ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ອົງການ IAEA ຈະໄປກວດກາ ສອງສະຖານທີ່ໃນ ຢູເຄຣນ ທີ່ ຣັດເຊຍ ກ່າວຫາວ່າ ຜະລິດລະເບີດສົກກະປົກ


ຜູ້ອຳນວຍການໃຫຍ່ອົງການປະລະມະນູສາກົນ ທ່ານ ຣາຟາແອລ ມາຣີອາໂນ ກຣອສຊີ, ກ່າວຄຳປາໄສຕໍ່ສື່ມວນຊົນຢູ່ສຳນັກງານໃຫຍ່ສະຫະປະຊາຊາດ, ນະຄອນ ນິວຢອກ, 27 ຕຸລາ 2022.

ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ປະ​ລະ​ມະ​ນູ​ສາ​ກົນ ຫຼື IAEA ທ່ານຣັ​ຟຟາ​ແອ​ລ ກ​ຣອ​ສ​ຊີ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ບັນ​ດາ​ຜູ້ກວດ​ກາ​ຄວນ​ເດີນ​ທາງໄປ​ຮອດ ແລະ ເລີ່ມ​ເຮັດ​ວຽກ​ໃນ​ສອງ​ສາມ​ວັນ​ຂ້າງ​ໜ້າ​ຢູ່​ສະ​ຖານ​ທີ່​ຕ່າງໆ​ໃນ​ປະ​ເທດຢູ​ເຄ​ຣນ ທີ່​ຣັດ​ເຊຍ ໄດ້​ກ່າວ​ຫາ​ວ່າ​ຫັນປ່ຽ​ນ​ວັດ​ຖຸ​ນິວ​ເຄ​ລຍໄປ​ເຮັດ “ລະ​ເບີດ​ສົກ​ກະ​ປົກ.”

ທ່ານ ກ​ຣອ​ສ​ຊີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ນະ​ຄອນ ນິວຢອກ ວ່າ “ຂ້າ​ພ​ະ​ເຈົ້າ​ໄດ້​ທຳ​ການ​ປຶກ​ສາ​ຫາ​ລື​ຮອບ​ດ້ານ​ກັບ​ລັດ​ຖະ​ມົນ​ຕີ​ການຕ່າງ​ປະ​ເທດ ຢູ​ເຄ​ຣນ ທ່ານ ດ​ມິ​ໂຕ​ຣ ຄູ​ເລ​ບາ ກ່ຽວ​ກັບ ບັນ​ຫານີ້. ທ່ານ​ໄດ້​ເຫັນ​ດີ ແລະ ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຫັນ​ພ້ອມ, ວ່າ​ວິ​ທີ​ທີ່​ດີ​ທີ່​ສຸດ​ເພື່ອ​ລຶບ​ຄວາມ​ສົງ​ໄສ​ໃດໆ​ແມ່ນ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ຜູ້ກວດ​ກາ​ເຂົ້າ​ໄປ.”

ເປັ​ນ​ເວ​ລາຫຼາຍ​ວັນ​ແລ້ວ, ພວກ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ ໄດ້​ກ່າວ​ຫາ​ວ່າ ຢູ​ເຄ​ຣນ ກຳ​ລັງ​ວາງ​ແຜນ​ເພື່ອ​ພັດ​ທະ​ນາ ແລະ ໃຊ້​ສິ່ງ​ທີ່​ເອີ້ນ​ວ່າ ​ລະ​ເບີດ​ສົກ​ກະ​ປົກ​ໃນ​ຄວາ​ມ​ຂັດ​ແຍ້ງ​ຂອງ​ເຂົາ​ເຈົ້າ​ກັບ ຣັດ​ເຊຍ. ຢູ​ເຄ​ຣນ ແລະ ພັນ​ທະ​ມິດ​ຕາ​ເວັນ​ຕົກ​ຂອງ​ເຂົາ​ເຈົ້າ​ໄດ້​ປະ​ຕິ​ເສດ​ການ​ກ່າວ​ຫາ​ຢ່າງ​ແຮງ ແລະ ໄດ້​ສົງ​ໄສ​ວ່າມັນ​ຖືກ​ເວົ້າ​ຂຶ້ນ​ມາ​ເພື່ອ​ເປັນ​ຂໍ້​ອ້າງ​ສຳ​ລັບ​ການ​ທີ່​ຈະ​ເຮັດ​ໃຫ້​ສົງ​ຄາມ​ໃນ ຢູ​ເຄ​ຣ​ນ ຮຸນ​ແຮງ​ຂຶ້ນ​ແບ​ບ​ໃດ​ແບ​ບ​ນຶ່ງ, ເຊິ່ງ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ເປັນ​ການ​ປະ​ຕິ​ບັດ​ການ “ສາກ​ບັງ​ໜ້າ” ໂດຍ ມົ​ສ​ກູ.

ລະ​ເບີດ​ສົກ​ກະ​ປົກ​ປະ​ກອບ​ມີ​ລະ​ເບີດ​ທົ່ວ​ໄປ​ທີ່​ບັນ​ຈຸ​ວັດ​ຖຸ​ສານ​ກຳ​ມັນ​ຕະ​ພາບ​ລັງ​ສີ ແລະ ຖືກ​ອອກ​ແບບ​ມາ​ເພື່ອ​ແຜ່​ສານ​ກຳ​ມັນ​ຕະ​ພາ​ບ​ລັງ​ສີ​ທີ່​ສາ​ມາດ​ເຮັດ​ໃຫ້​ມີ​ການ​ເສຍ​ຊີ​ວິດ​ຈຳ​ນວນຫຼວງຫຼາຍ ແລະ ການ​ປົນ​ເປື້ອນ.

ຫົວ​ໜ້າ​ອົງ​ການ IAEA ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວຫຼັງ​ຈາກ​ທ່ານ​ໄດ້ພົບປະ​ກັບ​ສະ​ພາ​ຄວາມ​ໝັ້ນ​ຄົງ ສະ​ຫະ​ປະ​ຊາ​ຊາດ​ໃນ​ກອງ​ປະ​ຊຸມ​ສ່ວນ​ຕົວ​ວ່າ “ໃນ​ກໍ​ລະ​ນີນີ້, ມັນ​ໄດ້​ມີ​ສິ່ງ​ທີ່​ລະ​ບຸ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງຫຼາຍ​ຈາກ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງຫຼາຍ​ຂອງ​ສະ​ຫະ​ພັນຣັດ​ເຊຍ ກ່ຽວ​ກັບວຽກ​ງານ, ວຽກ​ງານລັບ, ທີ່​ແທ້​ຈິງ​ແລ້ວ, ເພື່ອ​ໃຊ້​ວັດ​ຖຸ​ນິວ​ເຄ​ລຍ​ໃນ​ທິດ​ທາງ​ອື່ນ.”

ທ່ານ​ໄດ້​ກ່າວ​ວ່າ​ບັນ​ດາ​ຜູ້ກວດ​ກາ IAEA ຈະ​ຊອກ​ເບິ່ງວ່າມີ​ເຊື້ອ​ໄຟ​ຢູ່​ສະ​ຖານ​ທີ່​ຕ່າງໆ​ຖືກ​ນຳ​ມາ​ພັດ​ທະ​ນາ​ໃໝ່​ໃນ​ວິ​ທີ​ໃດ​ວິ​ທີ​ນຶ່ງ​ເພື່ອ​ກັ່ນ​ທາດ ໄອ​ໂຊ​ໂທບ (isotopes) ສອງ​ຢ່າງ​ຄື ທາດ​ຊີ​ຊຽມ ແລະ ທາດ ສ​ຕ​ຣອນ​ທຽມ ຫຼືບໍ່ທີ່​ຖືກ​ໃຊ້​ເພື່ອ​ເຮັດ​ລະ​ເບີດ​ສານ​ກຳ​ມັນ​ຕະ​ພາບ​ລັງ​ສີ.

ທ່ານ ກ​ຣອ​ສ​ຊີ ໄດ້​ກ່າວ​ວ່າ​ບັນ​ດາ​ຜູ້ກວດ​ກາ​ຈະ​ສາ​ມາດ​ທຳ​ການ​ສະຫຼຸບ​ພາຍ​ໃນ​ບໍ່​ເທົ່າ​ໃດ​ວັນ.

ທ່ານ​ໄດ້​ກ່າວ​ວ່ານຶ່ງ​ໃນ​ບັນ​ດາສະ​ຖານ​ທີ່ກຸ່ມ​ດັ່ງ​ກ່າວ​ກຳ​ລັງ​ໄປ​ຢ້ຽມ​ຢາມຢູ່ນີ້ ແມ່ນ​ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ໄປ​ແລ້ວເມື່ອ​ນຶ່ງ​ເດືອນ​ທີ່​ຜ່ານ​ມາ “ໂດຍ​ທີ່​ຜົນອອກ​ມາ​ທີ່​ດີ.”

ທ່ານ ກ​ຣອ​ສ​ຊີ ຍັງ​ໄດ້​ທຳ​ການ​ລາຍ​ງານ​ຕໍ່​ບັນ​ດ​າ​ສະ​ມາ​ຊິກ​ສະ​ພາ ກ່ຽວ​ກັບ ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ ເພື່ອ​ສ້າງ​ຕັ້ງ​ເຂດ​ປອດ​ທະ​ຫານ​ຢູ່​ອ້ອມ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ. ກອງ​ທະ​ຫານ ຣັດ​ເຊຍ ໄດ້​ຄວບ​ຄຸມ​ໂຮງ​ໄຟ​ຟ້າ​ຂະ​ໜາດ​ໃຫຍ່​ດັ່ງ​ກ່າວ​ນັບ​ຕັ້ງ​ແຕ່​ຕົ້ນ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ, ໃນ​ຂະ​ນະ​ທີ່​ບັນ​ດາ​ຊ່າງ​ເຕັກ​ນິກ ຢູ​ເຄ​ຣນ ຍັງ​ສືບ​ຕໍ່​ດຳ​ເນີນ​ງານ​ມັນຢູ່.

ອ່ານຂ່າວນີ້ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG