ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍ​ງານ​ອົງ​ການ IAEA ກ່າວ​ວ່າ ອຸ​ປະ​ກອນ​ການ​ຕິດ​ຕາມ​ຖືກ​ຕິດ​ຕັ້ງ​ໃສ່​ຄືນ ໃນບາງ​ສະ​ຖານ​ທີ່​ຂອງ ອີ​ຣ່ານ


ພາບນີ້​ທີ​່​ຖືກ​ເຜີຍ​ແຜ່​ໃນ​ວັນ​ທີ 5 ພະ​ຈິກ 2019 ໂດຍ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມະ​ນູ​ຂອງ ອີ​ຣ່ານ, ສະ​ແດ​ງ​ໃຫ້​ເຫັນ​ເຄື່ອງ​ຈັກ​ກັ່ນ​ທາດ​ຢູ​ເຣ​ນຽມ​ໃນ​ໂຮງ​ງານກັ່ນ​ທາດ​ຢູ​ເຣ​ນຽມ ນາ​ທານ ໃນ​ໃຈ​ກາງ​ຂອງ​ປະ​ເທດ ອີ​ຣ່ານ.
ພາບນີ້​ທີ​່​ຖືກ​ເຜີຍ​ແຜ່​ໃນ​ວັນ​ທີ 5 ພະ​ຈິກ 2019 ໂດຍ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມະ​ນູ​ຂອງ ອີ​ຣ່ານ, ສະ​ແດ​ງ​ໃຫ້​ເຫັນ​ເຄື່ອງ​ຈັກ​ກັ່ນ​ທາດ​ຢູ​ເຣ​ນຽມ​ໃນ​ໂຮງ​ງານກັ່ນ​ທາດ​ຢູ​ເຣ​ນຽມ ນາ​ທານ ໃນ​ໃຈ​ກາງ​ຂອງ​ປະ​ເທດ ອີ​ຣ່ານ.

ອົງ​ການ​ຄຸ້ມ​ຄອງນິວ​ເຄ​ລຍ ​ຂອງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຕິດ​ຕັ້ງອຸ​ປະ​ກອນ​ການ​ຕິດ​ຕາມ​ຈຳ​ນວນ​ນຶ່ງຄືນທີ່​ໂດຍ​ດັ້ງ​ເດີມ​ແລ້ວ​ຖືກ​ຕັ້ງ​ຂຶ້ນ​ພາຍ​ໃຕ້​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ 2015 ກັບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ທີ່​ສຳ​ຄັນ​ທີ່ ອີ​ຣ່ານ ໄດ້​ສັ່ງ​ໃຫ້​ເອົາ​ອອກ​ເມື່ອ​ປີ​ກາຍນີ້, ອີງ​ຕາມ​ການ​ກ່າວ​ ຂອງ​ອົງ​ການ​ຄຸ້ມ​ຄອງນິວ​ເຄ​ລຍ ໃນ​ລາຍ​ງານ​ສອງ​ສະ​ບັບ​ທີ່​ອົງ​ການ​ຂ່າວ ຣອຍ​ເຕີ ໄດ້​ເຫັນ​ໃນ​ວັນ​ພຸດ​ວານນີ້.

ການ​ຕິດ​ຕັ້​ງ​ອຸ​ປະ​ກອນຄືນ​ແມ່ນ​ສ່ວນ​ນຶ່ງ​ຂອງ​ສິ່ງ​ທີ່​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມະ​ນູ​ສາ​ກົນ ຫຼື IAEA ໄດ້​ມີ​ແຜນ​ທີ່​ຈະ​ຕິດ​ຕັ້ງ​ເພື່ອ​ປັບ​ປຸ​ງ​ການ​ຕິດ​ຕາມ​ກິດ​ຈະ​ກຳ​ດ້ານ​ນິວ​ເຄ​ລຍ​ຂອງ ອີ​ຣ່ານ, ໃນ​ຂະ​ນະ​ທີ່ IAEA ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ໄດ້​ຕົກ​ລົງ​ກັບ ອີ​ຣ່ານ ເມື່ອ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະຫຼຸດ​ຜ່ອນ​ການ​ປະ​ເຊີນ​ໜ້າ​ກັນ​ລະ​ຫວ່າງ​ທັງ​ສອງ​ຝ່າຍ ກ່ຽວ​ກັບ ການ​ຮ່ວມ​ມື​ຂອງ ອີ​ຣ່ານ.

​ແນວ​ໃດ​ກໍ່​ຕາມ, ຄວາມ​ກ້າວ​ໜ້າ​ທີ່​ຈຳ​ກັດທີ່​ຖືກ​ອະ​ທິ​ບາຍ​ໃນ​ລາຍ​ງານ​ແມ່ນ​ລວມ​ມີ​ການ​ຕິດ​ຕັ້ງ​ອຸ​ປະ​ກອນ​ການ​ຕິດ​ຕາມ​ການ​ກັ່ນ​ທາດ​ຢູ​ເຣ​ນຽມ ​ໃນ​ເວ​ລາ​ຈິງ ໃສ່​ເຄື່ອງ​ຈັກ​ກັ່ນ​ທາດ​ຢູ​ເຣ​ນຽມ​ທີ່​ມີ​ຄວາມ​ບໍ​ລິ​ສຸດ​ເຖິງ 60 ເປີ​ເຊັນ, ເຊິ່ງ​ໃກ້​ກັບ​ລະ​ດັບ​ຂອງ​ອາ​ວຸດ, ຢູ່​ໂຮງ​ງານ ນາ​ທານ​ສ໌ ແລະ ຟໍ​ໂດ, ອີງ​ຕາມ​ການ​ກ່າວ​ຂອງ​ນັກ​ການ​ທູດ​ລະ​ດັບ​ສູງທ່ານ​ນຶ່ງ.

ໃນ​ຂະ​ນະ​ດຽວ​ກັນ, ການ​ສະ​ສົມ​ທາດ​ຢູ​ເຣ​ນຽມ​ທີ່​ມີ​ຄວາມ​ບໍ​ລິ​ສຸດເຖິງ 60 ເປີ​ເຊັນ​ແມ່ນ​ສືບ​ຕໍ່​ທີ່​ຈະ​ເພີ່​ມ​ຂຶ້ນ ແລະ ຕອນນີ້​ແມ່ນ​ເກືອບ​ຈະ​ພຽງ​ພໍ​ສຳ​ລັບ​ລະ​ເບີດ​ນິວ​ເຄ​ລຍ​ສອງ​ລູກ, ນຶ່ງ​ໃນ​ລາຍ​ງານ​ລັບ​ປະ​ຈຳ​ທຸກ​ສາມ​ເດືອນ​ສອງ​ສະ​ບັບ​ຕໍ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກໄດ້​ສະ​ແດງ​ໃຫ້​ເຫັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG