ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຢູໂຣບ ເລີ້ມເປີດ ເຂດອາກາດ ຂອງຕົນ ຄືນໃໝ່


ອົງການຄວບຄຸມ ການຈະລາຈອນທາງອາກາດ ຂອງສະຫະພາບຢູໂຣບ ກ່າວວ່າ ປະມານ 75 ເປີເຊັນ ຂອງຖ້ຽວບິນທັງໝົດ ໃນຢູໂຣບ ຈະຂຶ້ນບິນ ບໍລິການ ໃນວັນພຸດມື້ນີ້ ຂະນະທີ່ປະເທດຕ່າງໆ ເລີ້ມຍົກເລີກ ຂໍ້ຈຳກັດ ທີ່ມີສາເຫດ ຍ້ອນເຝື້ອຂີ້ເຖົ່າພູໄຟ ຈາກໄອສະແລນນັ້ນ. ເຂດອາກາດ ຂອງຫລາຍໆປະເທດ ຮວມທັງອັງກິດ ແລະເຢຍຣະມັນ ໄດ້ເລີ້ມເປີດຄືນໃໝ່ແລ້ວ ຫຼັງຈາກ ເຝື້ອຂີ້ເຖົ່າພູໄຟ ໄດ້ບັງຄັບໃຫ້ ມີການຍົກເລີກ ການສັນຈອນ ໄປມາທາງອາກາດ ແລະເຮັດໃຫ້ ຜູ້ໂດຍສານ ຕ້ອງໄດ້ຕົກຄ້າງ ຢູ່ຕາມສະໜາມບິນຕ່າງໆ ເປັນເວລາຫລາຍໆມື້ ໃນທົ່ວຢູໂຣບ. ສະມາຄົມ ການຂົນສົ່ງ ທາງອາກາດ ນາໆຊາດ ກ່າວວ່າ ການລົບກວນທີ່ວ່ານີ້ ໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ອຸສາຫະກັມການບິນ ຢ່າງນ້ອຍ 1 ພັນ 700 ລ້ານໂດລາ ຮວມທັງ 400 ລ້ານໂດລາຕໍ່ມື້ ໃນໄລຍະ 3 ມື້ທຳອິດ ຂອງການຍົກເລີກ ຖ້ຽວບິນຕ່າງໆນັ້ນ. ພວກສາຍການບິນກ່າວວ່າ ຈະຕ້ອງໄດ້ໃຊ້ເວລາ ຫລາຍໆມື້ ເພື່ອຈະຈັດສົ່ງຜູ້ໂດຍສານ ທີ່ຕົກຄ້າງຢູ່ຕາມ ສະໜາມບິນຕ່າງໆ ໃນຕ່າງປະເທດ ເປັນເວລາເກືອບນຶ່ງອາທິດ ທີ່ພວມຈະໝົດ ທັງຄວາມອົດທົນ ແລະເງິນຄຳນັ້ນ ໃຫ້ໄປເຖິງຈຸດໝາຍປາຍທາງ ຂອງພວກເຂົາເຈົ້າ.

XS
SM
MD
LG