ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໖ ພຶດສະພາ ໒໐໒໔

ກອງທຶນການເງິນລະຫວ່າງປະເທດ ເຕືອນອາຟຣິກາ ກ່ຽວກັບຄວາມສ່ຽງທາງດ້ານເສດຖະກິດ ໃນຂະນະທີ່ເສດຖະກິດຂອງ ຈີນ ຄ່ອຍໆຫຼຸດລົງ


ແຟ້ມຮູບ-ປະທານປະເທດຈີນ ທ່ານສີ ຈິ້ນຜິງ, ກາງ, ແລະປະທານາທິບໍດີອາຟຣິກາໃຕ້ ທ່ານຊີຣີລ ຣາມາໂຟຊາ, ຄົນທີສອງຈາກຊ້າຍ, ເຂົ້າຮ່ວມກອງປະຊຸມໂຕະມົນໃນນະຄອນໂຈຮັນເນັສເບີກ, ວັນທີ 24 ສິງຫາ 2023.
ແຟ້ມຮູບ-ປະທານປະເທດຈີນ ທ່ານສີ ຈິ້ນຜິງ, ກາງ, ແລະປະທານາທິບໍດີອາຟຣິກາໃຕ້ ທ່ານຊີຣີລ ຣາມາໂຟຊາ, ຄົນທີສອງຈາກຊ້າຍ, ເຂົ້າຮ່ວມກອງປະຊຸມໂຕະມົນໃນນະຄອນໂຈຮັນເນັສເບີກ, ວັນທີ 24 ສິງຫາ 2023.

ກອງ​ທຶນ​ການ​ເງິນ​ສາ​ກົນ​ໄດ້​ເຕືອນບັນດາ​ປະ​ເທດ​ອາ​ຟ​ຣິ​ກາ​ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການຕົກ​ຕ່ຳຂອງລະບົບ​ເສດ​ຖະ​ກິດຢູ່​ໃນ​ພາກ​ພື້ນ ແລະ​ຜົນ​ກະ​ທົບເປັນໄລຍະໆທີ່ເສດ​ຖະ​ກິດທີ່​ຊ້າ​ລົງ​ຂອງຈີນອາດ​ນຳ​ມາ. ໂມຮໍາເມັດ ຢູຊາຟ (Mohammed Yusuf) ມີລາຍງານ, ທິບສຸດາ ມີລາຍລະອຽດ.

ອາ​ຟຣິ​ກາ ​ແລະ ​ຈີນ​ ໄດ້ພະຍາຍາມ​ສ້າງ​ສາຍ​ພົວ​ພັນ​ທາງ​ເສດ​ຖະ​ກິດ​ໃນ​ໄລ​ຍະ 20 ປີ​ທີ່​ຜ່ານ​ມາ, ໂດຍເຮັດ​ໃຫ້​ຍັກ​ໃຫຍ່ແຫ່ງເອ​ເຊຍດັ່ງ​ກ່າວ ກາຍ​ເປັນ​ຄູ່​ຮ່ວມ​ມືທາງ​ການ​ຄ້າ​ທີ່ໃຫຍ່​ທີ່​ສຸດ​ຂອງ​ທະ​ວີບແຫ່ງນີ້.
ອາຟຣິກາ ສົ່ງອອກໂລຫະ, ແຮ່ທາດ ແລະນໍ້າມັນເຊື້ອໄຟໄປ ຈີນ, ໃນຂະນະທີ່ ມີການນໍາເຂົ້າສິນຄ້າ ແລະເຄື່ອງຈັກຈາກປະເທດດັ່ງກ່າວນັ້ນ.
ກອງ​ທຶນ​ສາ​ກົນ​ ຫຼື IMF ກ່າວວ່າ ການ​ຮ່ວມ​ມື​ ແມ່ນ​ໄດ້​ຮັບ​ໄພ​ຂົ່ມ​ຂູ່​ໂດຍ ລະບົບ​ເສດ​ຖະ​ກິດທີ່ຊ້າລົງ​ຂອງ ​ຈີນ, ປະຊາກອນ​ຜູ້​ສູງ​ອາ​ຍຸຂອງພວກເຂົາ, ຄວາມ​ເຄັ່ງ​ຕຶງທາງ​ດ້ານ​ການ​ຄ້າ, ພູມ​ສາດ​ການ​ເມືອງ ​ແລະ​ຜົນ​ກະ​ທົບຢ່າງ​ຕໍ່​ເນື່ອງ​ຈາກ​ການລະ​ບາດໃຫຍ່ຂອງພະຍາດ COVID-19.

ທ່ານອາດານ ອິບຣາຮິມ (Adan Ibrahim) ນັກທຸລະກິດຈາກເຄນຢາ ເຊິ່ງນຳ ເຂົ້າຍານພາຫະນະ ແລະອາໄຫຼ່ລົດຈັກຈາກ ຈີນ. ທ່ານກ່າວວ່າ ມັນຫຍຸ້ງຍາກ ມາ​ໄດ້​ໄລ​ຍະ​ໃດ​ນຶ່ງ​ແລ້ວ ທີ່ຈະເຂົ້າເຖິງບໍລິສັດຕ່າງໆຂອງຈີນ ເນື່ອງຈາກຂໍ້ຈໍາ ກັດທາງດ້ານສຸຂະພາບກ່ຽວກັບພະຍາດ COVID-19.

ທ່ານອິບຣາຮິມ ກ່າວວ່າ:

"ການຈໍາກັດວີຊາ ມີລັກສະນະຍາກຫຼາຍ ເນື່ອງຈາກພວກເຂົາອະນຸຍາດຄົນຈໍາ ນວນໜ້ອຍດຽວຕໍ່ເດືອນເທົ່ານັ້ນ. ມາຮອດປັດຈຸບັນ ພວກເຂົາຍັງບໍ່ທັນໄດ້ເປີດ ຄືນໃຫມ່ຢ່າງສົມບູນ. ໃນກໍລະນີຂອງເຄື່ອນໄຫວຂອງຄົນພາຍໃນປະເທດ ພວກເຂົາກໍ່ຍັງຖືກຈໍາກັດໃນເວລາທີ່ພວກເຂົາເຈົ້າເດີນທາງຢູ່ໃນຈີນ. ພວກທ່ານຕ້ອງໄດ້​ທຳ​ການກວດກາບັນຫາສຸຂະພາບ​ຢ່າງ​ຈິງ​ຈັງ, ມີ​ສິ່ງ​ທ້າ​ທາຍ​ບາງ​ຢ່າງ, ທັງທາງ​ດ້ານ​ເສດ​ຖະ​ກິດ ແລະດ້ານ​ສຸ​ຂະ​ພາບຢ່າງກວ້າງຂວາງ.”

ໃນ​ເດືອນ​ທັນວາ​ປີ 2022, ຈີນ​ ໄດ້​ຍົກ​ເລີກ​ຂໍ້​ຈຳກັດ​ກ່ຽວ​ກັບ​ພະຍາດໄວ​ຣັສ​ໂຄ​ໂຣນາ ​ທີ່​ຂັດຂວາງ​ການ​ເຄື່ອນ​ໄຫວຂອງສິນຄ້າ ​ແລະ​ການໄປມາຂອງຄົນ​ ທີ່ສະດວກສະບາຍ.

ທ່ານເກີຣີຊອນ ອິເກຍຣາ (Gerrishon Ikiara) ເຊິ່ງເປັນຜູ້ບັນຍາຍທາງດ້ານ ເສດຖະສາດສາກົນ ​ກ່າວ​ວ່າ ບັນຫາຕ່າງໆດ້ານ​ເສດຖະກິດ​ທີ່ ​ຈີນ ​ແລະບັນດາ​ປະ​ເທດ​ອາ​ຟຣິກາ​ປະ​ເຊີນ​ໜ້າ​ຢູ່ນັ້ນ ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ການ​ພົວພັນທາງ​ດ້ານ​ການ​ຄ້າ.

ທ່ານອິເກຍຣາ ກ່າວວ່າ:

"ເມື່ອເສດຖະກິດໃນອາຟຣິກາໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ ຫຼື ບັນຫາ ອື່ນໆທີ່ອາດຈະສົ່ງຜົນກະທົບຕໍ່ຂະແຫນງການຕ່າງໆ, ຜົນກະທົບທາງລົບແມ່ນ ຮູ້ສຶກໄດ້ຢູ່ໃນປະເທດຈີນ ແລະຖ້າມັນກໍາລັງເກີດຂື້ນໃນປະເທດຈີນ, ຜົນກະທົບ ທາງລົບ ແມ່ນຮູ້ສຶກໄດ້ໃນອາຟຣິກາເຊັ່ນກັນ. ດັ່ງນັ້ນ, ມັນ ເປັນສິ່ງສໍາຄັນທີ່ ທັງລະບົບເສດຖະກິດຂອງ ຈີນ ແລະ ລະບົບເສດຖະກິດຂອງ ອາຟຣິກາ ຄວນດໍາເນີນໄປໃນທາງທີ່ດີ ເພື່ອສ້າງຄວາມສໍາພັນທາງການຄ້າທີ່ມີສຸຂະພາບ ທີ່ເຂັ້ມແຂງຂຶ້ນ."
ທ່ານອິບຣາຮິມ ກ່າວ​ວ່າ ໃນຂະນະ​ທີ່​ ຈີນ ປ່ຽນແປງ​ການ​ຄວບ​ຄຸມກົດຂໍ້ບັງຄັບ ພະຍາດ COVID-19 ຢູ່​ນັ້ນ, ລາຄາ​ສິນຄ້າກໍ​ໄດ້​ເພີ່ມ​ຂຶ້ນ, ​ແລະ​ບໍ່​ມີ​ລູກ​ຄ້າ​ຄົນ​ໃດ​ສາມາດ​ຊື້ພວກມັນ​ໄດ້ເລີຍ.

ທ່ານອິບຣາຮິມ ກ່າວວ່າ:

“ສິນຄ້າທີ່ພວກເຮົາເຄີຍຊື້ດ້ວຍລາຄາທີ່ມີລັກສະນະຖືກກ່ອນຊ່ວງ COVID-19, ປະຈຸບັນ ຂຶ້ນເປັນສາມເທົ່າຂອງລາຄາທີ່ພວກເຮົາຊື້ໃນບໍ່ດົນມານີ້. ແລະນັ້ນຫມາຍຄວາມວ່າ ລູກຄ້າຈະຕ້ອງຫຼຸດລົງ. ຖ້າລາຄາສິນຄ້ານັ້ນເພີ່ມຂຶ້ນ, ມັນກໍຈະບໍ່ມີລູກຄ້າເລີຍ. ແລະຕົວພວກເຮົາເອງ, ໂດຍປົກກະຕິ ພວກເຮົາຫຼຸດ ຂະໜາດລົງ, ຫຼື ປົກກະຕິພວກເຮົາຫຼຸດຫຸ້ນຂອງພວກເຮົາລົງ ໂດຍທີ່ພວກ ເຮົາຈະບໍ່ສູນເສຍຫຍັງ."

ການ​ຟື້ນ​ຕົວຄືນ​ຂອງ​ເສດຖະກິດ​ຈີນ​ຈາກ​ການ​ລະບາດໃຫຍ່ ​ດໍາເນີນໄປຢ່າງ ຊ້າໆໃນຊ່ວງບໍ່ເທົ່າໃດເດືອນມານີ້ ​ເນື່ອງຈາກ​ຕະຫຼາດ​ຊັບ​ສິນ​ເຊັ່ນ​ເຮືອນ ​ທີ່​ຝືດ​ເຄືອງ ​ແລະ​ການ​ໃຊ້​ຈ່າຍທີ່ຈໍາກັດ​ຂອງ​ຜູ້​ບໍລິ​ໂພ​ກ.

ຂໍ້​ມູນ​ການ​ຄ້າ​ຂອງ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ສົ່ງ​ອອກ​ແລະ​ການ​ນຳ​ເຂົ້າ​ສືບ​ຕໍ່​ຫຼຸດ​ລົງ ​ຍ້ອນວ່າ​ຄວາມ​ຕ້ອງ​ການ​ຂອງ​ສິນ​ຄ້າ​ຈີນນັ້ນ ​ຫຼຸດ​ລົງ.
ທ່ານອິເກຍຣາ ກ່າວວ່າ ອາຟຣິກາຈໍາເປັນຕ້ອງຊອກຫາຄູ່ຄ້າໃຫມ່ ເພື່ອພັດທະ ນາເສດຖະກິດຂອງຕົນ.

ທ່ານອິເກຍຣາ ກ່າວວ່າ:

"ຖ້າ​ເສດຖະກິດຂອງ​ຈີນຝືດ​ເຄືອງ, ອາ​ຟຣິກາ ຈໍາເປັນ​ຕ້ອງ​ຫັນປ່ຽນ​ຄູ່​ຮ່ວມ​ມື​ທາງດ້ານການ​ຄ້າ ​ແລະ​ຫັນປ່ຽນ​ການ​ນຳ​ເຂົ້າ ຫຼື ​ການ​ສົ່ງ​ອອກ​ໄປ​ຍັງ​ເອເຊຍ, ພາກສ່ວນອື່ນໆຂອງອາຟຣິກາ, ອາເມຣິກາລາ​ຕິນ ແລະ ສະຫະລັດກໍເຊັ່ນ ດຽວກັນ, ຖ້າ​ມັນມີ​ບັນຫາກັບ​ການ​ສົ່ງສິນຄ້າ​ອອກ​ໄປ​ ຈີນ​. ພວກເຮົາຈໍາເປັນ ຕ້ອງຊອກຫາຕະຫຼາດໃໝ່.”

ອົງການ IMF ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ​ ອາ​ຟຣິກາ ຈົ່ງ​ຫັນປ່ຽນ​ເສດຖະກິດ ຂອງພວກເຂົາ, ​ເພີ່ມ​ທະວີ​ການ​ຮ່ວມມືທາງດ້ານ​ການ​ຄ້າຢູ່​ໃນ​ພາກ​ພື້ນ ​ແລະ ສ້າງ​ສະພາບ​ແວດ​ລ້ອມ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ທີ່ອໍານວຍຄວາມ​ສະດວກ​ ເພື່ອ ໃຫ້​ບັນດາ​ວິ​ສາ​ຫະກິດ​ຢູ່ໃນທ້ອງຖິ່ນ ​ແລະ ຕ່າງປະ​ເທດ​ຈະເລີນຮຸ່ງເຮືອງຂຶ້ນ.

ອ່ານບົດລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG