ມັນຈະ​ເປັນ​ການຍາກລຳບາກຢູ່​ໃນບາງບ່ອນ ​ແຕ່​ຈະບໍ່ແມ່ນໃນກໍລະນີຂອງ​ເຂດ Silicon Valey ນັ້ນ ຄື​ຄຳ​ເວົ້າຂອງຄູ່ຮ່ວມງານຜູ້ກໍ່ຕັ້ງ ບໍລິສັດ​ທີ່ຮ້ອງວ່າ Osmo. ຄືດັ່ງຜະລິດຕະພັນຂອງລາວ ທີ່ໄດ້ອອກແບບໃຫ້ແກ່ພວກເດັກ ນ້ອຍ ​ເຂດ Silicon Valle ກຳລັງທັບມ້າງອຸບປະສັກ ທີ່ ກີດຂວາງ ທາງ​ດ້ານວັດທະນາທຳ. Elizabeth Lee ​ໄດ້ໃຫ້ການອະທິບາຍຢູ່ໃນລາຍ ງານ ນີ້ ຈາກເມືອງ Palo Alto ລັດ California ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ນາງ Hayley Chu ແລະນ້ອງຊາຍຂອງລາວໄດ້ຊື້ເຄື່ອງຫລິ້ນນີ້ບໍ່ພໍເທົ່າໃດນາທີຜ່ານ ມານີ້.

ນາງ Rochelle Chu ຜູ້ເປັນແມ່ກ່າວວ່າ “ບໍ່ມີປື້ມອ່ານ​ໃຫ້​ຄຳແນະນຳບອກໃຫ້ຮູ້ວິທີ ຫລິ້ນ ​ແຕ່ເຂົາເຈົ້າພາກັນເລີ້ມຫລິ້ນໄປໂລດ.”

ເຂົາເຈົ້າພາກັນທົດລອງເຄື່ອງຫລິ້ນລຸ້ນຫລ້າສຸດຂອງບໍລິສັດ Osmo ທີ່​ໃຊ້ລະຫັດ. ມັນ ສອນໃຫ້ພວກເດັກນ້ອຍທີ່ມີອາຍຸນ້ອຍເຖິງຫ້າປີ ໃຫ້ຮູ້ຈັກເຖິງພື້ນຖານຄວາມຄິດກ່ຽວ​ກັບ ລະຫັດ. ນີ້ຮວມທັງການບັນຊາການ ໃນວິທີທາງທີ່ມີ​ເຫດຜົນ​ກັບເຄຶ່ອງຫລິ້ນ ທີ່ເປັນກ້ອນ ເຫລົ່ານີ້ ເພື່ອໃຫ້ໂຕສັດຢູ່ໃນ iPad ນັ້ນຮູ້ວ່າ ຈະເຮັດຢ່າງໃດ.

ທ່ານ Pramod Sharma ຜູ້​ຮ່ວມກໍ່ຕັ້ງບໍລິສັດ Osmo ກ່າວວ່າ “ສິ່ງສຳຄັນກໍຄືແນວຄິດ ຂອງ ທ່ານນັ້ນແມ່ນຫຍັງ? ທ່ານ​ຄິດ​ຢ່າງ​ໃດ? ການໃຊ້ພາສາທີ່​ເປັນລະຫັດໃຫ້ໜ້ອຍ ລົງ. ລະຫັດ ທ່ານສາມາດຄິດເຖິງການສື່ສານລະຫວ່າງເຄຶ່ອງຈັກ ແລະ​ໂຕທ່ານ​ເອງ.”

ນາງ Rochelle ກ່າວວ່າ “ມັນດີເພາະວ່າ ມັນແນະນຳໃຫ້ເຂົາເຈົ້າໃນວິທີທາງທີ່ເປັນ ເພື່ອນມິດ ​ເພື່ອ​ໃຫ້ເຂົາເຈົ້າສາມາດທົດລອງ ແລະຫລີ້ນ ແລະກໍບໍ່ມີ​ຄວາມຢ້ານກົວ.”

ຜູ້ຮ່ວມກໍ່ຕັ້ງບໍລິສັດ Osmo ທ່ານ Pramod Sharma ກ່າວວ່າ ການບໍ່ຢ້ານທີ່​ຈະທົດລອງ ຍັງເປັນຄວາມຈິງຂອງວັດທະນາທຳ​ໃນການລິເລີ້ມ ຢູ່ໃນ​ເຂດ Silicon Valley.

ທ່ານ Sharma ກ່າວວ່າ “ພວກເຮົາກາຍມາ​ເປັນ​ຜູ້ອອກແບບ ​ໃນ​ການ​ປະ​ດິດຄິດ​ສ້າງ ໂດຍ​ມີຊັບພະຍາກອນພຽງ​ເລັກ​ນ້ອຍ​ໄດ້​ແນວ​ໃດ?​ ນັ້ນເປັນສິ່ງທ້າທາຍ. ສິ່ງທີ່ເຮັດໃຫ້ ມີຄວາມ ມ່ວນຊື່ນ ກໍ​ແມ່ນທ່ານ​ເອງທີ່ມີເສ ລີພາບຢ່າງຫລວງຫລາຍ. ທ່ານສາມາດ​ເຮັດ ໄດ້ ເກືອບວ່າທຸກຢ່າງ."

ທ່ານ Sharma ກ່າວວ່າ ເຄຶ່ອງຫລີ້ນທີ່​ມີ​ລະຫັດຂອງບໍລິສັດ Osmo ຈະເປັນທີ່ດືງດູດຢູ່​ໃນທົ່ວໂລກ ເພາະວ່າການຮຽນຮູ້​ໃນການສື່ສານກັບຄອມ ພິວເຕີ ​ແມ່ນ​ຢູ່​ເໜືອ​ຄວາມ ແຕກຕ່າງ​ທາງດ້ານພາສາ ແລະວັດທະນາທຳ. ເພາະສະນັ້ນ ທ່ານ Sharma ຈຶ່ງກ່າວວ່າ ບໍລິສັດຂອງທ່ານປະກອບໄປດ້ວຍຜູ້ຄົນທີ່ມາຈາກທົ່ວໂລກ.

ທ່ານ Sharma ກ່າວວ່າ “ພວກເຮົາຊອກ​ສະ​ແຫວ​ງຫາຜູ້ຄົນ​ທີ່​ມີພື້ນຖານ ​ແຕກ​ຕ່າງ​ໃນ​ດ້ານວັດທະນາທຳ ຢູ່ເລື້ອຍໆ ເພາະວ່າ ຜະລິດຕະພັນທີ່ພວກເຮົາສ້າງ ແມ່ນສຳລັບ ເດັກ ນ້ອຍ ແລະເຂົາເຈົ້າຢູ່ທຸກຫົນແຫ່ງທີ່ພະ ຍາຍາມຮຽນຮູ້.”

ແຕ່ວ່າຄວາມຫລາກ​ຫລາຍ​ ແມ່ນ​ນອກເໜືອໄປກວ່າບໍລິສັດ​ ແລະ​ຜະລິດຕະພັນ​ຂອງ​ທ່ານ
Sharma. ມັນເປັນການສະທ້ອນ​ໃຫ້​ເຫັນ ຂອງ​ເຂດ Silicon Valle ບ່ອນທີ່ພາສາຂອງ ຄອມພິວເຕີແລະເທັກໂນໂລຈີ​ເຊື່ອມ ​ໂຍງ​ຜູ້ຄົນ ທີ່​ມາຈາກປະເພນີທີ່ແຕກຕ່າງກັນ ທີ່ເຮັດ ວຽກ ແລະຢູ່ທີ່ນີ້ ​ໃຫ້​ເຂົ້າຫາ​ກັນ.

ທ່ານ Sharma ກ່າວວ່າ “ຂ້າພະເຈົ້າຄິດວ່າ ປະສົບ​ພະກາ​ນຂອງຂ້າພະ ເຈົ້າເປັນເລື້ອງ ທີ່ສຳຄັນຫຼາຍ ກ່ອນສິ່ງທີ່ທ່ານຄິດ ແລະຂັ້ນຕອນ​ໃນ​ການຄິດຂອງທ່ານເປັນຢ່າງໃດ ແທນທີ່ຈະ​ແມ່ນ​ວ່າ ທ່ານມີ​ຮູບ​ຮ່າງ​ລັກສະນະ​ແບບໃດ ພາສາຫຍັງທີ່ທ່ານປາກ ແລະ ທ່ານມີສຳນຽງ​ແບບໃດ.”

ການປະສົມປະສານລະຫວ່າງຄວາ​ມຫລາກ​ຫລຍາຍ ທາງ​ດ້ານ​ວັດທະ ນະທຳແລະແນວ ຄິດ ພ້ອມ​ທັງເສລີພາບການປະດິດຄິດສ້າງ ອາດເປັນເພາະວ່າ ເປັນຫຍັງພວກນັກວິສະ ວະ ກອນ ແລະບັນດານັກວິທະຍາສາດຄອມພິວເຕີ ຈາກທົ່ວໂລກ ຈຶ່ງຖືກດືງດູດໃຫ້ເຂົ້າ ມາຢູ່ໃນ​ເຂດ Silicon Valley.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG