ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກອງທຶນສາກົນ ຕັດອັດຕາ ການເຕີບໂຕ ເສດຖະກິດ ສຫລ ລົງ (ວີດີໂອ)


ຮູບພາບທ່ານນາງ Christine Lagarde ຫົວໜ້າບໍລິຫານ
ກອງທຶນສາກົນ ທີ່ເວົ້າກ່ຽວກັບເສດຖະກິດຂອງສະຫະລັດ ທີ່ນະຄອນວໍຊິງຕັນ ວັນທີ 16 ມິຖຸນາ 2014.
ຮູບພາບທ່ານນາງ Christine Lagarde ຫົວໜ້າບໍລິຫານ ກອງທຶນສາກົນ ທີ່ເວົ້າກ່ຽວກັບເສດຖະກິດຂອງສະຫະລັດ ທີ່ນະຄອນວໍຊິງຕັນ ວັນທີ 16 ມິຖຸນາ 2014.
ອົງການກອງ​ທຶນ​ສາກົນ​ ຫຼື IMF ກ່າວ​ວ່າ ​ເສດຖະກິດ​ຂອງ​
ສະຫະລັດ​ຈະ​ເຕີບ​ໂຕ​ຂຶ້ນ 2 ​ເປີ​ເຊັນ​ໃນ​ປີ​ນີ້.

​ໂຕ​ເລກ​ດັ່ງກ່າວ ​ແມ່ນ​ໄວ​ຂຶ້ນ​ກວ່າ​ປີ​ກາຍ​ນີ້​ໜ້ອຍ​ນຶ່ງ ​ແຕ່​ຕໍ່າ
ກວ່າການ​ທຳນາຍ​ຂອງອົງການ​ກອງ​ທຶນ​ສາກົນ​ກ່ອນ​ໜ້າ​ນີ້​
ຕັ້ງ​ຫຼາຍ.

ທ່ານ​ນາງ Christine Lagarde ຫົວໜ້າ​ບໍລິຫານອົງການ​
ກອງ​ທຶນ​ສາກົນ ກ່າວ​ວ່າ ​ເລື້ອງ​ດິນ​ຟ້າ​ອາກາດບໍ່​ດີຜິດ​ປົກ
ກະຕິ ​ໄດ້​ເປັນ​ສິ່ງ​ກີດຂວາງຕໍ່​ການ​ເຄື່ອນ​ໄຫວ​ຂອງ​ທຸລະ​ກິດ
​ແລະ​ເຮັດ​ໃຫ້ການ​ເສດຖະ ກິດ​ໃຫຍ່​ທີ່ສຸດ​ຂອງ​ໂລກ​ຫົດ​ໂຕ​ເຂົ້າ​ໜ້ອຍ​ນຶ່ງ​ ໃນ​ຊ່ວງ​ສາມ​
ເດືອນ​ທຳ​ອິດ​ຂອງ​ປີ​ນີ້.

ທ່ານ​ນາງ Lagarde ກ່າວ​ວ່າ ​ເສດຖະກິດ​ໄດ້ເລີ້ມ​ຟື້ນ​ໂຕ​ຄືນອີກ​ແລ້ວ ​ແລະ​ຈະ
​ແຂງ​ແຮງ​ຂຶ້ນ​ໃນ​ລະຍະ​ສອງ​ສາມ​ເດືອນ​ຂ້າງ​ໜ້າ​ນີ້ ​ແລະ​ກ່າວ​ຕື່ມ​ວ່າ “ພວກ​
ເຮົາ​ເຊື່ອ​ວ່າ ການ​ທີ່ເສດຖະກິດ​ເຕີບ​ໂຕ​ຊ້າ​ລົງ​ນີ້ ​ເປັນ​ການຊົ່ວຄາວ​
ເທົ່ານັ້ນ ​ແລະຈະມີໂອກາດ​ທີ່​ດີ​ຂຶ້ນໃນຕໍ່ໜ້ານີ້.”


ອົງການກອງ​ທຶນ​ສາກົນ ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ ຄວນ​ຈະ​ສືບ​ຕໍ່
​ທຳຄວາມ​ພະຍາຍາມ​ເພື່ອ​ກະ​ຕຸ້ນ​ເສດຖະກິດ​ດ້ວຍ​ການວາງ​ອັດຕາ​ດອກ​ເບ້ຍ
​ເງິນ​ກູ້​ຕໍ່າ ​ໃຊ້​ຈ່າຍ​ເງິນ​ຫຼາຍ​ຂຶ້ນ​ໃນ​ດ້ານ​ໂຄງ​ລ່າງ​ພື້ນຖານ ​ແລະ​ເພີ່ມ​ຄ່າ​ຈ້າງ​ຂັ້ນ
ຕໍ່າ ສຸດຂຶ້ນ​ອີກ. ທ່ານ​ນາງ Lagarde ກ່າວ​ຕື່ມ​ວ່າ ຄ່າ​ຈ້າງ​ຂັ້ນຕໍ່າ ສຸດ​ຂອງ​ສະ
ຫະລັດ ​ແມ່ນ​ຕໍ່າ ກວ່າ​ຄ່າ​ຈ້າງ​ຂັ້ນ​ຕໍ່າ ສຸດ​ຂອງ​ພວກ​ປະ​ເທດ​ຈະ​ເລີ​ນດ້ານ​ອຸດສາ
ຫະກຳ​ອື່ນໆ.

ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດ​ຂອງ​ທະນາຄານ​ກາງ​ຫຼື​ແຫ່ງ​ຊາດ​ຂອງ​ສະຫະລັດ ​ເລີ້ມ​
ທຳ​ການພົບ​ປະກັນ​ເປັນ​ປະຈຳ​ໃນ​ວັນ​ອັງຄານ​ມື້​ນີ້ ທີ່ນະຄອນຫຼວງ​ວໍ​ຊິງ​ຕັນ​ ​ບ່ອນ
ທີ່​ພວກ​ເຂົາ​ເຈົ້າ​ຈະ​ທຳ​ການ​ປະ​ເມິີນ​ເອງ​ກ່ຽວ​ກັບ​ເສດຖະກິດ ​ອະພິປາຍ​ກັນ​ເລື້ອງ​
ນະ​ໂຍບາຍ​ອັດຕາ​ດອກ​ເບ້ຍ​ເງິນ​ກູ້ ​ແລະ​ຄວາມ​ພະຍາຍາມ​ຕ່າງໆ​ເພື່ອ​ສົ່ງ​ເສີມ
ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ນັ້ນ.

ປະທານ​ທະນາຄານ​ກາງ​ສະຫະລັດ ທ່ານ​ນາງ Janet Yellen ຈະ​ພົບ​ປະ​ກັບ​ບັນ
ດາ​ນັກ​ຂ່າວ​ໃນ​ວັນ​ພຸດ​ມື້​ອື່ນ ​ເພື່ອ​ຈະ​ຊີ້​ແຈງ​ເລື້ອງ​ການ​ຕັດສິນ​ໃຈຕ່າງໆ​ຄັ້ງ​ຫລ້າ​
ສຸດ​ຂອງ​ທະນາຄານ​ກາງສະຫະລັດ​ນັ້ນ.

ເບິ່ງວີດີໂອ ກ່ຽວຂ້ອງ:
US Employers Add 217,000 Jobs; Unemployment Steady at 6.3%
please wait

No media source currently available

0:00 0:02:01 0:00
XS
SM
MD
LG