ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະຜູ້ແທນ ຈາກກອງທຶນສາກົນ (IMF) ຢ້ຽມຢາມ ສຣີລັງກາ ທີ່ກຳນລັງປະເຊີນກັບວິກິດການດ້ານການເງິນ ໂດຍເວລາໃກ້ຈະໝົດແລ້ວ


ແຟ້ມພາບ: ຊາຍຄົນນຶ່ງ ນອນຢູ່ຕຽງພັບໄດ້ ຢູ່ແຄມທາງຍ່າງໃນຂະນະທີ່ລາວລໍຖ້າໃນຄິວລົດ ເພື່ອຊື້ນ້ຳມັນ ຍ້ອນການຂາດແຄນນ້ຳມັນ ທ່າມກາງວິກິດການດ້ານເສດຖະກິດຂອງປະເທດ, ໃນນະຄອນຫຼວງໂຄລອມໂບ ຂອງສຣີລັງກາ, ວັນທີ 17 ມິຖຸນາ 2022.
ແຟ້ມພາບ: ຊາຍຄົນນຶ່ງ ນອນຢູ່ຕຽງພັບໄດ້ ຢູ່ແຄມທາງຍ່າງໃນຂະນະທີ່ລາວລໍຖ້າໃນຄິວລົດ ເພື່ອຊື້ນ້ຳມັນ ຍ້ອນການຂາດແຄນນ້ຳມັນ ທ່າມກາງວິກິດການດ້ານເສດຖະກິດຂອງປະເທດ, ໃນນະຄອນຫຼວງໂຄລອມໂບ ຂອງສຣີລັງກາ, ວັນທີ 17 ມິຖຸນາ 2022.

ທີມງານຂອງອົງການກອງທຶນສາກົນ ຫຼື IMF ໄດ້ເດີນທາງຮອງປະເທດສຣີລັງກາ ໃນວັນຈັນມື້ນີ້ ເພື່ອເຈລະຈາກ່ຽວກັບໂຄງການຊ່ອຍເຫຼືອດ້ານການເງິນເພື່ອບໍ່ໃຫ້ລົ້ມລະລາຍ ແຕ່ເວລາແມ່ນສັ້ນສຳລັບປະເທດນີ້ ພຽງບໍ່ເທົ່າໃດວັນ ຈາກການບໍ່ມີນ້ຳມັນເຊື້ອໄຟເລີຍ ແລະເປັນໄປໄດ້ສູງທີ່ຈະບໍ່ໄດ້​ຮັບເງິນຊ່ອຍບັນເທົາ​ທຸກອີກຫຼາຍເດືອນ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ສຣີລັງກາ ​ໄດ້ຕໍ່ສູ້ກັບວິກິດການດ້ານການເງິນທີ່ຮ້າຍແຮງຂອງຕົນ ຕັ້ງແຕ່ໄດ້ເອກະລາດ ໃນປີ 1948 ເປັນຕົ້ນມາ ຂະນະທີ່ມີການຄຸ້ມຄອງດ້ານເສດຖະກິດທີ່ຜິດພາດມາໄດ້ຫຼາຍທົດສະວັດ ແລະວາງນະໂຍບາຍທີ່ມີຂໍ້ຜິດພາດເມື່ອມໍ່ໆມານີ້ ບວກກັບຖືກກະທົບຈາກພະຍາດໂຄວິດ-19 ຕໍ່ອຸດສາຫະກຳການທ່ອງທ່ຽວ ແລະ ການ​ໂອນ​ເງິນ​ຈາກ​ຕ່າງ​ປະ​ເທດ, ໄດ້​ເຮັດ​ໃຫ້ຄັງເງິນຕ່າງປະເທດຫລຸດລົງຕ່ຳເປັນປະຫວັດການ.

ປະເທດເກາະແຫ່ງນີ້ ທີ່ມີປະຊາກອນ 22 ລ້ານຄົນ ໄດ້ໂຈະການຈ່າຍໜີ້ສິນ ທີ່ມີມູນຄ່າ 12 ຕື້ໂດລາ ໃນເດືອນເມສາທີ່​ຜ່ານ​ມາ. ອົງການສະຫະປະຊາຊາດ ໄດ້ເຕືອນເຖິງໄພເງິນເຟີ້ທີ່ສູງຂຶ້ນ, ເງິນຕາຂອງປະເທດຕົກລົງ ແລະການຂາດແຄນນ້ຳມັນເຊື້ອໄຟ, ອາຫານ ແລະຢາ ຢ່າງຕໍ່ເນື່ອງ ຊຶ່ງອາດສົ່ງຜົນໃຫ້ເກີດວິກິດການດ້ານມະນຸດສະທຳໜັກຂຶ້ນ.

ທີມຂອງ IMF ເດີນທາງໄປຢ້ຽມນະຄອນຫຼວງໂຄລອມໂບ ຈົນຮອດວັນທີ 30 ມິຖຸນາ ແລະ ຈະສືບເຈລະຈາກ່ຽວກັບ ສິ່ງທີ່ເປັນໂຄງການຊ່ອຍກອບກູ້ ຄັ້ງທີ 17 ອີງຕາມການກ່າວຂອງ IMF ໃນວັນອາທິດວານນີ້.

ຖະແຫລງການຂອງອົງການທີ່ໃຫ້ກູ້ຢືມເງິນຂອງໂລກ ກ່າວວ່າ “ພວກກເຮົາຢືນຢັນຄືນອີກຄວາມໝັ້ນໝາຍຂອງພວກເຮົາ ທີ່ຈະສະໜັບສະໜຸນ ສຣີລັງກາ ທີ່ຢູ່ໃນຊ່ວງເວລາທີ່ຫຍຸ້ງຍາກ ຕາມແນວທາງດ້ານນະໂຍບາຍຕ່າງໆຂອງ IMF.”

ລັດຖະບານໂຄລອມໂບ ຫວັງວ່າ ການມາຢ້ຽມຂອງ IMF ທີ່ເປັນການການ​ຢ້ຽມ​ຢາມຊ້ອນກັນກັບການເຈລະຈາປັບໂຄງສ້າງໜີ້ສິນນັ້ນ ຈະນຳມາຊຶ່ງການຕົກລົງໃນລະດັບຂັ້ນພະນັກງານຢ່າງວ່ອງໄວ ແລະເລັ່ງສົ່ງໄປໃຫ້ຄະນະກຳມະການ IMF ເພື່ອການເບີກຈ່າຍ. ແຕ່​ສິ່ງນັ້ນ ໂດຍທົ່ວໄປແລ້ວແມ່ນໃຊ້ເວລາຫຼາຍເດືອນ ໃນຂະດຽວກັນ ສຣີລັງກາ ສ່ຽງທີ່ຈະຂາດແຄນຂຶ້ນຕື່ມອີກ ແລະເກີດຄວາມບໍ່ສະຫງົບທາງດ້ານການເມືອງ.

“ເຖິງແມ່ນວ່າຖ້າຂໍ້ຕົກລົງໃນລະດັບຂັ້ນພະນັກງານແມ່ນໄດ້ຖືກບັນລຸ, ການຮັບຮອງໂຄງການຂັ້ນສຸດທ້າຍ ຈະຕ້ອງຂຶ້ນຢູ່ກັບການຮັບປະກັນວ່າ ບັນດາເຈົ້າໜີ້ທັງຫຼາຍທີ່ລວມມີຈີນ ແມ່ນເຕັມໃຈທີ່ຈະສະໜອງການບັນເທົາໜີ້ໃຫ້ພຽງພໍ” ທ່ານແພດທຣິກ ຄູຣແຣນ (Patrict Curran) ນັກເສດຖະສາດອະວຸໂສ ປະຈຳ ບໍລິສັດຄົ້ນຄວ້າການລົງທຶນ Tillimer ຂອງສະຫະລັດ ທີ່ໄດ້ກ່າວໄປ. ທ່ານກ່າວຕື່ມວ່າ “ເມື່ອຄຳນຶງທຸກຢ່າງແລ້ວ ການປັບໂຄງສ້າງໜີ້ສິນຄືນໃໝ່ ແມ່ນເປັນໄປໄດ້ສູງວ່າຈະເປັນຂັ້ນຕອນທີ່ຍືດເຍື້ອ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG