ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ອົງການ ສປຊ ເວົ້າວ່າ ການເລີ້ມແລ່ນ ເຕົາແຍກປະລະມານູ ຂອງເກົາຫລີເໜືອ 'ເປັນ ບັນຫາອັນເລິກເຊິ່ງ'


ຄົນພາກັນເບິ່ງໂທລະພາບທີ່ສະແດງໃຫ້ເຫັນຮູບລູກສອນໄປຂີປະນາວຸດຂອງເກົາຫລີເໜືອທີ່ນໍາມາສະແດງຢູ່ໃນຂະບວນແຫ່ຂອງກອງທັບຢູ່ໃນລາຍການຂ່າວທີ່ສະຖານີລົດໄຟແຫ່ງນຶ່ງໃນນະຄອນຫລວງໂຊລຂອງເກົາຫລີໃຕ້, ວັນທີ 30 ສິງຫາ, 2021.
ຄົນພາກັນເບິ່ງໂທລະພາບທີ່ສະແດງໃຫ້ເຫັນຮູບລູກສອນໄປຂີປະນາວຸດຂອງເກົາຫລີເໜືອທີ່ນໍາມາສະແດງຢູ່ໃນຂະບວນແຫ່ຂອງກອງທັບຢູ່ໃນລາຍການຂ່າວທີ່ສະຖານີລົດໄຟແຫ່ງນຶ່ງໃນນະຄອນຫລວງໂຊລຂອງເກົາຫລີໃຕ້, ວັນທີ 30 ສິງຫາ, 2021.

ເກົາຫຼີເໜືອປາກົດວ່າ ໄດ້ເລີ່ມແລ່ນເຕົາແຍກປະຕິກອນນິວເຄຼຍຄືນໃໝ່ ທີ່ເຊື່ອກັນວ່າໄດ້ຜະລິດທາດປລູໂຕນຽມສຳລັບອາວຸດນິວເຄຼຍ, ອີງຕາມອົງການສິ້ງຊອມດ້ານປະລະມານູຂອງອົງການສະຫະປະຊາຊາດທີ່ກ່າວຢູ່ໃນລາຍງານປະ ຈຳປີ ໂດຍເນັ້ນໃຫ້ເຫັນເຖິງການດໍາເນີນຄວາມພະຍາຍາມ ຂອງປະເທດທີ່ຢູ່ໂດດດ່ຽວດັ່ງກ່າວ ໃນການຂະຫຍາຍຄັງອາວຸດຂອງຕົນ, ຊຶ່ງລາຍງານໂດຍອົງ ການຂ່າວຣອຍເຕີສ (Reuters).

ອົງການພະລັງງານປະລະມານູສາກົນ ຫລື IAEA ກ່າວໃນລາຍງານເມື່ອວັນສຸກທີ່ຜ່ານມາວ່າ ສັນຍານທີ່ສະແດງໃຫ້ເຫັນເຖິງການປະຕິບັດງານຢູ່ທີ່ເຕົາແຍກປະຕິກອນປະລະມານູ 5 ເມກາວັດ (MW) ທີ່ສາມາດຜະລິດທາດປລູໂຕນຽມໃນລະດັບ ທີ່ເປັນອາວຸດໄດ້ ແມ່ນຖືກພົບເຫັນເປັນຄັ້ງທໍາອິດ ນັບຕັ້ງແຕ່ທ້າຍປີ 2018 ເປັນຕົ້ນມາ.

"ນັບຕັ້ງແຕ່ຕົ້ນເດືອນກໍລະກົດປີ 2021 ເປັນຕົ້ນມາ ໄດ້ມີສິ່ງຊີ້ບອກ, ລວມທັງການປ່ອຍນໍ້າເຢັນອອກມາ, ທີ່ສອດຄ່ອງກັບການປະຕິບັດງານຂອງເຕົາແຍກ," ນັ້ນຄືຄໍາເວົ້າຂຽນຢູ່ບົດລາຍງານຂອງອົງການ IAEA ທີ່ເວົ້າເຖິງເຕົາແຍກປະຕິກອນປະລະມານູຢູ່ ເຂດຄຸ້ມຢອງບີຢອນ (Yongbyon) ທີ່ເປັນຈຸດໃຈກາງຂອງໂຄງການນິວເຄຼຍຂອງເກົາຫຼີເໜືອ.

ອົງການ IAEA ບໍ່ສາມາດເຂົ້າໄປເກົາຫຼີເໜືອໄດ້ນັບຕັ້ງແຕ່ພຽງຢາງໄດ້ຂັບໄລ່ເຈົ້າໜ້າທີ່ຂອງຕົນອອກໄປໃນປີ 2009. ຕໍ່ມາປະເທດດັ່ງກ່າວໄດ້ພະຍາມຜັກດັນເຮັດໂຄງການອາວຸດນິວເຄລຍຂອງຕົນ ແລະສືບຕໍ່ດຳເນີນການທົດລອງ ນິວເຄຼຍໃນເວລາບໍ່ດົນຫລັງຈາກນັ້ນ. ການທົດລອງນິວເຄຼຍຄັ້ງສຸດທ້າຍຂອງປະເທດດັ່ງກ່າວ ແມ່ນມີຂຶ້ນໃນປີ 2017.

ປັດຈຸບັນອົງການ IAEA ຕິດຕາມກວດກາເກົາຫຼີເໜືອຈາກໄລຍະໄກ, ໂດຍສ່ວນໃຫຍ່ແມ່ນຜ່ານພາບຖ່າຍທາງດາວທຽມ.

ທ່ານນາງເຈນນີ ທາວ (Jenny Town), ຜູ້ອຳນວຍການໂຄງການ 38 ນອດ(North) ທີ່ຕັ້ງຢູ່ສະຫະລັດທີ່ຕິດຕາມເກົາຫຼີເໜືອກ່າວວ່າ ພາບຖ່າຍທາງດາວທຽມຂອງທາງການຄ້າ ສະແດງໃຫ້ເຫັນວ່າ ມີການປ່ອຍນໍ້າ ຊຶ່ງກົງກັນກັບການສະຫຼຸບທີ່ເວົ້າວ່າ ເຕົາແຍກປະຕິກອນປະລະມານູກຳລັງກັບມາດຳເນີນງານຄືນອີກ.

ທ່ານນາງກ່າວວ່າ "ບໍ່ມີທາງທີ່ຈະຮູ້ໄດ້ວ່າ ເປັນຫຍັງເຕົາແຍກປະຕິກອນປະລະ ມານູບໍ່ໄດ້ເປີດໃຊ້ງານໃນເມື່ອກ່ອນ - ເຖິງແມ່ນວ່າຈະມີການດໍາເນີນງານຢູ່ໃນອ່າງເກັບນໍ້າໃນປີທີ່ຜ່ານມາ ເພື່ອຮັບປະກັນໃຫ້ມີນໍ້າພຽງພໍ ສໍາລັບລະບົບເຮັດຄວາມເຢັນກໍຕາມ."

ທ່ານນາງກ່າວອີກວ່າ "ເມື່ອເວົ້າເຖິງເວລາແລ້ວ ເບິ່ງຄືວ່າເປັນເລື່ອງແປກເລັກນ້ອຍສຳລັບຂ້າພະເຈົ້າ, ໂດຍທີ່ມີແນວໂນ້ມວ່າ ຈະເກີດນໍ້າຖ້ວມໃນຫຼາຍອາທິດ ຫຼືຫລາຍເດືອນຂ້າງໜ້ານີ້ເຊິ່ງອາດຈະສົ່ງຜົນກະທົບຕໍ່ການດໍາເນີນງານຂອງເຕົາແຍກປະຕິກອນປະລະມານູດັ່ງກ່າວກໍເປັນໄດ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG